ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະຂະຫຍາຍ ຕາໜ່າງໂທລະຄົມມະນາຄົມ ແລະເຊື່ອມຕໍ່ ອິນເຕີເນັດກັບສາກົນ ຢ່າງຄົບວົງຈອນ ໃນປີ 2015


ຈີນກັບລາວ ເຊັນສັນຍາ ໂຄງການກໍ່ສ້າງດາວທຽມນໍາກັນ ເມອຕນປີ 2010 ຊຶ່ງເປັນການປູພື້ນຖານໃຫ້ ລາວສາມາດຂະຫຍາຍ ຕາໜ່າງໂທລະຄົມມະນາຄົມການຂ່າວສານ ໄດ້ກວ້າງຂຶ້ນ.
ຈີນກັບລາວ ເຊັນສັນຍາ ໂຄງການກໍ່ສ້າງດາວທຽມນໍາກັນ ເມອຕນປີ 2010 ຊຶ່ງເປັນການປູພື້ນຖານໃຫ້ ລາວສາມາດຂະຫຍາຍ ຕາໜ່າງໂທລະຄົມມະນາຄົມການຂ່າວສານ ໄດ້ກວ້າງຂຶ້ນ.

ລັດຖະບານລາວແນໃສ່ການຂະຫຍາຍຕາໜ່າງການບໍລິການດ້ານໂທລະຄົມມະນາຄົມ ໃຫ້ກວມເອົາ 90% ຂອງໝູ່ບ້ານທັງໝົດໃນປະເທດ ແລະເຊື່ອມຕໍ່ອິນເຕີເນັດກັບສາກົນ ຢ່າງຄົບວົງຈອນພາຍໃນປີ 2015.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວ ໄດ້ຖະແຫຼງ
ຢືນຢັນວ່າລະບົບສື່ສານໂທລະຄົມມະນາຄົມ ແລະການ
ເຊື່ອມຕໍ່ລະບົບອິນເຕີແນັດໃນລາວ ແລະລະຫວ່າງລາວ
ກັບຕ່າງປະເທດໄດ້ຮັບການພັດທະນາດີຂື້ນຢ່າງຕໍ່ເນື່ອງ
ໃນຕະຫຼອດໄລຍະ 5 ປີ ທີ່ຜ່ານມາອີກທັງຍັງຈະມີການ
ພັດທະນາລະບົບໃຫ້ດີຂື້ນຢ່າງໄດ້ມາດຕະຖານສາກົນ
ໃນຕະຫຼອດໄລຍະ 5 ປີຕໍ່ໄປນີ້.

ໂດຍສໍາລັບເປົ້າໝາຍໃນການພັດທະນາລະບົບສື່ສານ
ໂທລະຄົມມະນາຄົມ ແລະການເຊື່ອມຕໍ່ລະບົບອິນເຕີ
ແນັດຂອງລັດຖະບານລາວນັບຈາກປະຈຸບັນໄປຈົນເຖິງ
2015 ດັ່ງກ່າວກໍຄືການເຊື່ອມຕໍ່ລະບົບອິນເຕີແນັດກັບ
ສາກົນໃຫ້ໄດ້ຢ່າງຄົບວົງຈອນພ້ອມດ້ວຍການຂະຫຍາຍ
ຕາໜ່າງລະບົບການບໍລິການພາຍໃນປະເທດໃຫ້ໄດ້ຢ່າງ
ກວ້າງຂວາງຂື້ນທັງລະບົບໂທລະສັບມືຖື, ໂທລະສັບຕັ້ງ
ໂຕະ, ລະບົບໂຄງຂ່າຍສາຍໄຍແກ້ວ ແລະລະບົບກວດ
ສອບສັນຍານວິທະຍຸ ແລະໂທລະທັດດັ່ງທີ່ທ່ານ ສົມສະຫວາດ ໄດ້ໃຫ້ການຊີ້ແຈງໃນ
ຕອນນຶ່ງວ່າ:

ສໍານັກງານຂອງບໍລິສັດ Milicom Tigo ໃນ ນະຄອນວຽງຈັນ ທີ່ເປັນນຶ່ງໃນ 4 ບໍລິສັດທີ່ ໃຫ້ບໍລິການດ້ານໂທລະຄົມມະນາຄົມໃນລາວ
ສໍານັກງານຂອງບໍລິສັດ Milicom Tigo ໃນ ນະຄອນວຽງຈັນ ທີ່ເປັນນຶ່ງໃນ 4 ບໍລິສັດທີ່ ໃຫ້ບໍລິການດ້ານໂທລະຄົມມະນາຄົມໃນລາວ

“ຈະສົ່ງເສີມການພັດ
ທະນາອິນເຕີ
ແນັດທີ່
ມີຄວາມໄວສູງເພື່ອ
ເຊື່ອມໂຍງກັບພາກ
ພື້ນ ແລະສາກົນສຸມ
ໃສ່ຂະຫຍາຍຕາໜ່າງ
ແລະການບໍລິການໂທ
ລະຄົມມະນາຄົມອອກ
ສູ່ຊົນນະບົດໃຫ້ໄດ້
90% ຂອງຈໍານວນ
ບ້ານໃນທົ່ວປະເທດ
ແລະກໍ່ສ້າງລະບົບສາຍກາບໃຍແສງໃຫ້ໄດ້ 17,200 ກິໂລແມັດ ຂະຫຍາຍການ
ນໍາໃຊ້ໂທລະສັບມືຖື ແລະໂທລະສັບຕັ້ງໂຕະໃຫ້ໄດ້
80% ຂອງຈໍານວນປະຊາ ກອນທັງໝົດ”.

