ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຢຶດໝັ້ນຕໍ່ການເປັນ ຮຸ້ນສ່ວນຍຸດທະສາດ ໃນການພັດທະນາຮອບດ້ານ ຮ່ວມກັບຈີນ


ກອງປະຊຸມກ່ຽວກັບການຮັບເອົາການຊ່ວຍເຫລືອຄັ້ງຍິ່ງໃຫຍ່ຂອງຈີນສໍາລັບລາວ ມີ່ນະຄອນຫລວງວຽງຈັນ
ກອງປະຊຸມກ່ຽວກັບການຮັບເອົາການຊ່ວຍເຫລືອຄັ້ງຍິ່ງໃຫຍ່ຂອງຈີນສໍາລັບລາວ ມີ່ນະຄອນຫລວງວຽງຈັນ

ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ຖະແຫລງຢືນຢັນ​ເຖິງຄວາມສໍາຄັນຂອງ ການເປັນຮຸ້ນສ່ວນ​ຍຸດ​ທະ​ສາດ​ ໃນ​ການ​ພັດທະນາ​ຮ່ວມ​ກັນ​ ຢ່າງຮອບດ້ານ​ຮ່ວມກັບຈີນ ທີ່ ຈະສືບຕໍ່ໄປຢ່າງບໍ່ຢຸດຢັ້ງ.​

ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີກະຊວງ​ການຕ່າງປະເທດ
​ລາວ ​ໄດ້​ຖະແຫລງຢືນຢັນ​ໃນໂອກ​າດເດີນທາງໄປຢ້ຽມຢາມປະເທດຈີນ ຢ່າງເປັນທາງ
ການ ຕາມການເຊື້ອເຊີນຂອງທ່ານຢາງ ເຈຍສື ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ
ຂອງຈີນ ໃນລະຫວ່າງວັນທີ 22-24 ສິງຫາທີ່ຜ່ານມານີ້ວ່າ ການຮ່ວມມືລະຫວ່າງລາວກັບ
ຈີນ ໄດ້ມີການພັດທະນາດີຂຶ້ນໃນທຸກໆດ້ານ.​

ທ່ານ ທ​ອງລຸນ ສີ​ສຸ​ລິດ (ຊ້າຍ) ຮອງ​ນຍ​ລມຕ​ລາວ ຈັບມືກັບທ່ານ ຢາງ ເຈຍສື ລມຕກະຊວງ​ການ​ຕ່າງປະ​ເທດຈີນ ໃນໂອກາດຢ້ຽມ ຢາມຈີນໃນວັນທີ 22-24 ສິງຫາ, 2011
ທ່ານ ທ​ອງລຸນ ສີ​ສຸ​ລິດ (ຊ້າຍ) ຮອງ​ນຍ​ລມຕ​ລາວ ຈັບມືກັບທ່ານ ຢາງ ເຈຍສື ລມຕກະຊວງ​ການ​ຕ່າງປະ​ເທດຈີນ ໃນໂອກາດຢ້ຽມ ຢາມຈີນໃນວັນທີ 22-24 ສິງຫາ, 2011

ໂດຍ​ສະ​ເພາະ​ແມ່ນ​ນັບ​ຈາກ​ປີ
2000 ທີ່​ຜູ້​ນໍາ​ຂອງ​ທັງສອງ​ປະ
​ເທດ​ໄດ້​ເລີ່​ມການ​ເດີນທາງຢ້ຽມ
ຢາມ​ກັນ​ຢ່າງເປັນທາງ​ການ​ເປັນ​
ຕົ້ນ​ມາ​ນັ້ນ ກໍ່ເປັນ​ການ​ເຮັດໃຫ້​ມີ
​ການ​ຕົກລົງ​ ໃນຖະ​ແຫຼງການ
​ຮ່ວມ ວ່າ​ດ້ວຍ​ການ​ເປັນ​ຮຸ້ນສ່ວນ​
ຍຸດ​ທະ​ສາດ​ ໃນ​ການ​ພັດທະນາ​
ຮ່ວມ​ກັນຢ່າງຮອບດ້ານ ​ເມື່ອ​ປີ
2009 ​ເຊິ່ງ​ເຮັດ​ໃຫ້ການ ​ຮ່ວມ​ມື
​ລະຫວ່າງສອງ​ປະ​ເທດ ​ໄດ້​ຖືກ
​ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ຈົນ​ເຖິງ
​ປັດຈຸ​ບັນ ​ແລະກໍ່ຈະ​ຍັງ​ຄົງ​ສືບ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະຍາວ​ນານ​ອີກດ້ວຍ ດັ່ງ​ທີ່​ທ່ານ ທອງ​ລຸນ ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າຢູ່ກຸງປັກກິ່ງວ່າ:

