ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ມຽນມາ ກຳປູ​ເຈຍ ​ແລະ ຫວຽດນາມ ​​ຕົກລົງ​​ເສີມ​ຂະຫຍາຍ ການ​ຮ່ວມ​ມື ພັດທະນາເສດຖະກິດ


វេទិកា​សេដ្ឋកិច្ច​ពិភពលោក ឆ្នាំ២០១៧​ ដែល​កម្ពុជា​ធ្វើជា​ម្ចាស់​ផ្ទះ​ ផ្តោតសំខាន់​លើ​ប្រធានបទ​ ស្តីពី​ «យុវជន​ បច្ចេកវិទ្យា​ និង​ការរីក​ចម្រើន» ក្នុងរាជធានីភ្នំពេញ នៅថ្ងៃទី១០ ខែឧសភា ឆ្នាំ២០១៧។ (ហ៊ាន សុជាតា/VOA)
វេទិកា​សេដ្ឋកិច្ច​ពិភពលោក ឆ្នាំ២០១៧​ ដែល​កម្ពុជា​ធ្វើជា​ម្ចាស់​ផ្ទះ​ ផ្តោតសំខាន់​លើ​ប្រធានបទ​ ស្តីពី​ «យុវជន​ បច្ចេកវិទ្យា​ និង​ការរីក​ចម្រើន» ក្នុងរាជធានីភ្នំពេញ នៅថ្ងៃទី១០ ខែឧសភា ឆ្នាំ២០១៧។ (ហ៊ាន សុជាតា/VOA)

ນາຍົກລັດຖະມົນຕີລາວ ມຽນມາ ກຳປູ​ເຈຍ ​ແລະ ຫວຽດນາມ ​
ໄດ້​ຕົກລົງເສີມ​ຂະຫຍາຍ ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ
ການ​ລົງທຶນ ​ແລະ ການທ່ອງທ່ຽວ​ລະຫວ່າງ 4 ປະ​ເທດ​
ໃຫ້ຫຼາຍຂຶ້ນ ຢ່າງ​ຕໍ່​ເນື່ອງ.

ການ​ຕົກ​ລົງ​ເສີມ​ຂະຫຍາຍ​ ການຮ່ວມ​ມື​ໃນ​ດ້ານ​ການ​ຄ້າ ການ​ລົງທຶນ ​ແລະ​ ການທ່ອງທ່ຽວ
ລະຫວ່າງ​ລາວ ມຽນມາ ກຳປູ​ເຈຍ ​ແລະ ​ຫວຽດນາມ ​ໄດ້​ມີ​ຂຶ້ນ ​ໃນ​ໂອກາດ​ກອງ​ປະ​ຊຸມ​
ສຸດ​ຍອດ​ຄັ້ງທີ 7 ຂອງ​ຜູ້ນຳ​ລັດຖະບານ​ຈາກ ລາວ ມຽນມາ ກຳປູ​ເຈຍ ​ແລະ ຫວຽດນາມ
ທີ່​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ທ້າຍ​ເດືອນ​ມິຖຸນາ ທີ່​ຜ່ານ​ມາ ຢູ່​ນະຄອນຫຼວງ ​ເນ​ປີ​ຕໍ ຂອງ
​ສະຫະພາບ​ມຽນມາ.

​ໂດຍ​ເພື່ອ​ເຮັດ​ໃຫ້ການ​ຕົກລົງ​ດັ່ງກ່າວ ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ ​
ໃນໄລຍະ​ຕໍ່​ໄປ​ນີ້ ຜູ້ນຳ​ລັດຖະບານ​ທັງ 4 ປະ​ເທດ ກໍ​ໄດ້​ຕົກລົງ​ໃຫ້​ມີ​ການ​ອຳນວຍ​ຄວາມ
​ສະດວກ ​ໃຫ້​ແກ່​ການ​ເດີນທາງ​ໄປມາ ລະຫວ່າງ​ປະຊາຊົ​ນຂອງ​ທັງ 4 ປະ​ເທດ ​ແລະ​ ນັກ
​ທ່ອງ​ທ່ຽວ​ຕ່າງ​ຊາດ ລວມ​ເຖິງ​ການ​ນຳ​ໃຊ້​ລະບົບ​ການ​ກວດກາ​ສິນຄ້າ ​ແບບ​ປະຕູ​ດຽວ
(One Stop Services) ຊຶ່ງ​ໃນ​ປັດຈຸບັນ​ນີ້ ກໍ​ໄດ້​ເລີ້ມ​ດຳ​ເນີນ​ການປະຕິບັດ​ແລ້ວ ຢູ່​ທີ່​
ດ່ານ​ລາວ​ບາ​ວ-ບ້ານ​ແດນ​ສະຫວັນ ລະຫວ່າງ​ຫວຽດນາມ ກັບ​ລາວ.

