ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄມໄຟຈີນ ສ້າງ ຄວາມຕື່ນຕາຕື່ນໃຈ ໃຫ້ຜູ້ຊົມ ຢູ່ພາກໃຕ້ ລັດແຄລິຟໍເນຍ (ວີດີໂອ/ສະໄລດ໌/ ລາຍງານ ພາສາອັງກິດຊ້າໆ)


Californians Enjoy Huge Chinese Lanterns
please wait

No media source currently available

0:00 0:02:41 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໂຄມ​ໄຟ​ຈີນທີ່​ມີ​ປະຫວັດສາດ​ຍາວ​ນານ ກຳລັງສົ່ງ​ແສງ​ສະຫວ່າງ
ສ້າງ​ສີສັນ​ໃນ​ສະ​ໄຕ​ຂອງ​ສັດຕະວັດ​ທີ 21 ຢູ່​ໃນງານມະຫະກຳຂອງ
ເຂດ​ມະຫາ​ນະຄອນ Los Angeles ທີ່​ເມືອງ Pomona ໃນ​ພາກ
​ໃຕ້​ລັດ California. Anne Ball ລາຍ​ງານ​ໃຫ້ແກ່​ພະ​ແນ​ກພາສາ​
ອັງກິດ​ພິ​ເສດ ຊຶ່ງ​ດາ​ຣາຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ໂຄມ​ໄຟ​ຈີນ ຫລາຍ​ສິບ​ອັນ ​ໃນ​ຮູບ​ແບບ​ຕ່າງໆ ກຳລັງ​ສ້າງ​ສີສັນ ​
ແລະ​ແສງສີ​ອັນ​ສວຍ​ງາ​ມ ​ໃຫ້​ແກ່ງານມະຫະກຳຂອງເຂດ​ມະຫາ
ນະຄອນ Los Angeles ຫລື Los Angeles County Fair ​ໃນ
​ພາກ​ໃຕ້​ລັດ California. ພວກ​ໄປ​ທ່ຽວ​ງານໄດ້ເບິ່ງ​ໄດ້​ຊົມໂຄມ​ໄຟ
​ແບບພື້ນ​ເມືອງ​ດັ້ງ​ເດີມ ຈາກ​ປະ​ເທດ​ຈີນ ຕະຫລອດ​ທັງໂຄມ​ໄຟ​ໃນ​
ຮູບ​ຂອງ​ສັດ​ຕ່າງໆ ​ແລະຜົນງານ​ສິນລະປະ​ທີ່​ມີ​ຊື່​ສຽງ ທີ່​ເຮັດ​ໂດຍນັກສິນລະປະ ທີ່​ມາ​ຈາກ
ເມືອງ​ນຶ່ງຂອງ​ຈີນ ​ທີ່​ມີ​ຊື່​ສຽງ​ໃນ​ດ້ານ​ຜະລິດ​ໂຄມ​ໄຟ.

​ໃນ​ຕອນ​ກາງຄືນ ພວກ​ຜູ້​ໄປ​ຊົມ​ງານ​ສະ​ແດງ​ໂຄມ​ໄຟ​ນີ້ ຈະ​ພາກັນ​ຍ່າງ​ຜ່ານ​ປະຕູ​ສີ​ແດງ ​ເຂົ້າ​ໄປ​ຍັງ​ໂລກ​ຂອງ​ແສງ​ສີ ຂອງກຳມະຫຍີ່ ​ແລະ​ເຫລັກ​ກ້າ. ​ເຂົາ​ເຈົ້າແປກ​ຕາ​ແປກ​ໃຈ​ກັບ​ສິ່ງ​ທີ່​ໄດ້​ເຫັນ.

ຜູ້​ຊົມຄົນ​ນຶ່ງ​ເວົ້າ​ວ່າ: “​ກ່ອນ​ມາ ຂ້ອຍ​ບໍ່​ຮູ້​ວ່າ ຈະ​ຄາດ​ຫວັງວ່າ ຈະ​ໄດ້​ເຫັນ​ສິ່ງ​ໃດ.”

