ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວີໂອເອ ສໍາພາດ ສອງສິນລະປິນລາວ: ກ໊ອກ ສຸຣິຍະເດດ ແລະ ຈັນດາຣາ ຊນະນິກອນ​ (ວີດີໂອ)


ກຸ່ມສິນລະປິນລາວ ໃນຕ່າງແດນ ໃນຊຸດ Mix 6
ກຸ່ມສິນລະປິນລາວ ໃນຕ່າງແດນ ໃນຊຸດ Mix 6


ສະບາຍດີ ​ແລະ​ຍິນ​ດີ ທີ່​ໄດ້​ນໍາ​ເລື່ອງ​ລາວ​ຂອງ​ຊາວ​ລາວ​ໃນ​ຕ່າງ​ແດນ​ມາ​ຝາກ​ທ່ານ​ຜູ້​ຟັງ
ຊຶ່ງ​ມື້​ນີ້ ວັນນະ​ສອນ​ໄດ້​ສໍາພາດ 2 ສິນລະປິນ: ກ໊ອກ ສຸຣິຍະ​ເດດ ຈາກ Montreal, Canada
​ແລະຈັນ​ດາຣາ ຊນະນິກອນ ຈາກ ປາຣີ ຝຣັ່ງ ຊຶ່ງ​ເປັນ 2 ​ໃນ 6 ສິນລະປິນ​ທີ່​ໄດ້​ຮວມຕົວ​ກັນ
​ໃນຊຸດ Mix 6. ຜົນງານ​ເພງ​ຊຸດ​ນີ້​ຈະ​ມີ​ເບື້ອງຫຼັງ​ຄວາມ​ເປັນ​ມາ​ຢ່າງ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​
ຜູ້​ຟັງ​ຮັບ​ຟັງ​ຈາກ​ປາກ​ຂອງ​ທັງ​ສອງ​ທ່ານ​ໃນ​ການ​ສໍາພາດ​ດັ່ງ​ຕໍ່​ໄປ​ນີ້.


ກ່ອນ​ຈົບ​ການ​ສໍາພາດ ທັງ​ສອງ​ຕ່າ​ງກໍ​ໄດ້​ຝາກຝັງ​ຜົນງານ​ຊຸດ Mix 6 ​ນີ້​ ແລະ​ຂໍ​ຄວາມ​
ກະລຸ​ນາ​ຊາວ​ລາວ​ ໃຫ້ສົ່ງ​ເສີມ​ສິນລະປິ​ນລາວ​ດ້ວຍ​ກັນ ບໍ່​ວ່າ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ໃນ​ໂລກ
ເພື່ອ​ຄົງ​ໄວ້​ໃນ​ຄວາມ​ເປັນ​ລາວ​ ທີ່​ມີ​ສິນລະ​ປະວັດທະນະ​ທໍາຮີດຄອງ​ປະ​ເພນີ ການດົນຕີ​
ແລະ​ທີ່​ສໍາ​ຄັນ​ໄປ​ກ່ວານັ້ນ​ ກໍ​ຄື​ການ​ໄດ້​ຮັກສາ ພາສາ​ລາວ​ຜ່ານ​ທາງ​ສຽງ​ເພງ ​ຊຶ່ງ​ທັງ​ສອງ​
ໄດ້​ກ່າວ​ສະຫຼຸບ​ດັ່ງ​ນີ້:

ລິງໂດຍກົງ

VOA ຂໍ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ສະໜັບສະໜູນ​ແລະ​ສົ່ງ​ກໍາລັງ​ໃຈ​ໄປ​ໃຫ້​ສິນລະປິນ​ລາວ​
ໃນ​ທົ່ວ​ໂລກ ຈົ່ງ​ໄດ້​ບາກ​ບັ່ນ ຂະຫຍັນສ້າງ​ຜົນງານ​ດີໆ​ໄວ້​ໃຫ້​ຄົນ​ຮຸ້ນ​ຫຼັງ​ໄດ້​ຮັກສາ ສຶບທອດ
​ຕໍ່ໆ ​ໄປ ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງ VOA ຈະກັບມາພົບກັບທ່ານຜູ້ຟັງອີກ
ໃນທຸກໆຄໍ່າຄືນວັນພະຫັດ…ວັນນະສອນ ແກ້ວດາຣາ.

XS
SM
MD
LG