ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

30 ປະເທດ ຮັບປາກ ຈະຮ່ວມຕໍ່ສູ້ກັບ ກຸ່ມລັດອິສລາມ (ວີດີໂອ/ລາຍງານພາສາອັງກິດຊ້າໆ)


ປະທານາທິບໍດີຝຣັ່ງ ທ່ານ Francois Hollande, ຊ້າຍ, ປະທານາທິບໍດີອີຣັກ ທ່ານ Fouad Massoum ກຳລັງຈະເຂົ້າຮ່ວມ ກອງປະຊຸມກ່ຽວກັບກຸ່ມອິສລາມ ຢູ່ນະຄອນຫລວງປາຣີ, ວັນທີ 15 ກັນຍາ 2014.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande, ຊ້າຍ, ປະທານາທິບໍດີອີຣັກ ທ່ານ Fouad Massoum ກຳລັງຈະເຂົ້າຮ່ວມ ກອງປະຊຸມກ່ຽວກັບກຸ່ມອິສລາມ ຢູ່ນະຄອນຫລວງປາຣີ, ວັນທີ 15 ກັນຍາ 2014.

ອັນ​ດັບ​ຕໍ່​ໄປ ​ເຮົາ​ຂໍ​ສະ​ເໜີ​ລາຍ​ງານ​ສະຫລູ​ບ​ເລື້ອງ​ລາວ​ໃນ​ຂ່າວ
ຫລື In the News ສຳ​ຫລັບອາທິດ​ນີ້ ຂອງພະ​ແນ​ກຮຽນ​ພາສາ
ອັງກິດ​ຂອງ​ວີ​ໂອ​ເອ ຫລື VOA Learning English. ສ່ວນວ່າ
​ຈະ​ມີເລື້ອງ​ຫຍັງ​ແດ່​ນັ້ນ ​ໄປ​ຟັງ​ພ້ອມ​ໆກັນ​ເລີຍຈາກ​ດາຣາ ບັກ​ຄຳ.

ລິງໂດຍກົງ

30 ປະ​ເທດ​ຮັບປາກ​ຈະ​ຮ່ວມ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ.

ປະມານ 30 ​ປະ​ເທດໄດ້​ໃຫ້​ຄຳ​ໝັ້ນ​ຍາ ທີ່​ຈະ​ສະໜັບສະໜຸນ
​ອີຣັກໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວຮຸນ​ແຮງ​ຈັດ ລັດ​ອິສລາມ ​ໃນ
“ທຸກໆ​ທາງທີ່​ຈຳ​ເປັນ” ​ໂຮມ​ທັງການ​ຊ່ວຍ​ເຫລືອທາງທະຫານ.

ຄະນະ​ຜູ້​ແທນ​ຂອງ​ປະ​ເທດ​ເຫລົ່າ​ນັ້ນ​ ໄດ້​ພົບ​ປະ​ຫາລື​ກັນ​ຢູ່​ນະຄອນຫລວງ​ປາຣີຂອງ​ປະ
ເທດ​ຝຣັ່ງ. ພວກ​ເຂົາ​ເຈົ້າກຳລັງ​ສືບ​ຕໍ່​ດຳ​ເນີນຄວາມ​ ພະ​ຍາ​ຍາມ ໃນ​ການ​ກໍ່ສ້າງ​ແນວ​ໂຮມ
ປະສົມ​ນາໆ​ຊາດ ​ເພື່ອຕໍ່ສູ້​ກັບ​ກຸ່ມ ລັດ​ອິສລາມ. ກຸ່ມ​ທີ່​ວ່າ​ນີ້ໄດ້​ເຂົ້າ​ຄວບຄຸມ ຂົງ​ເຂດ​ອັນ
ກ້ວາງ​ໃຫຍ່​ຢູ່​ໃນ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ ກັບ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ
ຂອງຊີ​ເຣຍ.

ປະທາ​ນາ​ທິບໍດີ​ຝຣັ່ງ ທ່ານ Francois Hollande ​ເປັນ​ຜູ້ນຳ​ພາ​ກອງ​ປະຊຸມ​ຂອງ 30 ປະ
ເທດ ກັບ​ອົງການ​ສະຫະ​ປະຊາ​ຊາດ ສະຫະພາບ​ ຢູ​ໂຣບ ຫລື​ອີ​ຢູ ​ແລະ ສັນ​ນິບາດ​ອາຫລັບ
ຫລື Arab League. ທ່ານ Hollande ບອກ​ກອງ​ປະຊຸມວ່າ “​ເຮົາ​ບໍ່​ມີ​ເວລາ​ທີ່​ຈະສູນເສຍ.”

