ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ລາວ ແລະ ​ຈີນ ຈະ​ເລີ່​ມ ການ​ຮ່ວມ​ມືອອກ​ອາກາດ ທາງໂທລະພາບ ໃນ​ທ້າຍ​ເດືອນ​ພຶດສະພາ​ນີ້


ຜູ້ອຳນວຍການສະຖານີໂທລະພາບແຫ່ງຊາດລາວ ແລະ ໂທລະພາບສູນກາງຂອງຈີນ ຮ່ວມກັນລົງມືເຊັນສັນຍາ
ຜູ້ອຳນວຍການສະຖານີໂທລະພາບແຫ່ງຊາດລາວ ແລະ ໂທລະພາບສູນກາງຂອງຈີນ ຮ່ວມກັນລົງມືເຊັນສັນຍາ

ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ກັບ​ໂທລະພາບ​ສຸນ​ກາງຂອງ​ຈີນ ຈະ​ເລີ່​ມຈັດຕັ້ງປະຕິບັດ​ການ​ຮ່ວມ​ມື ​ໃນ​ການ​ອອກ​ອາກາດ​ລາຍ​ການ​ຕ່າງໆ​ ຂອງ​ຈີນ​ທາງ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໃນ​ທ້າຍ​ເດືອນ​ພຶດສະພາ​ນີ້.

ພິທີ​ເປີດ​ໂຄງການ​ຮ່ວມ​ມື​ໃນ​ການ​ພັດທະນາ​ວຽກ​ງານ​ໂທລະພາບ ລະຫວ່າງ​ໂທລະພາບ​ສູນ​ກາງຂອງ​ຈີນ​ປະຈຳ​ແຂວງ​ຢຸນໜານ ກັບ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ ກາ​ນ​ເມື່ອ​ບໍ່​ນານ​ມາ​ນີ້​ຢູ່ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ມີ​ທ່ານ​ເສິນ ຮ່າວ ​ເຈົ້າ​ແຂວງ​ຢຸນໜານ ກັບ​ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ ກະຊວງ​ຖະ​ແຫລ​ງຂ່າ​ວ ວັດທະນະທຳ ​ແລະ​ທ່ອງ​ທ່ຽວ ​ເປັນ​ປະທານ​ໃນ​ພິທີ​ຮ່ວມ​ກັນ.

​ໂດຍ​ພາຍ​ໃຕ້​ການ​ຮ່ວມ​ມື​ດັ່ງກ່າວນີ້ ​ໂທລະພາບ​ສູນ​ກາງຂອງ​ຈີນ ຈະ​ເປັນ​ຝ່າຍ​ຜະລິ​ດ ລາຍການ​ຕ່າງໆ ​ເຊັ່ນ​ລາຍການ​ລະຄອນ ລາຍການ​ກາ​ຕູນ ​ແລະ​ລາຍການ​ສາລະ​ຄະດີ ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ກະສິກຳ​ຂອງ​ຈີນ​ ທີ່​ໄດ້​ຮຽບຮຽງ ​ແລະ​ພາກ​ເປັນ​ພາສາ​ລາວ​ແລ້ວນັ້ນ ມາ​ອອກ​ອາກາດ​ທາງ​ໂທລະພາບ​ແຫ່ງ​ຊາດ​ລາວ ​ເປັນ​ປະຈຳ​ທຸກ​ວັນ ນັບ​ແຕ່​ທ້າຍ​ເດືອນ​ພຶດສະພາ 2015 ນີ້ ​ເປັນຕົ້ນ​ໄປ.

ທາງ​ດ້ານ​ທ່ານບຸນເຈົ້າ ພິຈິດ ຜູ້ອຳນວຍການ ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ໂທລະພາບ​ແຫ່ງ​ຊາດລາວ ກັບ ​ໂທລະພາບ​ສູນ​ກາງຂອງ​ຈີນ​ດັ່ງກ່າວນີ້ ຖື​ເປັນ​ສ່ວນ​ໜຶ່ງ ຂອງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ລະຫວ່າງ​ສອງ​ຊາດ​ລາວ-ຈີນ ພາຍ​ໃຕ້​ເປົ້າໝາຍ​ເພື່ອ​ເປັນ​ການ​ເພີ່ມ​ສີສັນ ​ແລະ​ຄວາມ​ບັນ​ເທີງ​ໃຫ້​ບັນດາ​ຜູ້​ຊົມ​ໂທລະພາບ​ແຫ່ງ​ຊາດ​ລາວ ທັງ​ກໍ​ຍັງ​ເປັນ​ການ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ມິດຕະພາບ ການ​ຮ່ວມ​ມື ແລະ​ການ​ແລກປ່ຽນ​ໃນ​ວຽກ​ງານ​ຖະ​ແຫລ​ງຂ່າວ​-ວັດທະນະທຳ ລະຫວ່າງ​ລາວ​ກັບ​ຈີນ​ໃຫ້​ໃກ້ຊິດ​ຫຼາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ.

