ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຕ້ອງການເງິນທຶນ ຫຼາຍກວ່າ 14,225 ຕື້ກີບ ເພື່ອ ພັດທະນາ ພື້ນຖານໂຄງລ່າງ ໃນປີ 2015


ການພັດທະນາ ພື້ນຖານໂຄງລ່າງ ຂອງລັດຖະບານ ແມ່ນເພັ່ງເລັງໃສ່ ຖະໜົນຫົນທາງ ຫຼາຍໆເສັ້ນ ໃນຕົວເມືອງ ຢູ່ນະຄອນຫລວງວຽງຈັນ ເປັນສ່ວນໃຫຍ່.
ການພັດທະນາ ພື້ນຖານໂຄງລ່າງ ຂອງລັດຖະບານ ແມ່ນເພັ່ງເລັງໃສ່ ຖະໜົນຫົນທາງ ຫຼາຍໆເສັ້ນ ໃນຕົວເມືອງ ຢູ່ນະຄອນຫລວງວຽງຈັນ ເປັນສ່ວນໃຫຍ່.

ລັດຖະບານລາວ ຕ້ອງການເງິນທຶນຫຼາຍກວ່າ 14,225 ຕື້ກີບ
ສຳຫລັບການພັດທະນາ ລະບົບພື້ນຖານໂຄງລ່າງ ໃນປີ 2015
ຫາກບໍ່ສະນັ້ນ ກໍຈະບໍ່ບັນລຸເປົ້າໝາຍ ໃນການຫຼຸດຜ່ອນຄວາມ
ທຸກຍາກ ຂອງປະຊາຊົນໄດ້.

ກະຊວງແຜນການ ແລະ ການລົງທຶນລາຍງານວ່າ ໃນແຜນການປະຈຳປີ 2014-2015 ນີ້
ລັດຖະບານລາວໄດ້ວາງເປົ້າໝາຍຈະດຳເນີນການພັດທະນາ ລະບົບພື້ນຖານໂຄງລ່າງ
ໃຫ້ສຳເລັດເຖິງ 247 ໂຄງການ ໃນທົ່ວປະເທດ ໂດຍຈະຕ້ອງໃຊ້ເງິນທຶນ ສຳຫລັບດຳເນີນ
ການ ໃນມູນຄ່າລວມເຖິງ 14,225.68 ຕື້ກີບ ຫຼື ຫຼາຍກວ່າ 1,778 ລ້ານດອນລາ ເຊິ່ງສ່ວນໃຫຍ່ຈະຕ້ອງ ເພິ່ງພາການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດເປັນຫລັກ.

ໂດຍການພັດທະນາໂຄງການເຫລົ່ານີ້ ຖືເປັນພາກສ່ວນ ທີ່ສຳຄັນຢ່າງຍິ່ງ ສຳຫລັບການຈັດ
ຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ສະຫັດສະວັດ ການພັດທະນາ ເພື່ອການລົບລ້າງບັນຫາ ຄວາມທຸກຍາກ ຂອງປະຊາຊົນລາວລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງຈຳນວນບ້ານທັງ
ໝົດ ໃນທົ່ວປະເທດພາຍໃນປີ 2015.

ພ້ອມດຽວກັນນີ້ ໂດຍການຈັດຕັ້ງປະຕິບັດ ໃນໄລຍະປີ 2011-2014 ທີ່ຜ່ານມາ ລັດຖະ
ບານລາວສາມາດລົບລ້າງບັນຫາ ຄວາມທຸກຍາກ ຂອງປະຊາຊົນລາວໄດ້ 886 ບ້ານ
ຄິດເປັນ 9.97 ເປີເຊັນ ຂອງຈຳນວນບ້ານ ທີ່ມີຢູ່ທັງໝົດ ໃນທົ່ວປະເທດ ຫຼື ຄິດສະເລ່ຍ
ເປັນລະດັບຄວາມສາມາດ ໃນການລົບລ້າງບັນຫາ ຄວາມທຸກຍາກໄດ້ພຽງແຕ່ 3 ເປີເຊັນ
ກວ່າເທົ່ານັ້ນ ໃນແຕ່ລະປີ. ໃນຂະນະທີ່ຍັງເຫຼືອ ບ້ານຍາກຈົນຢູ່ເຖິງ 2,289 ບ້ານ ຄິດເປັນ
26.72 ເປີເຊັນ ຂອງຈຳນວນບ້ານທັງໝົດ ໃນທົ່ວປະເທດ.

ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະດຳເນີນການພັດທະນາ ລະບົບພື້ນຖານໂຄງລ່າງ ໃຫ້ສຳເລັດເຖິງ 247 ໂຄງການ ໃນທົ່ວປະເທດ.
ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະດຳເນີນການພັດທະນາ ລະບົບພື້ນຖານໂຄງລ່າງ ໃຫ້ສຳເລັດເຖິງ 247 ໂຄງການ ໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ການພັດທະນາ ໃນໄລຍະທີ່ຜ່ານມາ ກໍຍັງ
ເຮັດໃຫ້ເກີດມີບັນຫາ ກ່ຽວກັບຄວາມແຕກໂຕນກັນ ໃນ
ລະດັບການພັດທະນາເສດຖະກິດ ລະຫວ່າງ ເຂດເມືອງ
ກັບເຂດຊົນນະບົດນັບມື້ນັບເພີ່ມຂຶ້ນອີກດ້ວຍ ນັ້ນກໍຄື
ໃນຂະນະທີ່ເຂດຕົວເມືອງ ມີສິ່ງອຳນວຍຄວາມສະດວກ
ຕ່າງໆເພີ່ມຫຼາຍຂຶ້ນນັ້ນ ເຂດຊົນນະບົດກັບຍັງຂາດແຄນ
ໃນທຸກດ້ານດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນອຳນາດການປົກຄອງ
ແຂວງຫົວພັນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາ ກະງົບປະມານມີຈຳກັດ ບໍ່ພຽງພໍຕາມຄວາມ
ຮຽກຮ້ອງຕ້ອງການ ແລະ ກະບໍ່ມີຍານພາຫະນະ ທີ່ຈະລົງໄປ ແລະ ກະເສັ້ນທາງ
ການໄປມານີ້ ກະທຸລະກັນດານເນາະ ຕ້ອງໄດ້ອາໃສຍ່າງນີ້ແລ້ວ ຫຼາຍກວ່າ ເພາະ
ວ່າ ເສັ້ນທາງລົດເຂົ້າໄປບາງບ້ານ ກະບໍ່ມີເນາະ ແຕ່ວ່າໄປໄດ້ນີ້ ກະບ່ອນໃດມີ
ເສັ້ນທາງລົດ ກະໄປໄດ້ ພຽງແຕ່ລະດູແລ້ງ ລະດູຝົນນີ້ ກະໄປບໍ່ໄດ້”.

ພ້ອມກັນນີ້ໂດຍຈະເຫັນໄດ້ ຈາກການພັດທະນາເສດຖະກິດ ໃນເຂດນະຄອນຫຼວງວຽງຈັນ
ເຊິ່ງມີຍອດຜະລິດຕະພັນລວມ (GDP) ເຖິງ 29,912 ຕີື້ກີບໃນແຜນການປີ 2013-2014 ທີ່ສະເລ່ຍເປັນລາຍໄດ້ ຂອງປະຊາຊົນ ໃນເຂດນະຄອນຫຼວງວຽງຈັນໄດ້ເຖິງ 30 ລ້ານກີບ ຫຼື 3,800 ດອນລາຕໍ່ຄົນຕໍ່ປີ.