“ປີນີ້ພວກເຮົາສະ​ເຫຼີມສະຫຼອງການ​ສະຖາປະນາ 50 ປີ​ຂອງການພົວພັນ​ທາງ​ການ
​ທູດ ເປັນການສະ​ເຫຼີມສະຫຼອງທີ່ມີຄວາມເບີກບານມ່ວນຊື່ນ ເພາະວ່າເຫັນວ່າການ
ຮ່ວມມືຮອບດ້ານ​ລະ​ຫວ່າງຈີນກັບລາວນັ້ນ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ
ເຖິງຈຸດ​ສູງ​ສຸດ ແລະຕົວເລກຊ່ວຍເຫລືອຂອງຈີນ ຕໍ່ລາວໃນລະຍະຫລັງໆມານີ້ ກະ
ເພີ້ມຂຶ້ນສູງ ການລົງທຶນຂອງຈີນຢູ່ລາວກໍມີລະດັບນັບມື້ ນັບເພີ້ມສູງຂຶ້ນ”

ການສະເຫຼີມສະຫຼອງການສະຖາປະນາຄວາມສໍາພັນທາງການທູດລະ ຫວ່າງລາວ ແລະຈີນຄົບຮອບ 50 ປີໃນທ້າຍເດືອນເມສາທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ
ການສະເຫຼີມສະຫຼອງການສະຖາປະນາຄວາມສໍາພັນທາງການທູດລະ ຫວ່າງລາວ ແລະຈີນຄົບຮອບ 50 ປີໃນທ້າຍເດືອນເມສາທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ

ປັດຈຸ​ບັນ​ນີ້ ​ຈີນ​ນັບ​ເປັນ​ປະ​ເທດ
ນຶ່ງ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່
​ລາວ​ເພີ່ມຫຼາຍຂຶ້ນ​ນັບ​ມື້ ​ເຊິ່ງຖ້າ​
ນັບ​ຈາກ​ປີ 1990 ຈົນ​ເຖິງ​ທ້າ​ຍ
ປີ 2010 ທີ່ຜ່ານມານັ້ນ ​ກໍ່ປະ
ກົດ​ວ່າ ລັດຖະບານ​ຈີ​ນ​ໄດ້​ໃຫ້
ການ​ຊ່ວຍ​ເຫຼືອທາງ​ດ້ານ​ງົບ
​ປະມານ​ແກ່ລັດຖະບານ​ລາວ
​ຄິດ​ເປັນມູນ​ຄ່າ​ລວມຫຼາຍກວ່າ
6,500 ລ້ານ​ຢວນກັບ 1,850
ລ້ານໂດລາ ສໍາລັບ​ນໍາ​ໃຊ້​ເຂົ້າ
​ໃນ​ການ​ພັດທະນາ 130 ກວ່າ
​ໂຄງການ​ ແລະຫລ້າສຸດສູນກາງ
ພັກຄອມມີວນິດຈີນ ເມື່ອບໍ່ນານມານີ້ ໂດຍການຊ່ວຍເຫລືອໃນຄັ້ງຫລ້າສຸດນີ້ ມີມູນຄ່າ
ລວມມີມູນຄ່າລວມເຖິງ 663 ລ້ານຢວນຫລື 105 ລ້ານໂດລາ ເພື່ອກໍ່ສ້າງສູນການປະ
ຊຸມແຫ່ງຊາດລາວແຫ່ງໃໝ່ ສໍາລັບຮອງຮັບການປະຊຸມສຸດຍອດຜູ້ນໍາລັດຖະບານອາ ຊ່ຽນກັບສະຫະພາບຢູໂຣບໃນທ້າຍປີ 2012 ຢູ່ນະຄອນວຽງຈັນ.