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ເດີນທາງ​ໄປ​ຍັງ​ກອງ​ປະຊຸມ
ຫລັງ​ຈາກໄດ້​ໄປ​ຢ້ຽມຢາມຫລາຍ​ປະ​ເທດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ເພື່ອ​ລະດົມ​ເອົາການ​
ສະໜັບ​ສະໜຸນຕໍ່​ແຜນການ​ຕໍ່ສູ້​ກັບ​ພວກ​ລັດ​ອິສລາມຂອງປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ Kerry ກ່າວ​ວ່າ ຫລາຍ​ປະ​ເທດ​ອາ​ຫຣັບ​ໄດ້​ສະ​ເໜີໃຫ້ການ​ຊ່ວຍ​ເຫລືອ​ທາງ​ທະຫານ
ແລະ​ທຳ​ການ​ໂຈມ​ຕີ​ທາ​ງອາ​ກາດ​ ຖ້າວ່າ​ຕ້ອງການ. ​ຊີ​ເຣຍກັບ​ອິຣ່ານ ບໍ່​ໄດ້​ຖືກ​ເຊີນ​ໃຫ້​ໄປ
ຮ່ວມ​ກອງ​ປະຊຸມ. ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ການ​ຂະ​ຫຍາຍ​ການ​ໂຈມ​ຕີ​ທາງ​ອາກາດເຂົ້າ​ໄປ​ຍັງ​ຊີ​ເຣຍນັ້ນ ​ແມ່ນ​ຈະ​ຕ້ອງ​ມີ​ມະຕິ​ເຫັນ​ດີ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະປະຊາ​ຊາດ.

ເບິ່ງວີດີໂອ ກ່ຽວກັບຂ່າວນີ້:

World's Top Diplomats Pledge Iraq Support
please wait

No media source currently available

0:00 0:02:58 0:00

ຢ້ານ​ວ່າ​ຊາວອົບ​ພະຍົບອາ​ຟຣິກາ​ ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ

ຊາວ​ອົບ​ພະຍົບຊອກ​ວຽກ​ເຮັດ​ຈາກ​ອາ​ຟຣິກາ ​ໃນ​ຈຳນວນ​ຫລາຍ​ເຖິງ 500 ຄົນ ອາດ​ໄດ້​ເສຍ
​ຊີ​ວິດ ຢູ່​ໃນ​ທະ​ເລ Mediterranean. ລາຍ​ງານ​ຂ່າວຫລາຍ​ກະ​ແສ​ເວົ້າ​ວ່າ ມີ​ຄົນໂຈມ​ຕີ
ພວກ​ເຂົາ​ເຈົ້າ ​ໂດຍ​ເອົາ​ເຮືອ​ຂອງ​ພວກ​ເຂົາ​ແລ່ນ​ເຂົ້າ​ຕ່ຳ ​ເຮືອ​ຂອງ​ພວກ​ອົບ​ພະຍົບ ຢູ່​ນອກ​ຝັ່ງທະ​ເລ​ຂອງ​ເກາະ Malta ​ໃນ​ອາທິດ​ແລ້ວ​ນີ້.

Christiane Berthiaume ​ເປັນ​ໂຄ​ສົກຂອງອົງການ​ສາກົນ​ເພື່ອ​ການຍົກຍ້າຍ​ຖິ່ນ​ຖານ IOM ຫລື International Organization for Migration.

ທ່ານ​ນາງ​ເວົ້າ​ວ່າ ພວກ​ທີ່​ລອດ​ຊີວິດ ​ລາຍ​ງານ​ວ່າ ຜູ້​ໂຈມ​ຕີ​ມີ​ສ່ວນ​ພົວພັນ​ນຳ​ການ​ຄ້າ​ມະນຸດ. ທ່ານ​ນາງລາຍ​ງານ​ວ່າ ພວກ​ລອດ​ຊີວິດ​ກ່າວ ວ່າ ພວກ​ຄ້າ​ມະນຸດ​ສັ່ງ​ໃຫ້​ເຂົາ​ເຈົ້າ​ປ່ຽນເຮືອ​ ​ແຕ່​ເຂົາ​ເຈົ້າ ​ປະຕິ​ເສດ ໂດຍເວົ້າ​ວ່າ ມັນ​ອັນຕະລາຍ​ເກີນ​ໄປ. ທ່ານ​ນາງ Berthiaume ກ່າ​ວ ວ່າ ຫລັງ​ຈາກ​ນັ້ນ ພວກ​ຄ້າ​ມະນຸດ​ກໍ​ເອົາ​ເຮືອ​ຂອງ​ເຂົາ​ ​ແລ່ນ​ເຂົ້າ​ຕຳ​ເຮືອ​ຂອງ​ພວກ​ອົບ​ພະຍົບ.

