ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຢືນຢັນວ່າ ໄດ້ດຳເນີນ ມາດຕະການຕໍ່ຕ້ານ ການຟອກເງິນ ແລະ ສະໜອງທຶນ ແກ່ການກໍ່ການຮ້າຍ


ທ່ານບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳເສດຖະກິດມະຫາພາກ ແລະບໍລິການ ໄດ້ພົບປະກັບ ຄະນະທູຕານຸທູດ ຈາກປະເທດຕ່າງໆ ລວມເຖິງຜູ້ຕາງໜ້າ ຂອງທະນາຄານໂລກ ທະນາຄານພັດທະນາເອເຊຍ ແລະ ອົງການສະຫະປະຊາຊາດ ເພື່ອການຄວບຄຸມຢາເສບຕິດ ແລະ ອາຊະຍາກຳ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ.
ທ່ານບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳເສດຖະກິດມະຫາພາກ ແລະບໍລິການ ໄດ້ພົບປະກັບ ຄະນະທູຕານຸທູດ ຈາກປະເທດຕ່າງໆ ລວມເຖິງຜູ້ຕາງໜ້າ ຂອງທະນາຄານໂລກ ທະນາຄານພັດທະນາເອເຊຍ ແລະ ອົງການສະຫະປະຊາຊາດ ເພື່ອການຄວບຄຸມຢາເສບຕິດ ແລະ ອາຊະຍາກຳ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ.

ທາງການລາວຢືນຢັນຕໍ່ຄະນະທູຕານຸທູດ ແລະອົງການສາກົນ
ວ່າ ໄດ້ດຳເນີນມາດຕະການເພື່ອຕໍ່ຕ້ານການຟອກເງິນ ແລະ
ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເຂັ້ມງວດ ແລະ ຢ່າງ
ຕໍ່ເນື່ອງ.


ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່
ການກໍ່ການຮ້າຍຂອງລັດຖະບານລາວ ພາຍໃຕ້ການເປັນປະທານຂອງ ທ່ານບຸນປອນ
ບຸດຕະນະວົງ ຮອງນາຍຍົກລັດຖະມົນຕີ ຜູ້ຊີ້ນຳເສດຖະກິດມະຫາພາກ ແລະ ບໍລິການ
ໄດ້ພົບປະກັບຄະນະທູຕານຸທູດ ຈາກສະຫະລັດອາເມຣິກາ ອອສເຕຣເລຍ ຝຣັ່ງ ຍີ່ປຸ່ນ
ເກົາຫຼີໃຕ້ ຟີລິບປິນ ອິນເດຍ ແລະ ອັງກິດ ລວມເຖິງຜູ້ຕາງໜ້າຂອງທະນາຄານໂລກ
ທະນາຄານພັດທະນາເອເຊຍ ແລະ ອົງການຄວບຄຸມຢາເສບຕິດ ແລະ ອາຊະຍາກຳ
ແຫ່ງສະຫະປະຊາຊາດ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ.

ໂດຍຈຸດປະສົງສຳຄັນຂອງການພົບປະໃນຄັ້ງນີ້ ເພື່ອເຜີຍແຜ່ກ່ຽວກັບ ການຈັດຕັ້ງປະຕິ
ບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ລັດຖະບານ ລາວໄດ້ຕົກລົງເຂົ້າຮ່ວມ ເປັນສະມາຊິກ ໃນກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກເງິນ (APG) ເປັນອັນດັບທີ 36 ນັບຈາກປີ 2007 ເປັນຕົ້ນມາ ຊຶ່ງລັດຖະບານລາວ ກໍໄດ້ມອບ ໝາຍໃຫ້ທະນາຄານແຫ່ງຊາດ ຮັບຜິດຊອບວຽກງານດັ່ງກ່າວນີ້ ດ້ວຍການສ້າງຕັ້ງ ໜ່ວຍງານຂໍ້ມູນຕ້ານການຟອກເງິນຂຶ້ນ ນັບແຕ່ປີ 2007 ເປັນຕົ້ນມາ.

ທາງດ້ານທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ກໍໄດ້ໃຫ້
ການຢືນຢັນວ່າ ລັດຖະບານລາວ ໄດ້ດຳເນີນການພັດທະນານິຕິກຳ ກ່ຽວກັບການຕ້ານ
ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ນັບແຕ່ປີ 2005 ເປັນຕົ້ນມາ
ໂດຍຈະເຫັນໄດ້ ຈາກການບັນຍັດໄວ້ ໃນມາດຕາ 64 ຂອງກົດໝາຍອາຍາ ເພື່ອຕ້ານ
ການຟອກເງິນ ຕາມດ້ວຍດຳລັດວ່າດ້ວຍການຕ້ານການຟອກເງິນ ເລກທີ 55/ນຍ ເມື່ອ
ປີ 2006 ແລະໃນປີ 2010 ກໍເປັນຄັ້ງທຳອິດ ທີ່ກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກ
ເງິນ ໄດ້ມີການປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນລາວ
ຕາມຫລັກມາດຕະຖານສາກົນ.

