ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ລາວ ຈະສືບຕໍ່ ຮ່ວມມືກັບ ສະຫະລັດ ໃນການ ຄົ້ນຫາ ຊາກກະດູກ ຂອງ ທະຫານ ສະຫະລັດ


ສະຫະລັດ ສົ່ງຊາກສົບຂອງທະຫານທີ່ເສຍຊີວິດໃນສົງຄາມອິນໂດຈີນ ກັບບ້ານ.
ສະຫະລັດ ສົ່ງຊາກສົບຂອງທະຫານທີ່ເສຍຊີວິດໃນສົງຄາມອິນໂດຈີນ ກັບບ້ານ.

ທາງການ ລາວ ໃຫ້ການຢືນຢັນທີ່ຈະສືບຕໍ່ການຮ່ວມມືກັບທາງ ການ ສະຫະລັດ ເຂົ້າໃນ ການຊອກຫາຊາກກະດູກ ແລະ ສິ່ງເສດ ເຫຼືອຂອງທະຫານ ອາເມຣິກາ ທີ່ຫາຍສາບສູນໃນ ປາງສົງຄາມ ອິນໂດຈີນ ຢູ່ໃນ ລາວ.

ການຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມືກັບ ສະຫະລັດ ເຂົ້າໃນການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອຂອງທະຫານ ອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມອິນໂດຈີນ ຫຼື MIA ຢູ່ ໃນ ລາວ ໄດ້ມີຂຶ້ນໃນໂອກາດທີ່ທ່ານ ແສງເພັດ ເຮືອງບຸນເຍືອງ ລັດຖະມົນຕີຊ່ວຍວ່າການ ຕ່າງປະເທດ ໄດ້ສົ່ງມອບສິ່ງເສດເຫຼືອຂອງ MIA ໃຫ້ກັບທ່ານ Daniel Clune ເອກອັກຄະ ລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ທີ່ໄດ້ມີຂຶ້ນຢ່າງເປັນທາງການທີ່ສະໜາມ ບິນນານາ ຊາດ ປາກເຊ ແຂວງ ຈຳປາສັກ ເມື່ອວັນທີ 15 ທັນວາ 2015 ນີ້.

ໂດຍການສົ່ງມອບສິ່ງເສດເຫຼືອຂອງ MIA ໃນຄັ້ງຫຼ້າສຸດນີ້ເປັນກໍລະນີໄດ້ດຳເນີນການຊອກ ຫາຢູ່ທີ່ເຂດບ້ານອຸດົມໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ທີ່ເຂດບ້ານຫວາກ ເມືອງ ກະລຶມ ແຂວງເຊກອງ ຊຶ່ງກໍເປັນຜົນເຮັດໃຫ້ທາງການ ລາວ ໄດ້ສົ່ງມອບສິ່ງເສດເຫຼືອຂອງ MIA ໃຫ້ແກ່ທາງການ ສະຫະລັດ ແລ້ວເຖິງ 271 ກໍລະນີຈາກການດຳເນີນງານນັບຕັ້ງແຕ່ປີ 1982 ເປັນຕົ້ນມາຈົນເຖິງປະຈຸບັນ.

ກ່ອນໜ້ານີ້ທ່ານນາງ Ann Mills Griffiths ປະທານຄະນະກຳມະການສັນນິບາດຄອບຄົວ ຂອງສະເລີຍສົງຄາມ ແລະ ທະຫານ ອາເມຣິກັນ ທີ່ຫາຍສາບສູນໄປໃນປາງສົງຄາມໃນ ເອເຊຍຕາເວັນອອກສຽງໃຕ້ໄດ້ເຈລະຈາກັບທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທັງຍັງໄດ້ເດີນທາງໄປກວດຢ້ຽມພື້ນ ທີ່ຊອກຫາກະດູກ ແລະ ສິ່ງເສດເຫຼືອຂອງ MIA ຢູ່ເຂດເມືອງເຊໂປນ ແລະ ເມືອງວິລະບູລີ ແຂວງສະຫວັນນະເຂດອີກດ້ວຍ.

ທັງນີ້ທາງການ ລາວ ໄດ້ອະນຸຍາດໃຫ້ຄະນະສຳຫຼວດຂອງ ສະຫະລັດ ສາມາດນຳໃຊ້ຍານ ພາຫະນະເພື່ອຂົນສົ່ງເຄື່ອງມື ແລະ ອຸປະກອນຕ່າງໆໄປພື້ນທີ່ເປົ້າໝາຍ ທັງຍັງອະນຸຍາດໃຫ້ ຄະນະສຳຫຼວດຂອງ ສະຫະລັດ ສາມາດຕັ້ງຄ້າຍພັກຢູ່ໃນບໍລິເວນທີ່ທຳການຂຸດຄົ້ນໄດ້ເປັນ ຄັ້ງທຳອິດນັບແຕ່ປີ 2014 ເປັນຕົ້ນມາ ດ້ວຍເຫດນີ້ ຈຶ່ງຖືເປັນບາດກ້າວໃໝ່ຂອງການຮ່ວມມື ໃນການຄົ້ນຫາ MIA ຂອງ ສະຫະລັດ ໃນ ລາວ.