ການ​ສະ​ແດງ​ໂຄມ​ໄຟ​ກາງ​ແຈ້ງ​ ຢູ່​ໃນ​ງານມະຫະກຳ​ຂອງນະຄອນ Los Angeles ຫລື Los Angeles County Fair ​ເອີ້ນ​ວ່າ Luminasia ​ຊຶ່ງເປັນ​ຄຳ​ປະສົມ​ຂອງຄຳ “Lumin” ​ທີ່​ມາຈາກ​ຄຳ​ວ່າ ​light ​ກໍ​ຄື​ແສງ ​ແສງ​ໄຟ ແສງສະຫວ່າງ ຫລື​ແສງ​ສີ ​ແລະ “Asia” ກໍ​ຄື​ເອ​ເຊຍ
ຊຶ່ງ​ໃນ​ທີ່​ນີ້​ໝາຍ​ເຖິງ ຈີນ ຫລື China. ພວກ​ມາ​ຊົມ​ຫລາຍໆ​ຄົນ ຄາດ​ວ່າ​ຈະ​ໄດ້​ເຫັນ​ໂຄມໄຟ
​ແບບ​ປະ​ເພນີ​ດັ້ງ​ເດີມ​ຂອງ​ຈີນ​ ​ແລະ​ເຂົາ​ເຈົ້າ​ຕ້ອງ​ແປກ​ໃຈ ທີ່ໄດ້​ໂຄມ​ໄຟ ​ໃນ​ຮູບ​ຂອງ​ໂຕປາ
ໂຕກົບ ​ແລະ​ແມ່ນ​ແຕ່​ອະນຸສາວະລີ ​ເທພີ​ແຫ່ງ​ເສລີ​ພາບ ຫລື Statue of Liberty.

ທ່ານ Ge Liang ​ຜູ້​ຈັດງານ​ສະ​ແດງ​ໂຄມ​ໄຟ​ນີ້ ມີ​ຄວາມ​ປະທັບໃຈ​ ກັບຜົນງານ​ສິນລະປະ
ເຫ​ລົ່ານີ້ ຫລາຍ​.

ທ່ານ Ge Liang ​ເວົ້າ​ວ່າ: “ຕອນ​ຂ້ອຍ​ເຫັນ​ຮູບ​ໂຄມ​ໄຟເຫລົ່າ​ນີ້ເທື່ອ​ທຳ​ອິດ ຂ້ອຍຄິດ​
ກັບ​ໂຕ​ເອງ​ວ່າ ​
'ໂຮ້ ມັນ​ຈະ​ເຮັດ​ໄດ້​ແນວ​ໃດ?' ມັນ​ ໜ້າ​ງຶດ​ງໍ້​ຫລາຍ ສຳ​ຫລັບ​ຂ້ອຍ.”

​ໂຄມ​ໄຟ​ໃນ​ຮູບ​ລັກສະນະ​ແປກໆ​ເຫລົ່າ​ນີ້ ​ແມ່ນ​ສິ່ງພິ​ເສດ​ຈາກ​ເມືອງ Zigong ຂອງ​ຈີນ. ນັກ​ສິນລະປະ​ຈາກ​ເມືອງ Zigong ​ແມ່ນ​ມີ​ຊື່​ສຽງ ​ໃນ​ດ້ານ​ການ​ເຮັດ​ໂຄມ​ໄຟ. ​ເຂົາ​ເຈົ້າ​ສ້າງ​ໂຄມ​ໄຟແຕ່ລະອັນ ຢູ່​ງານ​ມະຫະກຳ Los Angeles County Fair ຕັ້ງ​ແຕ່ເລີ້ມ​ຕົ້ນ​ຈົນ​ແລ້ວ.

