ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວມອບໃຫ້ ບໍລິສັດຍີ່ປຸ່ນ ທໍາ ການສໍາ ຫຼວດ ເພື່ອພັດທະນາ ແຂວງສະຫວັນນະເຂດ


ພາບຈໍາລອງຜັງເມືອງໃໝ່ ເຂດເທດສະບານ ສະຫວັນນະເຂດ-ເຊໂນ
ພາບຈໍາລອງຜັງເມືອງໃໝ່ ເຂດເທດສະບານ ສະຫວັນນະເຂດ-ເຊໂນ
ທາງ​ການ​ລາວ​ຕົກລົງ​ໃຫ້​ບໍລິ​ສັດ​ເອກ​ກະ​ຊົນ​ຍີ່ປຸ່ນ ດໍາ​ເນີນ​
ການ​ສຶກສາ​ ສໍາ​ຫຼວດ​ເພື່ອ​ການ ພັດທະນາ ​ແລະ​ວາງ​ຜັງ
​ເມືອງ​ໃໝ່​ ໃນ​ເຂດ​ເທດ​ສະບາ​ນ​ ແຂວງ​ສະຫວັນ​ນະ​ເຂດ
​ແລະ​ເຂດ​ເມືອງ​ໃໝ່​ຢູ່​ເຊ​ໂນ.


ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ ແຂວງ​ສະຫວັນ​ນະ​ເຂດ
ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ ແຂວງ​ສະຫວັນ​ນະ​ເຂດ

ທ່ານ​ສຸພັນ ​ແກ້ວ​ມີ​ໄຊ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂວງ​ສະ
ຫວັນ​ນະ​ເຂດ ຖະ​ແຫຼ​ງຢືນຢັນ​ວ່າ ​ອໍານາດ ​ການ​ປົກຄອງ​
ແຂວງ​ສະຫວັນ​ນະ​ເຂດໄດ້​ຕົກລົງ​ແລະ​ມອບ​ໝາຍ​ໃຫ້​ບໍລິສັດ
Nikken Sekkei ຈາກ​ຍີ່ປຸ່ນ ​ເປັນ​ຜູ້​ຮັບຜິດຊອບ​ການ​ສຶກສາ​
ສໍາ​ຫຼວດ​ເພື່ອ​ການ​ພັດທະນາແລະ​ວາງ​ຜັງ​ເມືອງ​ໃໝ່ 2 ​ແຫ່ງ​
ໃນ​ເຂດ​ແຂວງ​ສະຫວັນ​ນະ​ເຂດ ກໍ​ຄື​ເຂດ​ເທດສະບານ​ເມືອງ
​ໄກສອນ ພົມ​ວິຫານ ແລະ ​ເຂດ​ເມືອງ​ໃໝ່​ເຊ​ໂນ ​ໃນ​ເຂດ
​ເມືອງ​ອຸທຸມພອນ. ​

ໂດຍ​ການ​ສຶກສາ​ສໍາ​ຫຼວດຕາມ ການ​ຕົກລົງ​ດັ່ງກ່າວ​ນີ້ ທາງ​
ບໍລິສັດ Nikken Sekkei ຈະ​ໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ​ໃນ​ຖານະທີ່​ທັງ​ເຂດ​ເທດສະ ບານ​ໄກສອນ ພົມວິຫານ ​ແລະ​ເຂດ​ເຊ​ໂນ ​ເມືອງ​ໃໝ່​ເປັນ​ເຂດ​ທີ່​ມີ​ຄວາມ​ສໍາຄັນ​ຢ່າງ​ຍິ່ງ ຕໍ່​ການ​ພັດທະນາ​ທາງ​ເສດຖະ ກິດ​ລະຫວ່າງ​ລາວ ກັບປ​ະ​ເທດ​ເພື່ອນ​ບ້ານ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ.

​ເພາະສະ​ນັ້ນ​ຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ທໍາ​ກາ​ນສຶກສາ​ເພື່ອ​ວາງ​ແຜນການ​ພັດທະນາ​ທັງ​ສອງ​ເຂດ​ດັ່ງກ່າວ​ນີ້​ຢ່າງ​ລະອຽດ ​ແລະ​ຮອບດ້ານ ​ໂດຍ​ທີ່​ສໍາຄັນ​ກໍ​ຄື​ການ ວາງ​ແຜນການ ຈັດ​ສັນ ​ແລະ​ການ​ນໍາ​ໃຊ້​ທີ່​ດິນ ​ເຊັ່ນ​ການຈັດ​ສັນ​ສະຖານ​ທີ່​ບໍລິການ​ສາທາ ລະນະ ​ເຂດ​ການ​ຄ້າ ​ໃນ​ຕົວ​ເມືອງ ​ເຂດ​ການ​ຄ້າ​ຢູ່​ແຄມ​ນໍ້າຂອງ ​ເຂດ​ອາຄານ​ສູງ ​ເຂດ​ທີ່​ພັກ​ອາ​ໄສ ​ເຂດ​ບ້ານ​ຈັດ​ສັນຄົບ​ວົງ​ຈອນ ​ເຂດການ​ສຶກສາ ​ເຂດ​ໂຮງງານ ​ແລະ​ເຂດ​ສູນ​ວິ​ໄຈ​ຄົ້ນຄວ້າ ​ເປັນ​ຕົ້ນ.

