ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວິສາຫະກິດ ຮ່ວມທຶນ ລາວ ຈີນ ຈະເລືອກ ບໍລິສັດ ເພື່ອສ້າງ ທາງລົດໄຟ ໃນປີ 2016


ລາວ ແລະ ຈີນ ເຊັນສັນຍາ ຮ່ວມມືພັດທະນາ ໂຄງລ່າງລົດໄຟ ແລະ ໂຄງການກໍ່ສ້າງທາງລົດໄຟ
ລາວ ແລະ ຈີນ ເຊັນສັນຍາ ຮ່ວມມືພັດທະນາ ໂຄງລ່າງລົດໄຟ ແລະ ໂຄງການກໍ່ສ້າງທາງລົດໄຟ

ວິສາຫະກິດຮ່ວມທຶນ ລາວ-ຈີນ ຈະເປີດການປະມູນ ແລະ ຄັດ ເລືອກບໍລິສັດ ທີ່ຈະຮັບຜິດຊອບການກໍ່ສ້າງທາງລົດໄຟທີ່ເຊື່ອມ ຕໍ່ຈາກເມືອງ ຄຸນໝິງ ຂອງ ຈີນ ມານະຄອນຫຼວງ ວຽງຈັນ ໃນເດືອນ ມັງກອນ 2016.

ທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຖະແຫຼງວ່າຈະມີການເປີດປະມູນ ແລະ ຄັດເລືອກເອົາບໍລິສັດທີ່ ຈະຮັບຜິດຊອບການກໍ່ສ້າງ ທາງລົດໄຟໃນ ລາວ ໃນເດືອນມັງກອນ 2016 ຫຼັງຈາກທີ່ໄດ້ມີການວາງສີລາລືກເພື່ອເລີ່ມດຳ ເນີນໂຄງການຢ່າງເປັນທາງການ ໃນວັນທີ 2 ທັນວາ 2015 ເຊິ່ງເປັນການສະເຫຼີມສະຫຼອງ ໃນໂອກາດສະຖາປະນາ ສປປ ລາວ ຄົບຮອບ 40 ປີພໍດີ.

ການເປີດປະມູນດັ່ງກ່າວຈະຮັບຜິດຊອບໂດຍວິສາຫະກິດຮ່ວມທຶນ ລາວ-ຈີນ ທີ່ທາງການ ລາວ ກັບ ຈີນ ໄດ້ຮ່ວມກັນສ້າງຕັ້ງຂຶ້ນມາເພື່ອຮັບຜິດຊອບ ການບໍລິຫານ ແລະ ຄຸ້ມຄອງເສັ້ນ ທາງລົດໄຟໃນ ລາວ ທີ່ເຊື່ອມຕໍ່ໄປ ຈີນ ເປັນການສະເພາະ ໂດຍການເປີດປະມູນເພື່ອຄັດ ເລືອກເອົາບໍລິສັດຜູ້ຮັບ ຜິດຊອບ ການກໍ່ສ້າງຈະມີການແບ່ງອອກເປັນ 6 ໄລຍະດ້ວຍກັນດັ່ງ ທີ່ທ່ານ ລັດຕະນະມະນີ ໄດ້ໃຫ້ການຢືນຢັນວ່າ

“ຫຼັງຈາກວາງສີລາລືກແລ້ວ ກໍແມ່ນເລີ່ມຕົ້ນມີການກໍ່ສ້າງແລ້ວເນາະ ເຊິ່ງວ່າ ການປະມູນ ນີ້ກໍໄດ້ເຮັດຄຽງຄູ່ກັນ ເຊິ່ງວ່າຈະປະມູນເອົາບໍລິສັດທີ່ຈະເຮັດ ຊ່ວງໄລຍະນະຄອນຫຼວງ ວຽງຈັນນີ້ກ່ອນ ຊ່ວງທີ່ສຸດທ້າຍນີ້ກ່ອນ ເພື່ອເຮັດ ໃຫ້ສາມາດວາງສີລາລືກນີ້ໄດ້ ສ່ວນອີກ 5 ຊ່ວງເພາະວ່າຊິເຮັດເປັນ 6 ຊ່ວງ ຈະມີການປະມູນຕາມມາທີຫຼັງ ເຊິ່ງວ່າຈະຈັດໃນເດືອນ ໜຶ່ງ ດຽວນີ້ ຄະນະກະກຽມອີສັງກະມີການກະກຽມເພື່ອໃຫ້ສອດຄ່ອງກັບລະບຽບກົດໝາຍ ສອດຄ່ອງກັບວິທີການປະມູນຕ່າງໆ.”

ທາງການ ລາວ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ພັດທະນາໂຄງຮ່າງ ລົດໄຟ ແລະ ການກໍ່ສ້າງທາງລົດໄຟ ລາວ-ຈີນ ຢ່າງເປັນທາງການເມື່ອວັນທີ 13 ພະຈິກ 2015 ທີ່ຜ່ານມາຢູ່ທີ່ນະຄອນຫຼວງ ປັກກິ່ງ ໂດຍເປັນການລົງນາມຮ່ວມກັນລະຫວ່າງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດ ເສດຖະກິດການຜະລິດ ແລະ ຈະລາຈອນ ກັບ ທ່ານ xu Shaoshi ຫົວໜ້າ ຄະນະກຳມະທິການປະຕິຮູບ ແລະ ການ ພັດທະນາຂອງລັດຖະບານ ຈີນ.

