ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວ ແລະ ສຫລ ຕົກລົງ ເສີມຂະຫຍາຍ ການຮ່ວມມື ໃນດ້ານສາທາລະນະສຸກ ແລະ ບໍລິການ


ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ພົບປະກັບ ທ່ານນາງ Sylvia Burwell ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຂອງສະຫະລັດ ຢູ່ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະລັດອາເມຣິກາ.
ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ພົບປະກັບ ທ່ານນາງ Sylvia Burwell ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຂອງສະຫະລັດ ຢູ່ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະລັດອາເມຣິກາ.

ທາງການລາວ ແລະ ສະຫະລັດອາເມຣິກາ ຕົກລົງເສີມຂະຫຍາຍ
ການຮ່ວມມື ລະຫວ່າງກັນ ຢ່າງໃກ້ຊິດໃນດ້ານສາທາລະນະສຸກ
ແລະບໍລິການເພື່ອສຸຂະພາບອະນາໄມທີ່ດີ ສຳຫລັບແມ່ ແລະ
ເດັກທຸກຄົນ ໃນລາວ.

ການຕົກລົງເສີມຂະຫຍາຍການຮ່ວມມືຢ່າງໃກ້ຊິດ ໃນດ້ານສາທາ
ລະນະສຸກ ແລະບໍລິການເພື່ອສຸຂະພາບທີ່ດີ ລະຫວ່າງທາງການ
ລາວ ກັບສະຫະລັດອາເມຣິກາ ໄດ້ມີຂຶ້ນໃນໂອກາດທີ່ທ່ານເອກສະຫວ່າງ ວົງວິຈິດ ລັດຖະ
ມົນຕີວ່າການ ກະຊວງສາທາລະນະສຸກໄດ້ເດີນທາງໄປຢ້ຽມຢາມສະຫະລັດ ຢ່າງເປັນທາງ
ການເມື່ອກາງເດືອນກັນຍາທີ່ຜ່ານມາ.

ໂດຍເປັນການຕົກລົງຮ່ວມກັນລະຫວ່າງທ່ານເອກສະຫວ່າງກັບທ່ານນາງ Sylvia Burwell
ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຂອງສະຫະລັດ ຊຶ່ງໄດ້ໃຫ້ການຢືນຢັນດ້ວຍ
ວ່າລັດຖະບານສະຫະລັດ ຈະຍັງຄົງໃຫ້ການຊ່ວຍເຫຼືອ ເພື່ອພັດທະນາລະບົບ ໃຫ້ບໍລິການ
ດ້ານສາທາລະນະສຸກໃນລາວຕໍ່ໄປ ຢ່າງບໍ່ຢຸດຢັ້ງ ທັງທີ່ເປັນໂຄງການທີ່ດຳເນີນການຢູ່ແລ້ວ
ແລະໂຄງການທີ່ຈະລິເລີ້ມຂຶ້ນໃໝ່ ໂດຍສະເພາະແມ່ນໂຄງການອາຫານເສີມເພື່ອແມ່ແລະ
ເດັກໃນລາວ ການສັກຢາວັກຊີນ ແລະການຄວບຄຸມພະຍາດຕິດຕໍ່ນັ້ນ ຖືເປັນໂຄງການທີ່
ລັດຖະບານສະຫະລັດ ໃຫ້ຄວາມສຳຄັນເປັນ ບຸລິມະສິດໃນລາວ.

ຊຶ່ງກ່ອນໜ້ານີ້ ສະຖານທູດສະຫະລັດ ໃນລາວກັບອົງການ ອະນາໄມໂລກ (WHO) ກໍໄດ້
ຮ່ວມກັນ ໃຫ້ການຊ່ວຍເຫຼືອແກ່ລາວ ໃນການເປີດນຳໃຊ້ລະບົບໂທລະສັບສາຍດ່ວນຫຼືສູນ
Hotline 166 ເພື່ອຄວບຄຸມພະຍາດຕິດຕໍ່ໃນລາວ ຢູ່ນະຄອນຫລວງວຽງຈັນ ໂດຍ ທ່ານ
ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກ ເປັນປະທານໃນ
ພິທີຮ່ວມກັບທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດປະຈຳລາວ ແລະ
ດຣ Juliet Fleischi ຜູ້ຕ່າງໜ້າຂອງອົງການອະນາໄມໂລກປະຈຳລາວ.

ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ພົບປະກັບ ຫົວໜ້າສູນຄວບຄຸມພະຍາດ ຕິດຕໍ່ຂອງສະຫະລັດອາເມຣິກາ ທີ່ເມືອງ ແອັດແລນຕ້າ ລັດຈໍເຈຍ.
ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ພົບປະກັບ ຫົວໜ້າສູນຄວບຄຸມພະຍາດ ຕິດຕໍ່ຂອງສະຫະລັດອາເມຣິກາ ທີ່ເມືອງ ແອັດແລນຕ້າ ລັດຈໍເຈຍ.

ໂດຍ​ເປົ້າໝາຍ​ສຳຄັນ​ຂອງ​ການ​ສ້າງຕັ້ງສູນ Hotline ດັ່ງກ່າວ​ນີ້
ກໍ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອສະ​ເພາະ​ໜ້າ​ແກ່​ປະ​ຊາ​ຊົນ​ລາວ ທີ່​ສົງ​
ໄສ​ວ່າ​ພວກ​ຕົນ​ໄດ້​ຕິດ​ເຊື້ອ​ໂຣກ ຊະນິດ​ໃດຫຼືບໍ່ ​ໂດຍ​ບັນດາ​ພະ
ນັກງານ​ທີ່​ປະຈຳ​ຢູ່​ສູນ Hotline ຈະ​ໃຫ້​ຄຳ​ປຶກສາ​ແລະແນະນຳ​
ວິທີ​ການ​ປະຕິບັດ​ໃນ​ເບື້ອງ​ຕົ້ນ​ເມື່ອ​ໄດ້​ຮັບ​ຂໍ້​ມູນ​ຈາກ​ປະຊາຊົນ​
ລາວ​ທີ່​ໂທ​ລະ​ສັບ​ເຂົ້າມາ​ທີ່​ສູນ Hotline ດັ່ງກ່າວ​ຢ່າງ​ຄົບ​ຖ້ວນ
​ແລ້ວນັ້ນ.

ນອກຈາກ​ນັ້ນ ສູນ Hotline ດັ່ງກ່າວ​ຍັງ​ຈະ​ມີ​ບົດບາດ​ຢ່າງ​ສຳ
ຄັນ ໃນ​ການ​ໃຫ້​ຂໍ້​ມູນ-ຂ່າວສານດ້ານ​ສຸຂະພາ​ບອະນາ​ໄມແກ່​
ປະຊາຊົນ​ລາວ ທັງ​ຍັງ​ຈະ​ເປັນ​ຕົວ​ກາງ​ໃນ​ການ​ຕິດ​ຕໍ່ ​ແລະ​ປະສານ​ຂໍ້​ມູນ​ ທີ່​ໄດ້​ຮັບ​ຈາກ​ປະ
ຊາຊົນ​ລາວ ​ໄປ​ຍັງ​ໜ່ວຍ​ງານ​ຂອງ​ລັດຖະບານລາວທີ່​ກ່ຽວຂ້ອງ​ກັບ​ບັນຫາ​ໂດຍ​ກົງອີກດ້ວຍ.

ໂດຍ​ປະຊາຊົນ​ລາວ​ສາມາດ​ຈະ​ໂທລະສັບ​ຕິດ​ຕໍ່​ກັບ​ສູນ Hotline ​ໄດ້​ທີ່​ໝາຍ​ເລກ 166
ລະຫວ່າງ​ເວລາ 8 ​ໂມງ ຫາ 16 ​ໂມງ​ຂອງ​ວັນ​ຈັນ ຫາ ວັນ​ສຸກ ສ່ວນ​ນອກ​ເວລາ​ທຳ​ການ
ລວມເຖິງວັນເສົາ ວັນທິດດ້ວຍນັ້ນ ກໍຈະເປັນລະບົບຕອບຮັບ ແລະບັນທຶກສຽງ ໂດຍອັດ
ຕະໂນມັດ ທີ່ປະຊາຊົນລາວ ສາມາດຕິດຕໍ່ກັບສູນ Hotline ໄດ້ຕະຫລອດ 24 ຊົ່ວໂມງ
ໂດຍບໍ່ເສຍຄ່າທຳນຽມແຕ່ຢ່າງໃດ.

