ທາງການລາວ ໃຫ້ການຢືນຢັນທີ່ຈະສືບຕໍ່ ການຮ່ວມມື ກັບ
ທາງການສະຫະລັດ ເຂົ້າໃນການຊອກຫາຊາກກະດູກ ແລະ
ສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ຫາຍສາບສູນ ໃນ
ປາງສົງຄາມອິນໂດຈີນຢູ່ໃນລາວ.
ການຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມື ກັບສະຫະລັດອາເມຣິກາ ເຂົ້າໃນການຊອກຫາ
ກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ
ອິນໂດຈີນ ຫຼື MIA ຢູ່ໃນລາວ ໄດ້ມີຂຶ້ນໃນໂອກາດ ທີ່ຄະນະຂອງ ທ່ານນາງ Ann Mills-
Griffiths ປະທານຄະນະກຳມະການສັນນິບາດແຫ່ງຊາດ ຂອງຄອບຄົວຊະເລີຍສົງຄາມ
ແລະ ທະຫານອາເມຣິກັນ ທີ່ຫາຍສາບສູນໄປ ໃນປາງສົງຄາມໃນເອເຊຍຕາເວັນອອກ
ສຽງໃຕ້ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເມື່ອບໍ່ນານມານີ້.
ໂດຍຄະນະຂອງ ທ່ານນາງ Griffiths ໄດ້ພົບປະເຈລະຈາກັບຄະນະຂອງ ທ່ານທອງລຸນ
ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການຕ່າງປະເທດ ທ່ານພົງສະຫວັດ ບຸບຜາ ລັດຖະມົນຕີປະຈຳສຳນັກງານປະທານປະເທດ ທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການ ກະຊວງງໄປສະນີ ແລະໂທລະຄົມມະນາຄົມ ແລະ ພົນໂທ ຈັນສະໝອນ ຈັນຍະລາດ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດ ທັງຍັງເດີນທາງໄປກວດຢ້ຽມພື້ນທີ່ ປະຕິບັດງານສຳຫລວດ ເພື່ອຊອກຫາກະດູກ ແລະ ສິ່ງເສດເຫຼືອຂອງ MIA ຢູ່ໃນເຂດເມືອງ
ເຊໂປນ ແລະ ເມືອງວີລະບູລີ ແຂວງສະຫວັນນະເຂດ ອີກດ້ວຍ.
ທັງນີ້ ໂດຍທາງການລາວໄດ້ອະນຸຍາດໃຫ້ຄະນະສຳຫລວດຂອງສະຫະລັດ ສາມາດນຳໃຊ້ຍານພາຫະນະ ເພື່ອຂົນສົ່ງເຄື່ອງມື ແລະອຸປະກອນຕ່າງໆ ໄປພື້ນທີ່ເປົ້າໝາຍ ທັງຍັງອະນຸຍາດໃຫ້ຄະນະສຳຫລວດຂອງສະຫະລັດ ສາມາດຕັ້ງຄ້າຍພັກຢູ່ໃນບໍລິເວນ ທີ່ທຳການຂຸດຄົ້ນໄດ້ ເປັນຄັ້ງທຳອິດນັບແຕ່ປີ 2014 ເປັນຕົ້ນມາ ດ້ວຍເຫດນີ້ ຈຶ່ງຖືເປັນບາດກ້າວໃໝ່ຂອງການຮ່ວມມືໃນການຄົ້ນຫາ MIA ຂອງສະຫະລັດ ຢູ່ໃນລາວ.
ທາງການລາວ ແລະ ສະຫະລັດ ໄດ້ເລີ້ມການຮ່ວມມືໃນການ
ຊອກຫາ MIA ຢູ່ໃນລາວ ນັບຕັ້ງແຕ່ປີ 1982 ເປັນຕົ້ນມາ ແລະ
ໃນປັດຈຸບັນ ໄດ້ຄົ້ນພົບແລ້ວ 270 ກໍລະນີຈາກທັງໝົດ 575
ກໍລະນີ ຈຶ່ງຍັງເຫຼືອ 305 ກໍລະນີ ທີ່ທາງການທັງສອງຝ່າຍ ຈະ
ຮ່ວມກັນສຳຫລວດ ແລະຊອກຫາຕໍ່ໄປ ໂດຍຈະຕ້ອງໃຊ້ລະຍະ
ເວລາອີກຍາວນານ ເທົ່າໃດນັ້ນ ຍັງບໍ່ສາມາດກຳນົດໄດ້ເລີຍ
ຈົນເຖິງທຸກມື້ນີ້.
