ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວກັບຈີນ ຈະເລີ້ມ ກໍ່ສ້າງ ທາງລົດໄຟ ຈາກຄຸນໝິງ ຫາ ວຽງຈັນ ໃນເດືອນຕຸລາ ປີນີ້


ແຜນທີ່ ແຜນການກໍ່ສ້າງ ເສັ້ນທາງລົດໄຟ ທີ່ເຊື່ອມຕໍ່ ລະຫວ່າງ ລາວ ໄທ ແລະ ຈີນ
ແຜນທີ່ ແຜນການກໍ່ສ້າງ ເສັ້ນທາງລົດໄຟ ທີ່ເຊື່ອມຕໍ່ ລະຫວ່າງ ລາວ ໄທ ແລະ ຈີນ

ທາງການລາວກັບຈີນ ຄາດວ່າ ຈະເລີ້ມລົງມື ກໍ່ສ້າງທາງລົດໄຟ
ເຊື່ອມຕໍ່ຈາກເມືອງຄຸນໝິງຂອງຈີນ ມານະຄອນຫຼວງວຽງຈັນ
ໃນເດືອນຕຸລາປີນີ້ ດ້ວຍເງິນລົງທຶນສະໜັບສະໜຸນ ແລະ ກູ້ຢືມ
ຈາກທະນາຄານຂອງຈີນ.

ກອງປະຊຸມຄະນະກຳມະທິການຮ່ວມມືດ້ານເສດຖະກິດ ການຄ້າ ແລະເທັກນິກລະຫວ່າງ
ລາວ-ຈີນ ຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນພຶດສະພາທີ່ຜ່ານມາ ໂດຍມີ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ
ການຜະລິດ ແລະຈາລະຈອນ ກັບທ່ານນາງເກົາຫຍຽນ ລັດຖະມົນຕີຊ່ວຍວ່າການ ກະຊວງ
ການຄ້າຂອງຈີນ ເປັນປະທານ ໃນກອງປະຊຸມຮ່ວມກັນນັ້ນ ໄດ້ບັນລຸຂໍ້ຕົກລົງຮ່ວມກັນວ່າ
ຈະຊຸກຍູ້ໃຫ້ມີການເລີ້ມລົງມື ກໍ່ສ້າງທາງລົດໄຟ ເພື່ອເຊື່ອມຕໍ່ຈາກເມືອງຄຸນໝິງ ຂອງຈີນ
ມາຍັງນະຄອນຫຼວງວຽງຈັນ ໃຫ້ໄດ້ຢ່າງເປັນຮູບປະທຳໃນເດືອນຕຸລາ 2015 ນີ້.

ໂດຍທາງການຝ່າຍຈີນໄດ້ໃຫ້ການຢືນຢັນໃນກອງປະຊຸມວ່າການກໍ່ສ້າງທາງລົດໄຟຕາມ
ກຳນົດດັ່ງກ່າວນີ້ ຈະເປັນການເລີ້ມລົງມືພ້ອມກັນ ທັງຢູ່ເບື້ອງລາວ ເພື່ອເປັນການຮ່ວມ
ສະເຫຼີມສະຫຼອງ ໃນໂອກາດການສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນວັນທີ 2
ທັນວາ ທີ່ຈະເຖິງນີ້ ແຕ່ວ່າກ່ອນທີ່ຈະເລີ້ມລົງມືກໍ່ສ້າງ ໃນພາກຕົວຈິງໄດ້ນັ້ນ ກໍຈະຕ້ອງ
ຈັດທຳສັນຍາລົງທຶນ ຮ່ວມກັນໃຫ້ແລ້ວສຳເລັດເສຍກ່ອນ.

ພິທີ ລົງນາມ ຂໍ້ຕົກລົງຮ່ວມກັນ ລະຫວ່າງ ຮອງນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ຢູ່ທີ່ນະຄອນຫຼວງວຽງຈັນ.
ພິທີ ລົງນາມ ຂໍ້ຕົກລົງຮ່ວມກັນ ລະຫວ່າງ ຮອງນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ຢູ່ທີ່ນະຄອນຫຼວງວຽງຈັນ.

