ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະຕຸລາການ ຕັດສິນປະຫານຊີວິດ ຜູ້ວາງລະເບີດ ທີ່ ນະຄອນບອສຕັນ


Boston Marathon Bomber Sentenced to Death
please wait

No media source currently available

0:00 0:01:36 0:00

ຜູ້ວາງລະເບີດ ຢູ່ບ່ອນແລ່ນມາຣາທອນ ທີ່ນະຄອນ Boston ໄດ້ຖືກຕັດສິນປະຫານຊີວິດ.

ຄະນະ​ຕຸລາກ​ານ ​ໄດ້​ຕັດສິນປະຫານ​ຊີ​ວິດ ທ້າວ Dzhokhar
Tsarnaev ​ທີ່ໄດ້ພົວພັນ​ໃນວາງ​ລະ​ເບີດ​ຢູ່ບ່ອນແຂ່ງແລ່ນ​ມາ
ຣາທອນ​ໃນ​ນະຄອນ​ Boston ​ເມື່ອສອງ​ປີ​ກ່ອນທີ່​ໄດ້​ເຮັດ​ໃຫ້​
ມີ​ຜູ້​ເສຍ​ຊີວິດ​ສາມ​ຄົນແລະ​ໄດ້​ຮັບ​ບາ​ດ​ເຈັບ 264 ຄົນ.

ຄະນະ​ຕຸລາການ ທີ່ປະກອບດ້ວຍຜູ້​ຊາຍ 7 ຄົນ ​ແລະ​ຜູ້ຍິງ 5
ຄົນ​ໄດ້ອອກ​ຄຳຕັດສິນ​ໃນ​ວັນ​ສຸກ​ວານ​ນີ້ ທີ່ນະຄອນ Boston
ຫລັງ​ຈາກ​ໄດ້ພິຈາລະນາ ​ເປັນເວລາກວ່າ 14 ຊົ່ວໂມງ​ ​ໃນໄລ
ຍະ​ສາມ​ມື້. ຄະນະ​ຕຸລາການ​ ໄດ້​ລົງຄວາມເຫັນວ່າ ອີງ​ຕາ​ມ
“ສະພາບການກໍ່ໃຫ້ເກີດຄວາມ​ໃຈ​ຮ້າຍ ​ແລະການຢາກຜ່ອນ
ເບົາ ໂທດລົງ” ​ຕົນຈຶ່ງໄດ້​ຕັດສິນ ຢ່າງເປັນ​ເອກ​ກະສັນ​ວ່າ ທ້າວ Tsarnaev ຄວນຖືກ​ຕັດ
ສິນ​ລົງ​ໂທດ​ໃຫ້ຕາຍ.

ທ່ານນາງ Karen Snyder, ຂວາ, ແລະ ທ່ານນາງ Kathryn Vanwie ກັງລັງມີປະຕິກິລີິຍາກັບການຕັດສິນ
ທ່ານນາງ Karen Snyder, ຂວາ, ແລະ ທ່ານນາງ Kathryn Vanwie ກັງລັງມີປະຕິກິລີິຍາກັບການຕັດສິນ

ຄະນະ​ຕຸລາການ​ໄດ້​ບັນລຸ​ການ​ຕັດສິນ​ຢ່າງ​ເປັນ​ເອກ​ກະສັນ​ໃຫ້
ທ້າວ Tsarnaev ​ໄດ້​ຮັບໂທດ​ປະຫານ​ຊີວິ​ດ. ບໍ່​ດັ່ງ​ນັ້ນ ລາວ​ກໍ
ຈະ​ໄດ້​ໃຊ້​ຊີວິດ​ຢູ່ໃນ​ຄຸກ​ຕະຫລອດ​ຊີ​ວິດ ໂດຍປາດ​ສະ​ຈາກ​
ການ​ປ່ອຍ​ໂຕ​ໃດໆ.

ນັກ​ຂ່າວ ວີ​ໂອ​ເອ Fatima Tlisova ​ໄດ້​ລາຍ​ງານ​ຈາກ​ສານວ່າ
ຄະນະ​ຕຸລາ ການ​ຈຳນວນ​ນຶ່ງໄດ້ພາ​ຫັນ​ຮ້ອງໄຫ້ ​ໃນ​ຂະນະ​ທີ່
ທ້າວ Tsarnaev ນັ່ງ​ກົ້ມ​ຫົວ​ຂອງ​ລາວລົງ.

