ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈະສົ່ງເສີມ ການລົງທຶນ ໃນພາກກະສິກຳ ໃຫ້ຫຼາຍຂຶ້ນ


ກາງຕະຫລາດ ວາງສະແດງ ຜົນຜະລິດ ກະສິກຳຕ່າງ ຂອງລາວ.
ກາງຕະຫລາດ ວາງສະແດງ ຜົນຜະລິດ ກະສິກຳຕ່າງ ຂອງລາວ.

ລັດຖະບານລາວ ຈະໃຫ້ການສົ່ງເສີມການລົງທຶນ ໃນພາກ
ກະສິກຳເພີ້ມຂຶ້ນ ໂດຍວາງເປົ້າໝາຍຈະດຶງເອົາເງິນລົງທຶນ
ໃຫ້ໄດ້ເຖິງ 79,200 ຕື້ກີບໃນຊ່ວງປີ 2016-2020 ເພື່ອ
ເພີ້ມຜົນຜະລິດສະບຽງອາຫານ.

ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ເປີດເຜີຍວ່າ ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າໝາຍ
ທີ່ຈະດຶງດູດເງິນລົງທຶນໃນພາກກະສິກຳ ແລະ ປ່າໄມ້ ໃຫ້ໄດ້ລະດັບ 79,200 ຕື້ກີບ ຫຼື
ປະມານ 9,900 ລ້ານໂດລາໃນຊ່ວງປີ 2016 ຫາ 2020 ໂດຍໃນນີ້ ຈະເປັນການລົງທຶນ
ຂອງເອກະຊົນລາວ ແລະ ຕ່າງປະເທດໃນມູນຄ່າ ບໍ່ໜ້ອຍກວ່າ 65,000 ຕື້ກີບ ຫຼື 82 ເປີເຊັນ ຂອງການລົງທຶນທັງໝົດ ສ່ວນທີ່ເຫຼືອນັ້ນ ຈະເປັນການລົງທຶນ ໂດຍລັດຖະບານລາວ ໃນ
ມູນຄ່າ 1,200 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ 13,000 ຕື້ກີບ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າບໍ່ແມ່ນເລື່ອງງ່າຍທີ່ຈະສາມາດລະດົມ ຫຼື ດຶງດູດ
ເອົາເງິນລົງທຶນ ໄດ້ຕາມເປົ້າໝາຍດັ່ງກ່າວເພາະຊ່ວງປີ 2011 ຫາ​ 2015 ນີ້ກໍປະກົດວ່າ
ການລົງທຶນໃນພາກກະສິກຳມີມູນຄ່າລວມ 17,300 ຕື້ກີບ ໃນປີນີ້ເປັນການລົງທຶນຂອງ
ລັດຖະບານລາວ ພຽງແຕ່ 380 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອກໍເປັນການລົງທຶນ ຂອງເອກະຊົນ ລາວ ແລະ ຕ່າງປະເທດໃນມູນຄ່າ 5,000 ຕື້ກີບ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ
12,000 ຕື້ກີບ.

ພິທີ ເຊັນສັນຍາ ສຳປະທານ ທີ່ດິນລັດຈຳນວນ 72,028 ເຮັກຕາ ໃຫ້ແກ່ບໍລິສັດເອກະຊົນລາວ.
ພິທີ ເຊັນສັນຍາ ສຳປະທານ ທີ່ດິນລັດຈຳນວນ 72,028 ເຮັກຕາ ໃຫ້ແກ່ບໍລິສັດເອກະຊົນລາວ.

​ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງແຜນການຜະລິດສະບຽງ
ອາຫານໃນຊ່ວງປີ 2016 ຫາ 2025 ໂດຍໄດ້ວາງເປົ້າໝາຍ ທີ່ຈະ
ເພີ່ມຜົນຜະລິດສະບຽງອາຫານ ທາດໂປຣຕີນໃຫ້ໄດ້ 487,500
ໂຕນໃນປີ 2020 ແລະ ເພີ່ມຂຶ້ນເປັນ 711,000 ໂຕນໃນປີ 2025.

ໂດຍການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ
ກະຊວງກະສິກຳ ແລະ ປ່າໄມ້ກໍຈະຊຸກຍູ້ໃຫ້ປະຊາຊົນລາວ ແລະ
ພາກທຸລະກິດເອກະຊົນໃນລາວ ດຳເນີນກິດຈະການຟາມລ້ຽງສັດ
ເພື່ອຜະລິດຊີ້ນສັດໃຫ້ໄດ້ເຖິງ 262,500 ໂຕນ ແລະ ປາໃຫ້ໄດ້ ເຖິງ 225,000 ໂຕນໃນປີ 2020 ແລ້ວກໍເພີ່ມຜົນຜະລິດ ຊີ້ນສັດຂຶ້ນເປັນ 414,000 ໂຕນ ແລະ ປາ 297,000 ໂຕນໃນປີ 2025 ຕາມລໍາດັບ ຊຶ່ງຈະເຮັດໃຫ້ລາວມີຜົນຜະລິດຊີ້ນສັດ ທີ່ກາຍລະດັບການ ບໍລິໂພກພາຍ ໃນເພື່ອສົ່ງອອກ ໄປຕ່າງປະເທດຄິດເປັນປະລິມານລວມ ຫຼາຍກວ່າ 15,000 ໂຕນໃນປີ 2025 ດັ່ງກ່າວ.

