ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະຫລອງ ບຸນປີໃໝ່ ຂອງຊາວກຶມຸ ທີ່ເມຶອງ ຣິສມັນ ລັດ ຄາລິຟໍເນຍ


ພິທີບາສີ ສູ່ຂວັນ ບຸນປີໃໝ່ ຊາວກຶມຸ ແລງວັນເສົາ ທີ 4 ມັງກອນ ທີ່ ເມືອງ Richmond ຂົງເຂດ ເບ ເອເຣຍ ລັດ ຄາລິຟໍເນຍ
ພິທີບາສີ ສູ່ຂວັນ ບຸນປີໃໝ່ ຊາວກຶມຸ ແລງວັນເສົາ ທີ 4 ມັງກອນ ທີ່ ເມືອງ Richmond ຂົງເຂດ ເບ ເອເຣຍ ລັດ ຄາລິຟໍເນຍ
ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍ​ການ​ຊີ​ວິດ​ຊາ​ວ​
ລ​າວ​ໃນ​ຕ່າງ​ແດນ ມື້​ນີ້ ຂ້າ​ພະ​ເຈົ້າ ຈະ​ນໍາພາ​ທ່ານ​ໄປ​ຢ້ຽມ​ຢາມ
​ຖາມ​ຂ່າວ ​ຊົມການສະ​ຫລອງ​ບຸນ​ປີໃໝ່ ຂອງພີ່​ນ້ອງກຶ​ມຸ ຢູ່​ເມືອງ
Richmond ເຂດ Bay area ທີ່​ລັດ California. ແຕ່​ກ່ອນ​ອຶ່ນ
ເຮົາ​ຈະ​ສຶກ​ສາເບິ່ງ ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ ຊົນຊາດ​ກຶ​ມຸ ທີ່​
ຄົນ​ສ່ວນ​ຫລາຍ​ຮ້ອງ​ວ່າຂະ​ມຸນີ້​ກ່ອນ. ອີງ​ຕາມ​ທ່ານ​ໝັ້ນ ພົງບຸບ
ຜາ ທີ່​ປຶກ​ສາ​ສະ​ມາ​ຄົມ ສະ​ຫະ​ພັນ​ກຶ​ມຸ ແມ່ນ​ວ່າ ເອກ​ກະ​ສານບັນ​
ທຶກປະຫ​ວັດ​ຊາວ​ກຶ​ມຸ ຂຽນ​ເປັນ​ພາ​ສາໂຣ​ແມນນັ້ນ Khmu ທີ່
​ອອກ​ສຽງ​ວ່າ ຂະ​ມຸ ນັ້ນ​ເຫັນ​ວ່າບໍ່​ເໝາະ​ສົມ ແຕ່ຄວນ​ຈະ​ອອກ​
ສຽງ​ວ່າ ກຶ​ມຸ ຫລື ແລະ​ຂຽນ​ເປັນ “kmu.” ຊາ​ວ​ກຶ​ມຸ ​ແມ່ນ​ໃຜ ມາ​
ຈາກໃສ ແລະເປັນຫ​ຍັງ ຈຶ່ງພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງນອນ
​ມາ​ຕົກ​ຢູ່​ສະ​ຫະ​ລັດ ອາ​ເມ​ຣິ​ກາ ແຜ່ນດິນ​ອັນ​ກວາງ​ໄກ​ນັ້ນແມ່ນ
​ມີ​ຄວາມເປັນ​ມາ​ດັ່ງ​ນີ້.
ການນຸ່ງຖືພື້ນເມືອງຊາວກຶມຸ
ການນຸ່ງຖືພື້ນເມືອງຊາວກຶມຸ

