ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຮງງານລາວ ຢູ່ໃນໄທ ສາມາດຊື້ ປະກັນສຸຂະພາບ ຄືກັນກັບ ແຮງງານໄທ


ພະນັກງານແພດໄທສອງຄົນ ພາຍໃນໂຮງໝໍແຫ່ງນຶ່ງ ກຳລັງເຄື່ອນຍ້າຍ ຄົນປ່ວຍ.
ພະນັກງານແພດໄທສອງຄົນ ພາຍໃນໂຮງໝໍແຫ່ງນຶ່ງ ກຳລັງເຄື່ອນຍ້າຍ ຄົນປ່ວຍ.

​ແຮງ​ງານ​ລາວ​ ທີ່​ທຳ​ງານ​ຢ່າງ​ຖືກຕ້ອງ ​ຕາມ​ກົດໝາຍ​ໃນ​ໄທ
ມີ​ສິດ​ໃນ​ກາ​ນຊື້​ປະ​ກັນ​ສຸຂະພາບ ​ແລະ ​ໄດ້​ຮັບ​ການ​ຄຸ້ມ​ຄອງ
​ເຊັ່ນ​ດຽວ​ກັນກັບ​ບັນດາ​ແຮງ​ງານ ທີ່​ເປັນ​ຄົນ​ໄທ​ ໃນ​ທຸກໆ​
ດ້ານ​ແລ້ວ.

ທ່ານ​ອຳນວຍ ກາ​ຈີ​ນະ ຮອງ​ຫົວໜ້າ​ຫ້ອງການ ​ກະຊວງ​ສາທາລະນະ​ສຸກຂອງໄທ ຖະ​ແຫລງ ຢືນ​ຢັນ​ວ່າ ​ແຮງ​ງານ​ຈາກ​ລາວ ຊຶ່ງ​ລວມ​ເຖິງ​ແຮງ​ງານ​ຈາກ​ມຽນມາ ກຳປູ​ເຈຍ ​ແລະ
ຫວຽດນາມ ທີ່​ທຳ​ງານ​ຢູ່​ໃນ​ໄທ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ມີ​ສິດ​ໃນ​ກາ​ນຊື້​ປະກັນ
ເພື່ອ​ຂໍ​ຮັບ​ການ​ຄຸ້ມ​ຄອງ ​ດ້ານສຸຂະພາບອະນາ​ໄມ ຢ່າງ​ສະ​ເໝີ​ພາບ ​ກັບບັນດາ​ແຮງ​ງານ
ທີ່​ເປັນ​ຄົນ​ໄທ​ໃນ​ທຸກໆ​ດ້ານ​ແລ້ວ ນັບ​ແຕ່​ວັນ​ທີ 1 ​ເມສາ 2015 ​ເປັນຕົ້ນມາ.

ທັງ​ນີ້​ໂດຍ​ມີ 3 ລະຍະ​ຂອງ​ການ​ປະກັນ​ສຸຂະພາບ ​ໃຫ້​ເລືອກ ຄື ລະຍະ 1 ປີ ລະຍະ 6 ​ເດືອນ ​ແລະ ລະຍະ 3 ​ເດືອນ​ດ້ວຍ​ອັດຕາ​ຄ່າ​ທຳນຽມ 2,100 ບາດ 1,400 ບາດ ​ແລະ 1,000 ບາດ ຕາມ​ລຳດັບ ສ່ວນເດັກນ້ອຍ​ອາຍຸ ຕ່ຳ​ກວ່າ 7 ປີ ທີ່​ເປັນ​ລູກ ຫຼື ຜູ້​ຕິດຕາ​ມ ຂອງ​ບັນດາ​ແຮງ​ງານ​ເຫຼົ່ານີ້ ກໍ​ຈະ​ເສຍ​ຄ່າ​ທຳ​ນຽມ​ພຽງ​ແຕ່ 365 ບານ​ຕໍ່​ປີ​ເທົ່າ​ນັ້ນ.

ການ​ຄ້າ​ແຮງ​ງານ ຜິດ​ກົດໝາຍ​ຈາກລາວ ຍັງ​ໄດ້​ກາຍ​ເປັນ​ບັນຫາ​ທີ່​ກ່ຽວຂ້ອງ ກັບ​ການ​ຄ້າ​ປະ​ເວ​ນີ ທັງ​ໂດຍສະມັກ​ໃຈ ​ແລະ​ຖືກ​ບີບ​ບັງຄັບ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ແຮງ​ງານ​ເດັກ ​ແລະ ​ແມ່ຍິງ​ຈາກ​ລາວ​ດ້ວຍ.
ການ​ຄ້າ​ແຮງ​ງານ ຜິດ​ກົດໝາຍ​ຈາກລາວ ຍັງ​ໄດ້​ກາຍ​ເປັນ​ບັນຫາ​ທີ່​ກ່ຽວຂ້ອງ ກັບ​ການ​ຄ້າ​ປະ​ເວ​ນີ ທັງ​ໂດຍສະມັກ​ໃຈ ​ແລະ​ຖືກ​ບີບ​ບັງຄັບ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ແຮງ​ງານ​ເດັກ ​ແລະ ​ແມ່ຍິງ​ຈາກ​ລາວ​ດ້ວຍ.

