ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວ ຈະຂຶ້ນທະບຽນ 5 ບໍລິສັດ ມະຫາຊົນ ໃນຕະຫຼາດ ຫຼັກຊັບ ພາຍໃນປີ 2020


ອາຄານ ຕະຫຼາດຫຼັກຊັບ ແຫ່ງຊາດລາວ
ອາຄານ ຕະຫຼາດຫຼັກຊັບ ແຫ່ງຊາດລາວ

ທາງການລາວວາງເປົ້າໝາຍຈະຂຶ້ນທະບຽນ ບໍລິສັດມະຫາຊົນ
ໃນຕະຫຼາດຫລັກຊັບ ເພີ້ມຂຶ້ນອີກໃຫ້ໄດ້ 5 ບໍລິສັດ ພາຍໃນປີ
2020 ໂດຍຫວັງວ່າ ຈະສາມາດດຶງດູດເງິນທຶນ ຈາກຕ່າງ
ປະເທດໄດ້ຫຼາຍຂຶ້ນ.

ທ່ານວັນຄຳ ວໍລະວົງ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບ
ແຫ່ງຊາດລາວ ໃຫ້ການຢືນຢັນວ່າ ຄະນະກຳມະການຄຸ້ມຄອງຕະຫຼາດຫລັກຊັບແຫ່ງ
ຊາດລາວ ໄດ້ວາງເປົ້າໝາຍ ທີ່ຈະຂຶ້ນທະບຽນບໍລິສັດມະຫາຊົນ ໃນຕະຫຼາດຫລັກຊັບ
ເພີ້ມຂຶ້ນອີກໃຫ້ໄດ້ 5 ບໍລິສັດພາຍໃນປີ 2020 ໂດຍມີເປົ້າໝາຍທີ່ຈະດຶງດູດເອົາເງິນທຶນ
ຈາກຕ່າງປະເທດເຂົ້າມາໃນລາວ ໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ໂດຍການຢືນຢັນດັ່ງກ່າວນີ້ ຂອງທ່ານວັນຄຳ ໄດ້ມີຂຶ້ນພາຍຫຼັງຈາກ ບໍລິິສັດຜະລິດໄຟຟ້າ
ລາວມະຫາຊົນ (EDL-GEN) ໄດ້ປະສົບຜົນສຳເລັດໃນການອອກຮຸ້ນກູ້ ເພື່ອລະດົມ
ເງິນທຶນຈາກຕະຫລາດທຶນຂອງປະເທດໄທ ເມື່ອເດືອນທັນວາ ປີ 2014 ທີ່ຜ່ານມາ ຊຶ່ງ
ປາກົດວ່າ ມີນັກລົງທຶນໃນໄທ ໄດ້ພາກັນຈອງຊື້ຮຸ້ນກູ້ຂອງ ບໍລິສັດ EDL-GEN ຄິດເປັນ
ມູນຄ່າລວມກວ່າ 12,490 ລ້ານບາດ ໂດຍເກີນເປົ້າໝາຍທີ່ EDL-GEN ໄດ້ວາງເອົາໄວ້
ກວ່າ 2 ເທົ່າຕົວ ແລະ ທີ່ຜ່ານມາ EDL-GEN ກໍໄດ້ສຳເລັດການອອກຮຸ້ນກູ້ ດັ່ງກ່າວ
ເພື່ອສົ່ງມອບໃຫ້ກັບບັນດານັກລົງທຶນໃນໄທ ໄປຢ່າງຄົບຖ້ວນໃນມູນຄ່າລວມ 6,500
ລ້ານບາດແລ້ວ.

ບໍລິິສັດຜະລິດໄຟຟ້າ ລາວມະຫາຊົນ (EDL-GEN) ໄດ້ປະສົບຜົນ ສຳເລັດ ໃນການອອກຮຸ້ນກູ້ ເພື່ອລະດົມ ເງິນທຶນຈາກຕະຫລາດທຶນ ຂອງປະເທດໄທ ເມື່ອເດືອນທັນວາ ປີ 2014 ທີ່ຜ່ານມາ.
ບໍລິິສັດຜະລິດໄຟຟ້າ ລາວມະຫາຊົນ (EDL-GEN) ໄດ້ປະສົບຜົນ ສຳເລັດ ໃນການອອກຮຸ້ນກູ້ ເພື່ອລະດົມ ເງິນທຶນຈາກຕະຫລາດທຶນ ຂອງປະເທດໄທ ເມື່ອເດືອນທັນວາ ປີ 2014 ທີ່ຜ່ານມາ.

