ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ​ ລາວ ຈະ​ສ້າງ​ ສະໜາມ​ບິນ​ ສາກົນ ​​ແຫ່ງໃ​ໝ່ ​​


ຮູບ​ພາບສະໜາມ​ບິນ​ສາກົນ ວັດໄຕ ​​ເຊິ່ງ​ເປັນ​ສະໜາມ​ບິນ​ທີ່ໃຫຍ່​ທີ່ສຸດ​ຕັ້ງ​ຢູ່​ນະຄອນຫຼວງ ວຽງ​ຈັ​ນ. ​ຖື​ກກໍ່ສ້າງ​​ຂຶ້ນ​ໂດຍ​ການຊ່ວຍ​ເຫຼືອ​ຈາກ​ລັດຖະບານ ​ຍີ່​ປຸ່ນ.
ຮູບ​ພາບສະໜາມ​ບິນ​ສາກົນ ວັດໄຕ ​​ເຊິ່ງ​ເປັນ​ສະໜາມ​ບິນ​ທີ່ໃຫຍ່​ທີ່ສຸດ​ຕັ້ງ​ຢູ່​ນະຄອນຫຼວງ ວຽງ​ຈັ​ນ. ​ຖື​ກກໍ່ສ້າງ​​ຂຶ້ນ​ໂດຍ​ການຊ່ວຍ​ເຫຼືອ​ຈາກ​ລັດຖະບານ ​ຍີ່​ປຸ່ນ.

ລັດຖະບານ​ ລາວ ວາງ​ແຜນ​ຈະ​ກໍ່ສ້າງ​ສະໜາມ​ບິນ​ສາກົນແຫ່ງ​ໃໝ່​ໃນ​ເຂດ​ວຽງ​ຈັນ ລວມທັງ​ຍັງ​ຈະ​ກໍ່ສ້າງ​ສະໜາມ​ບິນ​ໃໝ່​ໃນ​ແຂວງ​ຫຼວງ​ພະ​ບາງ, ສະຫວັນ​ນະ​ເຂດ ​ແລະ ຈຳປາ​ສັກ​ອີກ​ດ້ວຍ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຖະ​ແຫຼງ ຢືນຢັນ​ວ່າ ລັດຖະບານ ລາວ ​ໄດ້​ວາງ​ແຜນການ​ທີ່​ຈະ​ກໍ່ສ້າງ​ສະໜາມ​ບິນ​ນານາ​ຊາດ​ໃໝ່ 4 ​ແຫ່ງ ​ເນື່ອງ​ຈາກ​ສະໜາມ​ບິນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ນີ້ ຈະ​ບໍ່​ສາມາດ​ຮອງ​ຮັບ​ການ​ຂະຫຍາຍຕົວ​ໃນ​ດ້ານ​ການບິນ ​ແລະ ການທ່ອງ​ທ່ຽວ​ໃນ​ອີກ 10 ຫາ 15 ປີ​ຕໍ່ໜ້າ​ໄດ້​ຢ່າງ​ເທົ່າ​ກັບ​ສະພາບ​ການ​ທີ່​ເປັນ​ຈິງ ປະກອບ​ດ້ວຍ​ສະໜາມ​ບິນ​ນານາ​ຊາດ ວັດ​ໄຕ ​ໃນ​ນະຄອນຫຼວງ​ວຽງ​ຈັນ ສະໜາມ​ບິນ​ຫຼວງ​ພະ​ບາງ, ສະໜາມ​ບິນສະຫວັນ​ນະ​ເຂດ ​ແລະ ສະໜາມ​ບິນ​ປາກ​ເຊ ​ໃນ​ແຂງ​ຈຳ​ປາ​ສັກ ຕາມ​ລຳດັບ.

​ໂດຍ​ສຳລັບ​ສະໜາມ​ບິນ​ວັດ​ໄຕ​ໃນ​ປັດຈຸບັນ​ນີ້ ​ເຖິງ​ແມ່ນ​ວ່າ​ຈະ​ສາມາດ​ຮອງ​ຮັບ​ເຮືອ​ບິນ ຂະໜາດ 350 ບ່ອນ​ນັ່ງ​ໄດ້ ​ແຕ່​ກໍ​ມີ​ລານຈອດ​ທີ່​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ໃຫຍ່​ໄດ້​ພຽງ 48 ລຳ​ເທົ່າ​ນັ້ນ ສ່ວນ​ອາຄານ​ທີ່​ພັກ​ຜູ້​ໂດຍສານ​ກໍ​ສາມາດ​ຮອງ​ຮັບ​ໄດ້​ພຽງ​ແຕ່ 3 ລ້ານ​ຄົນ​ໃນ​ແຕ່ລະ​ປີ ​ແລະ ບໍ່​ມີ​ພື້ນ​ທີ່​ພຽງພໍ​ສຳລັບ​ກາ​ນຂະຫຍາຍ​ອາຄານ​ຜູ້​ໂດຍສານໄດ້​ອີກ​ແລ້ວ ຈຶຶ່ງ​ຈຳ​ເປັນ​ຈະ​ຕ້ອງກໍ່ສ້າງ​ສະໜາມ​ບິນ​ໃໝ່​ຢູ່​ເຂດ​ຮອບ​ນອກ​ ນະຄອນຫຼວງ​ວຽງຈັນ ​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ​ປີ 2030 ​ເປັນ​ຢ່າງ​ຊ້າ.