ວັນທີສອງ ຂອງກອງ​ປະ​ຊຸມ​ ສຸດ​ຍອດ​ຄັ້ງທີ 7 ຂອງ​ຜູ້ນຳ​ລັດຖະບານ​ຈາກ ລາວ ມຽນມາ ກຳປູ​ເຈຍ ​ແລະ ຫວຽດນາມ ຢູ່​ນະຄອນຫຼວງ ​ເນ​ປີ​ຕໍ ຂອງ ​ສະຫະພາບ​ມຽນມາ.
ວັນທີສອງ ຂອງກອງ​ປະ​ຊຸມ​ ສຸດ​ຍອດ​ຄັ້ງທີ 7 ຂອງ​ຜູ້ນຳ​ລັດຖະບານ​ຈາກ ລາວ ມຽນມາ ກຳປູ​ເຈຍ ​ແລະ ຫວຽດນາມ ຢູ່​ນະຄອນຫຼວງ ​ເນ​ປີ​ຕໍ ຂອງ ​ສະຫະພາບ​ມຽນມາ.

ການຈັດຕັ້ງປະຕິບັດລະບົບ One Stop Service ດັ່ງກ່າວ
ເປັນຜົນຈາກກອງປະຊຸມສຸດຍອດ ຄັ້ງທີ 8 ຂອງການຮ່ວມມື
ໃນເຂດພັດທະນາສາມຫລ່ຽມເສດຖະກິດ ລະຫວ່າງ ກຳປູເຈຍ
ລາວ ແລະ ຫວຽດນາມ ຢູ່ທີ່ນະຄອນຫຼວງວຽງຈັນ ເມື່ອປາຍປີ
2014 ຊຶ່ງທາງການລາວ ຖືວ່າເປັນກອງປະຊຸມ ທີ່ໄດ້ຮັບຜົນ
ສຳເລັດຢ່າງຈົບງາມ ໂດຍຜູ້ນຳລັດຖະບານ 3 ປະເທດໄດ້
ຕົກລົງເສີມຂະຫຍາຍ ການຮ່ວມມື ລະຫວ່າງກັນໃຫ້ຫຼາຍຂຶ້ນ
ທັງໃນດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ເຊັ່ນ
ດຽວກັນ ໂດຍການຮ່ວມມືດັ່ງກ່າວນີ້ ຈະຢືນຢູ່ບົນສາຍພົວພັນ
ມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ດັ່ງທີ່ ທ່ານທອງສິງ
ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຢືນຢັນວ່າ:

“ຂ້າພະເຈົ້າ ຂໍຖືໂອກາດນີ້ ຖະແຫລງຜົນຂອງກອງປະຊຸມ ໃຫ້ພີ່ນ້ອງຊາບດັ່ງນີ້
ໜຶ່ງ ບັນດາຜູ້ນຳ ຈາກກຳປູເຈຍ ລາວ ຫວຽດນາມ ຍັງຍຶດໝັ້ນ ແລະ ສືບຕໍ່ຍົກສູງ
ບົດບາດການຮ່ວມມື ຂອງສາມຊາດພວກເຮົາ ບົນພື້ນຖານສາຍພົວພັນ ເພື່ອນມິດ.”

