ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວມີ​ລາຍ​ຮັບ​ ແຕ່ 19.5 ລ້ານດອນລາ ຈາກການໃຫ້ ສຳ​ປະທານ ທີ່​ດິນ ກວ່າ 570 ພັນເຮັກຕາ ​


ເຈົ້າໜ້າທີ່ຂັ້ນສູງ ປະຈຳຫ້ອງວ່າການສະພາ ແຫ່ງຊາດ ໄດ້ໃຫ້ການຢືນຢັນວ່າ “ເລື້ອງບັນຫາທີ່ດິນນີ້ ກະຍັງເປັນບັນຫາ ທີ່ວ່າ ມີຄວາມສົນໃຈ ແລະ ເປັນຫ່ວງ
ເປັນໃຍ ຂອງສັງຄົມ ເວົ້າເຖິງທີ່ດິນ ມັນຕ້ອງເວົ້າເຖິງ ການພົວພັນເຖິງປ່າ”
ເຈົ້າໜ້າທີ່ຂັ້ນສູງ ປະຈຳຫ້ອງວ່າການສະພາ ແຫ່ງຊາດ ໄດ້ໃຫ້ການຢືນຢັນວ່າ “ເລື້ອງບັນຫາທີ່ດິນນີ້ ກະຍັງເປັນບັນຫາ ທີ່ວ່າ ມີຄວາມສົນໃຈ ແລະ ເປັນຫ່ວງ ເປັນໃຍ ຂອງສັງຄົມ ເວົ້າເຖິງທີ່ດິນ ມັນຕ້ອງເວົ້າເຖິງ ການພົວພັນເຖິງປ່າ”

ລັດຖະບານ​ລາວ ມີ​ລາຍ​ຮັບ​ຈາກ​ການໃຫ້​ສຳ​ປະທານທີ່​ດິນ​ກວ້າງ​
ກວ່າ 570,000 ​ເຮັກຕາ​ໃນ​ທົ່ວ​ປະ​ເທດ ຄິດ​ເປັນ​ມູນ​ຄ່າລວມພຽງ​
ແຕ່ 19 ລ້ານ 5 ​ແສນ​ດອນ​ລາ ​ເທົ່າ​ນັ້ນ ​ໃນ​ຕະຫລອດ​ແຜນການ​
ປີ 2013-2014 ທີ່​ຜ່ານ​ມາ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ການ​ເງິນ ​ເປີດ​ເຜີຍ​ວ່າ ​ໃນ​ຕະຫລອດ
​ແຜນການ​ປະຈຳ​ປີ 2013-2014 ທີ່​ຜ່ານ​ມາ ລັດຖະບານ​ລາວ ມີ​
ລາຍ​ຮັບ​ຈາກ​ການ​ອະນຸຍາດ ​ໃຫ້​ສຳ​ປະທານທີ່​ດິນ​ ​ເພື່ອ​ການ​ປູກ​ພືດ​ອຸດສາຫະກຳ​ຕ່າງໆ​ເຊັ່ນ ຢາງພາລາ ​ແລະ ​ໄມ້​ວິກຄິດ​ເປັນ​ມູນ​ຄ່າ​ລວມ 19 ລ້ານ 5 ​ແສນດອນ​ລາ ຊຶ່ງ​ຖືເປັນລາຍຮັບ
ທີ່​ຕ່ຳຫຼາຍ ​ເມື່ອ​ທຽບ​ກັບ​ພື້ນ​ທີ່​ ສຳ​ປະທານລວມ ທີ່​ກວ້າງ​ກວ່າ 570,000 ​ເຮັກຕາ ​ໃນ​ທົ່ວ
​ປະ​ເທດ.

ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ ມີ​ລາຍ​ຮັບ​ທີ່​ຕ່ຳຫຼາຍດັ່ງກ່າວ ກໍ​ເພາະວ່າ ​ໄດ້​ມີ​ການ​ປະ​ເມີນ​ຄ່າ​ເຊົ່າ ຫຼື ຄ່າ​ສຳ​ປະທານ ທີ່​ດິນ​ໃນ​ອັດຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ຊຶ່ງ​ສ່ວນ​ໃຫຍ່ ກໍ​ເປັນ​ການ​ປະ​ເມີນ​ຄ່າ ສຳ​ປະ​ທານ​ໂດຍ​ພະນັກງານ​ຂອງ​ລັດຖະບານ ​ໃນ​ລະດັບ​ທ້ອງ​ຖິ່ນ​ ຂອງ​ແຕ່ລະ​ເຂດ​ແຂວງ.