ແຕ່ວ່າສຳຫລັບປະຊາຊົນລາວ ຢູ່ທີ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນຕໍ່ປີ ໃນຂະນະທີ່ອັດຕາ ຄວາມທຸກຍາກກໍຍັງສູງກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ຈຶ່ງເປັນການຍາກຢ່າງຍິ່ງ ທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງ
ຄວາມທຸກຍາກໄດ້ຕາມເປົ້າໝາຍ ພາຍໃນປີ 2015 ເຊັ່ນດຽວກັນກັບແຂວງຫົວພັນ
ອຸດົມໄຊ ຫຼວງນຳ້ທາ ບໍ່ແກ້ວ ໄຊສົມບູນ ຄຳມ່ວນ ເຊກອງ ສາລະວັນ ແລະ ອັດຕະປື
ກໍຕົກຢູ່ພາຍໃຕ້ສະພາບການດຽວກັນ.

ທັງນີ້ໂດຍມີສາເຫດທີ່ສຳຄັນ ມາຈາກການທີ່ລັດຖະບານລາວ ບໍ່ສາມາດຕອບສະໜອງ
ງົບປະມານໄດ້ ຢ່າງພຽງພໍຈຶ່ງເຮັດໃຫ້ 25 ກວ່າເປີເຊັນ ຂອງບ້ານທັງໝົດເຂົ້າບໍ່ເຖິງ ການ
ບໍລິການຕ່າງໆ ຂອງລັດຖະບານ ແລະ 2 ໃນ 3 ຂອງບ້ານທັງໝົດ ກໍຍັງບໍ່ມີການຜະລິດ
ສີນຄ້າ ເພື່ອຕອບສະໜອງຕະຫຼາດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານ ບຸນເຮືອງ ດວງພະຈັນ ຫົວໜ້າ ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ຢືນຢັນວ່າ ມີຄວາມເປັນໄປໄດ້ສູງ ທີ່ລັດຖະບານ
ລາວ ຈະສາມາດບັນລຸເປົ້າໝາຍ ດ້ານການຫຼຸດຈຳນວນຄອບຄົວ ທີ່ທຸກຍາກໄດ້ ຕາມແຜນ
ການທີ່ໄດ້ວາງເອົາໄວ້ ໃນປີ 2015 ກໍຄືການເຮັດໃຫ້ຍັງເຫຼືອຄອບຄົວ ທີ່ທຸກຍາກບໍ່ເກີນ
11 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດ.

ທັງນີ້ເນື່ອງຈາກວ່າ ການຈັດຕັ້ງປະຕິບັດ ໂຄງການພັດທະນາຕ່າງໆ ນັບແຕ່ແຜນການປີ​ 2011-2012 ເປັນຕົ້ນມາ ຈົນເຖິງປັດຈຸບັນ ກໍປາກົດວ່າ ລັດຖະບານລາວ ສາມາດລົບລ້າງ
ຄອບຄົວທີ່ທຸກຍາກໄດ້ເຖິງ 82,​400 ກວ່າຄອບຄົວ ຫຼື ຄິດສະເລ່ຍເປັນ 8 ເປີເຊັນ ຂອງ
ຈຳນວນຄອບຄົວທັງໝົດ ໃນຂະນະທີ່ ໃນປັດຈຸບັນຍັງຄົງເຫຼືອຄອບຄົວ ທີ່ທຸກຍາກຢູ່
ປະມານ 14.8 ເປີເຊັນ ຂອງຈຳນວນຄອບຄົວທັງໝົດ ໃນທົ່ວປະເທດ ຈຶ່ງເຮັດໃຫ້ລັດຖະ
ບານລາວມີຄວາມໝັ້ນໃຈວ່າ ຈະສາມາດລົບລ້າງຄອບຄົວ ທີ່ທຸກຍາກລົງສູ່ລະດັບບໍ່ເກີນ
11 ເປີເຊັນ ໄດ້ໃນປີ 2015 ນີ້ຢ່າງແນ່ນອນ.

XS
SM
MD
LG