ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາ​ບໍລິ​ສັດ​ເອກະ​ຊົນ​ ຍີ່ປຸ່ນ ​​ສົນ​ໃຈເຂົ້າໄປ ​ລົງທຶນ​ເພີ່ມຂຶ້ນ ໃນ ສປປ ລາວ


ລາວ-​ຍີ່ປຸ່ນ ຮ່ວມລົງທຶນ ​ໃນ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ
ລາວ-​ຍີ່ປຸ່ນ ຮ່ວມລົງທຶນ ​ໃນ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ

ບັນດາ​ບໍລິ​ສັດ​ເອກະ​ຊົນຍີ່ປຸ່ນ ​ໃຫ້​ຄວາມ​ສົນ​ໃຈທີ່​ຈະ​ເຂົ້າມາ​ລົງທຶນ ​
ໃນ​ເຂດ​ເສດຖະກິດ​ພິ​ເສດ​ໃນ ​ລາວ ​ໃຫ້ຫຼາຍຂຶ້ນ​ເພື່ອ​ກ້າວ​ຂຶ້ນ​ເປັນ​
ຜູ້​ລົງທຶນ ລາຍ​ໃຫຍ່​ອັນ​ດັບ​ທີ 4 ​ໃນ ​ລາວ​ ໃຫ້​ໄດ້​ພາຍ​ໃນ​ປີ 2016.

ສາ​ສະ​ດາ​ຈານ ​ໂມ​ໂຕ​ໂຍຊິ ຊູ​ຊູ​ກິ ຜູ້​ຊ່ຽວຊານ​ທາງ​ເສດຖະກິດ​ຊາວ​ຍີ່ປຸ່ນ ​ໃນ​ຖານະ​ທີ່ປຶກ
ສາ ​ປະຈຳ​ຫ້ອງການ​ຄະນະ​ລັດຖະບານ​ລາວ ຢືນຢັນ​ວ່າ ບັນດາ​ບໍລິສັດເອກະ​ຊົນ​ຍີ່ປຸ່ນ ​ໃຫ້​ຄວາມ​ສົນ​ໃຈ ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ພັດທະນາ ​ແລະ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິເສດ
ແລະ ​ເຂດ​ເສດ​ທະ​ກິດ​ສະ​ເພາະ​ໃນ​ ລາວ ​ເຖິງ​ຂະໜາດ​ທີ່​ໄດ້​ມີ​ການວາງ​ເປົ້າໝາຍ​ໄວ້​ວ່າ ການ​ລົງທຶນ​ຂອງ​ບໍລິສັດ​ເອກະ​ຊົນ ​ຍີ່ປຸ່ນ ​ໃນ​ ລາວ ຈະ​ຕ້ອງ​ມີ​ມູນ​ຄ່າ​ເພີິ່ມຂຶ້ນ ຢ່າງວ່ອງ​ໄວ​ເພື່ອ​ກ້າວ​ຂຶ້ນ​ເປັນ​ຜູ້​ລົງທຶນ​ລາຍ​ໃຫຍ່​ອັນ​ດັບ​ທີ 4 ​ໃນ​ລາວ ​ໃຫ້​ໄດ້​ພາຍ​ໃນ​ປີ 2016 ຊຶ່ງ​ກໍ​
ຈະ​ເຮັດ​ໃຫ້ການ​ລົງທຶນ ຂອງ​ຍີ່ປຸ່ນ ​ໃນ ​ລາວ ​ເປັນ​ຮອງ​ ຈີນ, ຫວຽດນາມ ​ແລະ​ ໄທ ​ເທົ່າ​ນັ້ນ.

ທັງ​ນີ້ ​ໂດຍ​ການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ເອກະ​ຊົນ ​ຍີ່ປຸ່ນ ​ໃນ​ ລາວ ຈະ​ເນັ້ນໜັກ ​ໃນ​ພາກ​ອຸດສາຫະກຳ ​ແປ​ຮູບ​ສິນ​ຄ້າ​ກະສິກຳ ​ແລ​ະພາກ​ບໍລິການ ທີ່​ສາມາດ​ຈະ​ສ້າງ​ວຽກເຮັດງານ
ທຳ ​ໃຫ້​ແກ່​ປະຊາ​ຊົນ​ລາວ ​ໄດ້ຫຼາຍກວ່າ​ການ​ລົງທຶນ​ຂອງ​ປະ​ເທດ​ອື່ນໆ ​ໃນລາວ​ ທີ່​ເນັ້ນ
ໜັກ ​ໃນ​ດ້ານ​ການ​ພັດທະນາ​ທີ່​ດິນ ​ເຊັ່ນ ສະໜາມ​ກອລຟ ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນລາວ ໄດ້​ຢ່າງ​ຈຳກັດ ຊຶ່ງ​ເປັນສາ​ເຫດ​ສຳຄັນ​ປະການ​ໜຶ່ງ​ ທີ່​ເຮັດ​ໃຫ້ຄົນລາວ​ຕ້ອງພາກັນ
​ເດີນທາງ​ໄປ​ລັກລອບ​ທຳ​ງານ​ຢູ່​ໃນ​ໄທ ຫຼາຍຂຶ້ນນັບ​ມື້.