ນອກຈາກ​ການ​ຮ່ວມ​ມື ​ກັບ​ໂທລະ​ພາບ​ສູນ​ກາງຂອງ​ຈີນ ປະຈຳ​ແຂວງ​ຢຸນໜານ​ດັ່ງກ່າວ ​ໂທລະພາບ​ແຫ່ງ​ຊາດ​ລາວ ກໍ​ຍັງ​ໄດ້​ລົ​ງນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າ ດ້ວຍ​ການ​ຮ່ວມ​ມືດ້ານ​ຂໍ້​ມູນ​ຂ່າວສານ ຮ່ວມ​ກັບ​ສະຖານີ​ໂທລະພາບ​ສູນ​ກາງ ປະຈຳ​ແຂວງ​ກວາງ​ສີ​ຂອງ​ຈີນ​ອີກ​ດ້ວຍ ທັງ​ນີ້ ​ໂດຍ​ຝ່າຍ​ຈີນ​ຕົກລົງ​ຈະ​ໃຫ້ການ​ຊ່ວຍ​ເຫຼື​ອ​ໂທລະພາບແຫ່ງ​ຊາດ​ລາວ​ ​ໃນ​ການ​ພັດທະນາ​ຄຸນ​ນະພາ​ບຂໍ້​ມູນ​ຂ່າວສານ ​ແລະ​ເຕັກນິກ​ການ​ອອກ​ອາກາດ ​ໃນ​ລະບົບ Digital ຢ່າງ​ສົມບູນ​ພາຍ​ໃນ​ປີ 2015 ດ້ວຍ​ເງິນ​ທຶນ​ກວ່າ 130 ລ້ານດອນ​ລາ.

​ແຕ່​ກໍ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ ການ​ລົງ​ນາມ​ໃນ​ຄວາມ​ຮ່ວມ​ມື​ດັ່ງກ່າວ​ນີ້ ​ໄດ້​ມີ​ຂຶ້ນ​ໃນ​ຂະນະ​ທາງ​ການ​ລາວ ກຳລັງ​ພະຍາຍາມ​ດຳ​ເນີນ​ມາດ​ຕະການ​ກວດກາ​ການ​ນຳ​ໃຊ້​ສື່​ສັງຄົມ (Social Media) ​ໃນ​ລະບົບ Internet ທີ່​ມີ​ການ​ຮັບ​ສົ່ງ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ກັນ​ຕະຫຼອດ​ເວລາ​ນັ້ນ ​ໂດຍ​ທີ່​ທາງ​ການ​ລາວ​ຈະ​ມີ​ການ​ເພີ່ມ​ມາດ​ຕະການ​ກວດກາ ຢ່າງ​ເຂັ້ມງວດ​ໃຫ້​ຫຼາຍ​ກວ່າ​ເກົ່າ ​ເນື່ອງ​ຈາກ​ເຫັນ​ວ່າ ​ໄດ້​ມີ​ການ​ນຳໃຊ້​ສື່​ສັງຄົມ​ໄປ​ໃນ​ທາງ​ ທີ່​ບໍ່​ສ້າງ​ສັນ​ຫຼາຍ​ຂຶ້ນ ທັງ​ຍັງ​ມີ​ການ ​ໃຫ້ຂໍ້​ມູນຂ່າວສານ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ການ​ດຳ​ເນີນ​ມາດ​ຕະການ​ກວດກາ ​ໃນໄລຍະ​ທີ່​ຜ່ານ​ມາ ກໍ​ຍັງ​ພົບ​ວ່າ ມີ​ການ​ນຳ​ໃຊ້​ສື່​ສັງຄົມ ອິນ​ເຕີ​ເນັດ ​ໄປໃນ​ການ​ວິພາກ​ວິຈານ​ທາງ​ການເມືອງ ​ແລະໃສ່​ຮ້າຍ​ປ້າຍ​ສີກາ​ນນຳ ໃນ​ພັກ ​ແລະ​ລັດ​ຖະບານ​ລາວ​ອັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໄດ້​ອີກ​ດ້ວຍ​ເພາະສະນັ້ນ ຈຶ່ງ​ຈະ​ຕ້ອງ​ມີ​ການ​ດຳ​ເນີນ​ມາດ​ຕະການ​ປິດ​ກັ້ນສື່​ສັງຄົມ​ດັ່ງກ່າວ​ຢ່າງ​ເຂັ້ມງວດ ​ໃນ​ໄລຍະ​ຕໍ່​ໄປ​ນີ້ ດັ່ງ​ທີ່​ທ່ານ​ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການ ກະຊວງ​ໄປສະນີ ​ແລະ​ໂທລະ​ຄົມມະນາຄົມ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“​ໃນ​ການ​ໃຊ້​ສື່​ສັງຄົມ Online ນີ້ ຜົນ​ປະ​ໂຫຍດນີ້ ກໍ​ເພື່ອ​ເປັນ​ຂໍ້​ມູນ ​ແລະ​ແບ່ງ​ຂໍ້​ມູນ​ຄວາມ​ຮູ້ ສາລະ​ຕ່າງໆ​ ການ​ໂຄສະນາ​ເຜີຍ​ແຜ່​ປະຊາສຳພັນ ລະຫວ່າງ​ບຸກຄົນ​ກັບ​ບຸ​ກຄົນ ລະຫວ່າງ​ອົງການກັບອົງການ ​ແລະ​ບັນດາ​ນັກ​ທຸລະ​ກິດ ກໍ​ຄື​ການ​ຄ້າ​ແຕ່​ຖ້າ​ຫາກ​ບັນຊີ​ໃດ ຫຼື​ວ່າ​ຜູ້​ໃດ ຂໍ້ຄວາມໃດ ທີ່​ມັນ​ເປັນ​ໄພ​ແກ່​ສັງຄົມ ​ເປັນ​ໄພ​ແກ່​ຜູ້ອື່ນ ​ແລະ​ປະ​ເທດ​ຊາດ​ຫັ້ນ ພວກ​ເຮົາ​ຈະ​ຕັດ​ເປັນ​ກໍລະນີ​ໄປ.”

