ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ວາງແຜນທີ່ຈະເພີ່ມ ການຜະລິດ ສະບຽງອາຫານ ໃຫ້ໄດ້ 7 ແສນໂຕນ ພາຍໃນ ປີ 2025


ລັດຖະບານລາວ ວາງແຜນທີ່ຈະເພີ່ມການຜະລິດຊີ້ນ ໃຫ້ຫຼາຍຂຶ້ນ ເພື່ອບໍລິໂພກ ແລະ ສົ່ງອອກຕ່າງປະເທດ ພາຍໃນປີ 2025.
ລັດຖະບານລາວ ວາງແຜນທີ່ຈະເພີ່ມການຜະລິດຊີ້ນ ໃຫ້ຫຼາຍຂຶ້ນ ເພື່ອບໍລິໂພກ ແລະ ສົ່ງອອກຕ່າງປະເທດ ພາຍໃນປີ 2025.

ລັດຖະບານ​ລາວ​ວາງແຜນການ​ຈະ​ເພີ່ມ​ການ​ຜະລິດ​ດ້ານ​ສະບຽງອາຫານ​ທາດ​ໂປຼຕີນ​ໃຫ້​ໄດ້​ເກືອບ 5 ​ແສນໂຕນ ໃນ​ປີ 2020 ​ແລະ ​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກວ່າ 7 ​ແສ​ນ​ໂຕນ ​ໃຫ້​ໄດ້​ໃນ​ປີ 2025

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ ​ເປີດ​ເຜີ​ຍວ່າ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໄດ້​ວາງແຜນການ​ຜະລິດ​ໃນ​ດ້ານ​ສະບຽງ​ອາຫານ​ໃນ​ໄລຍະ 10 ປີ​ຕໍ່ໜ້າ​ກໍ​ຄື​ຈາກ​ປີ 2016-2025 ​ແລ້ວ​ສົມບູນ​ແລ້ວ ​ໃນ​ຂະນະ​ນີ້​ໂດຍ​ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເພີ່ມ​ຜົນ​ຜະລິດ​ສະບຽງ​ອາຫານ​ທາດໂປຼຕີນ​ຫຼື​ຊີ້ນ​ສັດ​ໃຫ້​ໄດ້​ໃນ​ປະລິມານ​ລວມບໍ່​ໜ້ອຍ​ກວ່າ 487,500 ​ໂຕນ​ ໃນ​ປີ 2020 ​ແລະ ​ເພີ່​ມຂຶ້ນ​ເປັນ 711,000 ​ໂຕນ​ ໃນ​ປີ 2025

ໂດຍ​ການ​ທີ່​ຈະ​ສາ​ມາດ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ກໍ​ຈະ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ລາວ ​ແລະ ພາກ​ທຸລະ​ກິດ​ເອກະ​ຊົນ​ໃນ​ລາວ​ ດຳ​ເນີນ​ກິດຈະການ​ຟາ​ມລ້ຽງສັດ​ເພື່ອ​ຜະລິດ​ຊີ້ນ​ສັດ​ໃຫ້​ໄດ້​ເຖິງ 262,500 ​ໂຕນ ​ແລະ ປາ​ໃຫ້​ໄດ້ 225,000 ​ໂຕນ​ ໃນ​ປີ 2020 ​ແລ້​ວກໍ​ເພີ່ມ​ຜົນ​ຜະລິດ​ຊີ້ນ​ສັດ​ຂຶ້ນ​ເປັນ 414,000 ​ໂຕນ ​ແລະ ປາ 297,000 ​ໂຕນ​ໃນ​ປີ 2025 ຕາມ​ລຳດັບ​ຊຶ່ງ​ຈະ​ເຮັດ​ໃຫ້ລາວ​ມີ​ຜົນ​ຜະລິດ​ຊີ້ນ​ສັດ​ທີ່​ເກີນ​ລະດັບ​ການ​ບໍລິ​ໂພ​ກພາຍ​ໃນເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ຄິ​ດ​ເປັນ​ປະລິມານ​ລວມ​ເກີນ​ກວ່າ 15,000 ​ໂຕນ ​ໃນ​ປີ 2025 ດັ່ງກ່າວ.