ທ່ານ​ນາງ​ບັນລະ​ຍາຍ​ເຫດ​ຮ້າຍ​ຄັ້ງ​ນີ້​ວ່າ “​ເປັນ​ເຫດການ​ເຮືອ​ຫລົ້ມ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ຮອບ​ຫລາຍ​ປີ.” ພວກ​ອົບ​ພະຍົບ​ເຫລົ່າ​ນັ້ນ​ກຳລັງພະຍາຍາມ ຈະ​ເດີນທາງ​ໄປ​ຍັງ​ຢູ​ໂຣບ.

ຟີ​ລິບ​ປິນຕອບ​ໂຕ້ ຕໍ່​ໄພ​ຂົ່ມຂູ່​ຈາກ​ຈີນ ​ໂດຍ​ການ​ຍື່ນ​ຂໍ້ສະ​ເໜີ​ຕໍ່​ກອງທັບ​ເຮືອ​ສະຫະລັດ

ຟີ​ລິບ​ປິນກັບ​ຈີນ ກຳລັງ​ຕົກ​ຢູ່​ໃນ​ສະພາວະ​ຜິດ​ຖຽງ​ກັນກ່ຽວ​ກັບ​ດິນ​ແດນ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ​ໃນ​ຊຸມ​ປີຜ່ານມາ​ບໍ່ດົນ​ນີ້ ທັງ​ສອງ​ປະ​ເທດ​ໄດ້​ປະ​ທະ​ກັນ ຢູ່​ໃນ​ເຂດ​ນ່ານນ້ຳ​ໃກ້​ໆກັບ​
ເກາ​ະ Palawan ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຟີ​ລິບ​ປິນ.

​ບັດ​ນີ້ ຟີ​ລິບ​ປິນ​ເວົ້າ​ວ່າ ຕົນ​ອາດ​ຈະ​ອະນຸຍາດ​ໃຫ້​ສະຫະລັດ ​ເອົາ​ກຳລັງ​ທັບ​ເຮືອອາເມຣິກັນ
​ໄປ​ປະຈຳ​ຢູ່​ເກາະແຫ່ງນັ້ນ ​ໃນ​ຖານະ​ເປັນ​ສ່ວນ​ນຶ່ງ ຂອງ​ຂໍ້​ຕົກ​ລົງ​ດ້ານ​ປ້ອງ​ກັນ​ສະບັບ​ໃໝ່
ທີ່​ໄດ້​ເຊັນ​ກັນ.

​ໂຄສົກ​ກອງທັບ​ຟີ​ລິບ​ປິນ Ramon Zagala ກ່າວ​ວ່າ “ຈຸດປະສົງ​ແທ້ໆ ຂອງ​ການ
​ຕັ້ງ​ຖານ​ທັບ​ແຫ່ງ​ນັ້ນ​ຂຶ້ນ ກໍ​ແມ່ນ​ເພື່ອ​ຍົກ​ລະດັບ​ສະມັດຖະພາບດ້ານ​ການປ້ອງ​ກັນ
​ຂອງ​ພວກ​ເຮົາ ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ ໄປຍັງທະເລຟີລິບປີນຕາເວັນຕົກ. ອ່າວ
Oyster ແມ່ນນຶ່ງໃນຫລາຍໆອ່າວ ທີ່ພວກເຮົາຢາກສະເໜີໃຫ້ສະຫະລັດ ເພື່ອວ່າ
ພວກເຮົາຈະສາມາດ ພັດທະນາມັນໄດ້.”

ເບິ່ງວີດີໂອ ພາສາລາວ ກ່ຽວຂ້ອງກັບເລື້ອງນີ້:

ນ້ຳຖ້ວມໃນແຄັສເມຍ ສັງຫານເກືອບ 300 ຄົນ

ໄພນ້ຳຖ້ວມໃນເຂດຮ່ອມພູແຄັສເມຍຂອງອິນເດຍ ໄດ້ກະທົບຕໍ່ປະຊາຊົນ ຫລາຍກ່ວາ
2 ລ້ານ 5 ແສນຄົນ.

