ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ຢູ່​ປາຣີ ເພື່ອທຳການ ເຈລະຈາກັບພັນທະມິດຕື່ມ ເລື້ອງການຕັ້ງແນວໂຮມ ຕໍ່ສູ້ກັບພວກລັດ​ອິສລາມ (ວີດີໂອ)


ລັດ​ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຊ້າຍ) ກັບລັດຖະມົນຕີຕ່າງປະເທດອີ​ຈິບ ທ່ານ Sameh Shoukry ໃນລະຫວ່າງການຖະແຫລງຂ່າວ ໃນນະຄອນຫລວງ Cairo, ວັນທີ 13 ກັນຍາ 2014.
ລັດ​ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຊ້າຍ) ກັບລັດຖະມົນຕີຕ່າງປະເທດອີ​ຈິບ ທ່ານ Sameh Shoukry ໃນລະຫວ່າງການຖະແຫລງຂ່າວ ໃນນະຄອນຫລວງ Cairo, ວັນທີ 13 ກັນຍາ 2014.

ລັດ​ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ເວລາ​ນີ້
ແມ່ນຢູ່​ທີ່ນະຄອນ​ຫລວງ​ປາຣີ ບ່ອນ​ຢຸດ​ແວ່ຫຼ້າສຸດ ​ໃນ​ການ​ເດີນ
ທາງຂອງ​ທ່ານ ​ເພື່ອ​ເຕົ້າ​ໂຮມບັນດາພັນທະ​ມິດນາໆ​ຊາດ ຕໍ່ຕ້ານ
​ພວກ​ນັກລົບ​ຫົວ​ຮຸນ​ແຮງ ລັດ​ອິສລາມ ຢູ່​ໃນ​ອີຣັກ ​ແລະ​ຊີ​ເຣຍ.

ທ່ານ Kerry ​ໄດ້​ບິນ​ໄປ​ເຖິງ​ນະຄອນຫລວງ​ຂອງ​ຝຣັ່ງ ຈາກ​ນະ
ຄອນຫລວງໄ​ຄ​ໂຣ ຂອງ​ອີ​ຈິບ ​ໃນ​ຕອນ​ແລງ​ຂອງ​ວັນ​ເສົາ​ວານ​ນີ້
ກ່ອນ​ໜ້າ​ກອງ​ປະຊຸມ​ນາໆ​ຊາດ​ ທີ່​ຈະ​ໄຂ​ຂຶ້ນໃນ​ວັນ​ຈັນ​ມື້​ອື່ນ ​ເພື່ອ
​ແນ​ໃສ່​ຍົກ​ລະ ດັບຄວາມ​ພະຍາຍາມຂຶ້ນ​ອີກ ​ໃນ​ການຕໍ່ສູ້​ກັບ​ພວກ
​ຫົວ​ຮຸນ​ແຮງ​ຈັດນັ້ນ​. ​ມາຮອດ​ປັດຈຸບັນ​ ມີເກືອບ 40 ປະ​ເທດ​ແລ້ວ
ທີ່​ໄດ້​ຕົກລົງ​ເຂົ້າຮ່ວມ​ການ​ຕໍ່ສູ້ນີ້ ​ໃນ​ດ້ານ​ໃດ​ດ້ານ​ນຶ່ງ ລວມທັງ​ບັນດາ​ປະ​ເທດ​ອາຫຣັບຈຳນວນ​ນຶ່ງ.

​ໃນ​ວັນ​ອາທິດ​ມື້​ນີ້ ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ກ່າວ​ວ່າ ​
ປະ​ເທດ​ຂອງ​ທ່ານ ຈະ​ຈັດ​ສົ່ງທະຫານ 600 ຄົນ​ ​ແລະ​ເຮືອບິນ​ລົບ​ຈຳນວນ​ນຶ່ງ ​ໄປ​ຍັງ​
ຂົງເຂດໃນ​ໄວໆ​ນີ້ ​ເປັນ​ການ​ຕອບ​ສະໜອງ ຄຳຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກນາໆ​ຊາດ
ຢ່າງ​ເປັນ​ທາງ​ການຂອງ​ສະຫະລັດ.

​ຢູ່​ອີ​ຈິບ ທ່ານ Kerry ກ່າວ​ວ່າ ມັນ​ເປັນ​ “ເລື້ອງ​ຂອງເວລາ” ​ ເທົ່າ​ນັ້ນ ກ່ອນ​ທີ່​ໄພ​ຂົ່ມຂູ່
​ຂອງ​ການກໍ່​ການ​ຮ້າຍ​ ໃນແຫ່ງ​ໃດ​ແຫ່ງ​ນຶ່ງ ຈະ​ກາຍ​ມາ​ເປັນໄພຂົ່ມຂູ່​ຂອງ​ການກໍ່​ການ​ຮ້າຍ
ຢູ່​ທົ່ວ​ທຸກຫົນ​ແຫ່ງ​. ທ່ານ​ຖະ​ແຫລ​ງ ຢູ່​ໃນ​ນະຄອນຫລວງໄຄ​ໂຣ ຫຼັງຈາກ​ໄດ້​ເຈລະຈາ​ກັບ​
ລັດຖະມົນຕີຕ່າງປະເທດອີ​ຈິບ ທ່ານ Sameh Shoukri.

ທ່ານ Kerry ກ່າວ​ວ່າ ​ພວກ​ນັກ​ຕໍ່ສູ້​ ລັດ​ອິສ​ລາມ ອ້າງ​ວ່າ​ພວກ​ເຂົາຕໍ່ສູ້​ເພື່ອ​ສາ​ສະໜາ​
ອິສລາມ ​ແຕ່​ທ່ານ​ກ່າວ​ວ່າ ການ​ເຄື່ອນ​ໄຫວ ຕ່າງໆ​ຂອງ​ກຸ່ມ​ດັ່ງກ່າວ​ນັ້ນ ​ແມ່ນ​ບໍ່ມີ​ຫຍັງ​ທີ່ກ່ຽວກັບສາສະໜາ​ອິສລາມ​ເລີຍ. ທ່ານເວົ້າອີກ​ວ່າ “​ຂໍ້ຄວາມ​ຮຽກຮ້ອງ​ໃຫ້​ກຽດ​ຊັງ​ ຂອງພວກເຂົາ​ ​ແມ່ນ​ໄດ້​ຖືກ​ປະຕິ​ເສດ” ​ ໂດຍ​ ຊາວ​ມຸສລິ​ມ​ສ່ວນ​ໃຫຍ່​ ຢູ່ໃນ​ທົ່ວ​ໂລກ.

US ISLAMIC STATE VO
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG