ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງ ປ້ອງກັນປະເທດລາວ ສ້າງຕັ້ງ ວິສາຫະກິດ ເພື່ອ ພັດທະນາ ຊົນນະບົດ


ພົນໂທ ດວງໃຈ ພິຈິດ ລັດຖະມົນຕີປ້ອງກັນປະເທດລາວ
ພົນໂທ ດວງໃຈ ພິຈິດ ລັດຖະມົນຕີປ້ອງກັນປະເທດລາວ
ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ໃໝ່​ເພື່ອ​ການ​
ພັດທະນາ​ຊົນນະບົດ​ ຢ່າງຮອບດ້ານ ​ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ຍັງ​
ຕ້ອງການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃຫ້​ມີ ປະສິດທິພາບ​
ສູງ​ຂຶ້ນ


ກະຊວງປ້ອງ​ກັນ​ປະ​ເທດ​ລາວ ​ໄດ້​ປະກາດ​ການ​ສ້າງ​ຕັ້ງ​ກຸ່ມ​ບໍລິ
ສັດ​ພັດທະນາ​ຊົນນະບົດ ໃໝ່​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ
2013 ທີ່​ຜ່ານ​ມາ ​ໂດຍ​ມີ​ ທ່ານ​ພົນ​ໂທ ດ​ວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດ ຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ໃຫ້​ກຽດ​ເປັນ​ປະທານ​ໃນ​ພິທີ ​ແລະ​ມີນາ​ຍພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ປະທານ​ກໍາມະການ​ບໍລິຫານ​ ຂອງ​ກຸ່ມ​ບໍລິສັດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ດັ່ງກ່າວ.

ນາ​ຍພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ (ກາງ) ລມຕ ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​
ນາ​ຍພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ (ກາງ) ລມຕ ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​