ທັງນີ້ໂດຍທ່ານສົມສະຫວາດ ເລັ່ງສະຫວັດ ຄາດໝາຍວ່າ
ລັດຖະບານລາວ ກັບຈີນຈະບັນລຸຂໍ້ຕົກລົງກ່ຽວກັບການກໍ່ສ້າງ
ທາງລົດໄຟດັ່ງກ່າວ ພາຍໃນເດືອນມິຖຸນາ 2015 ນີ້ ແລະ
ຫລັງຈາກນັ້ນ ກໍຈະສະເໜີຂໍ້ຕົກລົງ ເພື່ອຂໍການອະນຸມັດ
ຈາກສະພາແຫ່ງຊາດລາວໃນໄລຍະທີ່ຕໍ່ເນື່ອງກັນນັ້ນ.

ທ່ານສົມສະຫວາດ ໄດ້ໃຫ້ການຢືນຢັນດ້ວຍວ່າ ຮູບແບບ
ຂອງການຮ່ວມມືລະຫວ່າງ ລັດຖະບານລາວກັບຈີນ ໃນການ
ກໍ່ສ້າງທາງລົດໄຟດັ່ງກ່າວນີ້ ຈະເປັນການຮ່ວມລົງທຶນດ້ວຍ
ການສ້າງຕັ້ງບໍລິສັດຂຶ້ນມາ ເພື່ອຮັບຜິດຊອບການກໍ່ສ້າງ ແລະ
ບໍລິຫານໂຄງການທັງໝົດ ໂດຍໃນປັດຈຸບັນ ຄະນະຮັບຜິດຊອບ
ຂອງທັງສອງຝ່າຍ ຍັງສືບຕໍ່ການເຈລະຈາເພື່ອຕົກລົງກັນ ກ່ຽວກັບແບບກໍ່ສ້າງ ແລະ
ກຳນົດສັດສ່ວນ ຂອງການລົງທຶນ ລວມທັງການຫາແຫລ່ງເງິນທຶນກູ້ຢືມດ້ວຍ ດັ່ງທີ່
ທ່ານໄດ້ໃຫ້ການຊີ້ແຈງວ່າ:

“ເລັ່ງປຶກສາຫາລືກັນ ເຖິງການເຂົ້າຫາແຫລ່ງທຶນ ກັບການລົງທຶນເບື້ອງຕົ້ນ ຂອງ
ບໍລິສັດຮ່ວມລາວ-ຈີນຫັ້ນນ່າ ເຮົາຊິຄວນເອົາເທົ່າໃດ ຊິເອົາ 30 ເປີເຊັນບໍໍ່ 40
ເປີເຊັນບໍ່ ກະຍັງຢູ່ໃນຂັ້ນປຶກສາກັນເລື້ອງນີ້ ນິແຫລະ.”

ໂດຍຄາດໝາຍວ່າ ລັດຖະບານລາວກັບຈີນ ຈະລົງທຶນຂັ້ນເບື້ອງຕົ້ນໃນມູນຄ່າ 840 ລ້ານ
ດອນລາຕໍ່ 1,260 ລ້ານດອນລາ ແລະ ຈະກູ້ຢືມຈາກທະນາຄານການຄ້າຂາອອກ-ຂາເຂົ້າ
ຂອງລັດຖະບານຈີນ ໃນມູນຄ່າລວມບໍ່ເຖິງ 5,000 ລ້ານດອນລາ.