ທ່ານ Ge Liang ​ເວົ້າ​ວ່າ: “​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ຝົນ​ ​ເຮັດ​ໂຄມ​ໄຟ ມາ​ຕັ້ງ​ແຕ່​
ຍັງ​ນ້ອຍ​ໆ.”

ທີ​ມນັກ​ສິນລະປະ ຈຳນວນ 49 ຄົນ ທີ່​ມີ​ທັງ ຊ່າງ​ໄຟຟ້າ ຊ່າງ​ເຫລັກ ​ແລະຊ່ຽວຊານ​ດ້ານແຜ່ນ​ແພ ພາກັນ​ເຮັດ​ວຽກ​ເປັນ​ເວລາ​ນຶ່ງ​ເດືອນ ​ເພື່ອສ້າງ​ໂຄມ​ໄຟ​ເຫລົ່າ​ນີ້.

ທ້າວ Song Hui ​ຊ່າງ​ເຫລັກ​ຄົນ​ນຶ່ງ​ໃນ​ທີ​ມງານ ​ເວົ້າ​ວ່າ ລາວ​ເຫັນ ຜົນ (results) ຂອງ
ຄວາມ​ພະຍາຍາມ​ (efforts) ຂອງ​ລາວ ກາຍ​ມາ​ເປັນຄວາມ​ຈິງ. ​ເວລາ​ເຂົາ​ເຈົ້າ​ສຳ​ເລັດ​ງານ​ສະ​ແດງ​ຢູ່​ບ່ອນ​ໃດ ​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ມີ​ຄວາມ​ພຶງ​ພໍ​ໃຈ. ມັນ​ສະທ້ອນ​ໃຫ້​ເຫັນ​ຄຸນຄ່າ​ຂອງພວກ​ເຂົາ​ເຈົ້າ ບໍ່​ວ່າ​ຢູ່​ໃນ​ປະ​ເທດ​ຈີນ ຫລື​ແຫ່ງ​ອື່ນ​ໃດ​ກໍ​ຕາມ.

Song Hui ກ່າວ​ວ່າ ບໍ່​ມີ​ຊາວ​ອາ​ເມຣິກັນ​ຫລາຍ​ຄົນ​ດອກ ທີ່​ໄດ້​ເຫັນ​ສິນລະປະ​ໂຄມ​ໄຟ
ແບບ​ນີ້. ລາວ​ເວົ້າ​ວ່າ ມັນ​ຊ່ວຍ​ໂຄສະ​ນາ ວັດທະນະທຳ (culture) ຂອງ​ຈີນ ອອກ​ໄປ​ທົ່ວ
ໂລກ ​ແລະ​ຊ່ວຍ​ໃຫ້ ຄົນ​ອື່ນໆ ​ເຂົ້າ​ໃຈ​ວັດທະນະທຳ​ນັ້ນນຳ.

ເບິ່ງພາບຈາກງານສະແດງໂຄມໄຟຈີນ ທີ່ນະຄອນ St. Louis ລັດ Missouri ເມື່ອເດືອນມິຖຸນາ 2012:

Jim Henwood ​ເປັນ​ປະທານ ​ແລະ​ຫົວໜ້າ​ຄະນະ​ບໍລິຫານ​ສະມາຄົມ ຈັດ​ງານ​ມະຫະກຳ​ຂອງ​ ເຂດ​ມະຫາ​ນະຄອນ ລອສ ​ແອນ​ຈີ​ແລ​ສ ຫລື Los Angeles County. ທ່ານ​ກ່າວ​ວ່າ ການ​ນຳ​ສະ​ເໜີ​ແບບ​ນີ້​ ເປັນ ວິທີ​ທາງ​ນຶ່ງ​ສຳ​ຫລັບ​ໃຫ້​ປະຊາຊົນ ຈາກ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ ສາມາດ​ເຂົ້າ​ໃຈ​ ຊຸມ​ຊົນ​ຈີນ​ທີ່​ດຳລົງ​ຊີວິດ ​ຢູ່​ໃນ​ພາກ​ໃຕ້​ລັດ​ແຄ​ລິ​ຟໍ​ເນຍ ໄດ້​ດີ​ຂຶ້ນ.

