ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ອົງການ​ປະຊາຊົນ ​ໃນ​ກຳປູ​ເຈຍ ​ໄທ ​ແລະ​ ຫວຽດນາມ ຄັດຄ້ານ​ ໂຄງການ​ເຂື່ອນ ​ດອນ​ສະ​ຫົງ ​ໃນ​ລາວ


ກຸ່ມ​ອົງການ​ປະຊາຊົນ ​ໃນ​ກຳປູ​ເຈຍ ​ໄທ ​ແລະ​ ຫວຽດນາມ ຮ່ວມ
​ກັນ​ຄັດຄ້ານ​ ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໃນ​ລາວ.
ກຸ່ມ​ອົງການ​ປະຊາຊົນ ​ໃນ​ກຳປູ​ເຈຍ ​ໄທ ​ແລະ​ ຫວຽດນາມ ຮ່ວມ ​ກັນ​ຄັດຄ້ານ​ ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໃນ​ລາວ.

ກຸ່ມ​ອົງການ​ປະຊາຊົນ ​ໃນ​ກຳປູ​ເຈຍ ​ໄທ ​ແລະ​ ຫວຽດນາມ ຮ່ວມ
​ກັນ​ຄັດຄ້ານ​ ໂຄງການ​ເຂື່ອນ​ດອນ​ສະ​ຫົງ​ໃນ​ລາວ ​ເພາະ​ເຊື່​ອວ່າ
ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສັດ​ນ້ຳ​ ໃນ​ແມ່ນ້ຳຂອງ​ຢ່າງ​ກວ້າງຂວາງ.

ບັນດາ​ຕົວ​ແທນ​ຂອງ​ກຸ່ມ​ອົງ​ກອນ​ປະຊາ​ຊົນ​ອະນຸລັກ​ສິ່ງ​ແວດ
​ລ້ອມ​ທຳ​ມະ​ຊາດ ໃນ​ແມ່ນ້ຳຂອງ ​ຈາກ​ກຳປູ​ເຈຍ ​ໄທ ​ແລະ ຫວຽດນາມ ​ໄດ້​ຮ່ວມ​ກັນ​ອອກ
ຖະແຫລງການ​ ເພື່ອ​ສະແດງ​ການ​ຄັດຄ້ານ ຕໍ່ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ ​ໃນ​ແມ່​ນ້ຳຂອງ
​ຢູ່​ເຂດ​ສີ່​ພັນ​ດອນ ຄອນ​ພະ​ເພັງ ​ໃນ​ເຂດ​ເມືອງ​ໂຂງ ​ແ​ຂວງ​ຈຳປາ​ສັກ​ຂອງ​ລາວ ພາຍຫຼັງທີ່​
ໄດ້​ພົບ​ປະແລກປ່ຽນ ​ຄວາມ​ຄິດ​ເຫັນຮ່ວມ​ກັນ​ອີກ​ຄັ້ງ​ໃໝ່​ ທີ່​ບາງກອກ ປະ​ເທດ​ໄທ ​ເມື່ອ​ບໍ່​
ນານ​ມາ​ນີ້.

ຖະ​ແຫລ​ງການ​ດັ່ງກ່າວ ​ໄດ້​ລະບຸ​ຢ່າງ​ຊັດ​ເຈນ​ວ່າ ການ​ກໍ່ສ້າງ​ເຂື່ອນດອນ​ສະ​ຫົງ ​ໃນ​ແມ່ນ້ຳ
ຂອງ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ຮຸນ​ແຮງ ທັງ​ຕໍ່​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ແລະສັດ​ນ້ຳ ທີ່ຢູ່
​ໃນ​ເຂດ​ຕອນ​ລ່າງ​ ຂອງ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ທັງ​ນີ້ເນື່ອງ​ຈາກ​ວ່າ​ຕົວເຂື່ອນຈະ​ປິດ
​ຮູ​ນ້ຳສະ​ຫົງ ທີ່​ເປັນ​ທາງ​ສັນຈອນ​ໄປມາ​ຂອງ​ສັດ​ນ້ຳ ລະຫວ່າງ​ເຂ​ດສີ່​ພັນ​ດອນ ຄອນ​ພະ
​ເພັງ ກັບເຂດ​ຕອນ​ລ່າງຂອງ​ແມ່​ນ້ຳຂອງ ​ໂດຍ​ສະ​ເພາະ​ແມ່ນ​ທະ​ເລ​ສາບ​ໃຫຍ່ ​ໃນ​ກຳປູເຈຍ
ທີ່​ເປັນ​ແຫ​ລ່ງປະມົງ​ນ້ຳຈືດ ທີ່​ອຸດົມສົມບູນທີ່​ສຸດ​ແຫ່ງ​ໜຶ່ງ ​ຂອງ​ໂລກ​ນັ້ນ.

