ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ມີແຜນການ ເດີນທາງ ມາຢ້ຽມຢາມ ສປປ ລາວ


ທ່ານ John Kerry ໂອ້ລົມກັບລັດຖະມົນຕີການຕ່າງປະເທດ ຊາອຸດີ ອາຣາເບຍ ທ່ານ Adel al-Jubeir ທີ່ນະຄອນຫຼວງ ລອນດອນ. (14​ ມັງກອນ 2016)
ທ່ານ John Kerry ໂອ້ລົມກັບລັດຖະມົນຕີການຕ່າງປະເທດ ຊາອຸດີ ອາຣາເບຍ ທ່ານ Adel al-Jubeir ທີ່ນະຄອນຫຼວງ ລອນດອນ. (14​ ມັງກອນ 2016)

ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ຈະ​ເດີນທາງ​ ມາຢ້ຽມຢາມ ສປປ ລາວ ​ອັນ​ເປັນ​ພາກສ່ວນ​ນຶ່ງ ​
ຂອງ​ການ​ຢ້ຽມຢາມ​ຫລາຍໆ​ປະ​ເທດ​ໃນ​ຢູ​ໂຣບ ພາກ​ຕາ​ເວັນ
​ອອກ​ກາງ ​ແລະ​ເອ​ເຊຍ ທີ່ເລີ້ມຂຶ້ນ ໃນ​ອາທິດ​ໜ້ານີ້.

​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kir-
by ກ່າວ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ​ ທ່ານ Kerry ຈະ​ເດີນ
ທາງ​ມາ​ເຖິງ​ນະຄອນ​ວຽງຈັນ​ໃນ​ວັນ​ທີ 25 ມັງກອນເພື່ອ​ພົບ​ປະ
ກັບ​ນາຍົກລັດຖະມົນຕີ ສປປ ລາວ ທ່ານ ທອງ​ສິງ ທຳ​ມະ​ວົງ​
​ແລະ​ຮອງ​ນາຍົກລັດຖະມົນຕີ​ ແລະ ​ລັດຖະມົນຕີ​ການ​ຕ່າງປະ ​
ເທດ ສປປ ລາວ ທ່ານ​ທອງ​ລຸນ ສີ​ສຸ​ລິດ​ ​ເພື່ອປຶກສາ​ຫາລື​ກ່ຽວ
​ກັບ​ກອງ​ປະຊຸມສຸດ​ຍອດນັດ​ພິ​ເສດຄັ້ງຈະ​ມາລະຫວ່າງ​ສະຫະລັດ​ກັບ​ອາ​ຊ່ຽນ ທີ່​ Sunny-
lands ລັດ​ຄາ​ລີ​ຟໍ​ເນຍຂອງ​ສະຫະລັດ ​ເພື່ອ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ​ສະໜັບສະໜຸນ
ຕໍ່​ລາວ​ໃນ​ຖານະ​ທີ່​ເປັນ​ປະ​ທານ​ຂອງ​ອາ​ຊ່ຽນ​ໃນ​ປີນີ້​ ​ແລະ ​ສະ​ແດງອອກ​ຊຶ່ງ​ຄວາມປະສົງ​
​ທີ່​ສະຫະລັດ​ຢາກ​ຈະ​ສືບ​ຕໍ່ ​ມີ​ຄວາມ​ສຳພັນ​ອັນ​ໃກ້ຊິດ​ສອງ​ຝ່າຍ​ກັບ ສປປ ລາວ.

ທ່ານ Kirby ວ່າ ທ່ານ Kerry ຈະເລີ້ມ ອອກ​ເດີນທາງ ໄປ​ຍັງ​ນະຄອນ Zurich ປະ​ເທດ Switzerland ໃນວັນທີ 20 ມັງກອນ ​ເພື່ອ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ
​ເຊຍ ທ່ານ Sergei Lavrov ໃນ​ການ​ປຶກສາ​ຫາລືກ່ຽວ​ກັບເລື້ອງ​ຊີ​ເຣຍ ​ແລະ​ຢູ​ເຄຣນ.

