ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍ່​ພົບ​ເຫັນ ມີ​ລະ​ເບີດ​ເລີຍ ​ໃນ​ເຮືອບິນ​ໂດຍສານ​ສອງ​ລຳ ຢູ່​ທີ່​ສະໜາມ​ບິນ​ Atlanta


ເຮືອບິນໂດຍສານ ສາຍການບິນ Southwest ລຳນີ້ ແມ່ນນຶ່ງໃນສອງ ທີ່ໄດ້ຖືກກວດຄົ້ນ ​ຢູ່ທີ່​ສະໜາມ​ບິນ​ສາ​ກົນ Hartsfield-Jackson ຂອງນະຄອນ Atlanta ຫຼັງຈາກໄດ້ຮັບ ການຂົ່ມຂູ່ວ່າ ມີລະເບີດໃນເຮືອບິນສອງລຳ, ວັນທີ 24 ມັງກອນ 2015.
ເຮືອບິນໂດຍສານ ສາຍການບິນ Southwest ລຳນີ້ ແມ່ນນຶ່ງໃນສອງ ທີ່ໄດ້ຖືກກວດຄົ້ນ ​ຢູ່ທີ່​ສະໜາມ​ບິນ​ສາ​ກົນ Hartsfield-Jackson ຂອງນະຄອນ Atlanta ຫຼັງຈາກໄດ້ຮັບ ການຂົ່ມຂູ່ວ່າ ມີລະເບີດໃນເຮືອບິນສອງລຳ, ວັນທີ 24 ມັງກອນ 2015.

ອົງການ​ສັນຕິ​ບານ​ກາງ​ສະຫະລັດ ຫຼື FBI ກ່າວ​ວ່າ ບໍ່​ພົບ​ເຫັນ
ມີ​ລະ​ເບີດ​ເລີຍ ​ໃນ​ເຮືອບິນ​ໂດຍສານ​ສອງ​ລຳ ຢູ່​ທີ່​ສະໜາມ​ບິນ​
ໃຫຍ່​ຂອງນະຄອນ Atlanta ຫຼັງຈາກ​ທີ່​ບັນດາ​ເຈົ້າໜ້າ​ທີ່​ ໄດ້​ຮັບ
ອັນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ລົງ​ຄວາມ​ເຫັນວ່າ​ ​ເປັນການ​ຂົ່ມຂູ່ ​ທີ່​ໜ້າ
​ເຊື່ອ​ຖື ຊຶ່ງ​ໄດ້​ນຳ​ອອກເຜີຍ​ແຜ່ທາງ Twitter ນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ກວດຄົ້ນ​ເຮືອບິນ​ດັ່ງກ່າວ ດ້ວຍ​ໝາ​ດົມ​ກິ່ນ
ຫາລະ​ເບີດຫຼາຍ​ໂຕ ​ໃນ​ວັນ​ເສົາ​ວານ​ນີ້.

​ໂຄສົກ​ຜູ້​ນຶ່ງ​ຢູ່ທີ່​ສະໜາມ​ບິນ​ສາ​ກົນ Hartsfield-Jackson
ຂອງນະຄອນ Atlanta ກ່າວ​ວ່າ ການ​ຂົ່ມຂູ່​ຕ່າງໆ ​ໄດ້​ປາກົດ​ວ່າ
​ມີ​ເປົ້າໝາຍ ​ແນ​ໃສ່ຖ້ຽວ​ບິນ ຂອງສາຍ​ການບິນ Delta ຈາກ​ນະຄອນ Portland ລັດ
Oregon ​ແລະ ຖ້ຽວ​ບິນ​ຂອງ​ສາຍ​ການບິນ Southwest ຈາກນະຄອນ Milwaukee
ລັດ Wisconsin. ​ເຮືອບິນ​ລົບ​ຫຼາຍລຳ ຈາກ​ຖານ​ທັບ​ ​ໃນ​ລັດ South Carolina ​ໄດ້
​ບິນ​ຂຶ້ນປະ​ກົບ​ເຮືອບິນ​ໂດຍສານ​ທັງ​ສອງ​ລຳ ຊຶ່ງ​ໄດ້​ລົງ​ສູ່​ສະໜາມ​ບິນ​ຢ່າງ​ປອດ​ໄພ.

ສະໜາມ​ບິນ​ດັ່ງກ່າວ ແມ່ນມີ​ເຮືອບິນ​ຂຶ້ນລົງຫຼາຍທີ່​ສຸດ​ໃນ​ໂລກ ​ແລະມີ​ຜູ້​ໂດຍສານ​ຢ່າງ
​ຫລວງຫຼາຍ. ໂດຍ​ມີ​ຜູ້​ໂດຍສານ​ໄປມາ ຫຼາຍກວ່າ 90 ລ້ານຄົນ ​ໃນ​ປີ 2012.

XS
SM
MD
LG