ທ່ານ ບຸນ​ຈັນ ຖະ​ແຫຼ​ງວ່າຖ້າ​ຫາກ​ການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວ່າງ​ໄວ້​ກໍ​ຈະ​ສາມາດ​ລົງມື​ກໍ່ສ້າງ​ສະໜາມ​ບິນ​ໃໝ່​ໃນ​ເຂດຮອບ​ນອກ​ນະຄອນຫຼວງ ວຽງ​ຈັນ​ໄດ້​ພາຍ​ໃນ​ປີ 2025 ​ໂດຍ​ກົມ​ການບິນ​ພົນລະ​ເຮືອນ ​ໄດ້​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ກໍ່ສ້າງ ສະໜາມ​ບິນ​ນານາ​ຊາດ​ແຫ່ງ​ໃໝ່​ດັ່ງກ່າວ ຮ່ວມ​ກັບ​ບໍລິ​ສັດ​ຮ່ວມ​ທຶນ ລາວ - ຈີນ ​ເມື່ອບໍ່​ດົນ​ມາ​ນີ້.

ສະໜາມ​ບິນ​ສາກົນຫຼວງ​ພະ​ບາງ ຖືກ​ສ້າງ​ຂຶ້ນ​ເພື່ອ​ຮັບໃຊ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ແລະ ປະຊາຊົນ​ພາຍ​ໃນ​ປະ​ເທດ..
ສະໜາມ​ບິນ​ສາກົນຫຼວງ​ພະ​ບາງ ຖືກ​ສ້າງ​ຂຶ້ນ​ເພື່ອ​ຮັບໃຊ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ແລະ ປະຊາຊົນ​ພາຍ​ໃນ​ປະ​ເທດ..

​ໂດຍ​ພາຍໃຕ້ບັງຄັບ​ຂອງ​ບົດ​ບັນ​ທຶກ​ຄວາ​ມ​ເຂົ້າ​ໃຈ​ດັ່ງ​ກ່າວ​ນີ້ ຈະ​ເຮັດ​ໃຫ້​ບໍລິສັດ​ຮ່ວມ​ທຶນ​ ລາວ-ຈີນ ​ເປັນ​ຜູ້ຮັບຜິດຊອບ​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ນານາ​ຂາດ​ແຫ່ງ​ໃໝ່​ຂອງນະຄອນຫຼວງ​ວຽງ​ຈັນ ​ໃຫ້ແລ້ວ​ສຳ​ເລັດ​ພາ​ຍ​ໃນ 2 ປີ ​ແລະ ຖ້າ​ຫາກ​ຜົນ​ການ​ສຶກສາ​ພົບ​ວ່່າ​ໂຄງການ​ມີ​ຄວາມ​ຄຸ້ມ​ຄ່າ​ທາງ​ເສດຖະກິດ ລັດຖະບານ ລາວ ກໍ​ຈະ​ສົ່ງ​ເສີມ​ໃຫ້​ມີ​ການ​ລົງທຶນ​ໃນ​ໂຄງການ​ທັນທີ.

ກ່ອນ​ໜ້າ​ນີ້ ລັດຖະບານ ລາວ ​ໄດ້​ວາງ​ແຜນການ​ໄວ້​ວ່າ​ຈະ​ກໍ່​ສ້າງ​ສະໜາມ​ບິນ​ນານາ​ຊາດ​ແຫ່ງ​ໃໝ່​ຢູ່​ເຂດ​ບ້ານ​ດົງ​ໝາກຄາ​ຍ ​ເມືອງ​ໄຊ​ທານີ ຫ່າງຈາກ​ເທດສະບານ​ນະຄອນຫຼວງ​ວຽງ​ຈັນ 18 ກິ​ໂລ​ແມັດ ​ໄປ​ຕາມ​ເສັ້ນທາງ​ເລກ 10 ​ໂດຍ​ມີ​ເນື້ອ​ທີ່​ປະມານ 5000 ​ເຮັກ​ຕາ ​ແຕ່​ການ​ສຶກສາ​ພົບ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້ຍາກ​ເນື່ອງ​ຈາກ​ເຂດ​ທີ່ມີ​ບ້ານ​ເຮືອນ​ຂອງ​ປະຊາຊົນ​ຢູ່​ຢ່າງ​ໜາ​ແໜ້ນ ມີ​ຫ້ອງການ ມີ​ຕະຫຼາດ ​ແລະ ມີ​ສະໜາມກິລາ​ຢູ່​ບໍລິ​ເວນ​ໃກ້​ຄຽງ ທັງ​ຍັງ​ເປັນ​ພື້ນ​ທີ່​ຮອງ​ຮັບ​ການ​ຂະ​ຫຍາ​ຍຕົງ​ເມືອງ​ຂອງ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ອີກ​ດ້ວຍ.

