ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວມີລາຍໄດ້ ຫຼາຍກວ່າ 1,240 ລ້ານໂດລາ ຈາກການສົ່ງອອກ ໄຟຟ້າ ແລະ ແຮ່ທາດ


ສະຖານີ ກະຈາຍ ໄຟຟ້າ ແຫ່ງໜຶ່ງ ທີ່ແຂວງວຽງຈັນ
ສະຖານີ ກະຈາຍ ໄຟຟ້າ ແຫ່ງໜຶ່ງ ທີ່ແຂວງວຽງຈັນ

ລາວມີລາຍໄດ້ຫຼາຍກວ່າ 1,240 ລ້ານໂດລາ ຈາກການສົ່ງອອກ
ພະລັງງານໄຟຟ້າ ແລະ ແຮ່ທາດ ໃນ 6 ເດືອນທຳອິດ ຂອງແຜນ
ການປີ 2014-2015 ແລະ ຄາດວ່າ ຈະມີລາຍໄດ້ເພີ້ມຂຶ້ນໃນ
ແຜນການປີ 2015-2016.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ສະເໜີ
ລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດລາວຊຸດທີ 7 ໃນ
ເດືອນກໍລະກົດ ວ່າ ໃນຊ່ວງ 6 ເດືອນທຳອິດຂອງແຜນການປີ 2014-2015 ການຜະລິດ
ໃນພາກພະລັງງານ ແລະ ການຂຸດຄົ້ນແຮ່ທາດໄດ້ຂະຫຍາຍຕົວເພີ້ມຂຶ້ນ 12 ເປີເຊັນ
ເມື່ອທຽບໃສ່ໄລຍະດຽວກັນໃນແຜນການປີ 2013-2014 ທີ່ຜ່ານມາ ຊຶ່ງກໍເປັນຜົນເຮັດ
ໃຫ້ມີລາຍໄດ້ຈາກການສົ່ງອອກກະແສໄຟຟ້ ໃນມູນຄ່າ 385 ລ້ານໂດລາ ແລະ ແຮ່ທາດ
856 ລ້ານໂດລາ.

ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່
ໄດ້ສະເໜີລາຍງານວ່າ ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ໄດ້ເພີ້ມຂຶ້ນໃນອັດຕາ
ສະເລ່ຍ 8 ເປີເຊັນ ຕໍ່ປີ ໃນແຜນການປີ 2011-2015 ໂດຍມີມູນຄ່າລວມ 94,342.39
ຕື້ກີບ ຄິດເປັນ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແລະ ເພີ້ມຂຶ້ນ
9.22 ເປີເຊັນ ທຽບກັບແຜນການປີ 2006-2010.

ບໍ່ຄຳ ແລະ ທອງແດງ ຢູ່ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ
ບໍ່ຄຳ ແລະ ທອງແດງ ຢູ່ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ

ພ້ອມກັນນີ້ ທ່ານສຸລິວົງ ໄດ້ໃຫ້ການຄາດໝາຍດ້ວຍວ່າ ຜົນຜະລິດ
ໃນພາກພະລັງງານ ແລະ ບໍ່ແຮ່ ຈະເພີ້ມຂຶ້ນເປັນ 20 ເປີເຊັນ ຂອງ
GDP ໃນປີ 2020 ຖ້າຫາກວ່າ ສາມາດຮັກສາອັດຕາ ການຂະ
ຫຍາຍຕົວໃຫ້ໄດ້ໃນລະດັບ 12 ເປີເຊັນຕໍ່ປີ ໃນແຜນການປີ 2016-
2020 ໂດຍແບ່ງເປັນການຂະຫຍາຍຕົວ ຂອງຂະແໜງພະລັງງານ
ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີຕາມລຳດັບ.

ທ່ານສຸລິວົງ ຢືນຢັນວ່າ ການພັດທະນາພະລັງງານໃນລາວ ທີ່ສ່ວນ
ໃຫຍ່ເປັນການສ້າງເຂື່ອນໄຟຟ້ານັ້ນ ຖືເປັນພະລັງງານທີ່ສະອາດ
ສົ່ງຜົນກະທົບຕໍ່ສັງຄົມ ແລະ ສະພາບແວດລ້ອມທຳມະຊາດ ໃນລະດັບທີ່ຕ່ຳຫຼາຍ ທັງຍັງ
ຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່
ຂອງປະຊາຊົນລາວ ໃຫ້ດີຂຶ້ນ ເທື່ອລະກ້າວອີກດ້ວຍ ດັ່ງທີ່ ທ່ານສຸລິວົງ ໄດ້ເນັ້ນຢ້ຳວ່າ:

"ການພັດທະນາໄຟຟ້າ ຢູ່ສປປ ລາວ ສ່ວນໃຫຍ່ແມ່ໄຟຟ້ານ້ຳຕົກ ຊຶ່ງຈັດເປັນ
ພະລັງງານ ໃນກຸ່ມແຫລ່ງພະລັງງານ ທີ່ສະອາດເປັນພະລັງງານທົດແທນໄດ້ ແລະ
ມີຜົນກະທົບນ້ອຍ ຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມພ້ອມກັນນັ້ນ ພະລັງ
ງານໄຟຟ້ານ້ຳຕົກຍັງປະກອບ ສ່ວນອັນໃຫຍ່ຫລວງ ຕໍ່ການພັດທະນາທ້ອງຖິ່ນ
ຊົນນະບົດ ໄປໃນຕົວເປັນການປະກອບສ່ວນສ້າງລາຍຮັບແຫ່ງຊາດ ຈາກການ
ຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ຂະແໜງການອື່ນໆ ໄດ້ຮັບການພັດທະນາ
ອີກດ້ວຍ."

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະເພີ້ມ ຄວາມອາດສາມາດ ການຜະລິດ ພະລັງງານໄຟຟ້າຈາກ 3,200 ເມກາວັດ ໃນປັດຈຸບັນເປັນບໍ່ນ້ອຍກວ່າ 12,500 ເມກາວັດ
ໃນປີ 2020 ຊຶ່ງຈະຕ້ອງດຳເນີນການກໍ່ສ້າງເຂື່ອນໄຟຟ້າ ຈຳນວນ 38 ໂຄງການ ແລະ ໂຮງງານໄຟຟ້າຖານຫິນ 1 ໂຄງການ

ແຕ່ຢ່າງໃດກໍຕາມສຳຫລັບໃນດ້ານຂະແໜງບໍ່ແຮ່ນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່
ໄດ້ທຳ
ການກວດສອບ ການດຳເນີນງານຂອງບັນດາ ບໍລິສັດທີ່ໄດ້ຮັບສຳປະທານຂຸດຄົ້ນ
ແຮ່ທາດ ໃນທົວປະເທດ ຊຶ່ງພົບວ່າ ການດຳເນີນງານຂອງບໍລິສັດສ່ວນໃຫຍ່ບໍ່ເປັນ ໄປຕາມ ສັນຍາ ເຊັ່ນການຄຸ້ມຄອງໂຄງການບໍ່ໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ທຳມະຊາດ ລະບົບນິເວດວິທະຍາ ແລະຊີວິດການເປັນຢູ່ ຂອງປະຊາຊົນ ຢ່າງກວ້າງຂວາງ.

ສ່ວນການຊົດເຊຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະ
ດຽວກັນກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດຄົ້ນ ແຮ່ທາດ ທີ່ບໍ່ໂປ່ງໃສ ແລະ ການປະຕິບັດໜ້າທີ່ ຂອງພະນັກງານລັດ ກໍຍັງບໍ່ລວມສູນ ແລະ ບໍ່ເປັນເອກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມຄອງ ແລະ ການຈັດເກັບລາຍຮັບ ຂອງລັດຖະບານລາວດ້ວຍ.

ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບຂອງ ກະຊວງພະລັງງານ ມີເຖິງ 226 ບໍລິສັດ
ຊຶ່ງກວມເອົາພື້ນທີ່ຂຸດຄົ້ນລວມກັນ ກວ້າງກວ່າ 58,569 ກິໂລແມັດມົນທົນ ໂດຍຄິດເປັນ
ເກືອບ 25 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດລາວໃນປັດຈຸບັນ.

XS
SM
MD
LG