ທ່ານ​ອຳນວຍ ​ໄດ້ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ​ແຮງ​ງານ​ລາວ
205,215 ຄົນ ​ແລະ ​ຜູ້​ຕິດຕາມ 8,884 ຄົນ​ ທີ່​ມີ​ສິດ​ຊື້​ປະກັນ
​ສຸຂະພາບ ຕາມ​ມາດ​ຕະການໃໝ່​ດັ່ງກ່າວ​ນີ້ ຂອງ​ທາງ​ການ​ໄທ
ຫາກ​ແຕ່​ວ່າ ​ເຄືອ​ຂ່າຍ ອົງການ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ ​ແກ່
​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ ກໍ​ເຊື່ອ​ວ່າ ມີແຮງ​ງານ​ລາວ​ອີກຫຼາຍ
ກວ່າ 2 ​ແສນ​ຄົນ ທີ່​ບໍ່​ໄດ້​ຮັບ​ສິດ​ດັ່ງກ່າວ​ນີ້ ​ເນື່ອງ​ຈາກ​ວ່າ ຍັງ​
ບໍ່ໄດ້​ແຈ້ງ​ຈົດ​ທະບຽນ​ຢ່າງ​ຖືກຕ້ອງ ຈຶ່ງ​ເປັນ​ກຸ່ມ​ແຮງ​ງານ​ ທີ່​ບໍ່
​ມີ​ໂອກາດ ​ໄດ້ຮັບ​ການ​ຄຸ້ມຄອງ​ສຸຂະພາບ​ດັ່ງກ່າວ ທັງ​ຍັງ​ສ່ຽງ
​ທີ່​ຈະ​ຕ້ອງ​ຕົກ​ໄປ​ເປັນ​ເຫຍື່ອ ​ຂອງຂະ​ບວນການຄ້າ​ມະນຸດ ​
ໃນ​ໄທ​ອີກ​ດ້ວຍ.

ທາງ​ດ້ານ​ພົນ​ເອກ ສົມ​ຍົດ ພຸ່ມ​ພັນ​ມ່ວງ ຜູ້​ບັນຊາ​ການ​ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດ​ໄທ
ຢືນຢັນ​ວ່າ ການ​ຄ້າ​ມະນຸດ​ເປັນ​ບັນຫາ ຮີບ​ດ່ວນ ທີ່​ທາງ​ການ​ຕຳຫຼວດ​ໄທ​ ກຳລັງ​ດຳ​ເນີນ​
ມາດ​ຕະການ​ປາບ​ປາມ ​ແລະ ສະກັດ​ກັ້ນຢ່າງເຂັ້ມ​ງວດທີ່​ສຸດ ​ໃນ​ເວລາ​ນີ້ ​ເພາະ​ເປັນ​ບັນຫາ
ທີ່​ເກີດ​ຂຶ້ນຢ່າງ​ກວ້າງ​ຂວາງ ທັງ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ສະຫງົບ​ຮຽບຮ້ອຍ ​ໃນ​ສັງຄົມ​
ໄທ ທຸກ​ລະດັບ​ອີກ​ດ້ວຍ.

​ໂດ​ຍສະ​ເພາະ​ແມ່ນ​ການ​ຄ້າ​ແຮງ​ງານ ຜິດ​ກົດໝາຍ​ຈາກ​ມຽນມາ ກຳປູ​ເຈຍ ​ແລະ ລາວ​ນັ້ນ
ຍັງ​ໄດ້​ກາຍ​ເປັນ​ບັນຫາ​ທີ່​ກ່ຽວຂ້ອງ ກັບ​ການ​ຄ້າ​ປະ​ເວ​ນີ ທັງ​ໂດຍສະມັກ​ໃຈ ​ແລະ ​ຖືກ​ບີບ
​ບັງຄັບ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງ​ແຮງ​ງານ​ເດັກ ​ແລະ ​ແມ່ຍິງ​ຈາກ​ລາວ​ດ້ວຍ ​ເພາະສະນັ້ນ ຈຶ່ງ​
ເຮັດ​ໃຫ້​ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດ​ໄທ ຕ້ອງ​ດຳ​ເນີນ​ມາດ​ຕະການ​ປາບ​ປາມ ​ໃນ​ຂັ້ນ​
ເດັດຂາດ ຢູ່​ໃນ​ເຂດຊາຍ​ແດນ​ໄທ ທີ່​ຕິດ​ຕໍ່​ກັບ​ລາວ ​ເນື່ອງ​ຈາກ​ເປັນ​ເຂດ​ ທີ່​ມີ​ບັນຫາ​ເກີດ​
ຂຶ້ນຫຼາຍທີ່​ສຸດ ດັ່ງ​ທີ່ ພົນ​ຕຳຫຼວດ​ເອກ ສົມ​ຍົດ ​ໄດ້​ຢືນຢັນ​ວ່າ:

