ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜະລິດຕະພັນ ກະສິກຳ ລາວ ເພີ່ມຂື້ນ 2 ເທົ່າໂດຍ ສະເພາະ ແມ່ນ ກາເຟ ໃນປີ 2011 ຫາ 2015


ບັນດາເຈົ້າໜ້າທີ່ ທ່ຽວຊົມໃນງານກະສິກຳ ລາວ
ບັນດາເຈົ້າໜ້າທີ່ ທ່ຽວຊົມໃນງານກະສິກຳ ລາວ

ຜົນຜະລິດດ້ານກະວິກຳໃນ ລາວ ເພີ່ມຂື້ນເຖິງ 2 ເທົ່າໃນຊ່ວງປີ 2011 ຫາ 2015 ໂດຍສະເພາະແມ່ນກາເຟທີ່ມີຜົນຜະລິດເພີ່ມ ຂຶ້ນເປັນຫຼາຍກວ່າ 99,800 ໂຕນ ແລະ ສາລີອາຫານສັດອີກ ຫຼາຍກວ່າ 1 ລ້ານໂຕນ.

ກະຊວງກະສິກຳ ແລະ ປ່າໄມ້ ລາຍງານວ່າຜົນຜະລິດດ້ານກະສິກຳໃນ ລາວ ໄດ້ເພີ່ມຂື້ນເຖິງ 2 ເທົ່າເມື່ອທຽບກັນລະຫວ່າງປີ 2011 ກັບປີ 2015 ໂດຍສະເພາະແມ່ນພືດອຸດສາຫະກຳເຊັ່ນ ມັນຕົ້ນ, ຢາງພາລາ, ອ້ອຍ, ໃບຍາສູບ, ໝາກເດືຶອຍ, ຖົ່ວເຫຼືອງ, ຖົ່ວດິນ, ສາລີ ແລະ ກາເຟ ນັ້ນ ຖືເປັນຜົນຜະລິດທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈະເຫັນໄດ້ຢ່າງຊັດເຈນ ຈາກຜົນຜະລິດ ສາລີອາຫານສັດທີ່ເພີ່ມຂຶ້ນເຖິງ 1.1 ລ້ານໂຕນໃນຊ່ວງ 5 ປີທີ່ຜ່ານມາ ສ່ວນຜົນຜະລິດກາເຟ ກໍເພີ່ມຂຶ້ນເປັນຫຼາຍກວ່າ 99,800 ໂຕນໃນປະຈຸບັນນີ້.

ທັງນີ້ໂດຍໃນປີ 2014 ທີ່ຜ່ານມາກະເສດຕະກອນ ລາວ ໄດ້ປູກກາເຟໃນເນື້ອທີ່ລວມ 130,000 ເຮັກຕາຢູ່ໃນເຂດເມືອງປາກຊ່ອງ ແລະ ເມືອງບາຈຽງໃນແຂວງຈຳປາສັກ, ເມືອງ ເຫຼົ່າງາມໃນແຂວງສາລະວັນ ແລະ ເມືອງທ່າແຕງໃນແຂວງເຊກອງ ໂດຍມີຜົນຜະລິດທີ່ສົ່ງ ອອກໄປຕ່າງປະເທດລວມກັນ 87,000 ໂຕນ ສ່ວນປີ 2015 ນີ້ກໍຄາດວ່າຈະສົ່ງກາເຟໄດ້ເຖິງ 98,000 ໂຕນ ແລະ ການເພີ່ມຂຶ້ນເປັນ 120,000 ໂຕນໃນປີ 2020 ແລະ 280,000 ໂຕນໃນ ປີ 2025 ຕາມລຳດັບ ໂດຍໄດ້ມີການຂະຫຍາຍພື້ນທີ່ລູກກາເຟໄປໃນເຂດແຂວງພາກເໜືອ ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ ໃຫ້ການຢືນຢັນວ່າ

“ເນື້ອທີ່ປູກກາເຟກຳລັງຂະຫຍາຍໄປບັນດາແຂວງອື່ນໆ ໂດຍສະເພາະຢູ່ໃນບັນດາແຂວງ ພາກເໜືອຕາມຂໍ້ມູນທີ່ພວກເຮົາເກັບກຳໄດ້ ມາຮອດມື້ນີ້ກະປະມານ 3,000 ກວ່າເຮັກຕາ ແລະ ພິເສດແມານຂະຫຍາຍຢູ່ແຂວງຫຼວງພະບາງ, ຜົ້ງສາລີ, ແຂວງຫົວພັນ ແລະ ຊຽງ ຂວາງ ແລະ ກໍປະກອບມີ 3 ສາຍພັນ ມີພັນ ອາຣາບີກາ, ໂຣບັສຕາ ແລ້ວກະພັນ ອາຊາມ ຊາ ແຕ່ຢູ່ ລາວ ນີ້ກະປະມານ 80 ເປີເຊັນແມ່ນກາເຟ ໂຣບັສຕາ.”

