ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະເສດຕະກອນລາວ ວາງແຜນ ຈະປູກກາເຟ ເພີ້ມຂຶ້ນອີກ ພາຍໃນປີ 2025


ທ່ານໄຊປະລາເດດ ຈຸລາມະນີ (ຜູ້ທີ 2 ຈາກຊ້າຍ) ປະທານກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອສົ່ງເສີມກາເຟລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການ ພັດທະນາ ຜົນຜະລິດກາເຟລາວ ກໍຄືການເພີ້ມເນື້ອທີ່ປູກກາເຟ ໃຫ້ໄດ້
ເຖິງ 130,000 ເຮັກຕາ ໃນປີ 2025.
ທ່ານໄຊປະລາເດດ ຈຸລາມະນີ (ຜູ້ທີ 2 ຈາກຊ້າຍ) ປະທານກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອສົ່ງເສີມກາເຟລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການ ພັດທະນາ ຜົນຜະລິດກາເຟລາວ ກໍຄືການເພີ້ມເນື້ອທີ່ປູກກາເຟ ໃຫ້ໄດ້ ເຖິງ 130,000 ເຮັກຕາ ໃນປີ 2025.

ກະເສດຕະກອນລາວວາງແຜນການ ຈະຂະຫຍາຍການປູກ
ກາເຟໃຫ້ໄດ້ໃນເນື້ອທີ່ 130,000 ເຮັກຕາ ພາຍໃນປີ 2025 ໂດຍຈະຂະຫຍາຍພື້ນທີ່ປູກໄປໃນແຂວງພາກເໜືອໃຫ້ຫຼາຍຂຶ້ນ.

ທ່ານໄຊປະລາເດດ ຈຸລາມະນີ ປະທານກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອສົ່ງ
ເສີມກາເຟລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການພັດທະນາຜົນຜະລິດ
ກາເຟລາວ ກໍຄືການເພີ້ມເນື້ອທີ່ປູກກາເຟຈາກ 78,000 ກວ່າເຮັກຕາ ໃນປັດຈຸບັນໃຫ້ໄດ້
ເຖິງ 130,000 ເຮັກຕາ ໃນປີ 2025 ໂດຍຈະຂະຫຍາຍພື້ນທີ່ປູກກາເຟ ຈາກແຂວງ
ຈຳປາສັກ ສາລະວັນ ເຊກອງ ແລະ ອັດຕະປື ໃນພາກໃຕ້ ຂຶ້ນໄປທີ່ ແຂວງຜົ້ງສາລີ
ຫົວພັນ ຊຽງຂວາງ ແລະຫລວງພະບາງ ໃນພາກເໜືອໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ໂດຍພ້ອມກັບການຂະຫຍາຍພື້ນທີ່ປູກກາເຟດັ່ງກ່າວ ຄະນະກຳມະການແຫ່ງຊາດ ຍັງຈະ
ສົ່ງເສີມໃຫ້ມີການພັດທະນາຄຸນນະພາບຂອງກາເຟລາວໃຫ້ໄດ້ຕາມຄວາມຕ້ອງການຂອງ
ຕະຫລາດ ແລະໄດ້ມາດຕະຖານສາກົນອີກດ້ວຍ ຊຶ່ງໃນນີ້ກໍລວມເຖິງການປູກກາເຟ
ຄຸນນະພາບສູງ ທີ່ປອດສານເຄມີ ທີ່ຈະສົ່ງເສີມໃຫ້ມີກາປູກຫຼາຍຂຶ້ນໃນເຂດພາກເໜືອ.