ການຊອກຫາ MIA ຢູ່ໃນລາວຖືເປັນ 1 ໃນ 5 ໂຄງການ ທີ່ທາງ
ການສະຫະລັດ ໃຫ້ຄວາມສຳຄັນເປັນພິເສດ ທີ່ຈະເສີມສ້າງ
ຄວາມຮ່ວມມືກັບທາງການລາວ ໂດຍອີກ 4 ໂຄງການ ທີ່ເຫຼືອນັ້ນ
ກໍຄືການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນລາວ ການພັດທະນາ ລະບົບກົດໝາຍ ແລະ ສິດທິມະນຸດ ການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ຊີວະນານາພັນ ການເສີມຂະຫຍາຍມູນຄ່າການຄ້າ ແລະການລົງທຶນ ດັ່ງທີ່ ທ່ານ Daniel Clune ເອກອັກ
ຄະລັດຖະທູດສະຫະລັດ ປະຈຳສປປ ລາວ ໄດ້ໃຫ້ການຢືນຢັນວ່າ:
“ທຳອິດ ກໍຄືພວກບັນຫາ ທີ່ເກີດມາຈາກສົງຄາມຫວຽດນາມ ກໍຄື ການຊອກຄົ້ນ
ຫາຊາກກະດູກ ຂອງພວກທະຫານອາເມຣິກັນ ທີ່ຫາຍສາບສູນໄປ ໃນປາງສົງ
ຄາມ ແລະ ການເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກໃນລາວ. ບຸລິມະສິດສູງອີກອັນ
ນຶ່ງ ຈະແມ່ນ ການສົ່ງເສີມເລື້ອງສິດທິມະນຸດ ແລະ ການປົກຄອງດ້ວຍຕົວບົດ
ກົດໝາຍ ການສືບຕໍ່ຮ່ວມມືກັນໃນດ້ານສຸຂະພາບ ດ້ານຕໍ່ຕ້ານຢາເສບຕິດ ແລະ
ດ້ານສິ່ງແວດລ້ອມ ຮວມທັງຄວາມພະຍາຍາມທີ່ກຳລັງດຳເນີນໄປຢູ່ ໃນການ
ຄວບຄຸມພະຍາດຕິດແປດຮ້າຍແຮງ. ທ້າຍສຸດ ການເພີ້ມທະວີການຄ້າ ແລະ
ການລົງທຶນຂອງສະຫະລັດ ກໍຖືວ່າ ເປັນບຸລິມະສິດ ຄືກັນ.”
ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ໃນການ
ສຶກສາອົບຮົມ ເພື່ອການປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳຫລັບນັກຮຽນ
ໃນພື້ນທີ່ 15 ເມືອງໃນເຂດ 9 ແຂວງທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ ເຊັ່ນ
ເມືອງນ້ຳບາກ ໃນແຂວງຫລວງພະບາງ ເມືອງຫ່ຽມ ແລະ ເມືອງວຽງໄຊ ໃນແຂວງຫົວພັນ
ເມືອງຄຳ ແລະ ເມືອງໜອງແຮດ ໃນເຂດແຂວງຊຽງຂວາງ ສ່ວນອີກ 10 ເມືອງ ທີ່ເຫຼືອ
ກໍຢູ່ໃນແຂວງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ອັດຕະປື ແລະ ຈຳປາສັກ.
ທາງການສະຫະລັດ ໄດ້ເລີ້ມໃຫ້ການຊ່ວຍເຫຼືອແກ່ທາງການລາວ ໃນໂຄງການດັ່ງກ່າວນີ້
ນັບແຕ່ປີ 1996 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍເພື່ອລົດຈຳນວນ ຜູ້ທີ່ໄດ້ຮັບເຄາະ ຈາກ
ລະເບີດ UXO ໃຫ້ນ້ອຍລົງ ໂດຍທີ່ຜ່ານມາກໍປາກົດວ່າ ໄດ້ໃຫ້ການສຶກສາອົບຮົມແກ່
ນັກຮຽນໃນລາວ ໄດ້ແລ້ວຫຼາຍກວ່າ 228,000 ຄົນ ແລະໃນຂະນະດຽວກັນ ກໍມີຄູ-
ອາຈານຫຼາຍກວ່າ 9,000 ຄົນ ທີ່ໄດ້ຜ່ານການເຝິກອົບຮົມຄວາມຮູ້ ກ່ຽວກກັບການປ້ອງ
ກັນໄພອັນຕະລາຍຈາກລະເບີດ UXO ດັ່ງກ່າວ.
ການລົດຈຳນວນຜູ້ທີ່ໄດ້ຮັບເຄາະຈາກລະເບີດ UXO ນັບເປັນເປົ້າໝາຍທີ 9 ຂອງ
ສະຫັດສະວັດ ການພັດທະນາໃນລາວ ທີ່ຕ້ອງການຈະລົດຈຳນວນ ຜູ້ທີ່ໄດ້ຮັບເຄາະ
ຈາກລະເບີດ UXO ລົງຈາກ 300 ຄົນ ໃນແຕ່ລະປີໃຫ້ຢູ່ໃນລະດັບບໍ່ເກີນ 56 ຄົນ ພາຍ
ໃນປີ 2020 ໂດຍການດຳເນີນໂຄງການທີ່ຜ່ານມາ ກໍປາກົດວ່າ ໄດ້ປະສົບຜົນສຳເລັດ
ເກີນຄາດໝາຍ ເພາະສາມາດລົດຈຳນວນ ຜູ້ທີ່ໄດ້ຮັບເຄາະລົງຈາກ 300 ກໍລະນີ ໃນປີ
2008 ເຫຼືອພຽງ 30 ກວ່າກໍລະນີຕໍ່ປີເທົ່ານັ້ນ ນັບແຕ່ປີ 2013 ເປັນຕົ້ນມາ.