ອີກດ້ານໜຶ່ງ ທ່ານ Paul O. Mayer ອຸປະທູດສະຫະລັດປະຈຳລາວ ກໍໄດ້ຕ່າງໜ້າລັດຖະ
ບານສະຫະລັດ ໃນການສົ່ງມອບອຸບປະກອນຕ່າງໆ ເພື່ອນຳໃຊ້ໃນການປາບປາມແລະ
ຄວບຄຸມຢາເສບຕິດ ໃຫ້ແກ່ ກົມຕຳຫລວດ ສະກັດກັ້ນ ແລະຕ້ານຢາເສບຕິດ ກະຊວງ
ປ້ອງກັນ ຄວາມສະຫງົບພາຍໃນລາວ ໂດຍມີມູນຄ່າການຊ່ວຍເຫຼືອຫຼາຍກວ່າ 170,000
ດອນລາ ຊຶ່ງເຮັດໃຫ້ນັບແຕ່ປີ 1989 ເປັນຕົ້ນມາ ຈົນເຖິງປັດຈຸບັນ ທາງການສະຫະລັດ
ໄດ້ຊ່ວຍເຫຼືອລາວ ໃນການປາບປາມຢາເສບຕິດ ໄປແລ້ວຫຼາຍກວ່າ 45 ລ້ານດອນລາ ໂດຍລວມເຖິງການຊ່ວຍເຫຼືອ ໃນການສ້າງຕັ້ງໜ່ວຍສະເພາະກິດ ເພື່ອປາບປາມຢາເສບ
ຕິດ ຢູ່ເຂດຕິດຕໍ່ຊາຍແດນກັບເພື່ອນບ້ານດ້ວຍ ດັ່ງທີ່ທ່ານກຸ ຈັນສີນາ ປະທານຄະນະກຳ
ມະການ ຄວບຄຸມແລະກວດກາຢາເສບຕິດແຫ່ງຊາດ ໄດ້ຢືນຢັນວ່າ:

“ເຈົ້າໜ້າທີ່ຕຳຫລວດ ໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ປະຕິບັດໜ້າ
ທີ່ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສຳຫລັບບັນດາປະເທດ ເພື່ອນບ້ານ
ທີ່ໃກ້ຄຽງນັ້ນ ພວກເຮົາໄດ້ມີກອງປະຊຸມ ສອງຝ່າຍ ຫຼາຍຝ່າຍ ໃນລະດັບຊາດ
ແລະລະດັບທ້ອງຖິ່ນ ນອກຈາກນັ້ນພວກເຮົາ ກໍຍັງໄດ້ສ້າງຕັ້ງ ໜ່ວຍປະສານ
ງານກວດກາ ແລະຄວບຄຸມຢາເສບຕິດຕາມຊາຍແດນ ໃຫ້ສາມາດປະຕິບັດ
ວຽກງານ ໄດ້ຢ່າງມີປະສິດທິຜົນ.”

ກ່ອນໜ້ານີ້ ຄະນະກຳມະການຄວບຄຸມແລະກວດກາຢາເສບຕິດແຫ່ງຊາດລາວ ກໍໄດ້ລາຍ
ງານວ່າ ເຂດຊາຍແດນທາງບົກລະຫວ່າງລາວກັບຫວຽດນາມ ໄດ້ຖືກຂະບວນການຄ້າຢາ
ເສບຕິດຂ້າມຊາດ ສວຍໃຊ້ເປັນເສັ້ນທາງລັກລອບຂົນຢາເສບຕິດ ຈາກເຂດສາມຫຼ່ຽມຄຳ
ໄປຕ່າງປະເທດຫຼາຍຂຶ້ນນັບມື້ ໂດຍເສັ້ນທາງທີ່ແກ້ງຄ້າຢາເສບຕິດ ນຳໃຊ້ຫຼາຍທີ່ສຸດໃນ
ລາວ ກໍຄືຖະໜົນເລກ 13 ຈາກພາກເໜືອຕໍ່ມາ ຍັງຖະໜົນເລກ 9 ໃນແຂວງສະຫວັນນະ
ເຂດ ຕໍ່ໄປຍັງຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ.

XS
SM
MD
LG