ໃນປັດຈຸບັນ ມີສວນປູກກາເຟ ໃນເນື້ອທີ່ລວມເຖິງ 78,000 ກວ່າເຮັກຕາ ແລະ ຢູ່ໃນພາບນີ້ ແມ່ນສວນປູກກາເຟ ແຫ່ງໜຶ່ງ ໃນລາວ
ໃນປັດຈຸບັນ ມີສວນປູກກາເຟ ໃນເນື້ອທີ່ລວມເຖິງ 78,000 ກວ່າເຮັກຕາ ແລະ ຢູ່ໃນພາບນີ້ ແມ່ນສວນປູກກາເຟ ແຫ່ງໜຶ່ງ ໃນລາວ

ສ່ວນເຂດພູພຽງບໍລິເວນໃນພາກໃຕ້ນັ້ນ ກໍຈະເນັ້ນໜັກການ
ພັດທະນາຄຸນນະພາບ ຂອງຜົນຜະລິດ ແລະຜະລິດຕະພັນຕ່າງໆ
ຈາກກາເຟໃຫ້ໄດ້ຄຸນນະພາບລະດັບດີເລີດ ເພື່ອຕອບສະໜອງ
ຕະຫລາດຕ່າງປະເທດ ໃຫ້ໄດ້ຫຼາຍຂຶ້ນ ຊຶ່ງກໍຈະເຮັດໃຫ້ທັງ
ກະເສດຕະກອນ ແລະຜູ້ຜະລິດກາເຟໃນລາວ ມີລາຍໄດ້ສູງ
ຂຶ້ນຫຼາຍເທົ່າໂຕຈາກລະດັບປັດຈຸບັນນີ້ດ້ວຍນັ້ນເອງ.

ໂດຍໃນປີ 2013 ທີ່ຜ່ານມາ ລາວສົ່ງກາເຟໄປຕ່າງປະເທດ ໃນ
ປະລິມານລວມ 30,000 ໂຕນ ຄິດເປັນມູນຄ່າ 73 ລ້ານດອນລາ
ແລະໃນປີ 2014 ນີ້ກໍຄາດວ່າ ຈະສົ່ງອອກໃນລະດັບດຽວກັນ ຊຶ່ງ
ຖືວ່າ ໜ້ອຍກວ່າການສົ່ງອອກຂອງໄທ ແລະຫວຽດນາມເຖິງ 2 ເທົ່າ ແລະ 5 ເທົ່າຕາມລຳດັບ.

ອືກດ້ານໜຶ່ງ ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະການຄ້າກໍຍອມຮັບວ່າ ພາກ ທຸລະກິດ ການສົ່ງອອກຜົນຜະລິດເຂົ້າໃນລາວໄປຕ່າງປະເທດນັ້ນ ຍັງບໍ່ສາມາດແຂ່ງຂັນ ໃນຕະຫລາດໂລກໄດ້ຢ່າງແທ້ຈິງ ເພາະວ່າ ເຂົ້າທີ່ກະເສດຕະກອນລາວ ສ່ວນໃຫຍ່ ໄດ້ພາກັນປູກຢູ່ໃນທຸກມື້ນີ້ ມີຄຸນນະພາບຕ່ຳ ເມື່ອທຽບກັບຜົນຜະລິດເຂົ້າ ຂອງໄທ ຫວຽດນາມ ກຳປູເຈຍ ແລະມຽນມາ.

ຜະລິດຕະພັນເຂົ້າຂອງລາວ ຍັງຂາດຫລັກ ວິຊາການທີ່ໃໝ່ ແລະການຫີບຫໍ່ ກໍບໍ່ມີການຄັດແຍກປະເພດ ຂອງເຂົ້າອອກຈາກກັນ ກ່ອນທີ່ຈະສົ່ງອອກ ໄປຕ່າງປະເທດ.
ຜະລິດຕະພັນເຂົ້າຂອງລາວ ຍັງຂາດຫລັກ ວິຊາການທີ່ໃໝ່ ແລະການຫີບຫໍ່ ກໍບໍ່ມີການຄັດແຍກປະເພດ ຂອງເຂົ້າອອກຈາກກັນ ກ່ອນທີ່ຈະສົ່ງອອກ ໄປຕ່າງປະເທດ.