ນ້ຳຖ້ວມຄັ້ງນີ້ ຖືວ່າເປັນຄັ້ງຮ້າຍແຮງທີ່ສຸດ ໃນຮອບດົນກ່ວານຶ່ງຮ້ອຍປີ.

ເຂດນຶ່ງທີ່ຖືກນ້ຳຖ້ວມໃນ Srinagar, ເມືອງເອກຂອງແຄວ້ນ Kashmir ຂອງອິນເດຍ ວັນທີ 15 ກັນຍາ 2014.
ເຂດນຶ່ງທີ່ຖືກນ້ຳຖ້ວມໃນ Srinagar, ເມືອງເອກຂອງແຄວ້ນ Kashmir ຂອງອິນເດຍ ວັນທີ 15 ກັນຍາ 2014.

ມີເກືອບຮອດ 300 ຄົນເສຍຊີວິດ. ລະຫວ່າງ 2 ແສນ 5 ໝື່ນຄົນ
ຫາ 3 ແສນຄົນ ໄດ້ຖືກ ຊ່ວຍຊີວິດໄວ້ ຫລັງຈາກນ້ຳໄຫລລົ້ນຝັ່ງ
ແມ່ນ້ຳ Jhelum ເມື່ອນຶ່ງອາທິດກ່ວາຜ່ານມາ.

ຫລາຍກ່ວາ 75 ພັນຄົນ ຍັງຕົກຄ້າງຢູ່ໃນເຮືອນຊານທີ່ຖືກນ້ຳຖວ້ມ
ໃນເມືອງເອກ Srinagar ຂອງແຄວ້ນແຄັສເມຍ ຂອງອິນເດຍ.

ຟັງລາຍງານ ພາສາອັງກິດຊ້າໆ:

30 Nations Pledge to Fight Islamic State Group

About 30 countries have promised to support Iraq in its fight against Islamic State militants by "all means necessary," including military aid.

Delegates met in Paris. They are continuing efforts to build a coalition to fight the Islamic State group. The group has taken control of large areas in northern and western Iraq and in eastern Syria.

French President Francois Hollande led the conference of 30 nations and the United Nations, the European Union and the Arab League. Mr. Hollande told the gathering that there was “no time to lose.”

U.S. Secretary of State John Kerry arrived at the meeting after visiting several Middle East nations. He sought support for President Barack Obama’s plan to fight the Islamic State militants.

Mr. Kerry said several Arab nations offered to give military aid and carry out airstrikes, if needed. Syria and Iran were not invited to the meeting. And Russian officials said that any expanded airstrike into Syria would require a U.N. Security Council resolution.

Hundreds of African migrants feared dead

As many as 500 African migrants are feared dead in the Mediterranean Sea. Reports say attackers crashed their boat into the migrants’ boat off the coast of Malta last week.

Christiane Berthiaume is the spokeswoman for the International Organization for Migration. She said survivors reported that the attackers were involved in the human trafficking trade. She reported that the survivors said the traffickers ordered the migrants to change boats. The migrants refused, saying it was too dangerous. Ms. Berthiaume said a violent dispute broke out. She said the traffickers then crashed their boat in the boat that carried the migrants.

She described the incident as “the worst shipwreck in years.” The migrants were trying to get to Europe.

The Philippines answers China’s threat with offer to U.S. Navy

The Philippines and China are trapped in a territorial dispute in the South China Sea. In recent years, both countries have clashed in the waters near the island of Palawan, in the west Philippines.

​ Now, the Philippines says it may permit the United States to base some of its navy forces on the island as part of the new defense agreement.

Philippine military spokesman Ramon Zagala said, “the very purpose of that base is to enhance our defense capabilities westward to the West Philippines Sea. Oyster Bay is one of those that we want to offer to the United States so we can develop it.”

Kashmir flooding kills almost 300

Flooding in India’s Kashmir Valley has affected more than 2.5 million people.

The flooding is considered the worst in more than one hundred years. Almost 300 people were killed. Between 250,000 and 300,000 people were rescued after the Jhelum River burst its banks more than a week ago.

More than 75,000 people remain in homes that are partly under water in Indian Kashmir’s main city, Srinagar.

______________________________________________________________

Words in the News

several – adj. three or more, but not many

refuse – v. to reject; to not accept, give or do something

clash – n. a battle; v. to fight or oppose

rescue ­– v. to free from danger or evil

burst – v. to break open suddenly

Now, it’s your turn to use these Words in the News. In the comment section, write a sentence using one of these words and we will provide feedback on the use of vocabulary and grammar.

XS
SM
MD
LG