ການ​ນຳ​ໃຊ້​ສື່​ສັງຄົມ​ດ້ວຍ​ລະບົບ ອິນ​ເຕີ​ເນັດ​ໃນ​ລາວ ​ໄດ້ເພີ່ມ​ຂຶ້ນຢ່າງ​ໄວ​ວາ ນັບ​ແຕ່​ປີ 2010 ທີ່​ລາວ​ໄດ້​ເລີ້ມ​ນຳ​ໃຊ້​ລະບົບ​ສື່ສານ 3G ​ແລະ​ໄດ້​ຍົກ​ລະດັບ​ເປັນ​ລະບົບ 4G ນັບ​ຈາກ​ປີ 2012 ​ເປັນຕົ້ນມາ ຊຶ່ງ​ກໍ​ປາກົດ​ວ່າ ມີ​ຜູ້ນຳ​ໃຊ້​ໂທລະສັບ​ມື​ຖື​ແລ້ວ ​ຫຼາຍ​ກວ່າ 4.3 ລ້ານ​ຄົນ ຫຼື 65 ​ເປີເຊັນ ຂອງ​ປະຊາກອນ​ທັງ​ໝົດ​ໃນ​ປັດຈຸບັນ ​ໂດຍ​ໃນ​ນີ້​ກໍ​ມີ​ຢູ່​ຫຼາຍ​ກວ່າ 8 ​ແສນ​ຄົນ​ທີ່​ນຳ​ໃຊ້​ສື່​ສັງຄົມ ອິນ​ເຕີ​ເນັດ ​ແລະ​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກວ່າ 1 ລ້ານ​ຄົນ​ນັບ​ແຕ່​ທ້າ​ຍປີ 2014 ​ເປັນຕົ້ນມາ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ລາວ​ກຳນົດ ທີ່​ຈະ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ​ທີ່​ລົງທຶນ​ໂດຍ​ບໍລິສັດ​ຈີນ ​ໃນໂອກາດ​ສະ​ເຫລີມສະຫລອງ ການ​ສະຖາປະນາ ສປປ ລາວ​ຄົບຮອບ 40 ປີ ​ໃນ​ທ້າຍ​ປີ 2015 ນັ້ນ ກໍ​ຍັງ​ຈະ​ເຮັດ​ໃຫ້ການ​ຊົມ​ໃຊ້​ສື່​ສັງຄົມ ອິນ​ເຕີ​ເນັດ ​ໃນ​ລາວ​ມີ​ຄວາມ​ທັນ​ສະ​ໄໝ ​ແລະ ຂະຫຍາຍ​ກວ້າງຂຶ້ນອີກ​ດ້ວຍ.

XS
SM
MD
LG