“​ໃນ​ການ​ປ້ອງ​ກັນ ປາບ​ປາມ​ການ​ຄ້າ​ມະນຸດ ​ໄດ້​ກວດ​ຂັນ ຈັບ​ກຸມ​ເຄືອ​ຂ່າຍ​ນຳ​ແຮງ​
ງານ​ເດັກ ​ແລະ​ຜູ້ຍິງ​ລາວ ​ເຂົ້າມາ​ລັກລອບ​ຂາ​ຍປະ​ເວ​ນີ ຫຼື ບັງຄັບ​ຄ້າ​ປະ​ເວ​ນີ​ໃນ​
ພື້ນ​ທີ່ ຈັງ​ຫວັດໜອງ​ຄາຍ ​ໂດຍ​ປັດຈຸບັນ​ນີ້ ຢູ່​ລະຫວ່າງ​ການ​ສືບສວນ​ຂະຫຍາຍ​ຜົນ
​ເພື່ອ​ທີ່​ຈະ​ທຳ​ການ​ຢຶດຊັບ ​ແລະ​ດຳ​ເນີນ​ການ​ຕໍ່​ນາຍທຶນ​ຜູ້​ທີ່​ໃຫ້ການ​ສະ​ໜັບສະ​ໜຸນ
ຜູ້​ທີ່ຢູ່​ເບື້ອງຫຼັງການ​ຄ້າ​ມະນຸດ ຊຶ່ງ​ຂ້າພະ​ເຈົ້າຈະ​ດຳ​ເນີນ​ການ​ຢ່າງ​ເຂັ້ມງວດ ​ເພື່ອ​
ທີ່ຈະ​ຂຸດຮາກຖອນ​ໂຄນ​ ບໍ່​ໃຫ້​ມີ​ການ​ກະທຳ​ຜິດ​ໄດ້​ອີກ​ຕໍ່​ໄປ ​ແລະ​ ໃນ​ວັນ​ນີ້ ທ່ານ​
ນາຍົກລັດຖະມົນຕີ ຈະ​ໄດ້​ປະກາດໃຫ້​ເປັນ​ວາລະ​ແຫ່ງ​ຊາດ.”

ທາງ​ດ້ານ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ລາວ ​ໄດ້​ເລີ້ມ​ການຈັດຕັ້ງປະຕິບັດ​ມາດ​ຕະ
ການ​ບໍ່​ອະນຸຍາດ​ໃຫ້​ເຍົາວະ​ຊົນ​ລາວ ອາຍຸຕ່ຳ​ກວ່າ 18 ປີ ​ເດີນທາງ​ໄປ​ໄທ ​ໂດຍ​ລຳພັງ​
ຢ່າງ​ເດັດຂາດ ​ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ​ຖື​ເປັນ​ມາດ​ຕະການ​ປ້ອງ​ກັນ ​ບໍ່​ໃຫ້​ເຍົາວະ​ຊົນ​ລາວ​
ຕ້ອງຕົກ​ໄປ​ເປັນ​ເຫຍື່ອ ​ຂອງ​ການ​ຄ້າ​ມະນຸດ​ໃນ​ໄທ ​ໂດຍ​ສະ​ເພາະແມ່ນ ​ເຍົາວະ​ຊົນ​ລາວ​
ເພດ​ຍິງ​ນັ້ນ ຖື​ເປັນ​ກຸ່ມ​ປະຊາກອນ​ລາວ​ທີ່​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າມະນຸດ ​ແລະ ຖືກ
​ບີບ​ບັງຄັບ​ໃຫ້​ຕ້ອງ​ຂາຍ​ບໍລິການ​ທາງ​ເພດ ຢູ່​ໃນ​ໄທຫຼາຍຂຶ້ນນັບ​ມື້.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ລະຍະ 14 ປີ​ມາ​ນີ້ ທາງ​ການ​ໄທ ກໍ​ສາມາດ​ໃຫ້ການ​ຊ່ວຍ​ເຫຼືອ​ແຮງ​ງານ​ລາວ ທີ່​ສ່ວນ​ໃຫຍ່​ເປັນເຍົາວະຊົນ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງການ​ຄ້າມະນຸດ​ໃນ​ໄທ​ໄດ້​ພຽງ 2,217 ຄົນ​ເທົ່າ​ນັ້ນ.

XS
SM
MD
LG