ຍິ່ງໄປກວ່ານັ້ນ ການປູກເຂົ້າໃນລາວສ່ວນໃຫຍ່ ກໍຍັງຂາດຫລັກ
ວິຊາການທີ່ໃໝ່ ແລະການຫີບຫໍ່ກໍບໍ່ມີການຄັດແຍກປະເພດ
ຂອງເຂົ້າອອກຈາກກັນ ກ່ອນທີ່ຈະສົ່ງອອກໄປຕ່າງປະເທດ
ຈຶ່ງເຮັດໃຫ້ຜົນຜະລິດເຂົ້າ ຂອງລາວບໍ່ເປັນທີ່ຕ້ອງການໃນຕະ
ຫລາດຕ່າງປະເທດ ເພາະມອງວ່າຜົນຜະລິດເຂົ້າຂອງລາວ
ມີຄຸນນະພາບຕ່ຳນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້
ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ພວກເຮົາມີເຂົ້າ ແຕ່ວ່າຂາຍຍາກ ຍ້ອນວ່າເຂົ້າ
ບໍ່ໄດ້ຄຸນນະພາບ ເຂົ້າປົນ ເຂົ້າບໍ່ແມ່ນປະເພດດຽວ ປະຊາ
ຊົນແຕ່ລະຄົນຫັ້ນນະ ກໍໃຊ້ແນວພັນຕາມທີ່ເຂົາມີ ໄດ້ເຂົ້າ
ມາແລ້ວ ກະປັນກັນລະຫວ່າງເຂົ້າກໍ ຂໍ ກະມີ ເຂົ້າທ່າສະໂນ
ກະມີ ເຂົ້າພື້ນເມືອງ ກະມີ ມັນຢູ່ໃນເປົາດຽວກັນ ກະບໍ່ໄດ້ຄຸນນະພາບ.”

ໂດຍໃນປີ 2013 ທີ່ຜ່ານມາ ລັດຖະບານລາວໄດ້ວາງເປົ້າໝາຍ ການສົ່ງອອກເຂົ້າໄປ
ຕ່າງປະເທດ ບໍ່ໃຫ້ຫລຸດ 3 ແສນໂຕນ ຫາກແຕ່ກໍປະຕິບັດໄດ້ຈິງພຽງແຕ່ 25,000 ກວ່າ
ໂຕນ ຊຶ່ງກໍຄິດເປັນມູນຄ່າ 10 ລ້ານດອນລາ ເທົ່ານັ້ນ ໂດຍທີ່ເຂົ້າລາາວ ມີລາຄາຊື້ຂາຍ
ບໍ່ເຖິງ 400 ດອນລາຕໍ່ໂຕນ ໃນຂະນະທີ່ເຂົ້າຂອງໄທ ມີລາຄາຊື້ຂາຍຂັ້ນຕ່ຳ 480 ດອນລາ ຕໍ່ໂຕນ ສ່ວນເຂົ້າຂອງກຳປູເຈຍ ຫວຽດນາມ ແລະມຽນມານັ້ນ ເຖິງແມ່ນວ່າ ຈະມີລາຄາຊື້ຂາຍ ຕ່ຳກວ່າເຂົ້າຂອງໄທກໍຕາມ ຫາກແຕ່ຜົນຜະລິດເຂົ້າທັງຂອງ ກຳປູເຈຍ ຫວຽດນາມ ແລະ ມຽນມາ ກໍຍັງມີລາຄາຊື້ຂາຍ ໂດຍສະເລ່ຍ ບໍ່ຕ່ຳກວ່າ 440 ດອນລາຕໍ່ໂຕນ.

ສຳຫລັບໃນປີ 2014 ນີ້ ການສົ່ງຜົນຜະລິດເຂົ້າຂອງລາວ ໄປຕ່າງປະເທດກໍຍັງຄົງ ບໍ່ດີຂຶ້ນ ໂດຍໄດ້ຮັບຜົນກະທົບຈາກການລະບາຍ ຂາຍເຂົ້າເກົ່າລາຄາຖືກຂອງໄທ ໃນປະລິມານ ລວມເກີນກວ່າ 10 ລ້ານໂຕນ.

XS
SM
MD
LG