ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Kerry ພົບປະ ຄູ່ຕຳແໜ່ງ ຝ່າຍອີຣ່ານ ຂະນະທີ່ ເສັ້ນຕາຍ ໃກ້ເຂົ້າມາ


ຈາກຊ້າຍ ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Javad Zarif, ທູດພິເສດຈາກສະຫະພາບຢູໂຣບ ທ່ານນາງ Catherine Ashton ແລະ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ໄປຮອດ ນະຄອນ ວຽນນາໃນວັນທີ 20 ພະຈິກ 2014 ເພື່ອເຂົ້າຮ່ວມການເຈລະຈາ.
ຈາກຊ້າຍ ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Javad Zarif, ທູດພິເສດຈາກສະຫະພາບຢູໂຣບ ທ່ານນາງ Catherine Ashton ແລະ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ໄປຮອດ ນະຄອນ ວຽນນາໃນວັນທີ 20 ພະຈິກ 2014 ເພື່ອເຂົ້າຮ່ວມການເຈລະຈາ.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຍັງ​ສືບ
​ຕໍ່​ການເຈລະຈາ ທີ່ເຕັມໄປດ້ວຍ ຄວາມເຄັ່ງຕຶງແນໃສ່ເພື່ອໃຫ້
ບັນລຸການຕົກລົງ ກ່ຽວ​ກັບ​ໂຄງການນິວ​ເຄລຍຂອງອີຣ່ານ ກ່ອນ
ເສັ້ນຕາຍຈະມາຮອດ.

ໃນວັນສຸກມື້ນີ້ ທ່ານ Kerry ​ໄດ້​ພົບ​ປະ ກັບ​ລັດຖະມົນຕີ​ຕ່າງປະ
​ເທດ​ອີຣ່ານ ທ່ານ Mohammad Javad Zarif ທີ່ນະຄອນວຽນ
ນາ ບໍ່ເທົ່າໃດມື້ ກ່ອນເສັ້ນຕາຍ ເພື່ອໃຫ້ບັນລຸການຕົກລົງກັນ ໃນມື້ວັນຈັນທີ່ຈະມາຮອດ.

IRAN NUCLEAR VO
please wait
Embed

No media source currently available

0:00 0:00:35 0:00

ພວມມີຄວາມວິຕົກກັງວົນເພີ້ມຂຶ້ນ ຢ້ານວ່າ ທັງສອງຝ່າຍ ຈະບໍ່ສາມາດ ຫລຸດຜ່ອນ ການ
ບໍ່ລົງຮອຍກັນ ທັນກັບເວລາ. ພວກເຂົາເຈົ້າສາມາດ ທີ່ຈະຕໍ່ອາຍຸ ໃນການເຈລະຈາ ອອກ
ໄປຕື່ມອີກໄດ້.

ໃນວັນພະຫັດວານນີ້ ທ່ານ Kerry ກ່າວວ່າ ຄະນະເຈລະຈາຂອງທ່ານ ບໍ່ມີແຜນການ ທີ່ຈະ ຫາລືກ່ຽວກັບ ການເລື່ອນເວລາ ໃນການເຈລະຈາອອກໄປຕື່ມ ແຕ່ຢາກໃຫ້ ມີການບັນລຸ ການຕົກລົງກັນໂດຍເຕັມ.

​ອີຣ່ານ ​ແລະ ກຸ່ມ​ຂອງ​ປະ​ເທດມະຫາ​ອຳນາດຂອງ​ໂລກ ທີ່​ລວມມີ ສະຫະລັດ ອັງກິດ ຈີນ
ຝຣັ່ງ ຣັດ​ເຊຍ ​ແລະ ​ເຢຍຣະມັນ ​ໄດ້​ພະຍາຍາມ ມາ​ເປັນ​ເວລາປີນຶ່ງ​ແລ້ວ ເພື່ອ​ບັນ​ລຸ
​ຂໍ້​ຕົກລົງ ທີ່ອາດຈະຫລຸດຜ່ອນໂຄງການນິວເຄລຍ ຂອງອີຣ່ານ ໃນການແລກປ່ຽນກັບ
ການຫລຸດການລົງໂທດ.

​ສະຫະລັດ ແລະ ບັນດາປະເທດພັນທະມິດ ໄດ້ຢືນຢັດມາເປັນເວລາດົນ ນານແລ້ວວ່າ
ອີຣ່ານພວມພະຍາຍາມຫາທາງສ້າງອາວຸດນິວເຄລຍ. ແຕ່ອີຣ່ານກ່າວວ່າ ການຄົ້ນຄວ້າ
ທາງດ້ານນິວເຄລຍ ຂອງຕົນແມ່ນມີ ຈຸດປະສົງໃນທາງສັນຕິ.

ຫົວໜ້າອົງການພະລັງງານປະລະມານູສາກົນຫຼື IAEA ກ່າວໃນວັນ ພະຫັດວານນີ້ວ່າ ອີຣ່ານ ບໍ່ໄດ້ສະໜອງການອະທິບາຍຢ່າງພຽງພໍ ໃນ ການຄົ້ນຄວ້າ ທາງດ້ານນິວເຄລຍ ຂອງຕົນ ຕາມທີ່ມີການສົງໄສນັ້ນ.

IRAN NUCLEAR UPD VO
please wait
Embed

No media source currently available

0:00 0:00:31 0:00

U.S. Secretary of State John Kerry is continuing a tense round of talks aimed at reaching a deal on Iran's nuclear program ahead of a crucial deadline.

Kerry on Friday met with Iranian Foreign Minister Mohammad Javad Zarif in Vienna, just days before Monday's target date for an agreement.

Concerns are growing the two sides will not be able to narrow their differences in time. They could instead agree to again extend the deadline for negotiations.

On Thursday, Kerry said his negotiating team does not plan to discuss an extension in the talks, but instead prefers to reach a full agreement.

Iran and a group of world powers (including the U.S., Britain, China, France, Russia and Germany) have been trying for a year to reach a deal that would scale back Tehran's nuclear program in exchange for reduced sanctions.

The U.S. and its allies have long insisted Iran is trying to build a nuclear bomb. Iran says its nuclear research is only for peaceful purposes.

The head of the International Atomic Energy Agency (IAEA) said Thursday that Iran has not provided sufficient explanations for its suspected nuclear weapons research.

XS
SM
MD
LG