ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ເສັດສິ້ນ ການຢ້ຽມຢາມ ສີລັງກາ ຄັ້ງປະຫວັດສາດ


ທ່ານ John Kerry ລມຕ ຕ່າງປະເທດສະຫະລັດ (ກາງ) ຢືນຖ່າຍຮູບກັບ ປ. Maithripala Sirisena ແຫ່ງສີລັງກາ ທີ່ນະຄອນຫຼວງ Colombo ວັນທີ 2 ພຶດສະພາ 2015.
ທ່ານ John Kerry ລມຕ ຕ່າງປະເທດສະຫະລັດ (ກາງ) ຢືນຖ່າຍຮູບກັບ ປ. Maithripala Sirisena ແຫ່ງສີລັງກາ ທີ່ນະຄອນຫຼວງ Colombo ວັນທີ 2 ພຶດສະພາ 2015.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
​ໄດ້​ກ່າວ​ຍ້ອງຍໍ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ຂອງ​
ສີ​ລັງກາ ​ແລະ​ກ່າວ​ວ່າ ທ່ານ​ຫວັງ​ວ່າ​ຈະ​ຂະ​ຫາຍ​ສາຍ​ພົວພັນ
​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກວ້າງອອກ​ອີກ.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫຼວງ Colombo ​ໃນ​ວັນ​
ເສົາ​ວານ​ນີ້ ທ່ານ Kerry ກ່າວ​ວ່າ “ ປະຊາຊົນ​ອະ​ເມຣິກັນ
ຢືນ​ຢູ່​ຄຽງ​ຂ້າງ​ກັບ​ພວກ​ເຈົ້າ”
​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສີ​ລັງ
ກາ​ເພື່ອ​ຟື້ນ​ຟູ​ລະບອບ​ປະຊາທິປະ​ໄຕ​ຄືນ​ໃໝ່​ນັ້ນ.

ທ່ານ Kerry ກ່າວ​ຕື່ມ​ວ່າ ມັນ​ຈະ​ໃຊ້​ເວລາ​ສຳລັບ​ສີ​ລັງກາ ທີ່​ຈະ
​ບັນລຸ ການສ້າງຄວາມປອງດອງຊາດຢ່າງ​ແທ້​ຈິງ​ຫຼັງ​ຈາກ​ໄດ້​ມີ​ບັນຫາ​ຂັດ​ແຍ້​ງ ກັນ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ ​ກັບພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ຊົນ​ເຜົ່າ​ທະມິນນັ້ນ. ທ່ານ Kerry ກ່າວ​ຕໍ່​ໄປ​ວ່າ ສັນຕິ​ພາບ​ທີ່​ຍືນ​ຍາວ ​ໂດຍ​ສະ​ເພາະ​ຫຼັງ​ຈາກ​ສົງຄາມ​ກາງ​ເມືອງ “ຕ້ອງການ​ນະ​ໂຍບາຍ​ຕ່າງໆ ທີ່ສະໜັບສະໜຸນ​ຄວາມ​ປະນີປະນອມ​ກັນ ບໍ່​ແມ່ນ​ຄວາມ​ບໍ່ພໍ​ໃຈ​ກັນ.”

ໃນ​ວັນ​ເສົາ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Maithripala Sirisena ນາຍົກລັດຖະມົນຕີ Ranil Wickremesinghe ​ແລະ​ພວກ​ເຈົ້າ​ໜ້າ​ທີ່ລັດຖະບານ​ຄົນ​ອື່ນໆ. ໃນ​ວັນ​ອາທິດ ມື້​ນີ້ ທ່ານ Kerry ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ກຸ່ມ ການ​ເມືອງພັນທະ​ມິດ​ແຫ່ງ​ຊາດເຜົ່າ​ທະມິນ ກ່ອນ​ຈະ​ເສັດ​ສິ້ນ​ການ​ຢ້ຽມຢາມ​ສີ​ລັງກາ​ຂອງ​ທ່ານ ​ແລະ​ມຸ້ງ​ໜ້າ​ໄປ​ສູ່​ອາ​ຟຣິກາ.

ທ່ານ Sirisena ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນ​ປີ​ນີ້​ ​ໂດຍ​ໃຫ້​ຄຳ ໝັ້ນ​ສັນຍາ ​ຈະ
ຫລຸດ​ອຳນາດ​ຂອງ​ປະທານາທິບໍດີ​ລົງ ສົ່ງ​ເສີມ​ສິດທິມະ ນຸດ ​ແລະ​ຖອນການ​ໃຊ້​ມາດ​ຕະ
ການ​ແບບ​ຜະ​ເດັດ​ການ​ຕ່າງໆ ທີ່​ໄດ້​ນຳ​ໃຊ້​ມາ​ໂດຍ​ຜູ້​ດຳລົງ​ຕຳ​ແໜ່​ງຄົນ​ກ່ອນ ທີ່​ໄດ້​ຮວບ​ຮວມອຳນາດ​ຈົນ​ມາ​ຮອດ​ເວລາ​ໃກ້​ກັບ​ການ​ສິ້ນ​ສຸດ​ລົງ​ສົງຄາມ​ກາງ​ຂອງເມືອງປະ​ເທດ​ທີ່
​ດຳ​ເນີນ​ມາ​ເປັນ​ເວລາ​ດົນ​ນານ​ຕໍ່ຕ້ານ​ພວກ​ກະບົດ​ເສືອ​ທະມິນ​ນັ້ນ.

​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ຄ້າ​ນັ້ນ ທ່ານ Kerry ກ່າວ​ວ່າ ເອ​ເຊຍ​ໃຕ້ ​ເປັນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່​ຮວມ​ໂຕ​ເຂົ້າກັນທາງ​ດ້ານ​ເສດຖະກິດ​ໜ້ອຍ​ທີ່​ສຸດຂອງ​ໂລກ. ທ່ານ​ກ່າວ​ຕື່ມ​ວ່າ ສະຫະລັດ ​ໃຫ້ການ​ສະໜັບສະໜຸນ​ຕໍ່ການ​ຮວມ​ໂຕ​ເຂົ້າກັນ​ທາງ​ດ້ານ​ເສດຖະກິດ​ໃນ​ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ໃຕ້ ​ແລະ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ຖານະເປັນ​ຊ່ອງ
​ທາງ​ອັນ​ໜຶ່ງ ​ເພື່ອ​ໃຫ້​ເຮັດ​ໃຫ້ການ​ເສດຖະກິດ​ໃນ​ທ້ອງ​ຖິ່ນ​ແຂງ​ແຮງ​ຂຶ້ນ.

Kerry Sri Lanka
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG