ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງ
ເດີນທາງໄປຍັງພາກຕາເວັນອອກກາງ ໃນວັນອັງຄານມື້ນີ້ ບ່ອນ
ທີ່ທ່ານຈະປຶກສາຫາລື ກ່ຽວກັບສະຖານະການ ຢູ່ໃນອີຣັກ ແລະ
ການຂົ່ມຂູ່ຂອງພວກຫົວຮຸນແຮງລັດອິສລາມ.
ທ່ານມີກຳນົດ ຈະພົບກັບບັນດາເຈົ້າໜ້າທີ່ໃນຈໍແດັນ ແລະຊາອຸ
ດີ ອາຣາເບຍ ແລະຍັງຈະປຶກສາຫາລື ກັບພັນທະມິດອື່ນໆ ລະ
ຫວ່າງການເດີນທາງໃນຄັ້ງນີ້.
ຢູ່ໃນຄຳຖະແຫລງເມື່ອຕອນຄ່ຳຂອງວັນຈັນວານນີ້ ທ່ານ Kerry
ກ່າວວ່າ ທ່ານພະຍາຍາມທີ່ຈະສ້າງຕັ້ງ “ແນວໂຮມທີ່ກວ້າງ
ຂວາງທີ່ສຸດເທົ່າ ທີ່ອາດເປັນໄປໄດ້” ເພື່ອຈະປະເຊີນໜ້າກັບພວກກຸ່ມລັດອິສລາມແລະ ປາບປາມພວກເຂົາໃຫ້ສິ້ນຊາກໃນທີ່ສຸດ.
ທ່ານ Kerry ເວົ້າວ່າ “ໃນຂະນະທີ່ພວກເຮົາສ້າງຕັ້ງ ແນວໂຮມຂຶ້ນນີ້ ຂ້າພະເຈົ້າ
ຢາກເນັ້ນໃຫ້ເຫັນວ່າ ເກືອບທຸກໆປະເທດຢູ່ໃນໂລກນີ້ ແມ່ນມີບົດບາດເຂົ້າຮ່ວມ
ໃນການກຳຈັດໄພຂົ່ມຂູ່ຂອງກຸ່ມຫົວຮຸນແຮງ ISIL ແລະຄວາມຊົ່ວຮ້າຍທີ່ພວກ
ເຂົາເປັນຕົວແທນນັ້ນ. ສຳຫຼັບບາງປະເທດແລ້ວ ແມ່ນຈະໝາຍເຖິງການຊ່ວຍ
ເຫຼືອທາງດ້ານທະຫານລວມທັງການຊ່ວຍເຫຼືອໂດຍກົງ ແລະໃນແບບຂອງການ
ເຝິກຊ້ອມ ການຕິດອາວຸດໃຫ້ແລະການໃຫ້ຄຳແນະນຳ ຕະຫຼອດທັງການໃຫ້
ອຸປະກອນ. ສຳຫລັບບາງປະເທດນັ້ນ ຈະໝາຍເຖິງການປະກອບສ່ວນເຂົ້າໃນ
ຄວາມພະຍາຍາມໃຫ້ການບັນເທົາທຸກ ທີ່ມີຄວາມຕ້ອງການ ຢ່າງຮີບດ່ວນທີ່
ສຸດນັ້ນ.”
ທ່ານກ່າວຕື່ມວ່າ ການຊ່ວຍເຫຼືອຕ່າງໆ ແມ່ນຈະພົວພັນກັບການຕັດການໃຫ້ເງິນສະໜັບ
ສະໜຸນພວກຫົວຮຸນແຮງ ການສະກັດກັ້ນບໍ່ໃຫ້ ພວກນັກລົບຕ່າງຊາດໄປຮ່ວມ ແລະການ
ຕໍ່ຕ້ານການໂຄສະນາຊວນເຊື່ອ.
ພ້ອມນີ້ ທ່ານ Kerry ຍັງໄດ້ກ່າວຍົກຍ້ອງ ສະພາແຫ່ງຊາດຂອງອີຣັກ ໃນການຮັບຮອງ
ເອົາລັດຖະບານສາມັກຄີຊາດຊຸດໃໝ່ ໂດຍຮ້ອງບາດກ້າວດັ່ງກ່າວນີ້ວ່າ ເປັນຂີດໝາຍ
ສຳຄັນສຳຫລັບອີຣັກ ແລະ “ເປັນທີ່ ສຳຄັນ” ໃນການດຳເນີນພະຍາຍາມຂອງສະຫະ
ລັດເພື່ອຕໍ່ຕ້ານພວກ ຫົວຮຸນແຮງລັດອິສລາມ.