​ກຶ​ມຸ ແມ່ນ​ຊົນ​ຊາດ​ເຜົ່າ​ນຶ່ງ ​ມີຄວາມເກົ່າ​ແກ່ທີ່​ສຸດຢູ່​ໃນປະ​ເທດ
ລາວ ເຂົ​າ​ເຈົ້າ​ເ​ຄີຍຮັບ​ໃຊ້​ ແລະໄດ້ວາງ​ບົດ​ບາດ​ອັນ​ສຳຄັນຫລາຍ
​ຢ່າງ ຢູ່​ໃນວົງ​ລາດ​ຊະ​ການ ແຫ່ງອະດີດ​ພະ​ລາຊະ​ອາ​ນາ​ຈັກ​ລາວ.
ເຊື້ອ​ສາຍ​ຂອງ​ຊາວກຶ​ມຸ ​ສາ​ມາດ​ຕິດ​ຕາ​ມ​ຫາໃດ້​ຢູ່​ໃນ ຫວຽດ​ນາມ
ໄທ ມຽນ​ມາ ແລະ​ພາກ​ໃຕ້​ຂອ​ງຈີນ ​ໂດຍ​ສະ​ເພາະ​ຢູ່ໃນ​ຂົງ​ເຂດ
ສິບ​ສອງ​ພັນ​ນາ ໃນແຂ​ວງຢູ​ນານ. ​ຫລັງ​ຈາກ​ປີ 1975 ​ຊາວ​ກຶ​ມຸ
ຊົນ​ຊາດ​ລາວເຜົ່າ​ນຶ່ງ ໄດ້ຍົກ​ຍ້າຍ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ພາກ​ຕາ​ເວັນ​ຕົກ​ຂອງ ສະ​ຫະ​ລັດ ອາ​ເມ​ຣິ​ກາ ໂດຍ​ສະ​ເພາະ​ຢູ່ທີ່ເຂດ Bay Area ຫລື​ປາກ​ອ່າວ​ເມືອງ San Francisco ແລະ Oakland ​ຕິດ​ຕາມ​ມາ​ດ້ວຍ ເມືອງ Richmond, Stockton, Freshno, Santa Ana ລັດ California ແລະ​ນອກ​ນັ້ນ​ກໍ​ໄດ້​ແຈກ​ຢາຍ​ກັນ​ອອກ​ໄປ ຢູ່​ຕາມ​ລັດ​ຕ່າງໆ​ໃນ ສະ​ຫະ​ລັດ.

ຊົ​ນ​ຊາດກຶ​ມຸ ແມ່ນ​ຄົນ​ພື້ນຖານໂບ​ຮານ​ອັນ​ເກົ່າ​ແກ່​ຂອງ​ລາວ ທີ່​ຄຳ​ນວນວ່າ​ມີ​ປະ​ມານ 524,000 ຄົນຢູ່​ໃນ​ໂລກ ແລະ​ມີ​ປະ​ຊາ​ກອນ​ຢູ່​ໃນ​ລາວ ປະ​ມານ 450,000 ​ຄົນ ​ຢູ່​ໃນ​ຫວຽດ​ນາມ 43,000 ຄົນ ​ຢູ່​ປະ​ເທດ​ໄທ 10,000 ຄົນ​ຢູ່​ປະ​ເທດ​ຈີນ 10,000 ຄົນ ແລະປັດ​ຈຸ​ບັນ​ນີ້ ​ຢູ່​ໃນສະ​ຫະ​ລັດ ອາ​ເມ​ຣິ​ກາ ມີ​ປະ​ມານ 10,000 ຫາ 11,000 ຄົນ.
ການສະແດງ ເປົ່າຂຸ່ຍ ກຶມຸ
ການສະແດງ ເປົ່າຂຸ່ຍ ກຶມຸ

​ຢູ່​ປ​ະ​ເທດ​ລາວ ຊາວ​ກຶມຸ ສ່ວນ​ຫລາຍພາ​ກັນ​ຕັ້​ງ​ຖິ່ນ​ຖານ​ຢູ່ທາງພາກ
​ເໜືອ ແຕ່​ຢູ່ພາກ​ກາງ​ກໍ​ມີ​ໃນທົ່ວສິບ​ແຂວງ ແລະ​ຢູ່ຕາມ​ຫົວ​ເມືອງ​
ຫລວງໃຫ​ຍ່ໆ​ຂອງ​ປະ​ເທດ ເຊັນ​ວ່າ ຜົ້ງ​ສາ​ລີ ອຸດົມໄຊ ບໍ່​ແກ້ວ ຫລວງ
​ນ້ຳ​ທາໄຊ​ຍະ​ບູ​ຣີ ຊຳ​ເໜືອ ຫລວງ​ພະ​ບາງ ຊຽງ​ຂວາງ ວຽງ​ຈັນ ແລະ
​ບໍ​ລິ​ຄຳ​ໄຊ. ພື້ນ​ຖານ​ການ​ດຳ​ຣົງ​ຊີ​ວິດ​ຂອງ​ຊາວ​ກຶມຸ ແມ່ນການ​ປູກ​ຝັງ
​ເຮັດ​ສວ​ນ​ຄົ​ວເຊັ່ນ​ປູກໜາກສາ​ລີ ໜາກກ້ວຍ ຕົ້​ນອ້ອຍ ໝາກ​ຖົ່ວ
ໜາກ​ແຕງ ແລະໝາກ​ງາ. ​

ນອກ​ຈາ​ກ​ນັ້ນ​ກໍ​ມີ​ການລ້ຽງ​ສັດ ໂຮ່​ເນື້ອແລະ​ຫາ​ປາ ອັນ​ເປັນ​ວິ​ຊາ
​ທີ່​ຊ່ຽວຊານ​ຂອງ​ເຂົາ​ເຈົ້າ. ຊາວ​ກຶ​ມຸ ຍິງ ແລ​ະຊາຍເປັນ​ນັກຫັດ​ຖະ​ກຳ ​ມີ​ຝີ​ມື​ອັນ​ດີ​ເດັ່ນເຊັນ​ວ່າ
ສານ​ກະ​ບຸງ ກະ​ຕ່າ ຕ່ຳ​ຜ້າ ແລະ​ເຄື່ອງ​ໃຊ້​ຢູ່​ໃນ​ເຮືອນ​ຊານ.
ຊາວກຶມຸ ດື່ມເຫລົ້ໃຫ
ຊາວກຶມຸ ດື່ມເຫລົ້ໃຫ

​ຜູ້​ອະ​ວຸ​ໂສຂອງ​ຊາ​ວ​ກຶ​ມຸ ຖືເປັນ​ບຸກ​ຄົ​ນ​ທີ່​ສຳ​ຄັນໃນ​ການນຳ​ພາ ປຶ​ກ​ສາ​
ຫາ​ລື ໃຫ້​ການ​ອົບ​ໂຮມ ໂດຍ​ສະ​ເພາະ​ໃນ​ເວ​ລາ ເກີດ​ການ​ຜິດ​ຂ້ອງ​
ຕ້ອງ​ຖຽງ​ກັນ​ລະ​ຫວ່າງ ຜົວ​ເມຍ ສະ​ມາ​ຊິກຄອບ​ຄົວ ແລະ​ປະ​ຊາ​ຄົມ. ​
ຊາວ​ກຶ​ມຸ ພາ​ກັນ​ນັບ​ຖືຜີ​ສາງ​ນາ​ງໄມ້ ຜີ​ພໍ່​ຜີ​ແມ່ ຊຶ່ງ​ເປັນຄວາມ​ເຊື່ອ​ຖື
ອັນ​ສັກສິດມາ​ແຕ່​ໂບ​ຮານ​ນະ​ການ ​ທີ່​ໄດ້​ຖ່າຍ​ທອດ​ມາ​ໄດ້ ​ຫລາຍ​ຊົ່ວ
ຄົນ ມາຈົນເຖິງເທົ້າ​ເຖິງ​ປັດ​ຈຸ​ບັນ​. ​ຕົກ​ມາເຖິງພາກ​ກາງ​ຂອ​ງ ​ສັດຕະ
​ວັດ​ທີ 20 ຊາວກຶ​ມຸ ຈຳ​ນວນ​ນຶ່ງ ໄດ້​ເລີ້​ມພາ​ກັນປະ​ຕິ​ບັດຮີດ​ຄອງ​ພາມ
ນັບ​ຖືພຸ​ດ​ທະ​ສາ​ສະ​ໜາ ແລະ​ສາ​ສະ​ໜາ​ຄາ​ໂທ​ລິກ.