ແມ່ຄ້າຂາຍປາ ຢູ່ນ້ຳຕົກຄອນພະເພັງ
ແມ່ຄ້າຂາຍປາ ຢູ່ນ້ຳຕົກຄອນພະເພັງ

ພ້ອມກັນ​ນີ້​ກະຊວງກະສິກຳ ​ແລະ ປ່າ​ໄມ້​ຍັງ​ໄດ້​ວາງ​ແຜນການ​ພັດທະນາ​ປັບປຸງ​ລະບົບ​ຄອງ​ຊົນລະປະທານ​ໃນ​ທົ່ວ​ປະ​ເທດ​ເພື່ອ​ເພີ່ມ​ລະດັບ​ປະສິດ​ທິພາ​ບ​ໃນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ກັບ​ທີ່​ນາ​ໃຫ້​ໄດ້ໃນເນື້ອ​ທີ່​ລວ​ມ 580,000 ​ເຮັກຕາ ​ໃນ​ລະດູ​ການ​ປີ 2014-2015 ​ຊຶ່ງ​ໃນ​ນີ້​ແບ່ງ​ເປັນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ນາປີ 4000,000 ​ເຮັກ​ຕາ ​ແລະ ນາ​ແຊງ 180,000 ​ເຮັກຕາ​ຕາມ​ລຳດັບ.

ໂດ​ຍຖ້າ​ຫາກ​ການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້​ດັ່ງກ່າວ​ກໍ​ຈະ​ເ​ປັນ​ສິ່ງ​ທີ່​ຮັບປະກັນ​ໄດ້​ວ່າ​ຜົນ​ຜະລິດເຂົ້າ​ໃນ​ທົ່ວ​ປະ​ເທດ​ລາວ​ຈະ​ມີ​ປະລິມານ​ລວມ​ເຖິງ 4.2 ລ້າ​ນ​ໂຕນ​ໃນ​ປີ 2015 ຊຶ່ງ​ນອກຈາກ​ຈະ​ພຽງພໍ​ກັບ​ການບໍລິ​ໂພ​ກ​ໃນ​ປະ​ເທດ​ແລ້ວ ກໍ​ຍັງ​ຈະ​ມີ​ຜົນ​ຜະລິດ​ເຂົ້າ​ສຳລັບ​ສົ່ງ​ອອກ​ຕ່າງປະ​ເທດ​
ໃນ​ປະລິ​ມານ​ບໍ່​ໜ້ອຍ​ກວ່າ 6 ​ແສນ​ໂຕນ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ວິ​ໄລ​ວັນ ພົມ​ເຂ ລັດ​ຖະມົນຕີ​ວ່າການ​ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້ ກໍ​ຍອ​ມຮັບ​ວ່າ​ຊາວນາ​ລາວ​ຍັງ​ມີ​ລະດັບ​ຄວາມ​ອາດ​ສາມາ​ດຕ່ຳທັງ​ໃນ​ດ້ານ​ວິຊາ​ການ ​ແລະ ​ເທັກ​ນິກ​ເມື່ອ​ປຽບທຽບ​ກັບ​ຊາວ​ນາ​ໃນ​ປະ​ເທດ​ໄທ ​ແລະ ຫວຽດນາມ ສ່ວນ​ຄວາມ​ອາດ​ສາມາດ​ໃນ​ການ​ຂະຫຍາຍ​ພື້ນ​ທີ່​ປູກ​ເຂົ້າ​ນັ້ນ​ກໍ​ຍັງ​ຕ່ຳກວ່າ​ຊາວນາ​ໃນ​ ກຳປູ​ເຈຍ ​ແລະ ສະຫະພາບ​ ມຽນມາ ຫຼື ພະມ້າ​ດ້ວຍ.