“How do we bridge the ethnic diversity in a cultural environment

ທ່ານ Henwood ກ່າວ​ວ່າ: “​ເຮັດ​ແນວ​ໃດ ພວກ​ເຮົາ​ຈະ​ສ້າງ​ສະພານ​ເຊື່ອມ​ຕໍ່
ຄວາມ​ແຕກ​ຕ່າງ​ຫລາກ​ຫລາຍທາງດ້ານ​ຊົນ​ຊາດ ຢູ່​ໃນ​ສະພາບແວດ​ລ້ອມ​ທາງວັດທະນະທຳ ທີ່​ມີ​ຄວາມ​ສຳຄັນ​ແລະ​ມີ​ຄວາມ​ໝາຍ ຢູ່​ໃນ​ເຂດ​ພາກ​ໃຕ້​
ລັດ​ແຄ​ລິ​ຟໍ​ເນຍນີ້​ ໄດ້?”

ຄຳ​ຕອບ​ນຶ່ງ ກໍ​ຄື​ງານ​ສະ​ແດງແສງໄຟ Luminasia. ພວກ​ໄປ​ເບິ່ງ​ໄປ​ຊົມ ສາມາດ​ຍ່າງ​ຜ່ານ​ການສະ​ແດງ​ແສງ​ສີກາງ​ແຈ້ງນີ້ ​ແລະ​ໄດ້​ເຫັນ ຜົນງານສິນລະປະ​ໂຄມ​ໄຟ​ໃນ​ຮູບ​ຂອງ​ສັດ​ໃນ​ຕຳນານ ​ເຊັ່ນ​ໂຕ​ມັງກ​ອນ ​ແລະ​ນົກ​ຟີ​ນິກສ໌ (phoenix). ຜູ້​ຊົມ​ຍັງ​ໄດ້​ເຫັນ​ໂຄມ​ໄຟ ​ໃນ​ຮູບ​ຂອງ​ສິ່ງ​ມະຫັດສະຈັນ​ຂອງ​ໂລກ​ບາງ​ອັນ ເຊັ່ນ​ຮູບ​ໂຕ Sphinx ຂອງ​ອີ​ຈິບ ​ແລະ​ຮູບ​ປັ້ນ​ຕ່າງໆ (statues) ຈາກ​ເກາະ Easter. ນອກ​ນັ້ນ​ແລ້ວ ກໍ​ຍັງ​ມີ​ໂຄມ​ໄຟ ສຳ​ຫລັບ​ສະຖານ​ທີ່​ທີ່​ມີ​ຊື່ສຽງ​ຫລາຍໆ​ແຫ່ງ ​ໃນ​ນະຄອນ ລອສ ​ແອນ​ຈີ​ແລ​ສ ​ເຊັ່ນ​ປ້າຍ Hollywood ອັນ​ໃຫຍ່​ໂຕ.

​ເບິ່ງ​ຄື​ວ່າ ທຸກໆ​ຄົນ​ໂຮມ​ທັງ​ຄູ່​ຜົວ​ເມຍ Marvin ກັບ Mayra Fuentes ​ແລະ​ລູກ​ຊາຍ​ນ້ອຍ ຕ່າງ​ກໍ​ມີສິ່ງ​ທີ່​ຕົນ​ມັກ​ເປັນ​ພິ​ເສດ.

ຊາຍຄົນນື່ງເວົ້າວ່າ: “ສຳ​ຫລັບ​ຂ້ອຍເອງແລ້ວ ​ແມ່ນ​ມັງກອນ​ໂຕ​ໃຫຍ່​ນັ້ນ.