ກ່ອນໜ້ານີ້ ທ່ານຫລີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໄດ້ໃຫ້ການຢືນຢັນວ່າ ການເຈລະຈາ
ຮອບໃໝ່ຈະມີການກຳນົດຮູບແບບ ການຮ່ວມມື ທີມີປະສິດທິພາບ ທີ່ທຸກຝ່າຍໄດ້ຮັບຜົນ
ປະໂຫຍດ ແລະ ສອດຄ້ອງກັບສະພາບຕົວຈິງ ໂດຍທາງການຈີນເຫັນວ່າ ລົດໄຟຄວາມໄວ
ສູງອາດບໍ່ເມາະສົມ ກັບສະພາບພູມິປະເທດ ໃນລາວທີ່ສ່ວນໃຫຍ່ເປັນເຂດພູດອຍ ຈຶ່ງ
ສະເໜີໃຫ້ປ່ຽນເປັນລົດໄຟ ຄວາມໄວປານກາງ ລະບົບລາງຄູ່ ທີ່ຂະບວນໂດຍສານ ແລະ
ຂົນສົ່ງສິນຄ້າມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

ນອກຈາກນັ້ນ ທາງການໄທກັບຈີນ ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການ
ຮ່ວມມື ໃນການກໍ່ສ້າງທາງລົງໄຟລາງຄູ່ຄວາມໄວປານກາງ ເມື່ອທ້າຍປີ 2014 ຢູ່ທີ່ບາງ
ກອກ ໂດຍແນໃສ່ການພັດທະນາທາງລົດໄຟ ເພື່ອເຊື່ອມຕໍ່ກັນ ໃຫ້ໄດ້ພາຍໃນປີ 2022 ດ້ວຍການ ຮ່ວມລົງທຶນເພື່ອກໍ່ສ້າງທາ​ງລົດ​ໄຟ​ລາງ​ຄູ່ ​ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ ​ຢູ່​ໃນ​ໄທ ດັ່ງ​ທີ່​ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ລົງ​ນາມ​ບັນທຶກ​ຄວາມ​ເຂົ້າ​ໃຈ ທີ່ເອີ້ນ​ວ່າ MOU ຄວາມ​ຮ່ວມ​ມື່ລະຫວ່າງ​ໄທ​
ກັບ​ສາທາລະນະ​ລັດ ປະຊາ​ຊົນ​ຈີນ ​ເລື້ອງການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ທາງ​
ລົດ​ໄຟ ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ ໜອງ​ຄາຍ-​ແກ່ງ​ຄອຍ-ມາບ​ຕາ​ພຸດ ​ແລະ
​ແກ່ງ​ຄອຍ-ກຸກ​ເທບ ​ໃນ​ຍຸດ​ທະສາດ 2558-2565 (ປີ 2015-2022) ​ເປັນ​ໜຶ່ງ​ໃນ​
ຍຸດ​ທະສາດ ສຳຄັນ​ຂອງ​ລັດຖະບານ ທີ່​ຈະ​ຍົກ​ລະດັບ​ຂອງ​ເຮົາ​ໃຫ້​ເປັນ HUB ​ໃນ​
ການ​ເຊື່ອມຕໍ່​ໃນ​ກຸ່ມ​ປະ​ເທດ​ເອ​ເ​ຊຍຕາ​ເວັນ​ອອກສຽງ​ໃຕ້ ກັບ​ຈີນ​ໃຫ້​ໄດ້.”

ໂດຍ​ເສັ້ນທາງ​ລົດ​ໄຟ​ດັ່ງກ່າວ​ນີ້ ຈະ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ຈີນ ທັງ​ກໍ​ຍັງ​ມີ​ເປົ້າໝາຍ​ຈະ​
ເຊື່ອມ​ຕໍ່​ໃຫ້​ໄປ​ເຖິງ ມາ​ເລ​ເຊຍ ​ແລະ​ສິງກະ​ໂປ ພາຍ​ໃຕ້​ແຜນການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ
ລະຫວ່າງ ຈີນ​ກັບ​ອາ​ຊ່ຽນ​ອີກ​ດ້ວຍ​.

XS
SM
MD
LG