ສ່ວນ​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ​ສິ່ງ​ແວດລ້ອມ ຢື່ນຢັນ
​ວ່າການ​ກວດກາ​ໃນ​ຕະຫລອດ​ແຜນການ​ປີຜ່ານມາ​ພົບ​ວ່າ ມີ​ພື້ນ​ທີ່​ສຳ​ປະທານ​ພຽງ 44,500 ​ເຮັກຕາ ​ເທົ່າ​ນັ້ນ ທີ່​ໄດ້​ມີ​ການ​ປະ​ເມີນ​ຄ່າ​ສຳ​ປະທານ​ຢ່າງ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ຊຶ່ງ​ໝາຍ​ຄວາມ​ວ່າ ​ໄດ້​ມີ​ການ​ທຸດຈະລິດ ​ເກີດ​ຂຶ້ນ​ໃນ​ການ​ປະ​ເມີນ​ຄ່າ​ສຳ​ປະທານ​ທີ່​ດິນ​ສ່ວນ​ໃຫຍ່ ຫຼື ກວ້າງ​ກວ່າ 525,500 ​ເຮັກຕາ ນັ້ນ​ເອງ.

ລັດຖະບານ​ລາວ ​ອະນຸຍາດ ​ໃຫ້​ສຳ​ປະທານ ທີ່​ດິນ​ ແກ່ບໍລິສັດເອກະຊົນ ​ເພື່ອ​ການ​ປູກ​ພືດ​ອຸດສາຫະກຳ​ຕ່າງໆ ​ເຊັ່ນ ຢາງພາລາ ​ແລະ ​ໄມ້​ວິກ.
ລັດຖະບານ​ລາວ ​ອະນຸຍາດ ​ໃຫ້​ສຳ​ປະທານ ທີ່​ດິນ​ ແກ່ບໍລິສັດເອກະຊົນ ​ເພື່ອ​ການ​ປູກ​ພືດ​ອຸດສາຫະກຳ​ຕ່າງໆ ​ເຊັ່ນ ຢາງພາລາ ​ແລະ ​ໄມ້​ວິກ.

ແຕ່ຢ່າງໃດກໍຕາມ ທ່ານເພັດສາຄອນ ຫລວງອາໄພ ຮອງຫົວໜ້າ
ຫ້ອງວ່າການລັດຖະບານລາວ ຖະແຫລງຢືນຢັນວ່າ ທາງການ
ລາວ ຍັງສືບຕໍ່ດຳເນີນການກວດກາ ບັນດາໂຄງການ ທີ່ໄດ້ຮັບ
ສຳປະທານທີ່ດິນ ຈາກລັດຖະບານ ເພື່ອໃຫ້ແລ້ວສຳເລັດພາຍໃນ
ປີ 2015 ຕາມຄຳສັ່ງເລກທີ 13 ຂອງນາຍົກລັດຖະມົນຕີລາວ ລົງ
ວັນທີ 11 ມິຖຸນາ2012 ທີ່ມອບໝາຍໃຫ້ກະຊວງການເງີນ ກະຊວງ
ແຜນການ ແລະການລົງທຶນ ກະຊວງຊັບພະຍາກອນທຳມະຊາດ
ແລະສິ່ງແວດລ້ອມ ຮັບຜິດຊອບຮ່ວມກັນ.