ຫລັງ​ຈາກ​ນັ້ນ ທ່ານ​ກໍຈະ​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ​ເສດຖະກິດ​ໂລກ​ປະຈຳ​ປີທີ່​ເມືອງ
Davos ປະ​ເທດ Switzerland ​ເຊັ່ນ​ດຽວ​ກັນ ​ໃນລະຫວ່າງ​ວັນ​ທີ 21 ຫາ 22 ມັງກອນ
​ເພື່ອ​ປຶກສາ​ຫາລື​ກັບ​ພວກ​ຜູ້ນຳລັດຖະບານ ທຸລະ​ກິດແລະ​ກຸ່ມສັງຄົມ​ພົນລະ​ເຮືອນ​ຂອງ​
ໂລກ.

ຕໍ່​ຈາກ​ນັ້ນ ທ່ານ Kerry ກໍ​ຈະ​ເດີນທາງ​ ໄປ​ຢ້ຽມຢາມ ຊາ​ອຸ​ດີ ອາຣາ​ເບຍ ​ເພື່ອ​ພົບ​ປະ​ກັບ
​ພວກ​ຜູ້ນຳ​ອະ​ວຸ​ໂສ​ຂອງ​ປະ​ເທດດັ່ງກ່າວ ຕະຫລອດທັງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ
​ເທດ​ຂອງ​ສະພາ​ການ​ຮ່ວມ​ມື​ໃນ​ເຂດ​ອ່າວ​ເປີ​ເຊຍ ​ເພື່ອ​ປຶກສາຫາລື​ກ່ຽວ​ກັບ​ຄວາມ​ສຳພັນ​
ສອງ​ຝ່າຍ​ແລະ​ບັນຫາ​ຕ່າງໆ​ໃນ​ພູມີພາກ ກ່ອນເດີນທາງມານະຄອນວຽງຈັນ.

ຫລັງ​ຈາກ ຢ້ຽມຢາມ ສປປ ລາວ​ແລ້ວ ທ່ານ Kerry ກໍ​ຈະ​ໄປ​ຢ້ຽມຢາມ​ກຳປູ​ເຈຍ ​ເພື່ອ​ພົບ​
ປະ​ກັບ​ນາຍົກລັດຖະມົ​ນຕີ​ຮຸນ​ເຊ​ນ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Hor Namhong.

​ໃນ​ວັນ​ທີ 27 ມັງກອນທ່ານ​ Kerry ກໍ​ຈະເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນເພື່ອ​ພົບ​ປະ​ກັບ
ພວກ​ຜູ້ນຳ​ອະ​ວຸ​ໂສ​ຂອງ​ລັດຖະບານ​ຈີນ ແລະປຶກສາ​ຫາ​ລື​ກ່ຽວ​ກັບ​ບັນຫາ​ຕ່າງໆຂອງ​ໂລກ​
ຂອງ​ພູມີພາກ​ແລະ​ຄວາມ​ສຳພັນ​ສອງ​ຝ່າຍ ​ຮວມທັງ​ເລື້ອງ​ເກົາຫຼີເໜືອນຳ​ດ້ວຍ.

ເວລານີ້ ທ່ານ Kerry ກຳລັງຢູ່ທີ່ນະຄອນຫຼວງລອນດອນບ່ອນທີ່ທ່ານພົບປະເຈລະຈາກັບ
ທ່ານ Adel al-Jubier ລັດຖະມົນຕີການຕ່າງປະເທດຊາອຸດີ ອາຣາເບຍ ກ່ຽວກັບບັນຫາ
ທີ່ສຳຄັນຕ່າງໆ ຮວມທັງຄວາມແຕກແຍກ ລະຫວ່າງຊາອຸດີ ອາຣາເບຍ ແລະອີຣ່ານ.

XS
SM
MD
LG