ບັດ​ນີ້ ຂ້າ​ພະ​ເຈົ້າ ຈະ​ພາ​ທ່ານ​ໄປ​ຢ້ຽມ​ຢາມ​ຖາມ​ຂ່​າວ ແລະ​ສັງ​ເກດ​ເບິ່ງການດໍ​າ​ຣົງ​ຊີ​ວິດ​ຂອງປະ​ຊາ​ຄົມ​ກຶ​ມຸ ​ຢູ່​ໃນ ສະ​ຫະ​ລັດ ອາ​ເມ​ຣິ​ກາ. ໃນ​ປີ 1975 ​ຊາວກຶ​ມຸ ໄດ້​ເລີ້ມ​ພາ​ກັນ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ ລັດ California ພາ​ກ​ຕາ​ເວັນ​ຕົກຂອງ ສະ​ຫະ​ລັດ ຊຶ່ງ​ສ່ວນ​ທີ່​ເຫລືອ​ກໍ​ແມ່ນໄດ້ ແຈກຢາຍ​ການ​ອອກ​ໄປ​ບ່ອນ​ລະ​ເລັກ​ນ້ອຍ. ປັດ​ຈຸ​ບັນ​ນີ້ ປະ​ຊາ​ຄົມ​ກຶ​ມຸ ປະ​ກອບ​ການ​ຈັດ​ຕັ້ງ​ທີ່​ສຳຄັນດ້ວຍ​ກັນ​ສອງ​ອົງ​ການ​ຄື Khmu Fedration National inc ຫລື ສະ​ຫ​ະ​ພັນກຶມຸ ແຫ່ງ​ຊາດ ແລະ​ Khmu Catholic National Center ຫລື ສູ​ນ​ກາງ​ຄາ​ໂທ​ລິກກຶ​ມຸ​ແຫ່ງ​ຊາດ. ​
ແຟຊັນໂຊ ຊາວກຶມຸ
ແຟຊັນໂຊ ຊາວກຶມຸ

ທຸກ​ໆປີ​ລະຫວ່າງ​ເດືອນ​ພິຈິກ ຫາ​ກາງເດືອນມັງກອນ ຊາ​ວກຶ​ມຸ ພາກັນ
​ສະ​ຫລອງ​ບຸນປີ​ໃໝ່​ຂອງ​ເຂົາ​ເຈົ້າ ຊຶ່ງເວລາ​ນີ້ເປັນ​ລະດູ​ເກັບ​ກ່ຽວຜົນ​
ປູກ​ຕ່າງໆ ​ແລະ​ເປັນລະດູ​ໜາວ​. ​ເພາະສະ​ນັ້ນ ​ໃນ​ວັນ​ທີ່ວັນ​ເສົາ ທີ່ 4
​ເດືອນ​ມັງກອນ ທີ່​ຜ່ານ​ມາ​ນີ້ ປະຊາ​ຄົມກຶມຸ ຕັ້ງ​ຖິ່ນ​ຖານ​ຢູ່ເຂ​ດ Bay
Area ທີ່​ລັດ California ​ໄດ້ພາກັນຖື​ໂອກາດ​ອັນ​ດີງາມນີ້ ​ເຕົ້າ​ໂຮມ​
ມ່ວນ​ຊຶ່ນ​ສະຫລອງບຸນປີ​ໃໝ່ກັນ​ຢ່າງ​ຄຶກຄື້ນ​ໂດຍ ມີ​ຊາວ​ກຶມຸ ​ແລະ
​ຊະ​ມາ​ຊິກ​ຈາກ​ສັງຄົມ​ລາວ ຢູ່ໃກ້ ​ແລະ​ໄກ ກວ່າ 300 ຄົນ​ມາ​ເຕົ້າ​
ໂຮມ​ກັນ ທໍາພິທີ ເສບແຫ່​ດົນ​ຕີກຶມຸ ຟ້ອນ​ຖັ່ງບັ້ງ ຟ້ອນ​ສັກ​ເຂົ້າ​ໄຮ່
ສູ່ຂວັນ ສະ​ແດງ​ສິນລະປະ​ຫັດຖະ​ກໍາ ເຄື່ອງປູກ​ຂອງ​ຝັງ ​ສະ​ແດງ​ການ​ນຸ່ງ​ເຄຶ່​ອງພື້ນ​ເມຶ​ອງ ກິນ​ເຫລົ້າ​ໃຫ ສົ່ງ​ທ້າຍ​ປີ​ເກົ່າ ແລະ​ຕ້ອນຮັບ​ປີ​ໃໝ່ ສໍາ​ມາຄາລະວະ​ຜູ້​ອະ​ວຸໂສ ​ກິນເຂົ້າ​ຮ່ວມ​ກັນ ​ແລະ​ລ້າຍ​ລໍາ​ດ້ວຍຈັງ​ວະ​ຕ່າງໆ ກັບ​ຄະນະວົງ​ດົນຕີ ຊາວ​ນຸ່ນ​ກຶມຸ.​ ​

