ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ນຳພາຄະນະຜູ້ແທນ ໄປຮ່ວມກອງປະຊຸມ ທຸລະກິດ ໃນອິນເດຍ


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ແຖວໜ້າ ຄົນທີ 2 ຈາກຊ້າຍ) ແລະ ນາຍົກລັດຖະມົນຕີ ທ່ານ Narendra Modi (ແຖວໜ້າ ຄົນທີ 2 ຈາກຂວາ) ສະແດງຖ່າທີຫຼັງຈາກທີ່ໄດ້ຈັບມືກັບທ່ານ Kerry ແລ້ວຢູ່ທີ່ກອງປະຊຸມສຸດຍອດ Vibrant Gujarat ໃນ ນະຄອນ Gandhinagar ທາງພາກຕາເວັນຕົກຂອງລັດ Gujarat, ວັນທີ 11 ມັງກອນ 2015.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ແຖວໜ້າ ຄົນທີ 2 ຈາກຊ້າຍ) ແລະ ນາຍົກລັດຖະມົນຕີ ທ່ານ Narendra Modi (ແຖວໜ້າ ຄົນທີ 2 ຈາກຂວາ) ສະແດງຖ່າທີຫຼັງຈາກທີ່ໄດ້ຈັບມືກັບທ່ານ Kerry ແລ້ວຢູ່ທີ່ກອງປະຊຸມສຸດຍອດ Vibrant Gujarat ໃນ ນະຄອນ Gandhinagar ທາງພາກຕາເວັນຕົກຂອງລັດ Gujarat, ວັນທີ 11 ມັງກອນ 2015.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ພວມ​ຢູ່​
ໃນ​ອິນ​ເດຍ ​ເພື່ອ​ເຂົ້າຮ່ວມ ກອງ​ປະຊຸມ​ການ​ລົງທຶນ​ສາກົນ ​ແລະ
ສົ່ງ​ເສີມ​ສາຍສຳພັນ​ດ້ານ​ເສດຖະກິດ ກັບ​ບັນດາ​ປະ​ເທດ​ໃນເຂດ
ເອ​ເຊຍໃຕ້ ກ່ອນ​ໜ້າການ​ເດີນທາງ​ໄປຢ້ຽມຢາມ ໂດຍ​ປະທານາ
ທິບໍດີ ບາຣັກ​ ​ໂອ​ບາ​ມາ ທີ່​ຈະ​ຕິດຕາມມາ ​ໃນ​ເດືອນ​ນີ້.

ທ່ານ Kerry ​ເດີນທາງ​ໄປ​ເຖິງ ​ເມືອງ​ຫລວງ Ahmedabad ​
ຂອງ​ລັດ Gujarat ​ໃນ​ວັນ​ອາທິດ​ມື້​ນີ້ ໂດຍນຳພາ​ຄະນະ​ຜູ້​ແທນ​
ສະຫະລັດເຂົ້າຮ່ວມ​ ກອງ​ປະຊຸມການ​ລົງທຶນ​ສຸດ​ຍອດ Gujarat
ທີ່​ຊອກຫາຊ່ອງທາງ​ສົ່ງ​ເສີມ​ ການພັດທະນາ​ທີ່​ມີ​ຄວາມຮັບຜິດ
ຊອບຢ່າງ​ຍືນ​ຍົງ.

ຫົວໜ້ານັກການທູດສະຫະລັດ ຈະ​ພົບ​ປະ​ກັບ​ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra
Modi ​ເພື່ອ​ປຶກສາ​ຫາ​ລື ກ່ຽວກັບ​ແຜນການ​ໃນການ​ເດີນທາງ​ມາຢ້ຽມຢາມຂອງປະທານາ
ທິບໍດີ ໂອບາມາ ເພື່ອ​ເຂົ້າຮ່ວມ​ໃນ​ພິທີຕ່າງໆ ສະເຫລີມສະຫລອງ ວັນສາທາລະນະ​ລັດ
ປະຈຳ​ປີ​ຂອງ​ອິນ​ເດຍ.

ທ່ານ Kerry ​ໄດ້​ຢຸດ​ແວ່ເປັນເວລາສັ້ນ ​ຢູ່​ເຢຍຣະມັນ​ໃນ​ວັນ​ເສົາ​ວານ​ນີ້ ​ ​ແລະ ​ໄດ້​ພົບ​ປະ​ກັບ ສຸນລະ​ຕານ​ຂອງປະ​ເທດ​ໂອ​ມານ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ທ່ານ Kerry ​ແລະ​ສຸນລະ​ຕານ Qaboos ​ໄດ້​ພົບປະກັນ ເປັນ​ເວ​ລາ ປະມານ 90 ນາທີ​ຢູ່​ນະຄອນ Munich ​ເມື່ອ​ຕອນ​ບ່າຍ​ວັນ​ເສົາ​ວານ​ນີ້. ສຸນລະ​ຕານ​ໄວ 74 ປີ ດັ່ງກ່າວ ​ໄດ້​ເດີນທາງ​ໄປຢູ​ໂຣບ​ເພື່ອ​ຮັບການ​ຮັກສາທາງ​ການ​ແພດ ​ເປັນ​ເວລາຫຼາຍ​ເດືອນ​ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ສົນທະນາ​ກັນຢ່າງ​ກວ້າງຂວາງນັ້ນ ​ໄດ້ກວມ​ເອົາ ຫົວ​ຂໍ້ຫຼາຍໆ ​ຢ່າງທີ່​ລວມ​ໄປ​ເຖິງ​ເລື້ອງ​ການ​ເຈລະຈາ​ນິວ​ເຄລຍກັບ​ອີຣ່ານ ທີ່​ຍັງ​ສືບ​ຕໍ່​ຢູ່​ນັ້ນຕະຫລອດທັງ
ເລື້ອງຄວາມກັງວົນ​ຕ່າງໆ ກ່ຽວ​ກັບ​ການ​ຂົ່ມຂູ່ຂອງ​ພວກ​ຫົວ​ຮຸນ​ແຮງຈັດ ຫຼັງຈາກເກີດການ​ ໂຈມ​ຕີທີ່​ນະຄອນຫລວງ Paris.

XS
SM
MD
LG