ສະຫະລັດ ແລະ ລາວ ເຊັນສັນຍາການຊ່ວຍເຫຼືອໂຄງການເກັບກູ້ລະເບີດ ທີ່ບໍ່ທັນແຕກ.
ສະຫະລັດ ແລະ ລາວ ເຊັນສັນຍາການຊ່ວຍເຫຼືອໂຄງການເກັບກູ້ລະເບີດ ທີ່ບໍ່ທັນແຕກ.

​ທາງການລາວ ແລະ ສະຫະລັດ ໄດ້ເລີ່ມການຮ່ວມມືໃນການຊອກ ຫາ MIA ຢູ່ໃນ ລາວ ນັບຕັ້ງແຕ່ປີ 1982 ເປັນຕົ້ນມາ ແລະ ໃນປະ ຈຸບັນໄດ້ຄົ້ນພົບແລ້ວ 271 ກໍລະນີຈາກທັງໝົດ 575 ກໍລະນີຈຶ່ງຍັງ ເຫຼືອ 304 ກໍລະນີທີ່ທາງການທັງສອງຝ່າຍຈະຮ່ວມກັນສຳຫຼວດ ແລະ ຊອກຫາ ຕໍ່ໄປ.

ການຊອກຫາ MIA ຢູ່ໃນ ລາວ ຖືເປັນ 1 ໃນ 5 ໂຄງການທີ່ທາງ ການ ສະຫະລັດ ໃຫ້ຄວາມສຳຄັນເປັນພິເສດ ທີ່ຈະເສີມສ້າງ ຄວາມຮ່ວມມືກັບທາງການ ລາວ ໂດຍອີກ 4 ໂຄງການທີ່ເຫຼືອນັ້ນ ກໍຄືການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນ ລາວ, ການພັດທະນາລະບົບກົດໝາຍ ແລະ ສິດທິມະນຸດສະຍະຊົນ, ການອະນຸລັກສິ່ງແວດລ້ອມ ທຳມະຊາດ ແລະ ຊີວະນານາພັນ, ການເສີມຂະຫຍາຍມູນຄ່າການຄ້າ ແລະ ການລົງທຶນດັ່ງ ທີ່ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ໄດ້ໃຫ້ການ ຢືນຢັນວ່າ

“ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ໃນການສຶກສາອົບຮົມເພື່ອການປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳ ລັບນັກຮຽນໃນພື້ນທີ່ 15 ເມືອງໃນເຂດ 9 ແຂວງທີ່ມີລະເບີດ UXO ຕົກຄ້ງຢູ່ ຢ່າງໜາແໜ້ນ ເຊັ່ນເມືອງນ້ຳບາກ ໃນແຂວງຫຼວງພະບາງ, ເມືອງຫ່ຽມ ແລະ ເມືອງວຽງໄຊ ແຂວງຫົວພັນ, ເມືອງຄຳ ແລະ ເມືອງໜອງແຮດ ໃນເຂດແຂວງ ຊຽງຂວາງ. ສ່ວນອີກ 10 ເມືອງທີ່ເຫຼືອກໍຢູ່ໃນແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.”

ທາງການ ສະຫະລັດ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ທາງການ ລາວ ໃນໂຄງການດັ່ງກ່າວ ນີ້ນັບແຕ່ປີ 1996 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍເພື່ອຫຼຸດຈຳນວນຜູ້ທີ່ໄດ້ຮັບເຄາະ ຈາກລະ ເບີດ UXO ໃຫ້ນ້ອຍລົງ ໂດຍທີ່ຜ່ານມາກໍປະກົດວ່າໄດ້ໃຫ້ການສຶກສາອົບຮົມແກ່ນັກຮຽນໃນ ລາວ ໄດ້ແລ່ວຫຼາຍກວ່າ 228,000 ຄົນແລະໃນຂະນະດຽວກັນກໍມີຄູ-ອາຈານຫຼາຍກວ່າ 9,000 ຄົນທີ່ໄດ້ຜ່ານການຝຶກອົບຮົມຄວາມຮູ້ກ່ຽວກັບການປ້ອງກັນໄພອັນຕະລາຍ ຈາກລະ ເບີດ UXO ດັ່ງກ່າວ.

XS
SM
MD
LG