ແຕ່ຢ່າງໃດກໍຕາມ ໃນໂອກາດດຽວກັນນີ້ ທາງການລາວກໍໄດ້ຕົກລົງໃຫ້ສໍາປະທານໂຄງ
ການພັດທະນາໃນລາວ ແກ່ກຸ່ມທຸລະກິດຈາກຈີນເຖິງ 6 ໂຄງການດ້ວຍກັນ ກໍຄື ໂຄງ
ການວາງແນວສາຍສົ່ງກະແສໄຟຟ້າ ລະຫວ່າງເຂື່ອນເຊເຊັດ 2 ກັບແຂວງສາລະວັນ
ໂຄງການປັບປຸງລະບົບຕາໜ່າງສາຍໄຟຟ້າ ໃນນະຄອນວຽງຈັນ ໂຄງການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງຢູ່ປາກແບ່ງ ແຂວງອຸດົມໄຊ ໂຄງການປັບປຸງສະໜາມບິນແຂວງຊຽງ
ຂວາງ ໂຄງການກໍ່ສ້າງເຂື່ອນນໍ້າອູ ແລະເຂື່ອນນໍ້າງຽບ 2.

ພິທີເຊັນສັນຍາກູ້ຢືມເງິນເພື່ອກໍ່ສ້າງເຂື່ອນນໍ້າອູຈາກທະນາຄານ ຈີນ ຈັດຂຶ້ນເມື່ອບໍ່ນານມານີ້ ໃນນະຄອນຫລວງວຽງຈັນ
ພິທີເຊັນສັນຍາກູ້ຢືມເງິນເພື່ອກໍ່ສ້າງເຂື່ອນນໍ້າອູຈາກທະນາຄານ ຈີນ ຈັດຂຶ້ນເມື່ອບໍ່ນານມານີ້ ໃນນະຄອນຫລວງວຽງຈັນ

ສ່ວນ​ໃນດ້ານການຄ້າລະຫວ່າງ
ລາວກັບຈີນໃນຕະຫຼອດປີ 2010
ທີ່ຜ່ານມານັ້ນ ກໍມີມູນຄ່າລວມ
ສູງກວ່າເປົ້າໝາຍ ທີ່ທາງການ
ທັງສອງຝ່າຍໄດ້ວາງເອົາໄວ້ ຊຶ່ງ
ກໍຄືໃນຂະນະທີ່ເປົ້າໝາຍໄດ້ວາງ
ເອົາໄວ້ທີ່ລະດັບ 1,000 ລ້ານ
ໂດລານັ້ນ ກໍປາກົດວ່າການຄ້າ
ທີ່ທັງສອງຝ່າຍປະຕິບັດໄດ້ຈິງ ນັ້ນມີມູນຄ່າລວມເຖິງ 1,055 ລ້ານໂດລາ.

ແຕ່ຢາງໃດກໍຕາມ ການທີ່ມູນຄ່າການຄ້າລະຫວ່າງລາວກັບຈີນເພີ່ມຂຶຶ້ນນັ້ນກໍເປັນຍ້ອນວ່າ
ບັນດານັກທຸລະກິດຈີນໄດ້ພາກັນຫຼັ່ງໄຫຼເຂົ້າມາລົງທຶນຢູ່ໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍ ສະເພາະແມ່ນໃນຊ່ວງປີ 2000-2010 ນັ້ນ ກໍປາກົດວ່າ ກຸ່ມທຸລະກິດຈີນໄດ້ເຂົ້າມາລົງທຶນ
ໃນລາວ ຄິດເປັນມູນຄ່າລວມເກີນກວ່າ 3,600 ລ້ານໂດລາ ຊຶ່ງ​ກໍເຮັດ​ໃຫ້ຈີນກາຍເປັນປະ
ເທດທີ່ລົງທຶນໃນລາວອັນ​ດັບ 1 ​ແລ້ວໃນ​ປັດຈຸບັນ​ນີ້.

XS
SM
MD
LG