ທ່ານສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ຊາດລາວ ໄດ້ຖະແຫລງ ຢືນຢັນ ກ່ຽວກັບການຈັດຕັ້ງປະຕິບັດ ເພື່ອຕ້ານການຟອກເງິນໃນລາວ.
ທ່ານສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ຊາດລາວ ໄດ້ຖະແຫລງ ຢືນຢັນ ກ່ຽວກັບການຈັດຕັ້ງປະຕິບັດ ເພື່ອຕ້ານການຟອກເງິນໃນລາວ.

ຍິ່ງໄປກວ່ານັ້ນ ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ຍັງໄດ້
ລົງມະຕິຮັບຮອງເອົາກົດໝາຍ ວ່າດ້ວຍການຕ້ານ ແລະ ການ
ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການ
ກໍ່ການຮ້າຍ ຕາມການສະເໜີຂອງທະນາຄານແຫ່ງຊາດລາວ
ໃນກອງປະຊຸມສະໄໝສາມັນຄັ້ງທີ 7 ເມື່ອເດືອນກໍລະກົດ 2014
ອີກດ້ວຍ.

ໂດຍກົດໝາຍດັ່ງກ່າວນີ້ ຖືເປັນກົດໝາຍຕ້ານການຟອກເງິນ
ສະບັບທຳອິດໃນລາວ ເນື່ອງຈາກວ່າ ການຈັດຕັ້ງປະຕິບັດ ເພື່ອ
ຕ້ານການຟອກເງິນໃນລາວນັ້ນ ເປັນການປະຕິບັດຕາມ ດຳລັດ
ທີ່ປະກາດບັງຄັບໃຊ້ເມື່ອປີ 2006 ໂດຍມີໜ່ວຍງານ ຂໍ້ມູນຕ້ານການຟອກເງິນ ໃນສັງກັດ
ຂອງທະນາຄານໃນລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ ທ່ານສົມພາວ ໄຟສິດ ຜູ້ວ່າການ
ທະນາຄານແຫ່ງຊາດລາວ ໄດ້ຖະແຫລງຢືນຢັນວ່າ:

“ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງ ຂອງ
ທະນາຄານແຫ່ງ ສປປ ລາວ ສາມາດເກັບກຳຂໍ້ມູນກ່ຽວກັບ ການເຄື່ອນໄຫວ
ທຸລະກຳ ທີ່ສົງໄສວ່າ ເປັນການຟອກເງິນໄດ້ 104 ກໍລະນີ.”

ທາງດ້ານທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ
ໃຫ້ການຢືນຢັນວ່າ ສາເຫດສຳຄັນ ທີ່ເຮັດໃຫ້ມີການລັກລອບປູກຝິ່ນ ໃນແຂວງພາກເໜືອ ຂອງລາວເພີ້ມຂຶ້ນໃນເວລານີ້ ກໍເພາະວ່າ ໄດ້ມີການລັກລອບໂອນເງິນ ຈາກຕ່າງປະເທດ ເຂົ້າມາຊຸກຍູ້ ໃຫ້ປະຊາຊົນລາວ ພາກັນສືບຕໍ່ປູກຝິ່ນ ຢູ່ເລື້ອຍມາ ເມື່ອປະກອບກັບ ປະຊາ
ຊົນລາວ ກໍຍັງມີສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງ ຈຶ່ງໄດ້ພາກັນລັກລອບປູກ
ຝິ່ນຢູ່ເລື້ອຍມາ.

ແຕ່ຢ່າງໃດກໍຕາມ ການທີ່ທາງການສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອ ໃນການ
ພັດທະນາ ປັບປຸງການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ກ່ຽວກັບຢາເສບຕິດ
ໃນລາວ ນັບແຕ່ກາງປີ 2014 ເປັນຕົ້ນມາ ກໍເຊື່ອວ່າ ຈະເຮັດໃຫ້ການບັງຄັບໃຊ້ກົດໝາຍ
ໃນລາວ ມີປະສິດທິພາບສູງຂຶ້ນນັບມື້.

XS
SM
MD
LG