ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ ເອກະຊົນ ຍີ່ປຸ່ນ ລົງທຶນ ພັດທະນາ ເຂດເສດຖະກິດ ສະເພາະ 2 ແຫ່ງໃນ ຈຳປາສັກ


ລາວ ແລະ ຍີ່ປຸ່ນ ເຊັນສັນຍາຮ່ວມມື ການລົງທຶນ.
ລາວ ແລະ ຍີ່ປຸ່ນ ເຊັນສັນຍາຮ່ວມມື ການລົງທຶນ.

ບໍລິສັດ​ເອກະຊົນ ຍີ່​ປຸ່ນ ລົງທຶນ​ພັດທະນາເສດຖະກິດ​ສະ​ເພາະ 2 ​ແຫ່ງ​ໃຫ້​ແຂວງ ຈຳປາ​ສັກ ​ໂດຍ​ພັດທະນາ​ໃຫ້​ເປັນ​ນິຄົມ​ອຸດ​ສາ​ຫະກຳ ສຳ​ລັບ​ການ​ຜະລິ​ດສິນຄ້າ​ເພື່ອ​ສົ່ງອອກ​ໄປ​ຕ່າງປະ​ເທດ​ເປັນດ້ານຫຼັກ.

ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິ​ດພິ​ເສດ ​ແລະ ​ເຂດ​ເສດ​ຖະກິດ​ສະ​ເພາະ ​ໄດ້ອະນຸມັດ​ໃຫ້​ສ້າງ​ຕັ້ງ​ເຂດ​ເສດຖະກິດສະ​ເພາະ ທີ່​ໃຊ້​ຊື່ວ່າ​ເຂດ​ນິຄົມອຸດສາຫະກຳ ​ປາກ​ເຊ​-ຍີ່​ປຸ່ນ SME ​ໂດ​ຍ​ມີ​ເນື້ອ​ທີ່​ສຳ​ປະທານ 195 ​ເຮັກຕາ​ຢູ່​ໃນ​ເຂດ​ເມືອງ​ອຸທຸມພອນ ​ແລະ ​ເມືອງ​ບາ​ຈຽງຈະ​ເລີ​ນສຸກ ຢູ່ແຂວງ​ຈຳປາ​ສັກ ຊຶ່ງ​ລົງທຶນ​ໂດຍ​ບໍລິສັດ​ເອກະ​ຊົນ​ຈາກ ຍີ່​ປຸ່ນ ຄິດ​ເປັນ​ມູນ​ຄ່າ​ລວມ 62 ລ້ານ​ໂດ​ລາ ​ແລະ ມີ​ອາຍຸ​ສຳ​ປະທານ 50 ປີ.

​ໂດຍ​ບໍລິສັດ​ເອກະ​ຊົນ ຍີ່ປຸ່ນ ຈະ​ພັດທະນາ​ເຂດ​ນິຄົມ​ອຸດ​ສາ​ຫະກຳ​ ປາກ​ເຊ​-ຍີ່​ປຸ່ນ SME ​ດັ່ງ​ກ່າວ​ນີ້ ​ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ ຍີ່​ປຸ່​ນ​ໃຫ້​ເຂົ້າ​ມາ​ໃນ ລາວ ​ໃຫ້​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ດ້ວຍ​ເປົ້າ​ໝາ​ຍທີ່​ຈະ​ໃຫ້ການ​ສົ່ງ​ເສີມ​ອຸດສາຫະກຳ​ການ​ຜະລິດ​ສິນຄ້າ ​ແລະ ການ​ບໍລິການ​ຕ່າງໆ​ທີ່​ແ​ນ​ໃສ່​ການ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ເປັນ​ດ້ານ​ຫຼັກ ​ແລະ ​ໃນຂະນະ​ດຽວ​ກັນ​ກໍຈະ​ມີ​ການ​ຈ້າງແຮງ​ງານ​ໃນ​ ລາວ ​ເພີ່​ມຂຶ້ນ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ທ່ານ ຮິ​ເດ​ຄາ​ສຶ ​ໂອ​ຊິຕະ ​ເລຂາ​ທິການ​ຄະນະ​ກຳ​ມະ​ທິກ​ານຮ່ວມ​ມື​ທຸລະ​ກິດ ຍີ່ປຸ່ນ-​ແມ່​ນ້ຳຂອງ ຊຶ່ງ​ເປັນ​ໜ່ວຍ​ງານ​ຂອງ​ສະພາ​ການ​ຄ້າ ​ແລະ ອຸ​ດສາ​ຫະກຳ​ແຫ່ງ​ປະ​ເທດ ຍີ່​ປຸ່ນ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ບັນດາ​ບໍລິ​ສັດ​ເອກະ​ຊົນ ຍີ່​ປຸ່ນ ​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ລົງທຶນ​ໃນ ລາວ ຫຼາຍ​ຂຶ້ນ ຫາ​ກແຕ່​ລັດຖະບານ ລາວ ຈະ​ຕ້ອງ​ເພີ່ມ​ຄວາມ​ພະຍາ​ຍາມ​ໃຫ້​ຫຼາຍ​ຂຶ້ນ​ເພື່ອ​ສ້າງ​ສະພາບ​ທີ່​ເອື້ອອຳນວຍ​ຕໍ່​ການ​ລົງທຶນ ​ໂດຍ​ສະ​ເພາະ​ແມ່ນ​ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໃຫ້​ຫຼາຍ​ຂຶ້ນ ​ແລະ ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ​ໃຫ້​ມີ​ຄຸນ​ນະພາ​ບຕາມ​ຕ້ອງການ​ຂອງ​ບັນດາ​ບໍລິ​ສັດເອກະ​ຊົນ ຍີ່ປຸ່ນ.