ຢູ່​ໃນ​ຖ​ະ​ແຫລ​ງການສະບັບນຶ່ງ ຫລັງ​ຈາກ​ການປະກາດ​ຄຳຕັດ
ສິນແລ້ວ ລັດຖະ ມົນຕີຍຸຕິທຳສະຫະລັດ ທ່ານ​ນາງ Loretta
Lynch ​ໄດ້​ກ່າວ​ຫາ​ທ້າວ Tsarnaev ວ່າ “​ເຍືອກ​ເຢັນ ​ແລະ​ບໍ່
​ຮູ້ສຶກສຳນຶກ” ​ໃນ​ການກະທຳ​ຜິດ​ໂຈມ​ຕີ​ກໍ່​ການ​ຮ້າຍ. ທ່ານ​ນາງກ່າວ​ວ່າ ບໍ່​ມີ​ຄຳຕັດສິນ​ໃດໆ
ທີ່​ສາມາດ “ປິ່ນປົວວິນ​ຍາ​ນ ຂອງ​ບັນດາ​ຜູ້​ທີ່​ໄດ້ສູນ​ເສຍ​ຄົນ​ຮັກ ຫລື​ຈິດ​ໃຈ ​ແລະ​ຮ່າງກາຍ
ຂອງ​ຜູ້​ໄດ້​ຮັບ​ບາດ​ເຈັບ ທີ່ໄດ້ປ່ຽນ​ແປງ​ຊີວິດເຂົາເຈົ້າ.” ​ແຕ່​ທ່ານ​ນາງໄດ້​ກ່າວ​ວ່າ ການ​ຕັດ
ສິນ​ລົງ​ໂທດ​ປະຫານ​ຊີວິດນັ້ນ ເປັນ​ “​ການລົງໂທດທີ່ເໝາະ​ສົມ​ຕໍ່ການ​ກະທຳຄວາມ​ຜິດ​ທີ່
​ໂຫດຮ້າຍ” ​ແລະ​ຫວັງ​ວ່າ ການ​ເສັດ​ສີ້​ນຄະດີນີ້ ຈະເປັນການອັດສາກລົງ ສຳຫລັບ​ບັນດາ​ຜູ້
​ເຄາະ​ຮ້າຍ ​ແລະ​ຄອບຄົວ​ເຂົາ​ເຈົ້າ.

ໄອຍະການຂອງລັດຖະບານກາງສະຫະລັດທ່ານ​ນາງ Carmen Ortiz ​ທີ່​ຟ້ອງ ​ຮ້ອງຄະດີ
​ດັ່ງ​ກ່າວ ​ໄດ້​ກ່າວ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ ຄຳ​ຕັດສິນ​ດັ່ງກ່າວ ແມ່ນ “ທ່ຽງ​ທຳ ​ແລະ​ຖືກ
ຕ້ອງ.” ທ່ານ​ນາງ ກ່າວ​ວ່າ ທ້າວ Tsarnaev ​ມີ​ຄວາມເຊື່ອ​ຖື​ໃນແນວ​ຄິດ​ຂອງຄວາມ​ກຽດ
​ຊັງ ​ແລະ​ລະ​ຍາຍແນວຄິດດັ່ງກ່າວອອກ​ມາ​ໃຫ້​ເຫັນ​ດ້ວຍ​ການ​ສັງຫານ ​ແລະທຳຮ້າຍ​ຊາວ
​ອາ​ເມຣິກັນ ​ແລະໃຫ້​ຂໍ້​ສັງ​ເກດວ່າ ​ລາວ​ຈະ “​ຈ່າຍ​ຄືນດ້ວຍຊີວິດ​ຂອງ​ລາວ.”

ທ່ານ Vincent Lisi ​ເຈົ້າ​ໜ້າ​ທີ່ FBI ທີ່​ກຳກັບ​ນຳຄະດີ​ນີ້ ກ່າວ​ວ່າ ບັນດາ​ຜູ້​ເຄາະ​ຮ້າຍ​ຈາກການວາງ​ລະ​ເບີດ ​ໄດ້ໃຫ້​ກຳລັງໃຈ ​ແລະ​ເປັນແຮງດົນໃຈໃຫ້ແກ່ ຄະນະ​ສື​ບສວນ ໃນ
ແຕ່​ລະມື້.​

US Boston Bombing
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG