ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ​ຈະ​ຈັດຕັ້ງ ສະ​ຖາ​ບັນ​ແຫ່ງ​ຊາດ ​ເພື່ອ​ຮັບຮອງ​ ຄຸນວຸທິ​ວິຊາ​ຊີບ ໃຫ້ແຮງ​ງານລາວ


ບັນດານັກສຶກສາລາວ ທີ່ຮຽນຈົບ ກຳລັງຮັບເອົາ ໃບປະກາດ ປະລິນຍາ.
ບັນດານັກສຶກສາລາວ ທີ່ຮຽນຈົບ ກຳລັງຮັບເອົາ ໃບປະກາດ ປະລິນຍາ.

ທາງ​ການ​ລາວ​ຈະ​ຈັດຕັ້ງສະ​ຖາ​ບັນ​ແຫ່ງ​ຊາດ ​ເພື່ອ​ຮັບຮອງ​
ຄຸນວຸທິ​ວິຊາ​ຊີບ ​ແລະ​ ມາດຕະຖານ​ຝີ​ມື​ແຮງ​ງານ​ ທີ່​ໄດ້​ລະດັບ
​ຄຸນ​ນະພາ​ບ ​ແລະ ​ມາດຕະຖານ​ດຽວ​ກັນ​ກັບ​ ທຸກ​ປະ​ເທດ​
ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ.

ທ່ານ​ຄຳ​ພຽງ ​ແກ້ວ​ລັງສີ ຮັກສາ​ການ​ຫົວໜ້າ​ສະ​ຖາ​ບັນ​ພັດທະນາຝີ​ມື​ແຮງ​ງານ​ ລາວ-
​ເກົາຫຼີ​ໃຕ້ ຖະ​ແຫລ​ງຢືນຢັນ​ວ່າ ທາງການ​ລາວ​ມີ​ແຜນການ ທີ່​ຈະ​ສ້າງຕັ້ງສະຖາບັນ
​ລະດັບ​ຊາດ ​ເພື່ອ​ຮັບຜິດຊອບ​ໃນ​ການ​ໃຫ້ການ​ຮັບຮອງ​ ຄຸນ​ວຸທິວິຊາ​ຊີບ ​ແລະມາດຕະຖານ ​ຝີ​ມື​ແຮງ​ງານ​ລາວ​ໃຫ້​ໄດ້​ໃນ​ທ້າຍ​ປີ 2015 ນີ້ ​ໂດຍ​ໃນ​ປັດຈຸ​ບັນ ກໍ​ໄດ້​ເລີ້​ມ ການ​ສຶກສາຄົ້ນ ຄວ້າໃນ​ເບື້ອງ​ຕົ້ນ ​ເພື່ອ​ຈະ​ເຊື່ອມ​ໂຍງຝີ​ມື​ແຮງ​ງານ ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ ​ກ່ອນ​ທີ່ ຈະ​ເຊື່ອມ​ໂຍງ​ກັບ​ທຸກ​ປະ​ເທດ ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ​ຢ່າງ​ຄົບ​ຖ້ວນ.

ການຮັບຮອງ​ຄຸນ​ວຸທິວິຊາ​ຊີບ ​ແລະ​ມາດຕະຖານ​ຝີ​ມື​ແຮງ​ງານດັ່ງກ່າວນີ້ ຈະ​ເຮັດ​ໃຫ້​ແຮງ​ງານ​ມີ​ຝີ​ມື​ຂອງ​ລາວ​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ອັດຕາ​ທີ່​ເທົ່າ​ທຽມ​ກັບ​ແຮງ​ງານ​ຂອງ​ປະ​ເທດ​ເພື່ອນ​ບ້ານ ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງຈາກ ທັງ 10 ປະ​ເທດ​ສະມາຊິກ​ໃນ​ອາ​ຊ່ຽນ​ໄດ້​ກາຍ​ເປັນ​ປະຊາ​ຄົມ​ເສດຖະກິດ​ດຽວ​ກັນ ນັບ​ແຕ່​ວັນ​ທີ 31 ທັນວາ 2015 ​ເປັນຕົ້ນ​ໄປ​ນັ້ນ ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ໃຫ້​ມີ​ການ​ແຂ່ງຂັນ ​ໃນ​ການ​ຫາ​ວຽກ​ເຮັດ​ງານ​ທຳ​ ລະຫວ່າງ​ແຮງ​ງານ​ໃນ​ອາ​ຊ່ຽນຫຼາຍຂຶ້ນ ຈຶ່ງ​ຈຳ​ເປັນ​ຢ່າງ​ຍິ່ງ​ ທີ່​ຈະ​ຕ້ອງ​ກໍ່ຕັ້ງສະ​ຖາ​ບັນ​ດັ່ງກ່າວ​ນີ້ ​ໃນ​ລາວ ຫາກ​ບໍ່​ສະນັ້ນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ແຮງ​ງານ​ລາວ​ບໍ່​ເປັນ​ທີ່​ຍອມຮັບ​ ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນນັ້ນ​ເອງ.