ທັງ​ນີ້​ໂດຍ​ບັນດາ​ບໍລິສັດ​ເອກະ​ຊົນ ຍີ່​ປຸ່ນ ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ການຄຸ້ມຄອງເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດ​ຖະກິດສະ​ເພາະໃນ ລາວ ​ໂດຍ​ເຖິງ​ຂະໜາດ​ທີ່​ໄດ້​ວາງ​ເປົ້າ​ໝາຍ​ໄວ້​ວ່າການ​ລົງທຶນ​ຂອງ​ບໍລິສັດ​ເອ​ກະ​ຊົນ ຍີ່ປຸ່ນ ​ໃນ ລາວ ຈະ​ຕ້ອງ​ມີ​ມູນ​ຄ່າເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ເພື່ອ​ກ້າວ​ຂຶ້ນເປັນ​ຜູ້​ລົງທຶນ​ລາຍ​ໃຫຍ່​ອັນ​ດັບ​ທີ 4 ​ໃນ ລາວ ​ໃຫ້​ໄດ້​ພາຍ​ໃນ​ປີ 2016 ຊິ່ງຈະ​ເຮັດ​ໃຫ້ການ​ລົງທຶນ​ຂອງ ຍີ່ປຸ່ນ ​ໃນ​ ລາວ​ເປັນ​ຮອງ​ພຽງຈີນ ຫວຽດນາມ ​ແລະ ​ໄ​ທ​ເທົ່າ​ນັ້ນ.

​ໂດ​ຍບັນດາ​ບໍລິສັດ​ເອກະ​ຊົນ ຍີ່ປຸ່ນ ຈະ​ເນັ້ນ​ໜັກ​ໃນ​ພາກ​ອຸດ​ສາ​ຫະກຳ​ແປຮູບ​ສິນຄ້າ​ກະສິກຳ ​ແລະ ພາກ​ບໍລິການ​ທີ່​ສາມາດ​ຈະ​ສ້າງ​ວຽກ​ເຮັດງ​ານທຳ​ໃຫ້​ແກ່​ປະຊາຊົນ​ ລາວ ​ໄດ້​ຫຼາຍ​ກວ່າ​ການ​ລົງທຶນ​ຂອງ​ປະ​ເທດ​ອື່ນໆ​ໃນ ລາວ ທີ່​ເນັ້ນ​ໜັກ​ໃນ​ດ້ານ​ການ​ພັດ​ທະນາທີ່​ດິນ ​ເຊັ່ນ​ສະໝາ​ມກອລ​ຟ ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ ລາວ ​ໄດ້​ຢ່າງ​ຈຳກັດ ​ແລະ ກໍ​ເປັນສາ​ເຫດ​ສຳຄັນ​ປະການ​ໜຶ່ງ​ທີ່​ເຮັດ​ໃຫ້​ຄົນ ລາວ ຕ້ອງ​ພາກັນ​ເດີນທາງ​ໄປ​ລັກລອບ​ທຳ​ງານ​ຢູ່​ໃນ ​ໄທ ຫຼາຍ​ຂຶ້ນ​ນັບມື້.