ກະຊວງການເງິນຂອງລາວ ໄດ້ອະນຸມັດແຜນການລະດົມເງິນທຶນ
ຂອງບໍລິສັດ EDL-GEN ຢ່າງເປັນທາງການເມື່ອຕົ້ນປີ 2014 ຊຶ່ງ
ເຮັດໃຫ້ບໍລິສັດ EDL-GEN ໄດ້ຮັບການອະນຸມັດ ແລະ ສະໜັບ
ສະໜູນ ຈາກສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ
ແຫ່ງຊາດລາວ ແລະ ສຳນັກງານບໍລິຫານໜີ້ສາທາລະນະແຫ່ງ
ປະເທດໄທ ອັນເປັນຜົນເຮັດໃຫ້ບໍລິສັດ EDL-GEN ສາມາດ
ອອກຮຸ້ນກູ້ເພື່ອລະດົມເງິນທຶນ ໃນຕະຫຼາດທຶນໄທໄດ້ ຢ່າງຖືກ
ຕ້ອງຕາມກົດໝາຍດັ່ງກ່າວ.

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ EDL-GEN ໄດ້ວາງເປົ້າໝາຍ ທີ່ຈະລະດົມເງິນທຶນໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000 ລ້ານໂດລາ ເພື່ອຈະໄດ້ນຳມາໃຊ້ໃນໂຄງການພັດທະນາແຫລ່ງພະລັງງານໄຟຟ້າໃນລາວ ທີ່ຢູ່ໃນການຄຸ້ມຄອງຂອງ EDL-GEN ໃຫ້ເພີ້ມຂຶ້ນຈາກ 881ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 2,272 ເມກາວັດ ພາຍໃນປີ 2020.

ບໍລິສັດ ຜະລິດໄຟຟ້າ ລາວມະຫາຊົນ (EDL-GEN) ໄດ້ວາງເປົ້າໝາຍ ທີ່ຈະລະດົມເງິນທຶນໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000 ລ້ານໂດລາ ເພື່ອຈະໄດ້ນຳມາໃຊ້ ໃນໂຄງການພັດທະນາ ແຫລ່ງພະລັງງານໄຟຟ້າໃນລາວ.
ບໍລິສັດ ຜະລິດໄຟຟ້າ ລາວມະຫາຊົນ (EDL-GEN) ໄດ້ວາງເປົ້າໝາຍ ທີ່ຈະລະດົມເງິນທຶນໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000 ລ້ານໂດລາ ເພື່ອຈະໄດ້ນຳມາໃຊ້ ໃນໂຄງການພັດທະນາ ແຫລ່ງພະລັງງານໄຟຟ້າໃນລາວ.

ນອກຈາກການລະດົມເງິນທຶນໃນມູນຄ່າ 6,500 ລ້ານບາດ ຫຼື
ປະມານ 200 ລ້ານໂດລາ ຈາກຕະຫຼາດຫລັກຊັບຂອງໄທ
ດັ່ງກ່າວແລ້ວ ບໍລິສັດ EDL-GEN ຍັງໄດ້ວາງເປົ້າໝາຍທີ່ຈະ
ລະດົມເງິນທຶນ ຈາກຕະຫຼາດເງິນທຶນ ໃນມາເລເຊຍ ແລະ
ສິງກະໂປອີກດ້ວຍ ໂດຍໃນປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນ
ການພິຈາລະນາ ຂອງຄະນະກຳມະການບໍລິຫານໜີ້ສິນ
ສາທາລະນະແຫ່ງຊາດຂອງທັງ 2 ປະເທດດັ່ງກ່າວ ແລະ
ກໍຄາດໝາຍວ່າ ຈະໄດ້ຮັບການອະນຸມັດໃນມໍ່ໆນີ້ ໂດຍຫລັງ
ຈາກນັ້ນ EDL-GEN ກໍຈະສາມາດສະເໜີຂາຍພັນທະບັດ
ໃນຕະຫຼາດຫລັກຊັບຂອງມາເລເຊຍ ແລະ ສິງກະໂປ ເພື່ອໃຫ້
ໄດ້ເງິນທຶນຄົບ 1,000 ລ້ານໂດລາ ຕໍ່ໄປ.

ປັດຈຸບັນມີ 4 ບໍລິສັດທີ່ຈົດທະບຽນໃນຕະຫຼາດຫລັກຊັບແຫ່ງຊາດລາວ ໂດຍນອກຈາກ
EDL-GEN ແລ້ວ ກໍມີທະນາຄານການຄ້າຕ່າງປະເທດມະຫາຊົນ (BCEL) ບໍລິສັດ
Lao World ມະຫາຊົນ ແລະ ບໍລິສັດ Petroleum Trading Lao ມະຫາຊົນ ໂດຍຮຸ້ນ
ມີລາຄາຊື້-ຂາຍສະເລ່ຍ 6,900 ກີບ, 5,900 ກີບ, 7,900 ກີບ ແລະ 3,000 ກີບຕໍ່ຮຸ້ນ
ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ການທີ່ຕະຫຼາດຫລັກຊັບແຫ່ງຊາດລາວ ຈະອະນຸມັດໃຫ້ບໍລິສັດ
ມະຫາຊົນໃດ ສາມາດທີ່ຈະຂຶ້ນທະບຽນໄດ້ ຫຼື ບໍ່ໄດ້ນັ້ນ ກໍມີເງື່ອນໄຂວ່າ ບໍລິສັດ
ມະຫາຊົນ ທີ່ຈະຂຶ້ນທະບຽນນັ້ນ ຈະຕ້ອງມີການພັດທະນາລະບົບບັນຊີ ແລະ ມີລະບົບ
ການບໍລິຫານງານ ທີ່ໄດ້ມາດຕະຖານສາກົນ ດັ່ງທີ່ ທ່ານສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກ ລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ການຜະລິດ ແລະ ຈະລາຈອນ
ໃນຖານະປະທານ ຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບແຫ່ງຊາດລາວ ໄດ້ໃຫ້
ການຊີ້ແຈງວ່າ:

“ແຕ່ວ່າ ຄັນຖ້າພວກເຂົາບໍ່ກຽມພ້ອມໄດ້ຕາມອັນນີ້ນິ ຂ້ອຍກະບໍ່ຮັບ ຍົກຕົວຢ່າງ
ບໍລິສັດນີ້ ທີ່ເຈົ້າມານີ້ ຄັນເຈົ້າມີໜີ້ສິນມະຫາສານແລ້ວ ຍັງຈະເອົາເຂົ້າມາ ແມ່ນ
ໃຜຈະມາຊື້ກັບເຈົ້າ ຫຼືວ່າ ຢູ່ໃນບໍລິສັດ ໂຄງສ້າງການຈັດຕັ້ງຂອງເຈົ້າ ກໍບໍ່ດີ
ຜູ້ອຳນວຍການນີ້ເດ້ ເຂົາສົງໄສວ່າ ໝໍນີ້ມີ ປາກົດການສໍ້ໂກງແລ້ວ ຄົນທັງຫຼາຍ
ເຂົາກໍຮູ້ກັນເດ້ເນາະ ອັນນີ້ໄດ້ເວົ້າກັນລະອຽດສົມຄວນ.”

ໂດຍຄະນະກຳມະການຄຸ້ມຄອງ ຕະຫຼາດຫລັກຊັບແຫ່ງຊາດລາວ ໄດ້ດຳເນີນການສຳ
ຫລວດ ບໍລິສັດຢູ່ໃນລາວຈຳນວນ 1,087 ລາຍ ຊຶ່ງພົບວ່າ ມີຢູ່ 38 ບໍລິສັດທີ່ມີເງື່ອນໄຂ
ຫາກແຕ່ກໍປາກົດວ່າ ມີຢູ່ 20 ບໍລິສັດ ທີ່ໄດ້ສະແດງຄວາມຈຳນົງ ທີ່ຈະຂໍຂຶ້ນທະບຽນ
ໃນຕະຫຼາດຫລັກຊັບແຫ່ງຊາດລາວ ໃນໄລຍະຕໍ່ໄປ.

XS
SM
MD
LG