ງານຈັດຫາວຽກເຮັດງານທຳ ໃຫ້ແກ່ ບັນດານັກສຶກສາ ທີ່ຮຽນຈົບ ແລະ ບັນດາປະຊາຊົນທີ່ວ່າງງານ ໃນລາວ.
ງານຈັດຫາວຽກເຮັດງານທຳ ໃຫ້ແກ່ ບັນດານັກສຶກສາ ທີ່ຮຽນຈົບ ແລະ ບັນດາປະຊາຊົນທີ່ວ່າງງານ ໃນລາວ.

​ກ່ອນ​ໜ້າ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນສູງ​ ໃນ​ກົມ​ພັດທະນາ​ຝີ​ມື​ແຮງ​ງານ ​
ແລະ​ຈັດ​ຫາ​ງານ​ຂອງ​ລາວ​ຍອມຮັບ​ວ່າ ນັກ​ສຶກສາ​ທີ່​ຈົບ​ການ
ສຶກສາລະ​ດັບ​ວິຊາ​ຊີບ​ຊັ້ນສູງ ເຖິງ​ປະລິນຍາ​ຕີ​ໃນ​ປີ 2014
ຈຳນວນ 115,523 ຄົນ ​ມີ​ໂອກາດ​ຕ່ຳຫຼາຍທີ່​ຈະ​ຖືກ​ວ່າ​ຈ້າງ​
ໂດຍ​ບັນດາ​ບໍລິສັດ​ຕ່າງ​ຊາດ​ໃນ​ລາວ ເພາະວ່າ ຜົນຈາກການ
ເກັບກຳຂໍ້ມູນ ກ່ຽວກັບລະດັບຄວາມເພິ່ງພໍໃຈ ຂອງບໍລິສັດ
ຕ່າງຊາດໃນລາວ ທີ່​ມີ​ຕໍ່​ຄຸນ​ນະພາ​ບຂອງ​ນັກ​ສຶກສາລາ​ວ
ພົບ​ວ່າ ມີ​ພຽງ​ແຕ່ 17,300 ກວ່າ​ຄົນ ຫຼືຄິດ​ເປັນ 15 ​ເປີ​ເຊັນ ​
ເທົ່າ​ນັ້ນທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ໄດ້​ລະດັບ​ມາດຕະຖານ​
ຕາມ​ຄວາມ​ຕ້ອງການ ​ຂອງບັນດາ​ບໍລິສັດຕ່າງ​ຊາດ​ໃນ​ລາວ.