​ທ່ານ​ໝັ້ນ ວົງ​ບຸ​ບ​ຜາ ​ທີ່​ປຶກ​ສາສະ​ຫ​ະ​ພັນສະມາຄົມຂະ​ມຸ ຢູ່​ທີ່​ເຂດ Bay Area ໄດ້​ໃຫ້​ການ​ສຳ​ພາດຕໍ່ ວີ​ໂອ​ເອ ວ່າ :
ທ່ານໝັ້ນ ພົງບຸບຜາ
ທ່ານໝັ້ນ ພົງບຸບຜາ
ລິງໂດຍກົງ


ການສະແດງ ແຕ່ງໂຕເຜົ່າລາວ
ການສະແດງ ແຕ່ງໂຕເຜົ່າລາວ

ການ​ສະຫລອງ​ບຸນປີ​ໃໝ່ກຶມຸ ​ໄດ້​ເລີ້ມ​ແຕ່ 6:00 ​ໂມງແລງ ​ແລະສີ້​ນ ສຸດ​ລົງ​ໃນ​ເວລາ 1:30 ຕອນ​ເຊົ້າ ​ດ້ວຍ​ຄວາມມ່ວນ​ສື່​ນ​ລື້​ນ​ເລີງ ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ​ດີ. ກ່ອນ​ຈະ​ຈາກ​ກັນ​ໄປໃນ​ຄ່ຳ​ຄືນ​ວັນນີ້ ທ່ານ ໝັ້ນ ໄດ້ສົ່ງ​ພອນ​ປີໃໝ່ອັນ​ປະ​ເສີດ ​ເປັນ​ພາ​ສາ​ກຶ​ມຸ ມາຍັງພີ່​ນ້ອງ​ກຶມຸ ແລະ​ຊາວ​ລາວ​ທຸກ​ຖ້​ວນ​ໜ້າ ທີ່​ຢູ່​ໃກ້ ແລະ​ໄກ ດັ່ງ​ນີ້ :
ລິງໂດຍກົງ
ຄ້ອງ ກຶມຸ
ຄ້ອງ ກຶມຸ

ນັ້ນ​ແມ່ນ​ຄຳ​ອວຍ​ພອນ​ປີໃໝ່​ກຶມຸ ຈາກ ທ່ານ​ໝັ້ນ ພົງ​ບຸບ​ຜາ
ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງວີ​ໂອ​ເອ ແລງວັນ​ພະ​ຫັດ​ໜ້າ ຂ້າ​ພະ​ເຈົ້າ ຈະ​ນຳ​ເອົາຊີ​ວິດ​ການ​ເປັນ​ຢູ່ ທີ່​ໜ້າ​ສົນ​ໃຈ​ຂອ​ງ​ຊາວ​ລາວ​-ອາ​ເມ​ຮິ​ກັນ ມ​າ​ສະ​ເໜີ​ທ່ານອີກ ໂປດ​ຕິດ​ຕາມ​ຮັບ​ຟັງໃຫ້​ໄດ້.
XS
SM
MD
LG