ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອກອັກຄະລັດຖະທູດ ຈໍແດນ ຖືກລັກພາໂຕໄປ ໃນ ລີເບຍ


ພວກ​ມື​ປືນ ​ໄດ້​ລັກພາ​ໂຕ ​ເອກ​ອັກຄະ​ລັດຖະທູດ ຈໍ​ແດນ
​ໃນ​ເມືອງຫລວງ Triopli ​ ຂອງ ລີ​ເບຍ.

ບັນດາ​ເຈົ້າ​ໜ້າ​ທີ່ ກະຊວງການຕ່າງປະ​ເທດ ລີເບຍ ກ່າວ​
ວ່າ ຄົນ​ຮ້າຍ​ຢູ່​ໃນ​ລົດ​ສອງ​ຄັນ ໄດ້ເປີດ​ສາກ​ຍິງ​ໃສ່​ຂະ​
ບວນລົດ ຂອງ​ເອກ​ອັກຄະ​ລັດຖະທູດ Fawaz al-Elan
​ໃນ​ຕອນ​ເຊົ້າ ວັນ​ອັງຄານ​ວານນີ້ ​ໃນ​ຂະນະ​ທີ່​ເດີ​ນທາງ
ຜ່່ານ​ໃ​ຈກາງ ເມືອ​ງ ໃກ້​ກັບ ສະຖານທູດຈໍ​ແດນ.

ຄົນ​ຂັບ​ລົດ​ຂອງທ່ານ ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລີ​ເບຍ Said al-Aswad ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່
ກຳລັງ​ຕິດ​ຕາມ​ສະຖານະ​ການຢ່າງ​ໃກ້ຊິດ ແລະ​ປະຕິບັດງານ ​ເພື່ອຄໍ້າ​ປະກັນ​ຄວາມ
​ປອດ​ໄພ​ຂອງ ​ເອກ​ອັກຄະ​ລັດຖະທູດ.

ສາ​ເຫດ​ເບື້ອງ​ຫລັງ​ຂອງ​ຂອງ​ການ​ລັກພາ​ໂຕ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ ແຕ່ອົງການ​ ຂ່າວ
Reuters ອ້າງ​ຄຳ​ເວົ້າ​ຂອງ ​ເຈົ້າ​ໜ້າ​ທີ່​ສືບສວນລີ​ເບຍຄົນ​ນຶ່ງ​ ທີ່ກ່າວ​ວ່າ ພວກຜູ້​ລັກ​ພາ
​ໂຕ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ ຜູ້​ຊາຍລີ​ເບຍ​ຄົນ​ນຶ່ງ​ ທີ່​ຕິດ​ຄຸກ​ຢູ່​ໃນ ຈໍ​ແດນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ຕ່າງປະ​ເທດ ມັກ​ຈະຕົກເປັນ​ເປົ້າໝາຍ ການ​ຖືກ​ລັກພາໂຕ​ຢູ່​ໃນ
ລີເບຍ.

​ໃນ​ເດືອນມັງກອນທີ່​ຜ່ານ​ມາ ນັກ​ການ​ທູດ ອີ​ຈິບ ຫ້າ​ຄົນ​ກໍໄດ້​ຖືກ​ຈີ້​ໂຕ​ໄປ ​ແຕ່​ຖືກ​ປ່ອຍ
​ໂຕ​ ຫລັງ​ຈາກ ອີ​ຈິບໄດ້​ປ່ອຍ ຫົວໜ້າ​ກຸ່ມ​ທະຫານ​ບ້ານ ລີ​ເບຍ ທີ່​ຖືກ​ກັກ​ຂັງ​ໄວ້​ນັ້ນ.
XS
SM
MD
LG