ໂດຍພາຍໃຕ້ຂໍ້ຕົກລົງດັ່ງກ່າວ ລັດຖະບານ ລາວ ກັບ ຈີນ ກໍຈະຮ່ວມກັນລົງທຶນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າການລົງທຶນທັງໝົດ 4 ໝື່ນ ລ້ານຢວນ ຫຼື ປະມານ 6,270 ລ້ານໂດລາ ເຊິ່ງການໜ້ານີ້ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການຊວງໂຍທາ ທິການ ແລະ ຂົນສົ່ງ ກໍຖະແຫຼງວ່າ ລັດຖະບານ ຈີນ ໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະບານ ລາວ ໃນມູນຄ່າ 500 ລ້ານ ໂດລາເພື່ອນຳໃຊ້ເຂົ້າໃນການຮ່ວມລົງທຶນໃນໂຄງການກໍ່ສ້າງທາງລົດ ໄຟທີ່ ຈະເປັນລະບົບລາງຄູ່ຄວາມໄວປານກາງ ທີ່ເຊື່ອມຕໍ່ລະຫວ່າງເມືອງຄຸນໝິງ ຂອງ ຈີນ ກັບນະຄອນຫຼວງວຽງຈັນຂອງ ລາວ.

ທ່ານ ບຸນຈັນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ປະກອບກັບສ່ວນການ ລົງທຶນໃນໂຄງ ການໃນມູນຄ່າລວມ 840 ລ້ານໂດລາເຊິ່ງໃນນີ້ກໍເປັນການກູ້ ຢືມຈາກລັດຖະບານ ຈີນ ໃນມູນ ຄ່າ 500 ລ້ານໂດລາໂດຍຈະມີໄລຍະເວລາ ຜ່ອນຊຳລະຄືນໃນ 20 ປີດ້ວຍອັດຕາດອກເບ້ຍ 3 ເປີເຊັນຕໍ່ປີ ແລະ ຍັງມີໄລຍະ ທີ່ປອດການຊຳລະໜີໃນ 5 ປີທຳອິດອີກດ້ວຍ ຫາກແຕ່ວ່າລັດ ຖະບານ ລາວ ກໍຈະຕ້ອງຮັບປະກັນໜີເງິນກູ້ດັ່ງກ່າວດ້ວຍລາຍໄດ້ຈາກບໍ່ແຮ່ Bauxite ຢ ແຫ່ງ ແລະ ບໍ່ແຮ່ Potash 3 ແຫ່ງທີ່ເປັນການລົງທຶນຂອງກຸ່ມທຸລະກິດໃນ ລາວ.

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈະມີໄລຍະທາງຍາວ 418 ກິໂລ ແມັດຈາກດ່ານຊາຍແດນ ບໍ່ເຕັນ-ບໍ່ຫານ ມາຍັງນະຄອນຫຼວງວຽງຈັນ ໂດຍເປັນລາງລົດໄຟ ຂະໜາດກວ້າງ 1.435 ແມັດທີ່ແຍກກັນລະຫວ່າງ ຂະບວນໂດຍສານ ແລະ ຂະບວນສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ ໂດຍຈະມີທັງໝົດ 31 ສະຖານີ ແລະ ໃນນີ້ ກໍຈະເປັນສະຖານີຂະໜາດໃຫຍ່ 5 ແຫ່ງທີ່ບ້ານນາເຕີຍ, ທີ່ເມືອງໄຊ, ທີ່ ຫຼວງພະ ບາງ, ທີ່ວັງວຽງ ແລະ ນະຄອນຫຼວງວຽງຈັນ ໂດຍນຳໃຊ້ເທັກໂນໂລຈີ ລົດໄຟຂອງ ຈີນ ທັງໝົດ.

ທັງນີ້ໂດຍທາງການ ລາວ ກໍໄດ້ຕຽມພ້ອມສຳລັບການຈັດຕັ້ງປະຕິບັດໃນພາກ ຕົວຈິງໃນດ້ານ ຕ່າງໆ ທັງກໍຍັງເຊື່ອໝັ້ນດ້ວຍວ່າໂຄງການກໍ່ສ້າງທາງລົດໄຟ ດັ່ງກ່າວນີ້ຈະສົ່ງຜົນດີຕໍ່ການພັດ ທະນາເສດຖະກິດ ແລະ ການເຊື່ອມຕໍ່ ລາວ ກັບ ໄທ ແລະ ອາຊຽນດ້ວຍ.

ເຊິ່ງສອດຄ່ອງກັບການລົງນາມໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ໄທ ແລະ ຈີນ ໃນການກໍ່ສ້າງທາງລົດໄຟລາງຄູ່ຄວາມໄວປານກາງ ເມື່ອທ້າຍປີ 2014 ຢູ່ ບາງກອກ ທີ່ແນໃສ່ການພັດທະນາທາງລົດໄຟເພື່ອ ເຊື່ອມຕໍ່ກັນໃຫ້ໄດ້ພາຍໃນປີ 2022 ດ້ວຍການຮ່ວມ ລົງທຶນເພື່ອກໍ່ສ້າງທາງ ລົດໄຟລາງຄູ່ລະດັບຄວາມໄວປານກາງ 2 ເສັ້ນທາງໃນ ໄທ ຄື ໜອງ ຄາຍ-ແກ່ງຄອຍ-ມາບຕາພຸດ ແລະ ແກ່ງຄອຍ-ບາງກອກ ເພື່ອເຊື່ອມ ໂຍງໄປ ລາວ ແລະ ຈີນ ຕໍ່ໄປເຖິງ ມາເລເຊຍ ແລະ ສິງກະໂປ ໄດ້ດ້ວຍນັ້ນເອງ.

XS
SM
MD
LG