ກຸ່ມ​ບໍລິສັດ​ພັດທະນາ​ຊົນນະບົດ​ໃໝ່ ຖື​ເປັນ​ກຸ່ມ​ບໍລິສັດ​ທີ່​ສ້າງ​ຕັ້ງ​
ຂຶ້ນມາ ​ແທນ​ກຸ່ມ​ບໍລິສັດ​ພັດທະນາ​ເຂດ​ພູດ​ອຍ ທີ່​ກະຊວງ​ປ້ອງ​
ກັນ​ປະ​ເທດ​ໄດ້​ໂອນ​ໄປ​ໃຫ້​ກະຊວງ​ການ​ເງິນ ນັບ​ຈາກ​ປີ 2002 ​
ເປັນ​ຕົ້ນ​ມາ​ແລ້ວ ຊຶ່ງ​ກໍ​ໝາ​ຍຄວາມ​ວ່າ ກຸ່ມ​ບໍລິສັດ​ພັດທະນາ​ຊົນ
ນະບົດ​ໃໝ່​ຈະ​ມີ​ພາລະ​ໜ້າ​ນີ້ ​ຄື​ກັນ​ກັບ​ກຸ່ມ​ບໍລິສັດ​ພັດທະນາ​ເຂດ​
ພູ​ດອຍ ກໍ​ຄື​ການ​ດໍາ​ເນີນ​ທຸລະ​ກິດ ແລ້ວ​ກໍ​ນໍາລາຍ​ໄດ້​ໄປ​ໃຊ້ຈ່າຍ​
ສໍາລັບ​ໂຄງການ​ພັດທະນາ​ຕ່າງໆ ​ໃນ​ເຂດ​ຊົນນະບົດ​ຂອງ​ລາວ​
ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ​ ກຸ່ມ​ບໍລິສັດ​ພັດທະນາ​ຊົນ
ນະ​ບົດ​ໃໝ່ ທີ່ຢູ່​ໃນ​ສັງກັດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ດັ່ງກ່າວ​ນີ້ ຈະ​ມີ​ລາຍ​ຮັບມາ
ຈາກ​ແຫຼ່ງ​ໃດ ຫາ​ກ​ແຕ່​ກໍ​ເປັນ​ທີ່​ຄາດໝາຍ​ໄດ້​ວ່າ ​ແຫຼ່ງລາຍ​ຮັບ​ທີ່​ສໍາຄັນ​ຂອງ​ກຸ່ມ​ບໍລິສັດ​ພັດ
ທະ​ນາ​ຊົນນະບົດ​ໃໝ່​ຈະ​ບໍ່​ແຕກ​ຕ່າງ​ກັບ ​ແຫຼ່ງລາຍ​ຮັບ​ຂອງ​ກຸ່ມ​ພັດະ​ທະນາ​ເຂດ​ພູດ​ອຍ ຊຶ່ງ​ກໍຄື​ລາຍ​ຮັບ​ຈາກ​ສໍາ​ປະທານ​ປ່າ​ໄມ້.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ການ​ເງິນ ກໍ​ໄດ້​ໃຫ້ທັດ​ສະ​ນະວ່າ ​ກໍລະນີທີ່​ໜ້າເປັນ
ຫ່ວງ​ທີ່​ສຸດ ສໍາລັບ​ການ​ສ້າງ​ຕັ້ງ​ກຸ່ມ​ບໍລິສັດ​ພັດທະນາ​ຊົນນະບົດ​ໃໝ່​ນີ້​ ກໍ​ຄື​ລະດັບ​ປະສິດທິ
ພາບ​ໃນ​ການ​ບໍລິຫານ​ງານ ​ການ​ໃຊ້​ຈ່າຍ​ງົບປະມານ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ຄວາມ​ລົ້ມແຫຼວ
​ໃນການ​ບໍລິຫານ​ງານ​ໃນ​ກຸ່ມ​ບໍລິສັດ​ພັດທະນາ​ເຂດ​ພູດ​ອຍ ທີ່​ເຖິງ​ແມ່ນ​ວ່າ​ຈະ​ມີ​ລາຍ​ຮັບ​
ຈາກ​ການ​ຄ້າ​ໄມ້​ຢ່າງ​ຫຼວງ​ຫຼາຍ​ໃນ​ແຕ່ລະ​ປີ ​ແຕ່​ກໍ​ໄດ້​ໃຊ້​ຈ່າຍ​ງົບປະມານ​ໄປ​ໃນ​ການ​ພັດ
ທະນາຊົນນະບົດ ​ພຽງ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ ​ແລະ​ທີ່​ສໍາຄັນ ກໍ​ຄື​ກຸ່ມ​ບໍລິສັດ​ພັດທະນາ​ເຂດ​
ພູດ​ອຍ ຍັງ​ບໍ່ສາມາດ​ຊໍາລະ​ໜີ້​ເງິນ​ກູ້​ຄືນ​ໃຫ້​ກັບ​ທະນາຄານ​ໂລ​ກອີກ​ດ້ວຍ ໂດຍ​ກວມເອົາ
​ກວ່າ 40% ຂອງໜີ້​ເສຍ (NPL) ທັງ​ໝົດ​ໃນ​ລະບົບ​ທະນາຄານ​ຂອງ​ລາວ ​ແລະ​ເຮັດ​ໃຫ້​ຕ້ອງ​ໂອນ​ກິດຈະ​ການ​ໄປ​ໃຫ້​ກັບ​ກະຊວງ​ການ​ເງິນ ​ນັບ​ແຕ່​ປີ 2002 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ.

ຊື່​ງຕໍ່​ບັນຫາດຽວ​ກັນ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກອງທັບ​ປະຊາຊົນ​ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ​ມີຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ມີ​ການ​ພັດທະນາ ​ເພື່ອ​ຍົກ​ລະດັບ​ປະສິດທິພາບ​ໃນ​ການ​ປະຕິ​ວຽກ​ງານ​ຂອງ​ບຸກຄະລາ​ກອນ​ໃນ​ກອງທັບ​ປະຊາຊົນ​ລາວ ​ໂດຍ​ທີ່​ສໍາ​ຄັນ ກໍ​ຄື​ການ​ພັດທະນາ​ດັ່ງກ່າວ​ຍັງ​ຈະ​ຕ້ອງ​ແນ​ໃສ່ ​ການ​ພັດທະນາ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ​ກັບປະ​ເທດສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ ດັ່ງ​ທີ່​ທ່ານ​ພັນ​ໂທ ປາດ​ຖະໜາ ວຸດ​ທິຈັກ ຮອງ​ຫົວໜ້າ​ຫ້ອງ ການ​ກົມ​ໃຫຍ່ເສນາ​ທິການ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ກະ​ແນ່ນອນ​ທີ່​ສຸດ​ວ່າ​ເຮົາ​ເປັນ​ປະ​ເທດສະມາຊິກ​ໃໝ່​ເນາະ ​ແລະຫຼາຍ​ດ້ານ​ທີ່​ພວກ​ເຮົາ​ຍັງ​ບໍ່​ມີ​ຄວາມ​ພ້ອມ ​ໂດຍ​ສະ​ເພາະ​ແມ່ນ​ດ້ານບຸກຄະລາ​ກອນ ​ເປັນ​ວຽກ​ງານ​ນຶ່ງທີ່​ສໍາຄັນ​ທີ່​ສຸດທີ່​ພວກ​ເຮົາ​ຕ້ອງ​ໄດ້​ສ້າງ​ບຸກຄະລາ​ກອນ ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ໃຫ້​ເທົ່າ​ທຽມ​ກັບ​ກອງທັບ​ປະ​ເທດ​ເພື່ອນ​ມິດ ນັບ​ຕັ້ງ​ແຕ່​ໃນດ້ານ​ພາສາ ການ​ນໍາ​ໃຊ້​
ເທ​ກ​ໂນ​ໂລ​ຈີ່ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ເລຶ່ອງ
IT ມັນ​ກະ​ຕ້ອງ​ມີ​ການ​ຍົກ​ລະດັບ​ຂຶ້ນ​ເປັນ​ແຕ່ລະ​ໄລຍະ.”

ນອກຈາກ​ນີ້ ​ເພື່ອ​ເປັນ​ການ​ຕຽມ​ພ້ອມ ​ເພື່ອ​ຮອງ​ຮັບ​ການ​ກ້າວ​ໄປ​ສູ່​ປະຊາ​ຄົມ​ອາ​ຊ່ຽນ​ໃນ ທ້າຍ​ປີ 2015 ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ກໍ​ຍັງ​ໄດ້​ມີ​ການ​ສ້າງ​ຕັ້ງ​ໜ່ວຍ​ພິ​ເສດ​ຂຶ້ນມາ 4 ໜ່ວຍ​ງານ ຊຶ່ງ​ປະ​ກອບ​ດ້ວຍ​ກົມປ້ອງ​ກັນຊາ​ດ ກົມປ້ອງ​ກັນ​ຄວາມ​ສະຫງົບ ກົມ​ຄົ້ນຄວ້າ
​ສັງລວມຮອບດ້ານ​ ​ແລະ​ຫ້ອງການ​ບໍລິຫານ​ການ​ເມືອງ ​ເພື່ອ​ຮັບຜິດຊອບການ​ປະຕິບັດ​ພາລະ​ໜ້າ​ທີ່ ​ໃນ​ຖານະ​ທີ່​ເປັນ​ໜ່ວຍ​ທີ່​ຈະ​ຕ້ອງ​ຕິດຕາມ​ສະພາບ​ການ​ປະ​ຈໍາ​ວັນ ທັງ​ໃນ​ແລະຕ່າງປະ​ເທດ ​ເພື່ອ​ລາຍ​ງານ​ຕໍ່​ຄະນະ​ກໍາມະການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູນກາງ​ ຢ່າ​ງທັນ​ການ.
XS
SM
MD
LG