ເມຍຂອງລາວເວົ້າວ່າ: “ຂ້ອຍມັກ​ໂຄມ​ໄຟ ຂອງ​ທີ​ມ baseball Dodgers
ຫລາຍ​ກ່ວາ. ມັນ​ຄື​ສີ​ຄັກໆ ​ເພາະວ່າ ມັນ​ໃຫຍ່​ຫລາຍ ​ແລະ​ເປັນໂຕ​ແທນ​
ຂອງ ລອສ ​ແອນ​ຈີ​ແລ​ສ ຢ່າງ​ສິ້ນ​ເຊີງ.”

​ເບິ່ງ​ຄື​ວ່າ ຜູ້​ຄົນ​ຈາກ​ທຸກ​ເພດ​ທຸກ​ໄວ ກໍ​ສາມາດ​ມ່ວນ​ຊື່​ນ​ເພີດ​ເພີນ ກັບດິນ​ແດນມະຫັດສະ
ຈັນ​ຂອງ​ແສງສີ​ອັນ​ນີ້​ໄດ້. ງານ​ມະຫະກຳ​ໂຄມ​ໄຟ Luminasia ຈະ​ດຳ​ເນີນ​ໄປຈົນຮອດ ​ວັນ​ທີ 29 ​ເດືອນ​ກັນຍາ​ນີ້.

ແລະ​ນັ້ນ​ກໍ​ຄື​ລາຍ​ງານ​ຂອງ​ພະ​ແນ​ກພາສາ​ຮຽນອັງກິດ​ ​ແລະ​ຄຳ​ສັບໃນ​ລາຍ​ງານ​ນີ້ ​ທີ່​ເຮົາ​ຈະ​ສອນ​ທ່ານ​ ກໍ culture c-u-l-t-u-r-e ​ແປ​ວ່າ ວັດທະນະທຳ effort e-f-f-o-r-t ​ແປ​ວ່າ ຄວາມ​ພະຍາຍາມ light l-i-g-h-t ​ແປ​ວ່າ ​ແສງ​ໄຟ ​ແສງ​ສີ ຫລື​ແສງ​ສະຫວ່າງ result r-e-s-u-l-t ແປ​ວ່າ ຜົນຫລື​ໝາກຜົນ statue s-t-a-t-u-e ແປ​ວ່າ ຮູບປັ້ນ.

ທ່ານ​ສາມາດ​ເຂົ້າ​ໄປຟັງ​ລາຍ​ງານ​ນີ້ ​ເປັນ​ພາສາ​ອັງກິດ ທາງ​ເວັບ​ໄຊ້ ຂອງເຮົາ​ໄດ້ ​ແລະ​ຄະ​ລິກບ່ອນ​ລິ້ງພາສາ​ອັງກິດ ​ເພື່​ອ​ເຂົ້າ​ໄປ​ຝຶກ​ຫັດ​ໃຊ້ ຄຳ​ສັບ​ເຫລົ່າ​ນີ້​ໄດ້.

Words in the News ຄຳສັບໃນຂ່າວ:

culture – n. ແປວ່າ ວັດທະນະທຳ ໝາຍເຖິງ ຄວາມເຊື່ອຖື ປະເພນີ ແລະສິນລະປະ ທັງໝົດ ຂອງຄົນກຸ່ມນຶ່ງ ຫລືຊົນຊາດນຶ່ງ all the beliefs, traditions and arts of a group or population

effort – n. ແປວ່າ ຄວາມພະຍາຍາມ ຫລື ວຽກທີ່ຈຳເປັນ ເພື່ອຈະເຮັດສິ່ງໃດສິ່ງນຶ່ງ
an attempt; the work necessary to do something

light – n. ແປວ່າ ແສງ ແສງໄຟ ແສງສີ ຫລືແສງສະຫວ່າງ ກໍຄື ຮູບແບບນຶ່ງຂອງພະລັງ ງານ ທີ່ກະທົບສາຍຕາ ແລະພາໃຫ້ເຮົາສາມາດແລເຫັນໄດ້ a form of energy that affects the eyes so that one is able to see; ສິ່ງທີ່ຜະລິດແສງ anything that produces light; ad. ຖ້າເປັນຄຳກິລິຍາວິເສດ ແປວ່າ ສົດໃສ bright; ແຈ້ງ clear;
ບໍ່ໜັກ ຫລື ເບົາ not heavy