​ໂດຍ​ສໍາລັບ​ແຜນການ​ ພັດທະນາ​ເຂດ​ເທດສະບານ ​ເມືອງ​ໄກສອນນັ້ນ ກໍ​ຈະ​ມີ​ເນື້ອ​ທີ່​ກວ້າງ​ເຖິງ 9,700 ​ເຮັກ​ຕ້າ ສ່ວນ​ເຂດ​ເຊ​ໂນ​ເມືອງ​ໃໝ່ ກໍ​ຈະ​ມີ​ເນື້ອ​ທີ່​ລວມ​ເຖິງ 2,200 ​ເຮັກ​ຕ້າ ທີ່​ຖື​ເປັນ ສ່ວນ​ສໍາຄັນ​ຂອງ​ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ທີ່​ບໍລິສັດ​ເອກ​ກະ​ຊົນ ຍີ່ປຸ່ນ​ໄດ້​ເຂົ້າມາ​ລົງທຶນ​ເພີ່ມ​ຂຶ້ນນັບ​ມື້ ທັງ​ນີ້​ໂດຍ​ການ​ດໍາ​ເນີນ​ການ​ສຶກສາ​ສໍາ​ຫຼວດດັ່ງກ່າວ ຈະ ສໍາ​ເລັດ​ສົມ​ບູນພາຍ​ໃນ 12 ​ເດືອນ​ຕໍ່ໜ້າ ດ້ວຍ​ການ​ນໍາ​ໃຊ້​ງົບປະມານ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈາກ​ອົງການ​ເພື່ອ​ການ​ຮ່ວມ​ມື​ສາກົນ​ແຫ່ງ​ຍີ່ປຸ່ນ (JICA) ຂອງ​ລັດຖະບານ​ຍີ່ປຸ່ນ ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍ​ກວ່າ 1.5​ ລ້ານ​ໂດ​ລ່າ.

ກ່ອນ​ໜ້າ​ນີ້ ອົງການ​ການ​ຄ້າ​ຕ່າງປະ​ເທດ​ແຫ່ງ​ຍີ່ປຸ່ນ (JETRO) ກໍ​ລາຍ​ງານ​ວ່າ ບໍລິສັດ​ເອກ​ກະ​ຊົນ​ຂອງ​ຍີ່ປຸ່ນ​ຈະ​ພາກັນ​ຍ້າຍ​ຖານ​ການ​ລົງທຶນ​ຈາກຈີນ ​ແລະ​ໄທ​ເຂົ້າມາ​ໃນ​ລາວ​ຫຼາຍ​ຂຶ້ນ​ໃນ​ລະຍະ​ຕໍ່​ໄປ​ນີ້ ​ໂດຍ​ມີ​ສາ​ເຫດ ​ມາ​ຈາກ​ຄ່າ​ແຮງ​ງານ ​ທີ່ປັບ​ຕົວ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ຢູ່​ໃນ​ປະ​ເທດ​ຈີນ ສ່ວນ​ຢູ່​ໃນ​ໄທ ກໍ​ມີ​ທັງ​ບັນຫາໄພນໍ້າ​ຖ້ວມ ​ແລະ​ບັນຫາ​ຂັດ​ແຍ້​ງ ທາງ​ການ​ເມືອງ ​ແລະ​ເພື່ອ​ເປັນ​ການ​ຕຽມ​ພ້ອມ​ຮອງ​ຮັບ​ການ​ເຂົ້າມາ​ລົງທຶນ​ໃນ​ລາວ ຂອງ​ບັນດາ​ບໍລິສັດ​ຍີ່ປຸ່ນ​ດັ່ງກ່າວ ອົງການ JETRO ກໍ​ຈະເປີດ​ສໍານັກງານ​ປະ​ຈໍາ​ລາວ​ ຢູ່​ນະ ຄອນ​ວຽງ​ຈັນ​ໃນ​ຕົ້ນ​ປີ 2014 ນີ້.

