ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທາງການ ລາວ ຈະລົງທະບຽນ ແລະ ອອກວີຊາ ຊົ່ວຄາວ ໃຫ້ກັບ ແຮງງານຕ່າງຊາດ


ແຮງງານຈາກປະເທດ ຫວຽດນາມ ທີ່ດ່ານກວດກາຄົນເຂົ້າ ແລະ ອອກເມືອງ ໃນ ລາວ
ແຮງງານຈາກປະເທດ ຫວຽດນາມ ທີ່ດ່ານກວດກາຄົນເຂົ້າ ແລະ ອອກເມືອງ ໃນ ລາວ

ທາງການ ລາວ ຈະຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນ ໄຫວຊົ່ວຄາວໃຫ້ແຮງງານ ຊາວຕ່າງຊາດ ທີ່ທາງການ ລາວ ຄາດ ວ່າມີຢູ່ຫຼາຍກວ່າ 30,000 ຄົນໃນທົ່ວປະເທດ ລາວ ໃນປະຈຸບັນນີ້.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ຖະແຫຼງຢືນຢັນວ່າ ການດຳເນີນ ການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ກັບບັນດາແຮງງານຊາວ ຕ່າງຊາດໃນ ລາວ ໄດ້ເລີ່ມການຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ທັນວາ 2015 ເປັນຕົ້ນມາ ແລະ ຈະດຳເນີນການຕໍ່ໄປຈົນເຖິງວັນທີ 15 ມີນາ 2016 ນີ້ ໂດຍຄາດວ່າຈະມີແຮງງານຊາວ ຕ່າງຊາດຫຼາຍກວ່າ 30,000 ຄົນທີ່ຖືກຂຶ້ນທະບຽນ ແລະ ໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນ ລາວ ໄດ້ເປັນການຊົ່ວຄາວໃນທົ່ງປະເທດ.

ທັງນີ້ໂດຍແຮງງານຊາວຕ່າງຊາດຈະຕ້ອງເສຍຄ່າທຳນຽມຄົນລະ 3 ແສນກີບຕໍ່ເດືອນ ແລະ ຖ້າຫາກວ່າແຮງງານຊາວຕ່າງຊາດ ຍັງຄົງບໍ່ມາແຈ້ງເພື່ອຂໍຂຶ້ນທະບຽນ ເມື່ອເກີນກຳນົດວັນ ທີ 15 ມີນາດັ່ງກ່າວແລ້ວນັ້ນ ກໍຈະຖືວ່າເປັນແຮງງານຊາວຕ່າງຊາດ ທີ່ເຄື່ອນໄຫວຢ່າງບໍ່ຖືກ ຕ້ອງ ແລະ ຈະຕ້ອງຖືກດຳເນີນມາດຕະການຕາມກົດໝາຍຂອງ ລາວ ຕໍ່ໄປໂດຍພາກສ່ວນ ທີ່ຮັບຜິດຊອບດຳເນີນມາດຕະການດັ່ງກ່າວນີ້ກໍຄື ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມດັ່ງທີ່ທ່ານ ພົງໄຊສັກ ໄດ້ໃຫ້ການຢືນຢັນວ່າ.

"ໂດຍການມອບໝາຍຈາກລັດຖະບານແຫ່ງ ສປປ ລາວ ກໍເຫັນດີມອບໃຫ້ ກະຊວງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນ ຄວາມສະຫງົບດຳເນີນການ ແກ້ໄຂບັນຫາຄົນຕ່າງປະເທດທີ່ ເຄື່ອນໄຫວແບບ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບ ການຂອງ ສປປ ລາວ ຕາມແຜນການ ສະບັບເລກທີ 62 ນຍ. ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍ ຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະ ນຸຍາດເຄື່ອນໄຫວຊົ່ວຄາວໃຫ້ແກ່ຊາວຕ່າງປະເທດ."

ພະນັກງານຕັດຫຍິບສ່ວນໃຫຍ່ແມ່ນແມ່ຍິງ, ກຳລັງຫຍິບເຄື່ອງທີ່ໂຮງງານຕັດຫຍິບແຫ່ງໜຶ່ງ ໃນປະເທດ ລາວ.
ພະນັກງານຕັດຫຍິບສ່ວນໃຫຍ່ແມ່ນແມ່ຍິງ, ກຳລັງຫຍິບເຄື່ອງທີ່ໂຮງງານຕັດຫຍິບແຫ່ງໜຶ່ງ ໃນປະເທດ ລາວ.

ທ່ານ ພົງໄຊສັກ ບອກວ່າການຂຶ້ນທະບຽນຄັ້ງນີ້ ແມ່ນເພື່ອເກັບກຳ ຈຳນວນຊາວ ຕ່າງຊາດທີ່ທຳງານຢູ່ໃນ ລາວ ໂດຍບໍ່ຖືກຕ້ອງວ່າມີ ຈຳນວນເທົ່າໃດແລ້ວ ກະມາ ແຍກໃຫ້ເຫັນລັກສະນະການເຄື່ອນ ໄຫວຂອງພວກເຂົາເຈົ້າ ເພື່ອຈະໄດ້ມອບ ຄວາມຮັບຜິດຊອບໃຫ້ ຂະແໜງ ການທີ່ກ່ຽວຂ້ອງເປັນຜູ້ຄຸ້ມຄອງຕໍ່ໄປ ທັງຍັງຈະ ສົ່ງຜົນດີ ຕໍ່ການວາງແຜນພັດທະນາດ້ານແຮງງານຂອງ ລາວ ຊ່ວງປີ 2016 ຫາ 2020 ທີ່ລັດຖະບານ ລາວ ໃຫ້ຄວາມສຳຄັນ ເປັນພິເສດກັບ ການພັດທະນາ ຫຼັກ ສູດ ແລະ ຝຶກອົບຮົມແຮງງານທີ່ມີຝີມືໃຫ້ໄດ້ ຫຼາຍກວ່າ 658,000 ຄົນເພື່ອຕອບ ສະໜອງໃຫ້ແກ່ບໍລິສັດຕ່າງ ຊາດທີ່ລົງທຶນໃນ ລາວ ໃຫ້ໄດ້ຢ່າງພຽງພໍ.

ພ້ອມກັນນີ້ ລັດຖະບານ ລາວ ຍັງໄດ້ວາງເປົ້າໝາຍທີ່ຈະສ້າງມາດຕະຖານຝີມື ແຮງງານໃໝ່ ໃຫ້ໄດ້ໃນ 25 ສາຂາອາຊີບດຳເນີນການທົດສອບ ແລະ ອອກໃບ ຢັ້ງຢືນມາດຕະຖານຝີມືແຮງ ງານ 27 ສາຂາອາຊີບໃຫ້ກັບແຮງງານ ລາວ ຈຳນວນ 12,500 ຄົນທີ່ມີລະດັບຝີມືແຮງງານທີ່ ໄດ້ມາດຕະຖານ ແລະ ສາມາດໄປທຳ ງານໄດ້ໃນທຸກປະເທດໃນກຸ່ມອາຊຽນດ້ວຍກັນ.

ແຕ່ຢ່າງໃດກໍຕາມ ທ່ານ ສົມພຽນ ໄຊຍະເດດ ຮອງປະທານສະມາຄົມອຸດສາຫະ ກຳຕັດຫຍິບ ລາວ ຍອມຮັບວ່າ ການຂາດແຄນແຮງງານທີ່ມີຝີມືກຳລັງເປັນບັນຫາ ແລະ ອຸປະສັກສຳຄັນຕໍ່ ການພັດທະນາອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບໃນ ລາວ ຊຶ່ງຈະເຫັນໄດ້ຈາກຈຳ ນວນໂຮງງານຕັດຫຍິບທີ່ຫຼຸດຈາກ 110 ໂຮງງານໃນ ເດືອນກຸມພາ 2015 ລົງມາເປັນ 99 ໂຮງ ງານໃນປະຈຸບັນ.

ທັງນີ້ໂດຍຄາດໝາຍວ່າບັນດາໂຮງງານຕັດຫຍິບໃນ ລາວ ມີຄວາມຕ້ອງການ ແຮງງານທີ່ມີຝີມື ຫຼາຍຫວ່າ 60,000 ຄົນໃນໄລຍະນີ້ຈົນເຖິງປີ 2017 ແຕ່ໃນ ຄວາມເປັນຈິງກໍປະກົດວ່າຢູ່ໃນ ລາວ ມີແຮງງານທີ່ຕອບສະໜອງໄດ້ພຽງ 31,000 ກວ່າຄົນເທົ່ານັ້ນ ຊຶ່ງດ້ວຍສະພາບການດັ່ງ ກ່າວນີ້ ກໍຍັງເຮັດໃຫ້ມູນຄ່າ ການສົ່ງອອກຜະລິດຕະພັນເສື້ອຜ້າສຳເລັດຮູບຂອງລາວ ຫຼຸດຈາກ ຫຼາຍກວ່າ 201 ລ້ານໂດລາໃນປີ 2013 ລົງມາເປັນ 186 ລ້ານໂດລາໃນປີ 2014 ແລະ ຍັງ ຫຼຸດລົງຕື່ມອີກໃນປີ 2015 ອີກດ້ວຍ.

ໂດຍໃນໄລຍະທີ່ຜ່ານມາ ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ນຳເຂົ້າ ແຮງງານມີຝີມື ຈາກຕ່າງປະເທດແລ້ວ 5 ໝື່ນກວ່າຄົນ ແລະ ຍັງຕ້ອງການທີ່ຈະນຳ ເຂົ້າມາເພີ່ມຂຶ້ນອີກ 5 ໝື່ນ ກວ່າຄົນ ຈຶ່ງຈະພຽງພໍກັບຄວາມຕ້ອງການທີ່ເປັນຈິງ ເນື່ອງຈາກວ່າແຮງງານ ລາວ ສ່ວນຫຼາຍ ເປັນແຮງງານທີ່ບໍ່ມີຝີມື ຊຶ່ງກໍເປັນເງື່ອນ ໄຂທີ່ເຮັດໃຫ້ຖືກເອົາລັດເອົາປຽບແຮງງານໂດຍນາຍ ຈ້າງທີ່ເປັນຄົນ ລາວ ແລະ ຊາວຕ່າງຊາດອີກດ້ວຍ.

XS
SM
MD
LG