ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາກສາ ກ່າວວ່າ ສຫລ ຕ້ອງໄດ້ເປີດເຜີຍ ຮູບພາບ ທີ່ຄຸກ Abu Ghraib


ທະຫານ ສຫລ ຢືນຍາມພວກນັກໂທດອີຣັກ ທີ່ລໍຖ້າການປ່ອຍໂຕຢູ່ຄຸກ Abu Ghraib ທາງພາກຕາເວັນຕົກຂອງນະຄອນຫຼວງແບັກແດດ (23 ມິຖຸນາ 2006)
ທະຫານ ສຫລ ຢືນຍາມພວກນັກໂທດອີຣັກ ທີ່ລໍຖ້າການປ່ອຍໂຕຢູ່ຄຸກ Abu Ghraib ທາງພາກຕາເວັນຕົກຂອງນະຄອນຫຼວງແບັກແດດ (23 ມິຖຸນາ 2006)

ຜູ້ພິພາກສາຄົນນຶ່ງ ຂອງລັດຖະບານກາງສະຫະລັດ ໄດ້ຕັດສິນ
ໃນມື້ວັນສຸກ ວານນີ້ວ່າ ລັດຖະບານຕ້ອງໄດ້ເປີດເຜີຍ ຮູບພາບ
ຕ່າງໆທີ່ສະແດງໃຫ້ເຫັນວ່າ ພວກນັກໂທດ ທີ່ຄຸກ Abu Ghraib ແລະຄຸກແຫ່ງອື່ນໆຂອງອີຣັກໄດ້ຮັບການປະຕິບັດຕໍ່ແບບໃດ.

ຄຳຕັດສິນຂອງຜູ້ພິພາກສາ Alvin Hellerstein ຈະມີຜົນບັງຄັບ
ພາຍໃນເວລາສອງເດືອນ ໂດຍໃຫ້ເວລາ ແກ່ລັດຖະບານ ທີ່ຈະ
ຕັດສິນໃຈວ່າ ຕົນຈະຂໍອຸທອນຕໍ່ຄຳຕັດສິນນີ້ຫຼືບໍ່.

ສະຫະພັນຄຸ້ມຄອງສິດເສລີພາບຂອງພົນລະເມືອງອາເມຣິກັນຫຼື
ACLU ໄດ້ຍື່ນຟ້ອງ ໃນ ປີ 2004 ເພື່ອໃຫ້ລັດຖະບານເປີດເຜີຍ
ຮູບພາບເຫຼົ່ານີ້. ສະຫະພັນຄຸ້ມຄອງສິດເສລີພາບຂອງພົນລະເມືອງອາເມຣິກັນ ກ່າວວ່າ
ຮູບພາບເຫລົ່ານີ້ແມ່ນມີຄວາມສຳຄັນຢ່າງຈະແຈ້ງຕໍ່ການອະພິປາຍທີ່ພວມດຳເນີນຢູ່ໃນ
ເວລານີ້ກ່ຽວກັບເລື້ອງຄວາມຮັບຜິດຊອບຂອງລັດຖະບານໃນການລະເມີດຕໍ່ສິດທິຂອງ ພວກນັກໂທດ.

ຜູ້ພິພາກສາ Hellerstein ໄດ້ຕັດສິນໃນເດືອນສິງຫາວ່າ ລັດຖະບານບໍ່ໄດ້ໃຫ້ການອະທິ ບາຍກ່ຽວກັບວ່າເປັນຫຍັງການເປີດເຜີຍຮູບພາບເຫຼົ່ານີ້ຈຶ່ງຈະເປັນໄພອັນຕະລາຍຕໍ່ກອງ ກຳລັງຂອງສະຫະລັດແລະເຈົ້າໜ້າທີ່ລັດຖະບານຢູ່ໃນຕ່າງປະເທດ. ທ່ານເວົ້າວ່າຮູບພາບ ໃດກໍຕາມທີ່ມີການເປີດເຜີຍນັ້ນຈະຖືກກວດກາລຽບລຽງເສຍກ່ອນເພື່ອໃຫ້ການປົກປ້ອງ ຂໍ້ມູນກ່ຽວກັບບຸກຄົນອື່ນໆ.

XS
SM
MD
LG