ທາງ​ດ້ານ​ສາ​ສະ​ດາ​ຈານ ​ໂມ​ໂຕ​ໂຍຊິ ຊູ​ຊູ​ກິ ຜູ້​ຊ່ຽວຊານ​ທາງ​ເສດຖະກິ​ດຊາວ​ຍີ່ປຸ່ນ ​ໃນ​ຖານະ​ທີ່​ປຶກສາ​ຂອງ​ຄະນະ​ລັດຖະບານ ​ແລະ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຂອງ ລາວ ​ໄດ້ໃຫ້ ການ​ຢືນຢັນໃນ​ໂອກາດ​ທີ່​ທ່ານ​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸ​ມປຶກສາ​ຫາລື​ທາງ​ດ້ານ​ວິຊາການ ກ່ຽວ​ກັບ​ການ​ປະ​ເມີນ​ຜົນ​ຂອງ​ການ​ພັດທະນາ​ແລະ​ຄຸ້ມ​ຄອງ​ເຂດ​ເສດຖະ ກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ​ໃນ​ລາວ ຊຶ່ງ​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ນະຄອນວຽງ​ຈັນ ວ່າການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ຍີ່ປຸ່ນ​ໃນ​ລາວ​ຈະ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ ​ໃນ​ລະ​ຍະ 2 ປີ​ຕໍ່​ໄປນີ້.

ສ່ວນ​ທາງ​ການ​ລາວ ກໍ​ເຊື່ອ​ໝັ້ນ​ວ່າ​ຈະ​ສາມາດ​ຮອງ​ຮັບ​ການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ໄດ້ ດ້ວຍ​ການ​ເລັ່ງພັດທະນາ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສດຖະ ກິດສະ​ເພາະ ທັງ​ນີ້​ໂດ​ຍບັນດາ​ບໍລິສັດ​ຍີ່ປຸ່ນ​ໄດ້​ລົງທຶນ​ໃນ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມ 428 ລ້ານ​ໂດລ່າ ​ໃນ 104 ​ໂຄງການແລະ​ກໍ​ຖື​ເປັນອັນ​ດັບ​ທີ 7 ​ໂດຍ​ເຂດ​ທີ່​ບໍລິສັດ​ຍີ່ປຸ່ນ​ລົງທຶນ​ ຫຼາຍ​ທີ່​ສຸດ ​ໃນ​ປັດ​ຈຸ​ບັນ ກໍ​ຄື​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ດັ່ງ​ທີ່​ທ່ານ​ທອງໃສ ​ໄຊ​ຍະ​ວົງ​ຄໍາ​ດີ ຮອງຫົວໜ້າ​ຄະນະ​ບໍລິຫານ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ​ໄດ້​ຢືນຢັນ​ວ່າ:

“ບັນດາ​ຈໍານວນ​ທີ່​ວ່າ​ເດັ່ນໆ ​ໃນ​ການ​ລົງທຶນ ​ໂດຍ​ສະ​ເພາະ​ແມ່ນ​ບໍລິສັດ​ຍີ່ປຸ່ນ​ຫັ້ນ ນຶ່ງ​ຫຼ່ະ​ແມ່ນ ບໍລິສັດ Nikon ນີ້ ຊຶ່ງ​ວ່າ​ກະ​ຫາ​ກໍ່​ໄດ້​ເປີດ​ການ​ຜະລິດ​ກ້ອງ Digital ​ໂຕ​ໃຫຍ່​ຫັ້ນ​ ​ເພື່ອ​ສົ່ງອອກຕ່າງປະ​ເທດ ຕໍ່​ມາ​ກໍ​ແມ່ນ TOYOTA ຜະ ລິດຊິ້ນ​ສ່ວນ​ພາຍໃນ​ລົດຍົນ ​ເພື່ອ​ສົ່ງ​ອອກ​ຄື​ກັນ ອັນ​ຕໍ່​ມາ​ກໍ​ມີ LOGITECH ທີ່​ເຂົາ​ເຮັດ Logistic ​ແລະ​ມີ OM ບໍລິສັດ​ທີ່​ວ່າ​ມາ​ເຮັດ​ປະເພດກົ່ວ​ນີ້​ສົ່ງ​ໃຫ້​ບໍລິສັດ​ຕ່າງໆ​ຂອງ​ຍີ່ປຸ່ນ​ຫັ້ນ.”

ໂດຍ​ຈາກ​ສະພາບ​ການ​ດັ່ງກ່າວ ກໍ​ເຮັດ​ໃຫ້​ເຊື່ອ​ວ່າ​ບໍລິສັດ​ຍີ່ປຸ່ນ​ຈະ​ກ້າວ​ຂຶ້ນມາ​ເປັນ​ຜູ້​ລົງທຶນ​ລາຍໃຫຍ່​ອັນ​ດັບ​ທີ 4 ຮອງ​ຈາກ​ຈີນ ຫວຽດນາມ ​ແລະ​ໄທ ພາຍ​ໃນ​ປີ 2015
XS
SM
MD
LG