ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ John Kerry ​ກ່າວວ່າ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ຈະເຮັດໃຫ້ໂລກ ປອດໄພຕື່ມຂຶ້ນ


VOA Interview: Kerry Says Iran Nuclear Deal Will Make World Safer
please wait

No media source currently available

0:00 0:11:42 0:00

່ໃນການໃຫ້ສຳພາດ ແກ່ພະແນກພາສາເປີເຊຍ ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ ກ່າວວ່າ ການຈັດຕັ້ງປະຕິບັດ ຂໍ້ຕົກລົງນິວເຄລຍສາກົນ ກັບ ອີຣ່ານ ຈະເຮັດໃຫ້ໂລກປອດໄພຂຶ້ນກວ່າເກົ່າ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຜູ້​ທີ່​
ໄດ້​ຫລີ້ນ​ບົດ ບາດ​ອັນ​ສຳຄັນ ຢູ່​ໃນລັດຖະບານທ່ານ Obama
​ໃນ​ຄວາມ​ພະຍາມເພື່ອໃຫ້ໄດ້ມາຊຶ່ງຂໍ້​ຕົກລົງນິວ​ເຄລຍສາກົນ
​ກັບ​ອີຣ່ານ ບັດ​ນີ້ ​ກຳລັງ​ຫາທາງຊັກ​ຊວນ​ໃຫ້ ບັນດາ​ສະມາຊິກ
ສະພາສະຫະລັດທີ່ຍັງມີຄວາມ​ລັງ​ເລ​ໃຈຢູ່ກ່ຽວກັບການ​ຈັດຕັ້ງ
ປະຕິບັດ​ຂໍ້​ຕົກລົງ​ດັ່ງກ່າວ ຈະ​ເຮັດ​ໃຫ້​ໂລກ​ ມີ​ຄວາມ​ປອດໄພ​
ຫລາຍ​ຂື້ນແລະໃນ​ທີ່​ສຸດ​ເປີດ​ໂອກາດ​ຢ່າງ​ອຶ່ນລະຫວ່າງສະຫະ
ລັດ ​ແລະ​ອີຣ່ານ.

ຢູ່​ໃນ​ການ​ສຳພາດ​ກັບ ວີ​ໂອເອ ພະ​ແນ​ກພາສາ​ເປີ​ເຊຍ ທ່ານ
Kerry ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈວ່າບັນດາ​ສະມາຊິກສະ
ພາ​ຈະ​ເຂົ້າໃຈ​ວ່າ ການບໍ່ສາມາດໃຫ້ການອະນຸມັດຕໍ່​ຂໍ້​ຕົກລົງ ທີ່​ໄດ້​ບັນລຸ​ກັນລະຫວ່າງ ອີ ຣ່ານແລະ​ກຸ່ມຫົກ​ປະ​ເທດ​ທີ່​ນຳພາ​ໂດຍສະຫະລັດອາດ​ຈະ​ນຳ​ໄປ​ສູ່​ການ​ມີບັນຫາຂັດແຍ້​ງ ​ແລະ​ສົງຄາມເພີ້ມຂຶ້ນ ​ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ ທີ່​ມີ​ບັນຫາ​ຢູ່​ແລ້ວນັ້ນ.

ທ່ານ Kerry ກ່າວວ່າ “​ເພາະວ່າ ​ຖ້າ​ຫາກ​ພວກເຮົາ​ບໍ່​ມີຂໍ້​ຕົກລົງ​ນີ້ ​ເວລາ​ນັ້ນ ຂ້າພະ​ເຈົ້າ​
ເຊື່ອ​ວ່າ Ayatollah ຈະ​ກ່າວ​ວ່າ ​ເປັນ​ຫຍັງຂ້າພະ​ເຈົ້າ ຕ້ອງ​ເຈລະ ຈາ​ກັບ​ພວກ​ນີ້? ​ເຂົາ​
ເຈົ້າ ຍັງ​ບໍ່​ທັນ​ໄດ້​ນຳ​ສົ່ງ​ໃດໆ ​ເຂົາ​ເຈົ້າບໍ່​ເຮັດ​ຫຍັງ.” ​ເປັນ​ຫຍັງ​ເພື່ອນ​ຮວມງານ​ຂອງ​ພວກ
​ເຮົາ​ຢູ່​ໃນ​ໂລກ ພາກັນ​ໃຫ້ການ​ສະໜັບສະໜູນ ການ​ລົງ​ໂທດ ​ເວລາ​ເຂົາ​ເຈົ້າ​ເວົ້າ​ວ່າ ການ
​ລົງໂທດ​ແມ່ນເພື່ອບັງຄັບໃຫ້ມີຂໍ້ຕົກ ລົງ ​ແຕ່​ເຂົາ​ເຈົ້າ​ມີຂໍ້ຕົກລົງແລ້ວ ​ແລະ​ບັດ​ນີ້​ເຂົາ​ເຈົ້າ
​ພາກັນ​ຢ່າງ​ໜີບໍ? ​ເພາະສະ​ນັ້ນ ສິ່ງ​ທັງ​ໝົດ​ພັງ​ທະລາ​ຍລົງພ້ອມ​ດ້ວຍໄພ​ອັນຕະລາຍອັນ
ໃຫຍ່ຫຼວງຢູ່​ໃນ​ຂົງ​ເຂດ.”

ທ່ານ Kerry ​ໄດ້ກ່າວປ້ອງ​ກັນ​ລັດຖະບານສະຫະລັດ​ ຈາກ​ການ​ຕິຕຽນວ່າ ມັນຄວນ​ທີ່​ຈະ​ມີການຊຸກຍູ້​ຂະຫຍາຍ​ລາຍການ​ໄປຫຼາຍເລື້ອງ ທີ່​ຮວມທັງ​ບັນຫາສິດທິ​ມະນຸດ​ແລະການ​
ປ່ອຍໂຕຊາວ​ອາ​ເມຣິກັນ​ຫລາຍຄົນ ທີ່​ຍັງຖືກ​ກັກ​ຂັງ​ຢູ່​ໃນ​ອີຣ່ານ.

XS
SM
MD
LG