ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ສະພາສູງ ຄົນສຳຄັນ ພັກເດໂມແຄຣັດ ຄັດຄ້ານ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ


ສະມາຊິກສະພາສູງຄົນສຳຄັນ ຂອງພັກເດໂມແຄຣັດ ທ່ານ Ben Cardin ຈາກລັດແມຣີແລນດ໌
ສະມາຊິກສະພາສູງຄົນສຳຄັນ ຂອງພັກເດໂມແຄຣັດ ທ່ານ Ben Cardin ຈາກລັດແມຣີແລນດ໌

ສະມາຊິກສະພາສູງຄົນສຳຄັນຂອງພັກເດໂມແຄຣັດ ທ່ານ Ben
Cardin ໄດ້ສະແດງການຄັດຄ້ານ ຂໍ້ຕົກລົງນິວເຄລຍສາກົນກັບ
ອີຣ່ານ ທີ່ຈະຫຼຸດຜ່ອນໂຄງການນິວເຄລຍຂອງປະເທດດັ່ງກ່າວ.

ທ່ານ Cardin ເປັນສະມາຊິກຄົນສຳຄັນ ໃນຄະນະກຳມະການ
ຄວາມສຳພັນກັບຕ່າງປະເທດຂອງສະພາສູງແລະຖືວ່າເປັນນຶ່ງ ໃນບັນດາສະມາຊິກສະພາສູງ ທີ່ມີອິດທິພົນຫຼາຍທີ່ສຸດ ທີ່ອາດ
ຈະມີຜົນກະທົບຕໍ່ການທີ່ສະມາຊິກສະພາສູງຄົນອື່ນໆຈະລົງຄະ
ແນນສຽງນັ້ນ.

ໃນບົດຂຽນ ສະແດງຄວາມເຫັນ ທີ່ພິມເຜີຍແຜ່ ໂດຍໜັງສືພິມ
Washington Post ນັ້ນ ສະມາຊິກສະພາສູງ Cardin ກ່າວວ່າ ຫລັງຈາກໄດ້ມີການພິຈາ ລະນາຢ່າງຍືດຍາວແລ້ວ ທ່ານສະຫຼຸບວ່າ ແຜນການປະຕິບັດງານຮ່ວມຮອບດ້ານ ທີ່ໄດ້ເຈ ລະຈາກັບອີຣ່ານ ເຮັດໃຫ້ໂຄງການນິວເຄລຍຂອງອີຣ່ານເປັນທີ່ຖືກຕ້ອງຊອບທຳຕາມກົດ
ໝາຍ. ທ່ານ Cardin ຂຽນວ່າ ຫລັງຈາກ 10 ຫາ 15 ປີແລ້ວມັນຈະປ່ອຍໃຫ້ອີຣ່ານມີທາງ
ເລືອກທີ່ຈະກັ່ນເຊື້ອໄຟພຽງພໍເພື່ອສ້າງອາວຸດນິວເຄລຍໄດ້ໃນເວລາພຽງສັ້ນໆ. ທ່ານເວົ້າ
ວ່າການລົງຄະແນນສຽງໃນທຳນອງນີ້ຄວນເປັນການລົງຄະແນນສຽງເພື່ອຈິດສຳນຶກແລະ
ບໍ່ຄວນເປັນການລົງຄະແນນສຽງໃນຄວາມຈົງຮັກພັກດີຕໍ່ພັກ.

ການຕັດສິນໃຈຂອງທ່ານ ແມ່ນເບິ່ງກັນວ່າ ເປັນການຖອຍຫລັງ ຕໍ່ການຊຸກຍູ້ໂດຍລັດຖະ ບານທ່ານໂອບາມາ ເພື່ອໃຫ້ໄດ້ຮັບສຽງສະໜັບສະໜູນ 41 ສຽງຈາກພັກເດໂມແຄຣັດ ທີ່
ຈຳເປັນ ເພື່ອຈະສາມາດຕ້ານຢັນການລົງຄະແນນສຽງທີ່ບໍ່ເຫັນພ້ອມຂອງສະພາສູງ. ແຕ່
ປະທານາທິບໍດີ ໃນມື້ວັນສຸກວານນີ້ກໍໄດ້ຮັບຂ່າວດີເຊັ່ນດຽວກັນ ໂດຍທີ່ສະມາຊິກສະພາ ສູງສັງກັດພັກເດໂມແຄຣັດ ທ່ານ Michael Bennet ຈາກລັດໂຄໂລຣາໂດກໍໄດ້ອອກມາ ສະແດງການສະໜັບສະໜູນຕໍ່ຂໍ້ຕົກລົງ. ເວລານີ້ ມີສະມາຊິກສະພາສູງ ສັງກັດພັກເດໂມ ແຄຣັດ 38 ຄົນແລ້ວ ສະ ໜັບສະໜູນຂໍ້ຕົກລົງ ແລະ 3 ຄົນ ສະແດງການຄັດຄ້ານ. ຂໍ້ຕົກ ລົງດັ່ງກ່າວເກືອບວ່າ ບໍ່ມີສະມາຊິກພັກຣີພັບບລີກັນແມ່ນແຕ່ຄົນດຽວໃຫ້ການສະໜັບສະ ໜຸນທັງຢູ່ໃນສະພາຕ່ຳຫລືສະພາສູງ.

US Congress Iran Nuclear
please wait

No media source currently available

0:00 0:00:22 0:00

XS
SM
MD
LG