ທາງດ້ານ​ອົງການ​ການ​ຄ້າ​ຕ່າງປະ​ເທດແຫ່ງ ຍີ່ປຸ່ນ (JETRO) ລາຍ​ງານ​ວ່າ​ມີ​ບໍລິສັດ​ເອກະ​ຊົນ
ຍີ່​ປຸ່ນ ​ໄດ້​ພາກັນ​ຍ້າຍ​ຖານ​ການ​ລົງທຶນ​ຈາກ ຈີນ ​ແລະ ​ໄທ ​ເຂົ້າ​ມາ​ໃນ​ ລາວ ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັບ​ຕັ້ງ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ອັດ​ຕາ​ຄ່າ​ຈ້າງ​ແຮງ​ງານ​ທີ່​ປັບ​ຕົວ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ ຈີນ ລວມ​ເຖິງ​ບັນ​ຫາ​ຂັດ​ແ​ຍ້ງທາງ​ທະ​ເລ ລະຫວ່າງ ຈີ​ນ ກັບ ຍີ່​ປຸ່ນ ດ້ວຍ ສ່ວນ​ຢູ່​ໃນ​ປະ​ເທດ ​ໄທ ນັ້ນ​ກໍ​ເປັນ​ຍ້ອນ​ບັນ​ຫາ​ຂັດແຍ້​ງທາງ​ການ​ເມືອງພາຍ​ໃນຂອງ ​ໄທ ທີ່​ແກ່ຍາວ​ມາກ​ວ່າ 10 ປີ​ແລ້ວ​ນັ້ນ.

​ໂດຍ​ເພື່ອ​ເປັນ​ການ​ຮອງ​ຮັບ​ການ​ເຂົ້າ​ມາ​ລົງທຶນ​ໃນ ລາວ ຂອງ​ບັນ​ດາ​ບໍລິສັດ​ເອກະ​ຊົນ ຍີ່​ປຸ່ນ ນັ້ນ ອົງການ JETRO ກໍ​ໄດ້​ເປີດ​ສຳນັກງານ​ປະຈຳ​ ລາວ ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ​ ​ໃນ​ຕົ້ນ​ປີ 2014 ທີ່​ຜ່ານ​ມາ ສ່ວນ​ລັດຖະບານ ລາວ ກໍ​ໄດ້​ຈັດ​ກິ​ດຈະ​ກຳ​ຕ່າງໆ ​ເພື່ອ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ລາວ ​ໃຫ້​ແກ່​ບັນ​ດາ​ນັກ​ທຸລະ​ກິດ ຍີ່ປຸ່ນ ດ້ວຍ​ດັ່ງ​ທີ່​ທ່ານ ສົມດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງແຜນການ ​ແລະ ການລົງທຶນ ຢືນຢັນ​ວ່າ

“​ແລ້ວ​ບັນຫາ​ໜຶ່ງ​ທີ່​ສຳຄັນ ກະ​ຍ້ອນ​ວ່າ​ໃນ​ຊຸມ​ປີ​ຫຼັງ​ມາ​ນີ້ ພວກ​ເຮົາ​ກະ​ໄດ້​ມີຄວາມຕັ້ງໜ້າ​ໄປ​ເຜີຍ​ແຜ່​ ​ແນະນຳ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດຖະບານ​ໃຫ້​ນັກ​ລົງທຶນ ຍີ່​ປຸ່ນ ນີ້​ເຂົ້າໃຈ​ແຈ້ງ​ຂຶ້ນ​ກວ່າເກົ່າ ກວ້າງ​ຂວາງ​ຂຶ້ນ​ກວ່າ​ເກົ່າ ດ້ວຍການ​ໄປ​ເຮັດ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ ຍີ່ປຸ່ນ ກໍ​ຄື​ເຊີນ​ເພິ່ນມາ​ຮ່ວມ​ສຳ​ມະ​ນາ​ຢູ່​ພີ້ ພວກ​ເຮົາ​ຕັ້ງໜ້າ​ລົງ​ເຮັດ​ຄື​ແນວ ກໍ​ຈິ່ງ​ເຮັດ​ໃຫ້​ຊຸມ​ປີ​ຫຼັງ​ນີ້​ການ​ລົງທຶນ​ຂອງ ຍີ່ປຸ່ນ ນີ້​ເພີ່ມ​ຂຶ້ນ.”

​ໃນ​ປະຈຸ​ບັນນີ້ ຍີ່ປຸ່ນ ລົງທຶນ​ໃນ ລາວ ​ເປັນອັນ​ດັບ​ທີ 7 ​ມີ​ມູນ​ຄ່າ​ລວມ 500 ​ໂດ​ລາ ກວ່າ​ລ້ານ​ໃນ 111 ​ໂຄງການ​ຄິ​ດ​ເປັນ 7 ​ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງໝົດ​ຂອງ ຈີ​ນ ​ໃນ ລາວ ​ແຕ່​ກໍ​ເຊື່ອ​ວ່າການ​ລົງທຶນ​ຂອງ ຍີ່​ປຸ່ນ ​ໃນ ລາວ ຈະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ແລະ ຄາດ​ວ່າ ຈະ​ກ້າວ​ຂຶ້ນ​ສູ່​ອັນ​ດັບ​ທີ 4 ​ໄດ້​ພາຍ​ໃນ​ປີ 2016.

XS
SM
MD
LG