ຍິ່ງໄປກວ່ານັ້ນ ຄຳສັ່ງດັ່ງກ່າວ ຂອງນາຍົກລັດຖະມົນຕີລາວ ກໍຍັງ
ໄດ້ຫ້າມທຸກພາກສ່ວນຂອງ ລັດຖະບານ ບໍ່ໃຫ້ມີການອະນຸຸຍາດ ສຳປະທານໂຄງການຂຸດຄົ້ນແຮ່ທາດ ຫຼື ສຳປະທານທີ່ດິນ ເພື່ອປູກພືດຕ່າງໆເພີ້ມຂຶ້ນ ໃນ
ຕະຫລອດລະຍະ ຂອງການກວດກາ ກໍຄືຈົນເຖິງທ້າຍປີ 2015 ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ຫ້ອງການສະພາແຫ່ງຊາດລາວ ລາຍງານວ່າ ໃນລະຍະກວ່າ 3 ປີ
ມານີ້ສະພາແຫ່ງຊາດ ໄດ້ຮັບການຮ້ອງຮຽນຈາກ ປະຊາຊົນລາວຈຳນວນຫຼາຍກວ່າ
5,000 ກໍລະນີ ຊຶ່ງສ່ວນໃຫຍ່ ເປັນບັນຫາຂັດແຍ້ງກ່ຽວກັບສິດໃນການຖືຄອງທີ່ດິນ ແລະ
ທີ່ຢູ່ອາໄສ ໂດຍມີທັງຄວາມຂັດແຍ້ງ ລະຫວ່າງພາກ ປະຊາຊົນດ້ວຍກັນ ຄວາມຂັດແຍ້ງ
ລະຫວ່າງ ປະຊາຊົນ ກັບບໍລິສັດເອກະຊົນລາວ ແລະ ບໍລິສັດຕ່າງຊາດ ຕະຫລອດຈົນຂໍ້
ຂັດແຍ້ງ ລະຫວ່າງປະຊາຊົນ ກັບລັດຖະບານ ດັ່ງເຈົ້າໜ້າທີ່ຂັ້ນສູງ ປະຈຳຫ້ອງວ່າການ
ສະພາແຫ່ງຊາດ ໄດ້ໃຫ້ການຢືນຢັນວ່າ:

“ເລື້ອງບັນຫາທີ່ດິນນີ້ ກະຍັງເປັນບັນຫາ ທີ່ວ່າ ມີຄວາມສົນໃຈ ແລະ ເປັນຫ່ວງ
ເປັນໃຍ ຂອງສັງຄົມ ເວົ້າເຖິງທີ່ດິນ ມັນຕ້ອງເວົ້າເຖິງ ການພົວພັນເຖິງປ່າ ແລ້ວ
ກະພົວພັນເຖິງບ່ອນວ່າ ການຈັບຈອງນັບແຕ່ ພວກເຮົາໄດ້ມີການຈັດສັນແບ່ງດິນ
ແບ່ງປ່າ ໃຫ້ພໍ່ແມ່ປະຊາຊົນ ໄດ້ຄຸ້ມຄອງນຳໃຊ້ນັ້ນ ແລະພ້ອມດຽວກັນນັ້ນ ບັນຫາ
ດັ່ງກ່າວ ກະຍັງເປັນຊ່ອງວ່າງ ເກີດມີການຊື້ສິດນຳໃຊ້ທີ່ດິນ ຈາກປະຊາຊົນ ກະ
ລາມໄປຮອດບ່ອນວ່າປ່າສະຫງວນ.”

ໂດຍໃນປັດຈຸບັນນີ້ ທາງການລາວທັງໃນຂັ້ນສູນກາງ ແລະ ລະດັບທ້ອງຖິ່ນໄດ້ອະນຸຍາດ
ສຳປະທານທີ່ດິນ ໃຫ້ແກ່ເອກະຊົນລາວ ແລະ ຕ່າງຊາດໄປແລ້ວ 1,281 ສັນຍາ ຊຶ່ງແບ່ງ
ເປັນການອະນຸຍາດ ຈາກລະດັບສູນກາງຈຳນວນ 45 ສັນຍາໃນເນື້ອທີ່ 113,281 ເຮັກຕາ ສ່ວນຂັ້ນແຂວງອະນຸຍາດ 1,213 ສັນຍາ ໃນເນື້ອທີ່ 158,813 ເຮັກຕາ ແລະອີກ 23 ສັນຍາ ເປັນການສຳຫລວດເພື່ອພິຈາລະນາ ອອກໃບອະນຸຍາດ ໃນເນື້ອທີ່ກວ້າງກວ່າ 3 ໝື່ນເຮັກຕາ ໃນທົ່ວປະເທດ ຊຶ່ງຍັງບໍ່ລວມເຖິງເຂດສຳປະທານ ການຂຸດຄົ້ນແຮ່ທາດ ໃນທົ່ວປະເທດລາວ
ແຕ່ຢ່າງໃດ.

XS
SM
MD
LG