ສຳລັບ​ພື້ນ​ທີ່ໆ​ຈະ​ທຳ​ການ​ສຶກສາ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ສະບັບ​ໃໝ່​ນີ້​ຢູ່​ທີ່​ຫຼັກ 35 ຖະໜົນເລກ 13 ​ໃຕ້ ​ຊຶ່ງ​ຖ້າ​ຫາກ​ຜົນ​ການ​ສຶກສາ​ພົບ​ວ່າ​ມີ​ຄວາມ​ເໝາະ​ສົມ ​ແລະ ຄຸ້ມ​ຄ່າ​ທີ່​ຈະ​ລົງ​ທຶນ ລັດຖະບານ ລາ​ວ ກໍ​ຈະ​ສົ່ງ​ເສີມ​ການ​ລົງທຶນ​ທັງ​ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທັນທີ ພາຍ​ໃຕ້​ເປົ້າ​ໝາຍ​ທີ່​ຈະ​ຊຸກຍູ້​ໃຫ້ການ​ກໍ່ສ້າງ​ສະໜາມ​ບິນ​ແຫ່ງໃໝ່​ນີ້​ໃຫ້ແລ້ວ​ສຳ​ເລັດ ​ແລະ ​ເປີດ​ໃຊ້ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ປີ 2030 ​ເປັນ​ຢ່າງ​ຊ້າ.

​ແຕ່​ສຳລັບ​ໃນ​ໄລ​ຍະສະ​ເພາະ​ໜ້າ​ນີ້ ທາງ​ການ ລາວ ກໍໄດ້​ແກ້​ໄຂ​ບັນຫາແອ​ອັດ​ຢູ່​ສະໜາມ​ບິນ​ວັດ​ໄຕ​ດ້ວຍ​ການ​ພັດທະນາ ​ແລະ ປັບປຸງ​ເພື່ອ​ຍົກ​ລະດັບ​ສະໜາມ​ບິນ​ວັດ​ໄຕ​ໃຫ້​ໄດ້​ມາດຕະຖານ​ສາກົນ​ຫຼາຍ​ຂຶ້ນ​ ດັ່ງ​ທີ່​ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ປະຈຳ​ສຳນັກ​ງານ ນາຍົກລັດຖະມົນຕີ ​ໄດ້ໃຫ້ການ​ຢືນຢັນ​ວ່າ

“ລັດຖະບານ​ເນະ ພວກ​ເຮົາ​ນີ້​ກໍ​ໄດ້ເອົາ​ໃຈ​ໃສ່​ໃນ​ການ​ພັດທະນາ​ການບິນ​ໃນ​ໄລ ຍະ​ຜ່ານ​ມາ​ນີ້ ຖື​ວ່າ​ໝາຍ​ຄວາມ​ວ່າ ລານ​ຈອດ​ເຮືອບິນ​ບໍ ຫຼື​ວ່າ​ທາງ​ຂຶ້ນ​ ​ແລະ ລົງ ລະບົບ​ບັນຊາ​ການບິນ ດຽວ​ນີ້​ບັນຫາ​ທີ່​ວ່າ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປັບປຸງ​ກໍ​ຄື​ຍົກ ລະດັບ​ອາຄານ​ຜູ້​ໂດຍສານ​ນີ້.”

​ແຕ່​ຢ່າງໃດ​ກໍ​ຕາມ ສຳລັບແຜ​ນການ​ກໍ່​ສ້າງ​ສະໜາມ​ບິນ​ໃໝ່​ອີກ 3 ​ແຫ່ງ​ທີ່​ຫຼວງ​ພະ​ບາງ ປາກ​ເຊ ​ແລະ ສະຫວັນ​ນະ​ເຂດ​ນັ້ນ ທາງ​ການ ລາວ ກໍ​ຍັງ​ບໍ່​ມີ​ການ​ໃຫ້​ລາຍ​ລະອຽດ​ຂອງແຜນ ການ​ແຕ່​ຢ່າງໃດ ​ເ​ພາະວ່າ​ເປັນ​ໂຄງການ​ທີ່​ຈະ​ຕ້ອງ​ໃຊ້​ເງິ​ນລົງທຶນ​ຢ່າງ​ຫຼວງຫຼາ​ຍ ​ໃນ​ຂະນະ​ທີ່​ລັດຖະບານ ລາວ ກໍ​ມີ​ຂໍ​ຈຳກັດ​ດ້ານ​ງົບປະມານ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ເພິ່ງ​ພາ​ການລົງ ທຶນ​ຂອງ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫຼັກ ຊຶ່ງ​ລວມ​ເຖິງ​ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕ່າງ ປະ​ເທດ​ເພື່ອ​ດຳ​ເນີນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການກໍ່ສ້າງ​ສະໜາມ​ບິນ​ໃໝ່​ທັງ 3 ​ແຫ່ງ​ດັ່ງກ່າວ​ດ້ວຍ​ນັ້ນ​ເອງ.

XS
SM
MD
LG