ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ປຶກສາຫາລື ກັບບັນດາລັດຖະມົນຕີ ໃນອ່າວເປີເຊຍ ເລື້ອງຂໍ້ຕົກລົງນິວເຄລຍກັບອີຣ່ານ


2016年6月13日,来自中国各地的复员军官到北京中央军委上访维权。(图片来源:民生观察)
2016年6月13日,来自中国各地的复员军官到北京中央军委上访维权。(图片来源:民生观察)

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ພົບປະ
​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ຫຼາຍປະ​ເທດໃນອ່າວ​ເປີ​ເຊຍ ຢູ່​ທີ່​
ຊາ​ອຸ​ດີ ອາ​ເຣ​ເບຍ​ ໃນ​ວັນ​ພະຫັດ​ມື້​ນີ້ ​ໃນຄວາມ​ພະຍາຍາມ​ເພື່ອ
​ຫາ​ທາງ​ຜ່ອນຄາຍ​ຄວາມ​ກັງວົນ​ຕ່າງໆ​ ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ
​ກັບ​ຜົນ​ກະທົບ​ ທີ່​ອາດ​ເປັນ​ໄປໄດ້​ ຈາກ​ຂໍ້​ຕົກລົງ​ດ້ານ​ນິວ​ເຄລຍ
ຂອງ​ອີຣ່ານ.

ທ່ານ Kerry ​ໄດ້​ໄປ​ເຖິງ​ນະຄອນຫລວງ Riyadh ​ເມື່ອ​ຕອນເດິກ
ຂອງວັນ​ພຸດ​ວານ​ນີ້ ຫຼັງຈາກ​ທີ່​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ກັບ ລັດຖະ
ມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Mohammed Javad Zarif ​ເປັນ
​ເວລາ​ສາມ​ມື້ ຢູ່​ທີ່​ປະ​ເທດ Switzerland.

ການ​ເຈ​ລະ​ຈາ​ເຫລົ່າ​ນີ້ ​ໄດ້ມີ​ຂຶ້ນ​ໃນຊ່ວງ​ເວລາທີ່​ວິ​ກິດ. ສະຫະລັດແລະ ບັນດາ​ປະ​ເທດ​
ມະຫາ​ອຳນາດ​ອື່ນໆທີ່​ກ່ຽວຂ້ອງ ​ໃນ​ການ​ເຈ​ລະ​ຈາ​ເລື້ອງ​ນິວ​ເຄລຍ ​ແມ່ນ​ກຳລັງ​ພະຍາ
ຍາມໃຫ້​ບັນລຸ​ໂຄງ​ຮ່າງ​ຂໍ້​ຕົກລົງ​ ພາຍ​ໃນ​ທ້າຍ​ເດືອນ​ນີ້. ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ​ຂອງ​ກະຊວງ​
ການ​ຕ່າງປະ​ເທດສະຫະລັດຄົນໜຶ່ງ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ປະທານາທິບໍດີ ບາ​ຣັກ
​ໂອ​ບາມາ ຈະ​ທຳ​ການ​ປະ​ເມີນ​ຜົນ ​ໃນ​ທ້າຍ​ເດືອນ​ມີນາວ່າ ມັນຈະ​ຄຸ້ມ​ຄ່າຫຼືບໍ່ ​ທີ່ຈະທຳການ
ເຈ​ລະ​ຈາ​ຕໍ່​ໄປ ກັບ​ອີຣ່ານ.

ຢູ່​ທີ່ ຊາ​ອຸ​ດີ ອາ​ເຣ​ເບຍ​ ທ່ານ Kerry ​ແມ່ນ​ກຳລັງພະຍາຍາມ​ໃຫ້​ຄວາມ​ເຊື່ອ​ໝັ້ນ ​ແກ່ບັນດາ​ສະມາຊິກຂອງ ສະພາ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ຫຼື Gulf Cooperation Council ​ເອີ້​ນຫຍໍ້​ວ່າ GCC ວ່າ ການ​ຕົກລົງເລື້ອງ​ນິວ​ເຄລຍຂອງ​ອີຣ່ານ ຈະ​ບໍ່​ນຳ​ໄປ​ສູ່​ການຂາດສະຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ​ນີ້.

​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ທ່ານ​ໄດ້​ທຳ​ການ​ເຈລະ​ຈາ ​ກັບບັນດາ​ລັດຖະມົນ ຕີ​ຂອງປະ​ເທດ ສະຫະລັດ​ອາຣັບ​ເອ​ເມີ​ເຣັສ ​ໂອ​ມານ ກາ​ຕ້າ ບາຫ໌​ເຣນ ຄູ​ເຫວດ ​ແລະ ຊາ​ອຸ​ດີ ອາ​ເຣ​ເບຍ​
ພ້ອມ​ກັນນັ້ນ​ກໍ​ໄດ້​ພົບ​ປະສອງ​ຝ່າຍ​ ຕ່າງຫາກອີກ​ ກັບລັດຖະມົນຕີ​ຕ່າງປະ​ເທດ​ໂອ​ມານ
ທ່ານ Yusef Bin Alawi Bin Abdullah.

ຄາດ​ກັນ​ວ່າ ນອກຈາກ​ເ​ລື້ອງສະຖານະພາບດ້ານນິວ​ເຄລຍຂອງ​ອີຣ່ານ​ແລ້ວ ທ່ານ Kerry ​ແລະ ​ບັນດາເຈົ້າໜ້າ​ທີ່ປະ​ເທດອ່າວ​ເປີ​ເຊຍ​ ຈະ​ປຶກສາ​ຫາ​ລື ບັນຫາ​ຕ່າງໆທີ່ຢູ່​ໃນ​ຄວາມ​ກັງວົນ​ຂອງຂົງ​ເຂດ ລວມທັງ​ເລື້ອງ​ຂອງ​ຄວາມ​ບໍ່​ສະຫງົບ​ໃນ​ເຢ​ເມັນ ​ແລະ ຄວາມ​ພະຍາຍາມ​ຂອງ​ແນວ​ໂຮມ ​ໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ຢູ່​ໃນ​ອີຣັກ ​ແລະ ຊີ​ເຣຍ.

Kerry Iran nuclear deal video
please wait

No media source currently available

0:00 0:01:22 0:00

XS
SM
MD
LG