ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊື່ອວ່າ ປະຊາກອນ ຊ້າງບ້ານ ໃນລາວ ຍັງເຫຼືອ ພຽງແຕ່ 450 ຕົວ ເທົ່ານັ້ນ


ງານສະແດງຊ້າງປະຈໍາປີ
ງານສະແດງຊ້າງປະຈໍາປີ
ປະຊາກອນ​ຊ້າງ​ ໃນ​ລາວ​ ລົດ​ຈໍານວນ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​
ເຊື່ອ​ວ່າ​ຍັງ​ເຫຼືອ​ຢູ່​ພຽງ 450 ຕົວ​ເທົ່າ​ນັ້ນ ​ໃນ​ທົ່ວ​ປະ​ເທດ ຊຶ່ງ​
ມີ​ສາ​ເຫດ​ສໍາຄັນ​ ມາ​ຈາກ​ການ​ລັກລອບ​ຄ້າ​ສັດປ່າ​ໃນ​ລາວ​ທີ່​
ເກີດຂຶ້ນຕະຫຼອດ​ເວລາ.


ອົງການ​ອະນຸລັກ​ຊ້າງ​ໃນ​ເອ​ເຊຍ (ElefantAsia) ລາຍ​ງານ​ວ່າ ຈໍານວນ​ປະຊາກອນ​ຊ້າງ ຢູ່​ໃນ​ລາວ​ຍັງ​ຄົງ​ລົດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ລ່າ​ສຸດ​ ເຮັດໃຫ້​ສາມາດ​ປະ​ເມີນ​ໄດ້​ວ່າ ​ໃນ​ປັດຈຸບັນ​ນີ້ ຍັງ​ມີ​ປະຊາກອນ​ຊ້າງ​ບ້ານ​ເຫຼືອ​ຢູ່​ໃນ​ລາວ​ພຽງ​ແຕ່​ບໍ່​ເກີນ 450 ຕົວ​ເທົ່າ​ນັ້ນ ສ່ວນ​ປະຊາກອນ​ຊ້າງ​ປ່າ​ນັ້ນ ກໍ​ເຊື່ອ​ວ່າ​ມີ​ຈໍານວນ​ໜ້ອຍ​ກວ່າຊ້າງ​ບ້ານ​ຢ່າງ​ແນ່​ນອນ ​ເພາະວ່າ ຊ້າງ​ປ່າ​ນັ້ນ​ ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ຖືກ​ລ່າ ​ໂດຍ​ກຸ່ມ​ລັກລອບ​ຄ້າ​ສັດປ່າ​ຂ້າມ​ຊາດ​ຢູ່​ຕະຫຼອດ ​ເວລາ​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ ບັນຫາ​ການ​ຕັດ​ໄມ້​ທໍາລາຍ​ປ່າ​ ຢ່າງ​ໜັກໜ່ວງ ຢູ່​ໃນ​
ທົ່ວ​ປະ​ເທດ​ລາວ ກໍ​ຍັງ​ເປັນ​ການ​ທໍາລາຍ​ຖິ່ນ​ທີ່ຢູ່ແລະ​ແຫຼ່ງອາຫານ​ຂອງ​ຊ້າງ​ແລະ​ສັດ
ປ່າ ຊະນິດ​ຕ່າງໆ​ອີກ​ດ້ວຍ ຊຶ່ງ​ໄດ້ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ການ​ຜະສົມ​ພັນ​ຂອງ​ຊ້າງ​ປ່າ​ດ້ວຍ ​ແລະ​ຜົນ​ທີ່ ຕິດຕາມ​ມາ ກໍ​ຄື​ປະຊາກອນ​ຊ້າງ​ປ່າ​ ໄດ້​ລົດ​ຈໍານວນ​ລົງ​ຢ່າງ​ຕໍ່​ເນື່ອງ
ຊຶ່ງ​ຖ້າ​ຫາກ​ວ່າ​ ບັນຫາ​ດັ່ງ ກ່າວ​ນີ້ ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ດີ​ຂຶ້ນ ກໍ​ເຮັດ​ໃຫ້ ອົງການ ElefantAsia ປະ​ເມີນ​ສະຖານະ​ການ​ວ່າ​ຊ້າງ ປ່າ​ໃນ​ລາວ​ຈະ​ສູນພັນ​ໄປ​ພາຍ​ໃນ​ 30 ປີ​ຂ້າງ​ໜ້າ.

ຊ້າງບ້ານ ຈໍານວນນຶ່ງ ໃນລາວ
ຊ້າງບ້ານ ຈໍານວນນຶ່ງ ໃນລາວ

ສໍາລັບ​ເຂດ​ທີ່​ມີ​ປະຊາກອນ​ຊ້າງ​ບ້ານ​ເຫຼືອຫຼາຍ​ທີ່​ສຸດ​ໃນ​ລາວ​ປັດຈຸບັນ​ນີ້ ກໍ​ຄື​ແຂວງ​ໄຊ​ຍະ​ບຸລີ ​ແຕ່​ວ່າ​ຈໍານວນ​ປະຊາກອນ​ຊ້າງ​ບ້ານກໍ​ລົດ​ລົງ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ດຽວ​ກັນ ​ເພາະ​ຈາກ​ການ​ສໍາ​ຫຼວດລ່າ​ສຸດ​ພົບ​ວ່າ ປະຊາກອນ​ຊ້າງ​ບ້ານ​ໄດ້​ລົດ​ຈໍານວນ​ລົງ​ຈາກ 330 ຕົວ​ໃນ​ປີ 2013 ມາ ​ເປັນ 327 ຕົວໃນ​ປີ​ນີ້ ຊຶ່ງ​ສາ​ເຫດ​ທີ່​ເຮັດ​ໃຫ້​ຈໍານວນ​ປະຊາກອນ​ຊ້າງ​ລົດ​ລົງ​ດັ່ງກ່າວ ກໍ​ຄື​ການເບິ່ງ​ແຍງ​ທີ່​ບໍ່​ດີ ​ແລະ​ການ​ໃຊ້​ງານ​ຊ້າງ​ທີ່​ໜັກ​ເກີນ​ໄປ ​ເຊັ່ນ​ການ​ໃຫ້​ຊ້າງ​ຊັກ​ລາກ​ໄມ້​ເປັນ​ຕົ້ນ.

ທາງ​ດ້ານ​ອົງການ​ຄຸມ​ຄອງ​ສັດປ່າ (WCS) ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ລັດຖະບານ​ລາວ​ໃນ​ການ​ອະນຸລັກ​ເສືອ​ໂຄ່ງ​ ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດນໍ້າ​ແອດ-ພູ​ເລີຍ​ໃນ​ພາກ​ເໜືອ​ຂອງ​ລາວ​ນັ້ນ ລາຍງານ​ວ່າ​ໃນ​ປັດຈຸບັນ​ນີ້​ ຍັງ​ຄົງ​ເຫຼືອ​ປະຊາກອນ​ເສືອ​ໂຄ່ງ​ໃນ​ເຂດ​ປ່າ​ສະຫງວນ​ດັ່ງ​ກ່າວ​ພຽງ​ບໍ່​ເກີນ 30 ຕົວ ທັງ​ກໍ​ຍັງ​ມີ​ທ່າ​ອຽງ​ທີ່​ຈະລົດ​ຈໍານວນ​ລົງ​ໄປ​ເລື້ອຍໆ ​ເນື່ອງ​ຈາກ​ການ​ລັກລອບ​ລ່າ​ເສືອໂຄ່ງ​ໃນ​ລາວ ​ເພື່ອ​ສົ່ງ​ອອກ​ໄປ​ປະ​ເທດ​ຈີນ​ນັ້ນ ຍັງ​ຄົງ​ເກີດ​ຂຶ້ນຢູ່ເລື້​ອຍມາ ​ແລະ​ຖ້າ​ຫາກ​ວ່າ​ທາງ​ການ​ລາວບໍ່​ປາບ​ປາມ​ຢ່າ​ງ​ແທ້​ຈິງ ກໍ​ເຊື່ອ​ວ່າ​ເສືອ​ໂຄ່ງ​ຈະ​ສູນພັນ ຫຼື​ໝົດ​ໄປ​ຈາກ​ດິນ​ລາວ ກ່ອນ​ປະຊາກອນ​ຊ້າງ​ປ່າ​ຢ່າງ​ແນ່ນອນ.
ນອກຈາກ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ ທີ່ຕົກ​ເປັນ​ເປົ້າໝາຍ​ຂອງ​ການ​ລັກ ລອບ​ລ່າ​ສັດປ່າ​ທີ່ແນ​ໃສ່​ການ​ສົ່ງ​ໄປ​ຂາຍ​ໃນ​ປະ​ເທດ​ຈີນ​ດັ່ງກ່າວ​ແລ້ວ ກໍ​ຍັງ​ມີ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ອີກຫຼາຍໆ​ແຫ່ງ​ໃນ​ລາວ ທີ່​ຕົກ​ເປັນ​ເປົ້າໝາຍ​ຂອງ​ຂະ​ບວນການ​ລັກ​ລອບ​ລ່າ​ສັດປ່າ​ເພື່ອການ​ຄ້າ​ຢູ່​ເລື້ອຍ​ມາ ​ໂດຍ​ທີ່​ສໍາຄັນ​ນັ້ນກໍ​ລວມ​ເຖິງ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍ​ ໃນ​ແຂວງ​ຄໍາ​ມ່ວນ​ດ້ວຍ.

