ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ເປີດຄືນການໂຈມຕີທາງ ອາກາດ ຊຸດໃໝ່ ໃນ ຊີເຣຍ


ຮູບນີ້ໄດ້ມາຈາກວິດີໂອ ຢູ່ໃນເວັບໄຊທ໌ຢ່າງເປັນທາງການ ຂອງກະຊວງປ້ອງກັນປະເທດ ຣັດເຊຍ. 1 ຕຸລາ, 2015 ເຫດການລະເບີດແຕກໃນ ຊີເຣຍ.
ຮູບນີ້ໄດ້ມາຈາກວິດີໂອ ຢູ່ໃນເວັບໄຊທ໌ຢ່າງເປັນທາງການ ຂອງກະຊວງປ້ອງກັນປະເທດ ຣັດເຊຍ. 1 ຕຸລາ, 2015 ເຫດການລະເບີດແຕກໃນ ຊີເຣຍ.

ຣັດ​ເຊຍ ກ່າວ​ວ່າ​ເຮືອ​ບິ​ນຮົບ​ຂອງ​ຕົນ​ໄດ້​ຖິ້ມລະ​ເບີດ​ໃສ່​ຖານ​ທີ່​ໝັ້ນ​ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະ ພວກອື່ນໆ​ໃນ​ພາກ​ເໜືອ​ຂອງ​
ຊີ​ເຣຍ​ ​ໃນ​ວັນ​ເສົາ​ວານ​ນີ້, ​ແລະ ກ່າວວ່າ​ຕົນ​ຈະ​ສືບ​ຕໍ່​ສູ້ຢັນ​ພວກ​ຫົວ​ຮຸນ​ແຮງ ລັດອິສລາມ ​ເຖິງ​ແມ່ນ​ວ່າ​ປະ​ເທດຕາ​ເວັນ​ຕົກ​ຈະ​ອ້າງ​ວ່າ ການຕໍ່​ສູ້ທາງ​ອາກາດ ​ແມ່ນ​ສ່ວນ​ໃຫຍ່​ແນ​ເປົ້າ​ໃສ່​ພວກ​ກະບົດ​ທີ່​ໜູນ​ຫຼັງ​ໂດຍ ຕາ​ເວັນ​ຕົກ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ພົນ​ໂທ Andrei Kartapolov ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ຕໍ່​ບັນດາ​ນັກ​ຂ່າວ ຣັດ​ເຊຍ​ ​ໂດຍ​ອະທິບາຍວ່າ “ຄວາມ​ຕົກ​ໃຈ​ຢ້ານກົວ ​ແລະ ​ຫຼົບ​ໜີ​ອອກ​ຖັນ​ແຖວໃນ​ໝູ່​ຂອງ​ພວກ​ ລັດ​ອິສລາມ ” ​ແລະ​ໄດ້​ກ່າວ​ວ່າ “ລູກ​ນ້ອງ​ເກືອບ 600 ຄົນ” ​ໄດ້​ຫຼົບໜີ​ອອກ​ຈາກ​ເມືອງ Raqqa.

ທ່ານ Katarpolov ​ໄດ້​ກ່າວໃນ​ກາ​ນຂໍ້ຄວາມ​ຂອງ​ທ່ານ​ທີ່​ໄດ້​ຖືກ​ອ້າງ​ອີງ​ໂດຍ​ອົງການ​ຂ່າວ Ria ຂອງ ຣັດ​ເຊຍ​ ວ່າ “ພວກ​ເຮົາ​ຈະ​ບໍ່​ພຽງ​ແຕ່​ດຳ​ເນີນ​ການໂຈມ​ຕີ​ເທົ້າ​ນັ້ນ.. ​ແຕ່ພວກ​ເຮົາຍັງ​ຈະ​ເພີ່ມ​ຄວາມ​ຮຸນແຮງ​ຂອງ​ພວກ​ເຮົາ​ຂຶ້ນ​ນຳ.

ສະຫະລັດ ​ແລະ ພັນທະ​ມິດ​ຂອງ​ພວກ​ເຂົາ​ເ​ຈົ້າ​ໄດ້​ກ່າ​ວປະນາມ​ການ​ໂຈມ​ຕີ​ທາງ​ອາກາດ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່າ​ມມາ​ຂອງ ຣັດ​ເຊຍ, ​ໂດຍອ້າງ​ວ່າ ​ມອສ​ໂກ ກຳລັງ​ໃຊ້​ການ​ໂຈມ​ຕີດັ່ງ​ກັບເປັນ ກຳ​ບັງ​ເພື່ອ​ສະໜັບສະໜູນ​ລັດຖະບານ​ທີ່​ຖືກ​ໂຈມ​ຕີຂອງ​ປະທານາທິບໍດີ ຊີ​ເຣຍ ທ່ານ Basher al-Assad.

​ໃນ​ບົດ​ວິ​ຈານ​ສັ້ນໆ​ຄັ້ງ​ຫຼ້າ​ສຸດ​ຂອງ ຕາ​ເວັນ​ຕົກ, ຫົວໜ້າ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ ຣັດ​ເຊຍ ​ໄດ້​ເພັ່ງ​ເລັງ​ໃສ່​ພວກຫົວ​ຮຸນ​ແຮງ IS ພຽງ​ແຕ່ 5 ​ເປີ​ເຊັນ​ເທົ່າ​ນັ້ນ, ດ້ວຍ​ການ​ຖິ້ມ​ລະ​ເບີດ​ຂອງ ຣັດ​ເຊຍ ສ່ວນ​ໃຫຍ່ແນ​ໃສ່​ກຸ່ມ​ກະບົດ​ ຊີ​ເຣຍ ທີ່​ໜູນ​ຫຼັງ​ໂດຍ ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຫາ​ທາງຂັບ​ໄລ່​ທ່ານ Assad.

ລັດຖະມົນຕີປ້ອງກັນປະເທດຂອງ ອັງກິດ ທ່ານ Michael Fallon ໄດ້ກ່າວໃນບົດສຳພາດ ກັບໜັງສືພິມ The Sun ວ່າ “ພວກເຮົາວິເຄາະວ່າການໂຈມຕີຕ່າງໆວ່າ​ຈະໄປບ່ອນ ໃດແດ່​ໃນ​ແຕ່ລະເຊົ້າ.” “ຈຳນວນກວ້້າງຂວາງແມ່ນບໍ່ໄດ້ໂຈມຕີໃສ່ພວກ IS ເລີຍ.”

ທ່ານ Fallon ໄດ້ກ່າວເພີ່ມເຕີມວ່າ “ຫຼັກຖານຂອງພວກເຮົາໄດ້ ລະບຸວ່າພວກເຂົາ ເຈົ້າໄດ້ຖິ້ມລະເບີດໂດຍບໍ່ຄວບຄຸມທິດທາງໃສ່ເຂດທີ່ຢູ່ຂອງປະຊາຊົນ, ຂ້າປະຊາຊົນ, ແລະ ພວກເຂົາກໍຖິ້ມມັນໃສ່ທະຫານ ປົດປ່ອຍ ຊີເຣຍ ຕໍ່ສູ້ປະທາ ນາທິບໍດີ Assad.” ທ່ານ ປູຕິນ ແມ່ນ ກຳລັງຄ້ຳຈູນທ່ານ Assad ​ແລະ ກຳລັງ​ຂະຫຍາຍ​ເວລາ​ແຫ່ງຄວາມ​ເຈັບ​ປວດ.” ອອກ​ໄປ​ຕື່ມ.

Russia Syria
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG