ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກົມພາສີ ຂອງລາວ ຈະສູນເສຍ ລາຍຮັບ ຫຼາຍກວ່າ 1,600 ຕື້ກີບ ເພາະການຍົກເວັ້ນ ພາສີນຳເຂົ້າ


ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ ໄດ້ຖະແຫລງຢືນຢັນວ່າ ການຄ້າກັບຕ່າງປະເທດ ມີມູນຄ່າເກີນກວ່າ 3,065 ລ້ານດອນລາ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ ໄດ້ຖະແຫລງຢືນຢັນວ່າ ການຄ້າກັບຕ່າງປະເທດ ມີມູນຄ່າເກີນກວ່າ 3,065 ລ້ານດອນລາ.
ກົມພາສີຂອງລາວ ຄາດວ່າຈະສູນເສຍລາຍຮັບ ຄິດເປັນມູນຄ່າ
ຫຼາຍກວ່າ 1,600 ຕື້ກີບໃນປີ 2014 ໂດຍມີສາເຫດມາຈາກການ
ຍົກເວັ້ນພາສີນຳເຂົ້າສິນຄ້າ ໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ລົງ
ທຶນໃນລາວ.

ເຈົ້າໜ້າທີ່ຂັ້ນສູງໃນກົມພາສີ ກະຊວງການເງິນ ເປີດເຜີຍວ່າ ໃນລະຍະໄຕມາດທີ 1 ຫຼື
ຊ່ວງ 3 ເດືອນທຳອິດຂອງປີ 2014 ນີ້ ກົມພາສີໄດ້ຍົກເວັ້ນການຈັດເກັບພາສີອາກອນ ການນຳເຂົ້າສິນຄ້າ ໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວໄປແລ້ວ ຄິດເປັນ
ມູນຄ່າລວມຫຼາຍກວ່າ 400 ຕື້ກີບ ໂດຍຈາກສະພາບການດັ່ງກ່າວ ກໍຍັງເຮັດໃຫ້ສາມາດ
ຄາດໝາຍ ໄດ້ວ່າໃນຕະຫຼອດປີ 2014 ນີ້ ກົມພາສີ ຈະສູນເສຍລາຍຮັບ ຈາກການຍົກ
ເວັ້ນພາສີດັ່ງກ່າວ ຄິດເປັນມູນຄ່າເກີນ ກວ່າ 1,600 ຕື້ກີບຢ່າງແນ່ນອນ.

ທັງນີ້ ໂດຍປະເພດສິນຄ້າທີ່ນຳເຂົ້າ ຈາກຕ່າງປະເທດ ທີ່ເຮັດໃຫ້ທາງການລາວຕ້ອງສູນ
ເສຍລາຍຮັບຫຼາຍທີ່ສຸດນັ້ນ ກໍຄືຍານພາຫະນະ ນ້ຳມັນເຊື້ອເພີງ ເຄື່ອງຈັກ ແລະເຄື່ອງມື
ຕ່າງໆ ທີ່ບັນດາຜູ້ລົງທຶນ ໄດ້ນຳເຂົ້າມາເພື່ອໃຊ້ສອຍ ໃນໂຄງການລົງທຶນຂອງພວກຕົນ
ຄິດເປັນມູນຄ່າລວມກັນ ເກີນກວ່າ 370 ລ້ານດອນລາ ແລະ ໄດ້ຮັບການຍົກເວັ້ນພາສີ
ໄປແລ້ວ ໃນມູນຄ່າລວມຫຼາຍກວ່າ 420 ຕື້ກີບ.

ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າ ການຍົກເວັ້ນ
ພາສີ ທີ່ໄດ້ສົ່ງຜົນກະທົບ ຕໍ່ເນື່ອງໄປເຖິງລາຍຮັບ ພາຍໃນຂອງລັດຖະບານ ແລະ ລະບົບ
ການຄ້າພາຍໃນລາວ ຢ່າງກວ້າງຂວາງດ້ວຍນັ້ນ ກໍຄືການຍົກເວັ້ນພາສີອາກອນໃຫ້ແກ່
ການນຳເຂົ້ານ້ຳມັນເຊື້ອເພີງ ເນື່ອງຈາກການກວດກາ ທີ່ຂາດປະສິດທິພາບ ທີ່ສົມທົບກັບ
ການປະຕິບັດ ໜ້າທີ່ໂດຍບໍ່ສຸດຈະລິດ ຂອງພະນັກງານພາສີ ໄດ້ເປັນຊ່ອງທາງເຮັດໃຫ້
ບໍລິສັດຕ່າງຊາດຈຳນວນໜຶ່ງ ໄດ້ພາກັນນຳເຂົ້ານ້ຳມັນເຊື້ອເພີງ ເກີນກວ່າຄວາມຕ້ອງ
ການທີ່ເປັນຈິງ ແລ້ວລັກລອບຈຳໜ່າຍ ໃຫ້ແກ່ບັນດາຜູ້ຄ້ານ້ຳມັນລາຍຍ່ອຍ ໃນລາວ ໂດຍທີ່ບໍ່ເສຍພາສີອາກອນແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:
ການບໍລິການ ຂາຍນ້ຳມັນຍົກເວັ້ນພາສີ ຖືວ່າມີກຳໄລສູງ ຢູ່ໃນລາວ.
ການບໍລິການ ຂາຍນ້ຳມັນຍົກເວັ້ນພາສີ ຖືວ່າມີກຳໄລສູງ ຢູ່ໃນລາວ.