ນອກຈາກ​ນັ້ນ ຖະ​ແຫລ​ງການ​ດັ່ງກ່າວ​ ຍັງ​ໄດ້​ລະບຸ​ດ້ວຍ​ວ່າ ​ຄຸນ​ນະພາ​ບຂອງ​ນ້ຳຈະ​ຕ່ຳ​ລົງ
​ພາຍຫຼັງຈາກ ທີ່​ໄດ້​ຜ່ານ​ການ​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວນັ້ນ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ
ລ້ອມທຳ​ມະ​ຊາດ ທີ່ເປັນ​ແຫ​ລ່ງອາຫານ​ຂອງ​ສັດ​ນ້ຳ ​ໃນ​ເຂດ​ສີ່​ພັນ​ດອນ ຄອນ​ພະ​ເພັງ ​ແລະ
ເຂດ​ຕອນ​ລ່າງ ທັງ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຕະກອນ​ດິນ​ ທີ່​ເປັນ​ປຸຍ​ຊັ້ນດີ ຂອງການ​ປູກ​ພືດ
ໃນ​ເຂດ​ຕອນ​ລ່າງ​ອີກ​ດ້ວຍ.

ແຜນທີ່ ຂອງໂຄງການກໍ່ສ້າງ ເຂື່ອນດອນສະຫົງ.
ແຜນທີ່ ຂອງໂຄງການກໍ່ສ້າງ ເຂື່ອນດອນສະຫົງ.

ການ​ຄັດຄ້ານ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ເກີດ​ຂຶ້ນ ລະຫວ່າງ​ພາກ​ລັດ
ຖະບານ ຂອງ​ປະ​ເທດ​ສະມາຊິກ​ ຂອງຄະນະ​ກຳມາ​ທິການ
​ແມ່ນ້ຳຂອງ (MRC) ດ້ວຍ​ກັນ​ເມື່ອ​ບໍ່​ນານ​ມາ​ນີ້ ຊຶ່ງ​ກໍ​ເຮັດ​ໃຫ້
​ທາງ​ການ​ລາວ ຕ້ອງ​ຕົກລົງ​ນຳ​ເອົາ ​ໂຄງການ​ເຂື່ອນ​ດອນ​ສະ
​ຫົງ ເຂົ້າສູ່​ຂະບວນ​ການ​ປຶກສາ​ຫາລື​ ຮ່ວມ​ກັບປະ​ເທດ​ສະມາ
ຊິກ​ໃນ MRC ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ການ​ປະຊຸມ
​ລະດັບລັດຖະມົນຕີ MRC ຄັ້ງທີ 20 ທີ່​ໄດ້ຈັດ​ຂຶ້ນ​ໃນ​ລະຫວ່າງ
ວັນ​ທີ 26-27 ມິ​ຖຸນາປີ​ນີ້ ຢູ່​ບາງກອກ ປະ​ເທດ​ໄທ.

​ໂດ​ຍຜູ້​ຕ່າງ​ໜ້າ​ຂອງ​ລັດຖະບານ​ລາວ ທີ່​ໄດ້​ໃຫ້ການ​ຕົກລົງ​
ດັ່ງກ່າວ​ນີ້ ກໍ​ແມ່ນ​ທ່ານ​ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​
ວ່າການ​ກະຊວງ​ພະລັງງານ​ ແລະ​ບໍ່​ແຮ່ ຊຶ່ງ​ກໍ​ຈະ​ເປັນ​ຜົນ​ເຮັດ
​ໃຫ້​ທາງ​ການ​ລາວ ​ແລະ​ກຸ່ມ​ຜູ້​ລົງທຶນ​ໃນໂຄງການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ນັ້ນ ຈະ​ຕ້ອງ​ເປີດເຜີຍ​ຂໍ້​ມູນ ​ແລະ​ຕອບ​ຂໍ້​ສົງ​ໄສ​ຕ່າງໆ ຂອງ​ປະ​ເທດ​ສະມາຊິກ​ໃນ MRC ທີ່​ມີ​ຕໍ່​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໃຫ້​ໄດ້​ຢ່າງ​ແຈ້ງ​ຂາວ​ໃນ​ທຸກ​ດ້ານ ຊຶ່ງ​ຄາດ​ວ່າ​ຈະ​ໃຊ້​ເວລາ 6 ​ເດືອ​ນ​ເປັນ​ຢ່າງ​ນ້ອຍ ດັ່ງ​ທີ່​ທ່ານ​ໂຊດ ຕຣາຊູ ປລັດກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລ​ະ ສິ່ງ​ແວດ​ລ້ອມ​ຂອງ​ໄທ ​ໄດ້​ຊີ້​ແຈງ​ວ່າ:

“​ໂດຍ​ປົກກະຕິ ຂະ​ບວນການ​ດັ່ງກ່າວ ​ໃຊ້​ເວລາ​ປະມານ​ບໍ່​ນ້ອຍ​ກວ່າ 6 ​ເດືອນ​
ຊ່ວງ​ດັ່ງກ່າວ​ນີ້ ກໍ​ຈະ​ໃຫ້​ແຕ່ລະ​ປະ​ເທ​ດສະມາຊິກ​ ໄປ​ເບິ່ງວ່າ​ມີ​ຂໍ້​ກັງວົນຫ່ວງ​ໄຍ​
ປະ​ເດັນ​ໃດ​ ​ເຮົາ​ກໍ​ຈະ​ສົ່ງ​ໃຫ້​ທາງ ສປປ ລາວ ​ໃນ​ຂະນະດຽວ​ກັນ ສປປ ລາວ ກໍ​
ຈະ​ມີ​ຂໍ້​ມູນ​ບາງ​ຢ່າງ​ ອອກ​ມາ​ໃຫ້​ເຮົາ​ເບິ່ງ ແລ້ວ​ກໍ​ຈະ​ໄດ້ໂອ້ລົມ​ກັນ​ໃນຂໍ້ທີ່​ເປັນ
​ຂໍ້​ກັງວົນ​ ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ.”

ກ່ອນ​ໜ້າ​ນີ້ ທາງ​ການ​ຫວຽດນາມ ກຳ​ປູ​ເຈຍ ​ແລະ ໄທ ​ທີ່​ເປັນ​ປະເທດ​ສະມາຊິກ​ໃນ MRC
ຮ່ວມ​ກັບ​ລາວ​ນັ້ນ ​ໄດ້​ພາກັນ​ສະ​ແດງ​ທ່າ​ທີ​ກົດ​ດັນ​ ​ແລະຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ ທຳ​
ການ​ສຶກສາ​ຢ່າງຮອບດ້ານ ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ທາງ​ສັງຄົມ ​ແລະ​ ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ ​ຈາກ​ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ຫົງ ມາ​ແລ້ວ​ຄັ້ງໜຶ່ງໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ລັດຖະບານ MRC ຄັ້ງທີ 2 ​ເມື່ອ​ຕົ້ນ​ເດືອນເມສາ​ປີ​ນີ້ ຢູ່​ທີ່​ນະຄອນ ​ໂຮຈິີມິນ ຊີ​ຕີ້ ​ຂອງ​ຫວຽດນາມ.

​ໂດຍ​ສະ​ເພາະ​ແມ່ນ​ການ​ກົດ​ດັນ ​ແລະຮຽກຮ້ອງ​ ຂອງ​ນາຍົກລັດຖະມົນຕີຫວຽດນາມ ​ແລະ ກຳປູ​ເຈຍ​ນັ້ນ ​ເຊື່ອ​ວ່າ ​ເປັນສາ​ເຫດ​ສຳຄັນ ທີ່​ກົດ​ດັນ​ໃຫ້​ທາງ​ການ​ລາວ ​ຕ້ອງ​ທົບ​ທວນ​ແຜນ ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ ອີກ​ເທື່ອ​ໃໝ່ ​ແລະ​ ​ຍອມ​ນຳ​ໂຄງການ​ເຂົ້າສູ່​ຂະ​ບວນການ​ພິຈາລະນາ​ຮ່ວມ​ກັນ​ດັ່ງກ່າວ.

XS
SM
MD
LG