ທາງດ້ານທ່ານ ບໍແສງຄໍາ ວົງດາລາ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ
ແລະວັດທະນະທໍາ ກໍໄດ້ໃຫ້ການຢືນຢັນວ່າ ໃນປະຈຸບັນນີ້ມີປະຊາຊົນລາວທີ່ຊົມໃຊ້
ລະບົບໂທລະສັບມືຖື ແລະໂທລະສັບຕັ້ງໂຕະ ລວມກັນເປັນ 5.4 ລ້ານເລກໝາຍ ຈາກຈໍານວນປະຊາກອນທັງໝົດ 6 ລ້ານກວ່າຄົນ ແລະໃນນີ້ກໍມີຜູ້ທີ່ສາມາດເຂົ້າເຖິງ
ຫຼື ເຊື່ອມຕໍ່ລະບົບອິນເຕີແນັດໄດ້ແລ້ວ 5 ແສນກວ່າຄົນ ສ່ວນ 2 ໝື່ນກວ່າຄົນກໍໄດ້
ຮັບຮູ້ຂ່າວສານຜ່ານລະບົບໂທລະສັບມືຖື. ໃນຂະນະທີ່ 3 ແສນກວ່າຄົນກໍໄດ້ຊົມໃຊ້
ໂທລະສັບມືຖືລະບົບ 3G ແລ້ວ ແລະໃນໝໍ່ໆນີ້ ບັນດາບໍລິສັດຜູ້ໃຫ້ບໍລິການລະບົບ
ໂທລະສັບມືຖືກໍຍັງຈະນໍາໃຊ້ລະບົບ 4G ອີກດ້ວຍ.

ຕາໜ່າງສາຍໂທລະສັບ ທີ່ເນັ່ງຜ່ານແຫ່ງຕ່າງໆ ໃນນະຄອນວຽງຈັນ
ຕາໜ່າງສາຍໂທລະສັບ ທີ່ເນັ່ງຜ່ານແຫ່ງຕ່າງໆ ໃນນະຄອນວຽງຈັນ

ໃນປະຈຸບັນມີບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາ
ຄົມໃນລາວຈໍານວນ 4 ແຫ່ງດ້ວຍກັນໂດຍທີ່ຖືວ່າມີລູກຄ້າ
ຫຼາຍທີ່ສຸດນັ້ນກໍຄື: ລັດວິສະຫະກິດປະສົມລາວໂທລະຄົມ
ມະນາຄົມເຊິ່ງມີລູກຄ້າທີ່ໃຊ້ບໍລິການລະບົບໂທລະສັບມືຖື
ຈໍານວນຫຼາຍກວ່າ 1.5 ລ້ານເລກໝາຍ ຫຼືຄິດເປັນ 49%
ຂອງຈໍານວນລູກຄ້າທີ່ຊົມໃຊ້ລະບົບໂທລະສັບມືຖືທັງໝົດ
ໃນລາວ. ສ່ວນອີກ 3 ບໍລິສັດທີ່ຄອງຕະຫຼາດຮ່ວມກັນໃນ
ສັດສ່ວນອີກ 51% ທີ່ເຫຼືອນັ້ນກໍ່ປະກອບດ້ວຍລັດວິສາ
ຫະກິດປະສົມໂທລະຄົມລາວ, ບໍລິສັດສະຕາໂທລະຄົມ
ລາວ ແລະບໍລິສັດມິນລິຄອມລາວ.

ສາເຫດທີ່ເຮັດໃຫ້ລັດວິສະຫະກິດປະສົມລາວໂທລະຄົມມະນາຄົມສາມາດຄອງຕະຫຼາດໄດ້
ຫຼາຍທີ່ສຸດນັ້ນກໍເປັນຍ້ອນວ່າເປັນແຫລ່ງທໍາອິດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມໃນ
ລາວນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ເຊິ່ງໃນໄລຍະທໍາອິດນັ້ນ ກໍປະກົດວ່າມີປະຊາຊົນລາວ
ພຽງແຕ່ 1 ແສນກວ່າຄົນ ເທົ່ານັ້ນທີ່ໄດ້ຊົມໃຊ້ລະບົບໂທລະສັບມືຖືຫາກແຕ່ວ່າດ້ວຍການ
ລົງທືນເພື່ອຂະຫຍາຍລະບົບຮັບ-ສົ່ງສັນຍານເພີ່ມຂື້ນຢ່າງຕໍ່ເນື່ອງຈົນມີຢູ່ເຖິງ 1,500 ກວ່າ ສະຖານີໃນປະຈຸບັນນີ້ຈຶ່ງເຮັດໃຫ້ລັດວິສະຫະກິດປະສົມລາວໂທລະຄົມມະນາຄົມຍັງຄົງສາ
ມາດຄອງຕະຫຼາດເປັນອັນດັບ 1 ໃນລາວໄດ້ຈົນເຖິງທຸກມື້ນີ້.

XS
SM
MD
LG