ພ້ອມກັນນີ້ ກະຊວງກະສິກຳ ແລະ ປ່າໄມ້ຍັງໄດ້ວາງແຜນການພັດທະນາປັບປຸງລະບົບຄອງ ຊົນລະປະທານ ໃນທົ່ວປະເທດ ເພື່ອເພີ່ມລະດັບປະສິດທິພາບ ໃນການຕອບສະໜອງ ນ້ຳໃຫ້ ກັບທີ່ນາໃຫ້ໄດ້ເນື້ອທີລວມ 580,000 ເຮັກຕາ ໃນລະດູການປີ 2014 ຫາ 2015 ຊຶ່ງໃນນີ້ ແບ່ງເປັນການຕອບສະໜອງນ້ຳໃຫ້ນາປີ 400,000 ເຮັກຕາ ແລະ ນາແຊງ 180,000 ເຮັກຕາ ຕາມລຳດັບ.

ໂດຍຖ້າຫາກການດຳເນີນງານ ເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເປັນສິ່ງທີ່
ຮັບປະກັນໄດ້ວ່າ ຜົນຜະລິດເຂົ້າໃນທົ່ວປະເທດລາວ ຈະມີປະລິມານລວມເຖິງ 4 ລ້ານ
2 ແສນໂຕນ ໃນປີ 2015 ຊຶ່ງນອກຈາກຈະພຽງພໍ ກັບການບໍລິໂພກພາຍໃນປະເທດແລ້ວ
ກໍຍັງຈະມີຜົນຜະລິດເຂົ້າ ສຳຫລັບສົ່ງອອກຕ່າງປະເທດ ໃນປະລິມານລວມບໍ່ນ້ອຍກວ່າ
6 ແສນໂຕນອີກດ້ວຍ.

ຫາກແຕ່ທ່ານວິໄລວັນ ພົມເຂ ອະດີດລັດຖະມົນຕີວ່າການ ກະຊວງກະສິກຳ ​ແລະ ປ່າໄມ້
ກໍໄດ້ຍອມຮັບວ່າ ເປັນການຍາກທີ່ຊາວນາລາວຈະສາມາດເພີ່ມຜົນຜະລິດເຂົ້າ ເພື່ອໃຫ້
ກາຍເປັນຜູ້ສົ່ງອອກລາຍໃຫຍ່ ຂອງຕະຫລາດໂລກໄດ້ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ຊິຖືປັດໄຈເຈົ້ານີ້ ເປັນສິນຄ້າລາຍໃຫຍ່ນີ້ ຄືຊິເປັນໄປໄດ້ຍາກ ເນື່ອງຈາກວ່າ
ພວກເຮົາກໍມີຫຼາຍອັນຈຳກັດ ແລະ ພວກເຮົານີ້ ຖືສຳຄັນຍຸດທະສາດ ການຜະລິດ
ເຂົ້ານີ້ ໃຫ້ເປັນສະບຽງເອີ້ນວ່າ ໃຫ້ກຸ້ມກິນພາຍໃນແລ້ວ ກໍມີອັນສ່ວນແຮ່ໄວ້ ສ່ວນ
ເປັນສິນຄ້ານີ້ ພວກເຮົາຈະລົງເລິງເຖິງເຂົ້າ ທີ່ເປັນເອກະລັກ ຂອງຄົນລາວ ຍົກ
ຕົວຢ່າງເຂົ້າໄກ່ນ້ອຍ ໄດ້ປຽບທີ່ສຸດ ຜະລິດອອກເທົ່າໃດ ກໍແມ່ນບັນດາປະເທດ
ເພື່ອນບ້ານ ມາຊື້ເອົາໝົດ.”

ທາງດ້ານກະຊວງອຸດສາຫະກຳ ແລະ ການຄ້າ ກໍລາຍງານວ່າ ພາກທຸລະກິດການສົ່ງອອກ
ຜະລິດຕະພັນເຂົ້າລາວໄປຕ່າງປະເທດ ຍັງບໍ່ສາມາດແຂ່ງຂັນໃນຕະຫລາດໂລກໄດ້ ຢ່າງ
ແທ້ຈິງ ເພາະສ່ວນໃຫຍ່ ກໍຍັງເປັນຜົນຜະລິດ ທີ່ມີລະດັບຄຸນນະພາບຕ່ຳກວ່າ ຜະລິດຕະພັນ ເຂົ້າໄທ ຫວຽດນາມ ກຳປູເຈຍ ແລະ ມຽນມາ.

XS
SM
MD
LG