result – v. ແປວ່າ ເປັນຜົນເຮັດໃຫ້ ຍັງຜົນໃຫ້ to happen from a cause; n. ຖ້າເປັນຄຳນາມ ແປວ່າ ຜົນ ທີ່ເກີດຈາກສາເຫດໃດນຶ່ງ that which follows
or is produced by a cause; ຜົນ effect

statue – n. ແປວ່າ ຮູບປັ້ນ a form of a human, animal or other creature
usually made of stone, wood or metal

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

Chinese lanterns are lighting up the Los Angeles County Fair in southern California. Visitors can see traditional hanging lanterns from China. But they can also see lanterns made in the shape of animals and famous works of art. These products were created by artists from a Chinese city that is famous for its lanterns.

At night, visitors to the lantern exhibit pass through red gates and enter a world of light, satin and steel. These people are surprised at what they saw.

“I did not know what to expect.”

This outdoor show at the Los Angeles County Fair is called Luminasia. “Lumin” comes from the word light, and “Asia” refers to China. Many visitors expected to see traditional Chinese lanterns. They were surprised to see lanterns in the shape of fish, frogs and even the Statue of Liberty.

Ge Liang organized the exhibit. He is impressed with these works of art.

“When I first saw the pictures I thought to myself, 'wow how can this be made?' It is very, very, fascinating to me.”

The unusual lanterns are a specialty from the Chinese city of Zigong. Artists from Zigong are famous for making lanterns. They built each one at the Los Angeles County Fair from beginning to end.

“They are trained at a very young age on how to make them.”

A team of 49 artists worked for one month to build these lanterns. The team included electricians, fabric experts, and metal workers.

Song Hui is one of the metal workers. He says he sees the results of his efforts become reality. Everywhere that they finish a job, they feel a sense of satisfaction. It reflects their value, whether it is in China or somewhere else.

Song Hui says not many Americans have seen this kind of lantern art. He says it helps publicize Chinese culture around the world and helps other people understand the culture.

Jim Henwood is President and Chief Executive Officer of the Los Angeles County Fair Association. He says this presentation is a way for people of different cultures to better understand the Chinese community that lives in southern California.

“How do we bridge the ethnic diversity in a cultural environment that is important and significant here in southern California?”

One answer is Luminasia. Visitors can walk through the outdoor light show and see lantern art from legendary creatures like a dragon and phoenix. But visitors will also find some of the wonders of the world, such as the Egyptian Sphinx and the Easter Island statues. There are also lanterns for famous places in Los Angeles, such as the huge Hollywood sign.

Everyone, including Marvin and Mayra Fuentes and their young son, seems to have a favorite.

“The big dragon, I think, for myself.”

“I kind of like the Dodgers (baseball team) stuff - that was kind of cool. Cause it's so big and completely LA.”

It seems people of all ages can enjoy this wonderland of lights.

I’m Anne Ball.

Elizabeth Lee reported this story from Los Angeles. Adam Brock wrote it for Learning English. George Grow edited it.

________________________________________________________________

Words in the News

culture – n. all the beliefs, traditions and arts of a group or population

effort – n. an attempt; the work necessary to
do something

light – n. a form of energy that affects the eyes so that one is
able to see; anything that produces light; ad. bright; clear;
not heavy

result – v. to happen from a cause; n. that which follows
or is produced by a cause; effect

statue – n. a form of a human, animal or other creature
usually made of stone, wood or metal

Now it's your turn to use these Words in the News. In the comment section, write a sentence using one of these words and we will provide feedback on the use of vocabulary and grammar.

XS
SM
MD
LG