ຊຶ່ງ​ດ້ວຍ​ເງື່ອນ​ໄຂ ​ແລະ ປັດ​ໃຈ​ດັ່ງກ່າວ​ຈຶ່ງ​ກາຍ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ຊາວນາ​ໃນ​ ລາວ ​ຈະ​ສາມາດ​ເພີ່ມ​ຜົນ​ຜະລິດ​ເຂົ້າ​ເພື່ອ​ໃຫ້ກາຍ​ເປັນ​ຜູ້​ສົ່ງ​ອອກ​ລາຍ​ໃຫຍ່​ຂອງ​ໂລກ ​ໄດ້​ຄື​ກັບ ​ໄທ ​ແລະ ຫວຽດນາມ ລວມ​ເຖິງ ພະມ້າ ​ແລະ ກຳ​ປູ​ເຈຍ ທີ່​ກຳລັງ​ເພີ່ມ​ການ​ຜະລິດ​ເຂົ້າ​ເພື່ອ​ສົ່ງ​ອອກ​ຢ່າ​ງຕັ້ງໜ້າ​ ດ້ວຍ​ເຫດການ​ນີ້​ຈຶ່ງ​ມີ​ພຽງ​ການແນ​ໃສ່​ການ​ຜະລິດເຂົ້າ​ທີ່​ເປັນ​ແນວ​ພັນ​ພື້ນ​ເມືອງ​ຄຸນ​ນະພາ​ບດີ​ເທົ່ານັ້ນ​ທີ່​ຈະ​ເຮັດ​ໃຫ້ຊາວນາ ລາວ ສາມາດແ​ຂ່ງຂັນ​ໃນ​ຕະຫຼາດ​ໂລກ ​ໄດ້​ດັ່ງ​ທີ່
​ທ່ານ​ ວິ​ໄລ​ວັນ ​ໄດ້​ໃຫ້ການ​ຢືນ​ຢັນ​ວ່າ

“ຊິ​ຖື​ປັດ​ໃຈ​ເຂົ້າ​ນີ້​ເປັນສິນຄ້າ​ລາຍໃຫຍ່​ນີ້​ຄື​ຊິ​ເປັນ​ໄປ​ໄດ້​ຍາກ​ເນື່ອງ​ຈາກ​ວ່າ​ພວກ​ເຮົາ​ມີ​ຫຼາຍ​ອັນ​ຈຳກັດ ​ແລະ ພວກເຮົາ​ນີ້ຖື​ສຳຄັນ​ຍຸດ​ຖະສາດ​ການ​ຜະລິດ​ເຂົ້າ​ນີ້​ໃຫ້​ເປັນ​ສະ​ບຽງ​ເອີ້ນ​ວ່າໃຫ້​ກຸ້ມ​ກິນ​ພາຍ​ໃນແລ້ວ​ກໍ​ມີ​ອັນ​ສ່ວນ​ແຮ​ໄວ້ ສ່ວນ​ເປັນ​ສິນຄ້າ​ນີ້​ພວກ​ເຮົາ​ຈະ​ລົງ​ເລິກເຖິງເຂົ້າ​ທີ​ເປັນ​ເອກະລັກ​ຂອງ​ຄົນ​ລາວ ຍົກ​ຕົວຢ່າງ​ເຂົ້າ​ໄກ່​ນ້ອຍ​ໄດ້​ປຽບທີ່​ສຸດ​ຜະລິດ​ອອກ​ເທົ່າ​ໃດ​ກໍ​ແມ່ນ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ມາ​ຊື້​ເອົາ​ໝົດ.”

ທາງ​ດ້ານ​ກະຊວງ​ອຸດ​ສາຫະກຳ ​ແລະ ການ​ຄ້າ ກໍ​ລາຍ​ງານ​ວ່າ​ພາກ​ທຸ​ລະ​ກິດ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ເຂົ້າ​ລາວ​ໄປ​ຕ່າງປະ​ເທດ​ຍັງ​ບໍ່ສາມາດ​ແຂ່ງ​ຂັນ​ໃນ​ຕະຫຼາ​ດ​ໂລກ​ໄດ້​ຢ່າງ​ແທ້​ຈິງ​ເພາະ​ສ່ວນ​ໃຫຍ່​ກໍ​ຍັງ​ເປັນ​ຜົນ​ຜະລິດ​ທີ່​ມີ​ລະດັບ​ຄຸນນະພາ​ບຕ່ຳ​ກວ່າ​ຜະລິດ​ຕະພັນ​ເຂົ້າ​ ​ໄທ ຫວຽດນາມ ກຳປູ​ເຈຍ ​ແລະ ພະ​ມ້າ.

XS
SM
MD
LG