ອະດີດປະທານປະເທດ ສປປ ລາວ, ນາຍົກລັດຖະມົນຕີ ແລະ ປະທານ ບໍລິສັດ ດາວເຮືອງ ເປີດໂຮງງານຜະລິດກາເຟສຳເລັດຮູບ
ອະດີດປະທານປະເທດ ສປປ ລາວ, ນາຍົກລັດຖະມົນຕີ ແລະ ປະທານ ບໍລິສັດ ດາວເຮືອງ ເປີດໂຮງງານຜະລິດກາເຟສຳເລັດຮູບ

ແຕ່ຢ່າງໃດກໍຕາມ ກະສິກອນ ລາວ ທີ່ປູກກາເຟກໍໄດ້ຮັບຜົນກະທົບ ຢ່າງໜັກຈາກການທີ່ລາຄາ ກາເຟໃນຕະຫຼາດໂລກຕົກຕ່ຳລົງຢ່າງຕໍ່ ເນື່ອງນັບແຕ່ປີ 2005 ເປັນຕົ້ນມາ ຊຶ່ງປະກົດວ່າລາຄາກາເຟໄດ້ ຕົກຕ່ຳລົງຫຼາຍກວ່າ 45 ເປີເຊັນໃນເວລານີ້ກໍຄືກາເຟ ອາຣາບີກາ ໄດ້ຕົກຕ່ຳລົງຈາກ 5,000 ໂດລາມາເປັນລະຫວ່າງ 2,687 ຫາ 2,755 ໂດລາຕໍ່ໂຕນ ສ່ວນລາຄາກາເຟ ໂຣບັສຕາ ນັ້ນກໍຕົກຕ່ຳລົງ ຈາກ 5,000 ໂດລາມາຈາກ 2,500 ໂດລາ ມາເປັນລະຫວ່າງ 1,641 ຫາ 1658 ໂດລາຕໍ່ໂຕນໃນປະຈຸບັນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງ ລາວ ເປີດເຜີຍວ່າກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າ ໝາຍທີ່ຈະດຶງເອົາເງິນທຶນເຂົ້າໃນພາກກະສິກຳ ແລະ ປ່າໄມ້ໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາໃນຊ່ວງປີ 2016 ຫາ 2020 ຊຶ່ງໃນນີ້ຈະເປັນການລົງທຶນ ຂອງເອກະຊົນ ລາວ ແລະ ຕ່າງຊາດໃນມູນຄ່າ 65,000 ຕື້ກີບ ຫຼື 82 ເປີເຊັນຂອງການລົງທຶນ ທັງໝົດ ແລະ ເປັນ ການລົງທຶນໂດຍລັດຖະບານ ລາວ ໃນມູນຄ່າ 1,200 ຕື້ກີບສ່ວນທີ່ເຫຼືອ ກໍຈະເປັນການຂໍການ ຊ່ວຍເຫຼືອຈາກຕ່າງປະເທດໃນມູນຄ່າ 13,000 ຕື້ກີບ.

ພ້ອມກັນນີ້ກະຊວງກະສິກຳ ແລະ ປ່າໄມ້ຍັງໄດ້ວາງແຜນການພັດທະນາປັບປຸງລະບົບຄອງຊົນ ລະປະທານໃນທົ່ວປະເທດເພື່ອເພີ່ມລະດັບປະສິດທິພາບໃນການຕອບສະໜອງນ້ຳໃຫ້ກັບທີ່ ນາໃຫ້ໄດ້ເນື້ອທີ່ລວມ 580,000 ເຮັກຕາໃນລະດູການປີ 2014 ຫາ 2015 ຊຶ່ງໃນນີ້ແບ່ງເປັນ ການຕອບສະໜຶງນ້ຳໃຫ້ນາປີ 400,000 ເຮັກຕາ ແລະ ນາແຊງ 180,000 ເຮັກຕາຕາມລຳ ດັບ.

ໂດຍຖ້າຫາກການດຳເນີນງານເປັນໄປຕາມແຜນການທີ່ວາງໄດ້ດັ່ງກ່າວ ກໍຈະເປັນສິ່ງທີ່ຮັບປະ ກັນໄດ້ວ່າຜົນຜະລິເຂົ້າໃນທົ່ວປະເທດ ລາວ ຈະມີປະລິມານລວມເຖິງ 4 ລ້ານ 2 ແສນໂຕນໃນ ປີ 2015 ຊຶ່ງນອກຈາກຈະພຽງພໍກັບການບໍລິໂພກພາຍໃນປະເທດແລ້ວ ກໍຍັງຈະມີຜົນຜະລິດ ເຂົ້າສຳລັບສົ່ງອອກຕ່າງປະເທດໃນປະລິມານລວມບໍ່ໜ້ອຍກວ່າ 6 ແສນໂຕນ ຫາແຕ່ພາກທຸ ລະກິດການສົ່ງອອກຜະລິຕະພັນເຂົ້າຂອງ ລາວ ໄປຕ່າງປະເທດຍັງບໍ່ສາມາດແຂ່ງຂັນໃນຕະ ຫຼາດໂລກໄດ້ຢ່າງແທ້ຈິງ ເພາະສ່ວນໃຫຍ່ກໍຍັງເປັນຜົນຜະລິດທີ່ມີລະດັບຄຸນນະພາບຕ່ຳກວ່າ ຜະລິດຕະພັນເຂົ້າຂອງ ໄທ,​ ຫວຽດນາມ, ກຳປູເຈຍ ແລະ ພະມ້າ.

XS
SM
MD
LG