ທັງ​ນີ້​ໂດຍ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ສັດປ່າ​ທີ່​ຖືກ​ລ່າ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍ​ຈະ​ຖືກ​ສົ່ງ​ໄປ​ຂາຍ​ໃນ​ປະ​ເທດຫວຽດນາມ ​ແລະ​ຢູ່​ພາຍ ​ໃນ​ຂະ​ບວນການ​ລ່າ​ສັດປ່າ​ໃນ​ເຂດ​ດັ່ງກ່າວ​ນີ້ ກໍ​ຍັງ​ມີ​ການ​ແບ່ງ​ໜ້າ​ທີ່​ກັນ​ຢ່າງ​ຊັດ​ເຈນ​ອີກ​ດ້ວຍ ກໍ​ຄື​ປະຊາຊົນ​ລາວ​ທີ່ຢູ່​ໃນ​ພື້ນ​ທີ່​ຈະ​ເປັນ​ຜູ້​ຮັບຈ້າງ​ໃນ​ການ​ລ່າ​ສັດ ປ່າ​ຕາມ​ຄວາມ​ຕ້ອງການ​ຂອງພໍ່ຄ້າ ທີ່​ຈະ​ນໍາ​ເອົາ​ສັດປ່າ​ໄປ​ສົ່ງ​ມອບ​ໃຫ້​ລູກ​ຄ້າ​ໃນ​ຫວຽດນາມ​ອີກ​ທອດ​ນຶ່ງ​.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາກົດ​ວ່າ​ລູກ​ຄ້າ​ໃນ​ຫວຽດນາມ​ມີ​ຄວາມ​ຕ້ອງການ​ສັດປ່າ​ຈາກ​ລາວ​ຢ່າງ​ບໍ່​ຈໍາກັດ​ຈໍານວນ ທັງ​ຍັງ​ໄດ້​ສະ​ເໜີ​ໃຫ້​ລາຄາ​ສູງ​ອີກ​ດ້ວຍ​ນັ້ນ ກໍ​ຍິ່ງ​ເຮັດ​ໃຫ້ການ​ລັກ ລອບ​ລ່າ​ສັດປ່າ​ໃນ​ລາວ​ ເພີ່ມຂຶ້ນຕະຫຼອດ​ເວລາ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່ຂັ້ນ​ສູງ​ຂອງ​ລາວ​ໄດ້​ໃຫ້ການ ຢືນຢັນ​ວ່າ:

“ພວກ​ເຮົາ​ຈຶ່ງ​ຕີ​ລາຄາ​ໄດ້​ວ່າ ຢູ່​ຕາມ​ເຂດ​ຊາຍ​ແດນ​ນີ້ ຍັງ​ມີ​ການ​ເຄື່ອນ​ໄຫວ​ ໃນການ​ຈັບ​ແລະ​ການ​ລ່າ​ສັດປ່າ​ນີ້​ຢູ່ ບໍ່​ໄດ້​ແມ່ນ​ໜ້ອຍໆ​ເດ່ ຍົກ​ຕົວຢ່າງ​ຢູ່​ປ່າ​ສະຫງວນ​ນາ​ກາຍ- ນໍ້າ​ເທີນ​ນີ້ ​ແຕ່ລະ​ເດືອນ​ໄປ​ເກັບ​ກູ້ ​ໄປ​ກວດກາ ​ໄປ​ເຫັນ​ແລ້ວ​ເກັບ​ແຮ້ວພັນໆ​ກວ່າ​ກໍລະນີ.”

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ ທາງ​ການ​ສະຫະລັດອະ​ເມຣິກາ​ຜ່ານ​ສະຖານທູດ​ສະຫະລັດ​
ປະ​ຈໍາ ສປປ ລາວ ນັ້ນ ກໍ​ໄດ້​ສົ່ງ​ມອບ​ຄວາມ​ຊ່ວຍ​ເຫຼືອ​ໃນ​ມູນ​ຄ່າ 5.4 ລ້ານ​ໂດ​ລ່າ ​ໃຫ້​ແກ່​ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ ​ເພື່ອ​ນໍາ​ໃຊ້​ໃນ​ການ​ອະນຸລັກ​ຊັບ
ພະຍາກອນ ທໍາ​ມະ​ຊາດແລະ​ສັດປ່າ​ໃນ​ລາວ​ ນັບ​ແຕ່​ປັດຈຸບັນ ​ໄປ​ຈົນ​ເຖິງ​ປີ 2015 ຢ່າງ​ເປັນ​ທາງ​ການເມື່ອ​ບໍ່​ດົນ​ມາ​ນີ້


ເບິ່ງວີດີໂອລາຍງານຂອງສະຖານີໂທລະພາບແຫ່ງຊາດລາວ ກ່ຽວກັບບຸນຊ້າງ ຢູ່ໄຊຍະບູລີ:
XS
SM
MD
LG