ທັງ​ນີ້ໂດຍ​ມີ​ສາ​ເຫດ​ມາ​ຈາກ​ ຄ່າ​ນິຍົມ​ດ້ານ​ການ​ສຶກສາ​ໃນ​ລາວ ທີ່​ບໍ່​ສອດ​ຄ້ອງ​ກັບ​ສະພາບ
​ຕົວ​ຈິງ ກໍ​ຄື​ໃນ​ຂະນະ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ວ່າ​ຈ້າງ​ແຮງ​ງານ ທີ່​ມີ​ຄວາມ​ຮູ້
ຄວາມ​ສາມາດ​ດ້ານ​ວິຊາ​ຊີບ ​ແລະ​ ຊ່າງ​ເທັກ​ນິກ ຫາກ​ແຕ່​ນັກ​ສຶກສາ​ສ່ວນ​ໃຫຍ່​ໃນ​ລາວ
​ກັບ​ນິຍົມ​ສຶກສາ ​ແລະ​ ຈົບ​ດ້ານ​ບໍລິຫານ​ທຸລະ​ກິດ ສ່ວນ​ທີ່​ຈົບ​ວິຊາ​ຊີບ​ຊັ້ນສູງສ່ວນ​ໃຫຍ່​ກໍ​
ບໍ່​ມີ​ຄຸນ​ນະພາ​ບ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໄດ້ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ​ການ​ສຶກສາ​ຊັ້ນສູງ ຫຼືມະຫາວິທະຍາ​ໄລ​ນັ້ນ ນັກ​ຮຽນ ​ແລະ​ນັກ​ສຶກສາມາ​ຮຽນ​ບໍ່​ໄດ້​ຕາມ​ຄາດໝາຍ​ການ​ສ້າງ​ຝີ​ມື​ແຮງ​ງານ ກະ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະ​ຜູ້​ທີ່​ຮຽນ​ຈົບ​ອາຊີວະ​ສຶກສາລະດັບ​ຊັ້ນສູງ​ຈຳນວນ​ບໍ່​ນ້ອຍ ຊອກ​ວຽກ​ເຮັດ​ງານ​ທຳ​ບໍ່​ໄດ້.”

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ອັດຕາການ​ວ່າງ​ງານ​ໃນ​ລາວ​ເພີ້​ມຂຶ້ນ​ເຖິງ 7 ​ເປີ​ເຊັນ​ແລ້ວ​ໃນ​ເວລາ​ນີ້ ຫາກ​ແຕ່​ຍັງ​ເຮັດ​ໃຫ້​ກະຊວງ​ແຮງ​ງານ ​ແລະ​ສະຫ​ວັດ​ດີການ​ສັງຄົມ ຕ້ອງ​ຍອມ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​ ສາມາດ​ນຳ​ແຮງ​ງານ​ຈາກ​ຕ່າງປະ​ເທດ​ ເຂົ້າມາ​ໃນ​ລາວ ​ໄດ້​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ຄາດໝາຍ​ວ່າ ​ໃນ​ຊ່ວງ​ປີ 2011-2015 ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງ​ທຶນ​ໃນ​ລາວ ຕ້ອງການ​ແຮງ​ງານ​ມີ​ຝີ​ມື​ຈຳນວນຫຼາຍກວ່າ 9 ໝື່ນ​ຄົນ ຊຶ່ງ​ໃນ​ລະຍະ 4 ປີ ທີ່​ຜ່ານ​ມາ​ກໍ​ໄດ້​ມີ​ການ​ນຳ​ເຂົ້າ​ແຮງ​ງານ ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 4 ໝື່ນ​ກວ່າ​ຄົນ ຈຶ່ງ​ຍັງ
​ເຫຼືອອີກ 5 ​ໝື່ນ​ກວ່າ​ຄົນ​ທີ່​ຈະ​ຕ້ອງ​ນຳ​ເ​ຂົ້າມາ​ເພີ້​ມຂຶ້ນອີກ ນັບ​ຈາກ​ປັດຈຸບັນ ​ໄປ​ຈົນ​ເຖິງ​
ທ້າຍ​ປີ 2015 ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ເພື່ອ​ຍົກ​ລະດັບ​ຝີ​ມື​ແຮງ​ງານ​ຂອງ​ລາວ​ໃຫ້​ໄດ້​ເຖິງ 240,000 ຄົນ ​ພາຍ​ໃນ​ປີ 2020 ​ເພື່ອ​ຕອບ​ສະໜອງ​ແຮງ​ງານ​ມີ​ຝີ​ມື​ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ຢູ່​ໃນ​ລາວ​ໃຫ້​ໄດ້​ຢ່າງ​ພຽງພໍ ​ແລະ​ຍົກ​ລະດັບ​ແຮງ​ງານ​ລາວ ​ໃຫ້​ມີ​ມາດຕະຖານ ​ແລະ​ຄຸນ​ນະພາ​ບທີ່​ເຊື່ອມ​ໂຍງ​ເສດຖະກິດ​ອາ​ຊ່ຽນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

XS
SM
MD
LG