ໂດຍສຳຫລັບເປົ້າໝາຍສຳຄັນ ໃນດ້ານການຄ້າ ລະຫວ່າງລາວກັບຫວຽດນາມນັ້ນ ຜູ້ນຳ
ລັດຖະບານ ທັງ 2 ປະເທດ ກໍໄດ້ເນັ້ນຢ້ຳວ່າ ຈະຕ້ອງເພີ້ມມູນຄ່າການຄ້າ ລະຫວ່າງກັນ
ຈາກ 1,000 ລ້ານດອນລາ ໃນປັດຈຸບັນ ໃຫ້ເຖິງ 2,000 ລ້ານດອນລາ ພາຍໃນປີ 2015
ໃຫ້ໄດ້ຢ່າງເປັນຮູບປະທຳ ດ້ວຍການອຳນວຍຄວາມສະດວກ ໃນການຂົນສົ່ງ ແລະ ການ
ກວດກາສິນຄ້າແບບປະຕູດຽວ ຫຼື One Stop Service ຢູ່ທີ່ດ່ານຊາຍແດນ ລະຫວ່າງ
ສອງປະເທດ ຊຶ່ງຈະເລີ້ມການຈັດຕັ້ງປະຕິບັດ ຢູ່ທີ່ດ່ານລາວບາວ ຂອງຫວຽດນາມ ກັບ
ດ່ານແດນສະຫວັນ ໃນແຂວງສະຫວັນນະເຂດຂອງລາວ ເປັນແຫ່ງທຳອິດນັບຈາກວັນທີ
7 ມັງກອນ 2015 ເປັນຕົ້ນໄປ.

ສ່ວນໃນດ້ານການລົງທຶນນັ້ນ 3 ປະເທດຈະມີການພິຈາລະນາ ປັບປຸງລະບົບ ແລະ ອັດຕາ
ການຈັດເກັບພາສີ ໃຫ້ສອດຄ້ອງກັນ ລວມທັງການໃຫ້ສິດທິພິເສດ ໃນດ້ານຕ່າງໆ ເພື່ອ
ໃຫ້ການສົ່ງເສີມການລົງທຶນ ຈາກຕ່າງປະເທດໃຫ້ເຂົ້າມາ ໃນເຂດສາມຫລ່ຽມ ພັດທະນາ
ຫຼາຍຂຶ້ນ ຢ່າງຕໍ່ເນື່ອງ.

ໂດຍເຂດສາມຫລ່ຽມພັດທະນາ ໃນປັດຈຸບັນ ມີເນື້ອທີ່ກວ້າງກວ່າ 144,600 ກິໂລແມັດ
ມົນທົນ ທີ່ກວມເອົາພື້ນທີ່ໃນເຂດ 13 ແຂວງ ຄື ແຂວງສາລະວັນ ເຊກອງ ອັດຕະປື ແລະ
ຈຳປາສັກ ໃນລາວ ແຂວງຊຽງແຕງ ຣັດຕະນະຄີຣີ ມົນທົນຄີຣີ ແລະ ກຣະເຈາະ ໃນ
ກຳປູເຈຍ ແຂວງດັກລັກ ຢ່າລາຍ ກອນຕຸມ ດັກນົງ ແລະ ບິງເຝືອກ ໃນຫວຽດນາມ ທີ່
ສະພາບພູມິອາກາດ ແລະ ດິນ ເໝາະແກ່ການປູກຢາງພາລາເປັນຢ່າງຍິ່ງ.

ທັງນີ້ຜູ້ນຳລັດຖະບານທັງ 3 ປະເທດ ໄດ້ກຳນົດເປົ້າໝາຍຮ່ວມກັນ ວ່າ ຈະເຮັດໃຫ້
ເສດຖະກິດຂະຫຍາຍຕົວບໍ່ຕ່ຳກວ່າ 10 ເປີເຊັນ ເພື່ອເຮັດໃຫ້ປະຊາຊົນ ໃນເຂດສາມ
ຫລ່ຽມພັດທະນາ ມີລາຍໄດ້ສະເລ່ຍລະຫວ່າງ 1,500 ຫາ 1,600 ດອນລາ ຕໍ່ຄົນ ພາຍໃນ
ທ້າຍປີ 2015 ນີ້ ໃຫ້ໄດ້ຢ່າງແທ້ຈິງ.

XS
SM
MD
LG