ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວ​ກັບ​ຈີນ ຢືນຢັນ​​ເຖິງ ​ຄວາມ​ໝາຍ​ໝັ້ນ​ ທີ່​ຈະ​ ເດີນ​ໜ້າ​​ຕໍ່​ໄປ ​ໃນໂຄງການ ສ້າງ​ທາງ​ລົດ​ໄຟ


ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ
ລິງໂດຍກົງ

ທາງ​ການ​ລາວ​ກັບ​ຈີນ ​ໄດ້​ຢືນຢັນເຖິງ​ຄວາມ​ໝາຍ​ໝັ້ນ​ ທີ່​ຈະ​ເດີນ​ໜ້າຕໍ່​ໄປ ​ໃນໂຄງການ
ສ້າງ​ທາງ​ລົດ​ໄຟ ​ເຊື່ອມ​ຕໍ່​ທັງ​ສ​ອງປະ​ເທດ​ນັ້ນ ​ແລະ​ສະ​ເໜີ​ໃຫ້​ທັງ​ສອງ​ຝ່າຍ​ຮີບ​ຮ້ອນ​ ເຈລະຈາ​ແລະຊອກ​ຫາ​ຮູບ​ແບບ​ການ​ຮ່ວມ​ມືທີ່ມີ​ປະສິດທິ​ຜົນ ​ແລະ​ເອື້ອອຳນວຍ​ໃຫ້​ທຸກ
​ຝ່າ​ຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ສື່​ທາງ​ການ​ຂອງ​ລາວ ລາຍ​ງານວ່າ ທັງ​ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ຢືນຢັນ​ດັ່ງກ່າວ ໃນລະຫວ່າງ
​ການ​ພົບ​ປະ​ຫາລື​ກັນ ​ລະຫວ່າງນາຍົກລັດຖະມົນຕີຈີນ ທ່ານ Li Keqiang ກັບນາຍົກ
ລັດຖະມົນຕີລາວ ທ່ານ ທອງ​ສິງ ທຳ​ມະ​ວົງ ທີ່​ກຳລັງ​ເຄື່ອນ​ໄຫວ​ຢ້ຽມຢາມ​ປະ​ເທດ​ຈີນ
ໃນ​ລະຫວ່າງວັນ​ທີ 8 ຫາ 12 ​ເມສາ​ນີ້ ຕາມ​ຄຳ​ເຊື້ອ​ເຊີນຂອງ ນາຍົກລັດຖະມົນຕີຈີນ.

ກອງ​ປະຊຸມລະດັບ​ສູງ​ດັ່ງກ່າວ ​ໄດ້​ມີ​ຂຶ້ນໃນວັນ​ອັງຄານ​ທີ່​ຜ່ານ​ມາ ທີ່​ເມືອງຊານ​ຢາ ແຂວງ
ຫາຍ​ໜານ ຂອງ​ຈີນ ຫລັງ​ຈາກ​ທີ່​ຄະ​ນະ​ຜູ້​ແທນ​ລາວ​ເດີ​ນທາງ​ໄປ​ຮອດ ຊຶ່ງ​ທັງ​ສອງ​ຝ່າຍ​ໄດ້
​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ບັນຫາ​ຫລາຍໆ​ດ້ານ ​ແລະໄດ້
​ຢືນຢັນທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ ໃນ​ຂົງ​ເຂດ​ຕ່າງໆ​ທີ່​ມີ​ມາ​ແລ້ວ​ນັ້ນ.

ປັດຈຸບັນ​ນີ້ ຈີນ​ແມ່ນ​ເປັນ​ປະ​ເທດ​ທີ່​ລົງທຶນ​ຫລາຍ​ອັນ​ດັບ​ນຶ່ງ​ຢູ່​ໃນ ສປປ ລາວ ຊຶ່ງ​ມີ​ມູນຄ່າ
ຫລາຍ​ກ່ວາ 6 ຕື້ໂດ​ລາ​ສະຫະລັດ ​ໃນ 749 ​ໂຄງການ​ດ້ວຍ​ກັນ ​ໃນ​ຂະ​ແໜງການຕ່າງໆ ​
ເຊັ່ນ ບໍ່​ແຮ່ ພະລັງງານ​ໄຟຟ້າ ການ​ບໍລິການ​ແລະ​ອື່ນໆ. ຝ່າຍ​ລາວ​ຍັງ​ໄດ້​ສະ​ເໜີ​ໃຫ້ຈີນ
ສືບ​ຕໍ່ລົງທຶນ​ໃນ​ຂະ​ແໜງ​ ພະລັງງານ​ໄຟຟ້າ​ນ້ຳຕົກ ​ແລະ​ຖ່ານ​ຫີນ ​ນຳອີກ.

ທັງ​ສອງ​ປະ​ເທດ​ມີ​ມູນ​ຄ່າ​ການ​ແລ​ກປ່ຽນ​ສິນຄ້າ​ນຳ​ກັນ ​ເຖິງ 2​700 ລ້າ​ນໂດ​ລາ ​ໃນ​ປີ 2013.

​ໃນ​ການ​ເດີນ​ທາງ​ໄປຢ້ຽມຢາມ​ຈີນ​ຄັ້ງ​ນີ້ ​ເປົ້າ​ໝາຍ​ອີກ​ອັນ​ນຶ່ງ​ຂອງຄະນະ​ຜູ້​ແທນລາວ ​ກໍ​ແມ່ນ​
ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ ປົວ​ອ້າວ 2014 ຊຶ່ງ​ເປັນ​ເວທີ​ສົນທະນາ​ກ່ຽວ​ກັບພາກ​ພື້ນ​ເອເຊຍ
ທີ່​ໄຂ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ຢູ່​ເມືອງ​ຊານ​ຢາ​ນັ້ນ.

Laos, China to Go Ahead with Railway Project Linking the Two Countries

Laos and China have confirmed their commitment to push forward with the Lao-Chinese railway project and suggested that the two sides renew negotiations and look for an effective method of cooperation that serves their mutual interest.

Lao media reported that the two side made the confirmation during a meeting between Chinese Prime Minister Li Keqiang and Laos Prime Minister Thongsing Thammavong, who is on a five-day visit, April 8-12, to China at the invitation of Prime Minister Li.

The Lao-Chinese high-level bilateral meeting took place on Tuesday in the Chinese city of Sanya, Hainan province, after the arrival of the Lao delegation. The two sides exchanged ideas on a wide range of issues and pledged continued cooperation on ongoing bilateral projects.

China is ranked first among investors in Laos with a total investment volume of US$6 billion, spreading across 749 projects in mining, electric power, agriculture, processing industries, and services. The Lao side also suggested that China should expand its investment in hydro and lignite power plants.

The trade volume between the two countries was estimated at US$2.7 billion last year.
Mr. Thongsing and his delegation’s visit to China includes attending the annual conference of the Boao Forum for Asia (BFA), which opened today.
XS
SM
MD
LG