“ໃນເມື່ອວ່ານ້ຳມັນດັ່ງກ່າວນີ້ ເອົາໄປລົງປ້ຳແລ້ວ ມັນ
ກະສ້າງຄວາມວຸ້ນວາຍ ໃຫ້ຕະຫຼາດນ້ຳມັນຂອງພວກເຮົາ
ເພາະວ່າ ບໍລິສັດທີ່ເຮັດຖືກຕ້ອງແລ້ວ ເອົານ້ຳມັນໄປສົ່ງ
ໃຫ້ປ້ຳຫັ້ນ ຖືວ່າປ້ຳຫັ້ນກະຈະໄດ້ກຳໄລລິດໜຶ່ງ 150 ກີບ
ນ້ຳມັນໂຄງການ ນ້ຳມັນຍົກເວັ້ນພາສີ ເພິ່ນເອົາໄປລົງ
ໃຫ້ປ້ຳນີ້ ເພິ່ນກໍໃຫ້ກຳໄລພໍ່ຄ້າຜູ້ບໍລິການປ້ຳຫັ້ນລິດໜຶ່ງ
400 ຫາ 500 ຮອດ 1,100-1,200 ກີບຕໍ່ລິດ.”


ໂດຍໃນລະຍະ 3 ເດືອນທີ່ຜ່ານມາ ບັນດາບໍລິສັດຕ່າງຊາດ
ໄດ້ນຳເຂົ້ານ້ຳມັນເຊື້ອເພີງແລ້ວ ຄິດເປັນປະລິມາລວມກັນ
ເຖິງ 57 ລ້ານ 8 ແສນ 4 ໝື່ນລິດ ຈຶ່ງຄາດວ່າຈະມີການນຳເຂົ້າ ລວມກັນຫຼາຍກວ່າ 230
ລ້ານລິດ ໃນຕະຫຼອດປີ 2014 ນີ້ ຢ່າງແນ່ນອນ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ກໍໄດ້ຖະແຫລງຢືນຢັນວ່າ ການຄ້າຕ່າງປະເທດຂອງລາວ ໃນລະຍະ 6 ເດືອນທຳອິດ ໃນ
ແຜນການປະຈຳປີ 2013-2014 ນີ້ ມີມູນຄ່າເກີນກວ່າ 3,065 ລ້ານດອນລາ ໂດຍເພີ້ມຂຶ້ນ
ເຖິງ 50.17 ເປີເຊັນ ທຽບກັບລະຍະດຽວກັນ ຂອງປີກາຍ.

ໂດຍລາວໄດ້ສົ່ງສິນຄ້າ ອອກໄປຕ່າງປະເທດ ໃນມູນຄ່າລວມ 1,101 ລ້ານດອນລາແຕ່ກໍ
ໄດ້ນຳເຂົ້າສິນຄ້າ ຈາກຕ່າງປະເທດ ຄິດເປັນມູນຄ່າເກີນກ່ວາ 2,000 ລ້ານດອນລາຈຶ່ງເຮັດ
ໃຫ້ລາວຂາດດຸນ ການຄ້າຕ່າງປະເທດແລ້ວ ຄິດເປັນມູນຄ່າເຖິງ 899 ລ້ານດອນລາ ຊຶ່ງ
ເກີນກວ່າ ລະດັບຄາດໝາຍ ຕະຫຼອດແຜນການປີແລ້ວເຖິງ 62.8 ເປີເຊັນ.

ທັງນີ້ກໍເນື່ອງຈາກວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ ການສົ່ງສິນຄ້າອອກ
ໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມບໍ່ນ້ອຍກວ່າ 2,178 ລ້ານດອນລາ ແລະ ຄວບຄຸມ
ການນຳສິນຄ້າເຂົ້າ ຈາກຕ່າງປະເທດ ໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 2,730 ລ້ານດອນລາ
ໃນຕະຫຼອດແຜນການປີ 2013-2014 ນີ້ ຊຶ່ງຈະເຮັດໃຫ້ລາວຂາດດຸນ ການຄ້າຕ່າງປະເທດ
ໃນມູນຄ່າລວມພຽງບໍ່ເກີນ 552 ລ້ານເທົ່ານັ້ນ ຫາກແຕ່ວ່າໃນສະພາບການ ທີ່ເປັນຈິງກໍຄົງ
ຈະເປັນໄປບໍ່ໄດ້ແລ້ວ ທີ່ລັດຖະບານລາວ ຈະຂາດດຸນການຄ້າຫຼາຍກວ່າ 1,550 ລ້ານ
ດອນລາ ຫຼືເກີນແຜນການເຖິງ 180 ເປີເຊັນ ນັ້ນເອງ.
XS
SM
MD
LG