ນາຍົກ ລມຕ ຍີ່ປຸ່ນທ່ານອາເບະ ຈັບມືກັບ ນາຍົກ ລມຕ ລາວ ທ່ານ ທອງສິງ ທຳມະວົງ.
ນາຍົກ ລມຕ ຍີ່ປຸ່ນທ່ານອາເບະ ຈັບມືກັບ ນາຍົກ ລມຕ ລາວ ທ່ານ ທອງສິງ ທຳມະວົງ.

ທາງ​ດ້ານ​ອົງການ ການ​ຄ້າ​ຕ່າງປະ​ເທດ​ແຫ່ງ​ ຍີ່​ປຸ່ນ (JETRO)
ລາຍ​ງານ​ວ່າ ມີ​ບໍລິສັດ​ເອກະ​ຊົນ​ ຍີ່ປຸ່ນ ​ໄດ້​ພາກັນ​ຍ້າຍ​ຖານ​
ການ​ລົງທຶນ​ຈາກ ​ຈີນ ​ແລະ​ ໄທ ​ເຂົ້າມາ​ໃນ​ລາວຫຼາຍຂຶ້ນ
ຢ່າງ​ຕໍ່ເນື່ອງ ນັບຕັ້ງ​ແຕ່​ປີ 2011 ​ເປັນຕົ້ນມາ ​ໂດຍ​ມີ​ສາ​ເຫດ
​ມາ​ຈາກ​ອັດຕາ​ຄ່າ​ຈ້າງ​ແຮງ​ງານ ​ທີ່​ປັບ​ຕົວ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ
​ໃນ ​ຈີນ ລວມ​ເຖິງ​ບັນຫາ​ຂັດ​ແຍ້​ງທາງ​ທະ​ເລ ລະຫວ່າງ ​ຈີນ
​ກັບ​ ຍີ່ປຸ່ນ​ ດ້ວຍ ສ່ວນ​ຢູ່​ໃນ​ປະ​ເທດ ໄທ ​ນັ້ນ ກໍ​ເປັນ​ຍ້ອນ
​ບັນຫາ​ຂັດ​ແຍ່ງ ທາງ​ການ​ເມືອງ​ພາຍ​ໃນຂອງ ໄທ ​ແກ່ຍາວ​ມາ
ກ​ວ່າ 10 ປີ​ແລ້ວນັ້ນ.

​ໂດຍ​ເພື່ອເປັນ​ການ​ຮອງ​ຮັບ​ການ​ເຂົ້າມາ​ລົງທຶນ ​ໃນ​ ລາວ ​ຂອງ​ບັນດາບໍລິສັດ​ເອກະ​ຊົນ​ ຍີ່ປຸ່ນ ​ນັ້ນ ອົງການ JETRO ກໍ​ໄດ້​ເປີດ​ສຳນັກງານ​ປະຈຳ​ ລາວ​ ຢູ່​ນະຄອນ​ຫລວງ​ວຽງ​ຈັນ ​ໃນຕົ້ນປີ 2014 ທີ່​ຜ່ານ​ມາ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຕົກ​ລົງ​ຮ່ວມ​ມື​ໃນຫຼາຍໆ ດ້ານ​ທີ່​ມີ​ຂຶ້ນ​ໃນໂອ​ກາດ​ທີ່ ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ເມື່ອ​ເດືອນ​ພະຈິກ 2013 ທີ່​ຜ່ານ​ມາ ດັ່ງ​ທີ່ ທ່ານ​ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ລາວ ​ໄດ້​ຖ​ະ​ແຫລ​ງຢືນຢັນ​ວ່າ:

ສອງ​ຝ່າຍ​ໄດ້​ເຫັນ​ດີ ທີ່​ຈະ​ເປີດ​ຫ້ອງການ​ຜູ້​ຕ່າງ​ໜ້າ ອົງການການ​ຄ້າ​ສາກົນ
JETRO ທີ່​ນະຄອນຫລວງ​
ວຽງ​ຈັນ ​ໃນ​ໄວໆ​ນີ້ ຍີ່​ປຸນ​ ໄດ້​ຢັ້ງຢືນ ທີ່​ຈະ​ສືບ​ຕໍ່​
ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ທຶນຮອນ ​ເພື່ອ​ຂະຫຍາຍ​ອາຄານ​ໂດຍສານ​ຂອງ​
ສະໜາມ​ບິນ​ວັດ​ໄຕ​ໄລຍະ 3 ​ແລະ ​ໂຄງການ​ເງິນ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ​ເພື່ອ​ຫລຸດ
ຜ່ອນ​ຄວາມທຸກ​ຍາກ.”

ນອກຈາກ​ນີ້ ​ໃນ​ໂອ​ກາດ​ທີ່​ທ່ານ​ໂຊ​ອິຊິ ​ໂຢຊິ​ມູລະ ຮອງ​ປະທານ​ອົງການ JETRO ​ໄດ້​ນຳ
ພາ​ບັນດາ​ນັກທຸລະກິດ​ ຍີ່ປຸ່ນ​ ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ໃນ
​ຊ່ວງ​ເດືອນ​ມີນາ 2015 ​ເພື່ອ​ເຂົ້າຮ່ວມ​ການສະ​ເຫຼີມສະຫຼອງ ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ ລາວ ​ກັບ​ ຍີ່ປຸ່ນ​ ຄົບ​ຮອບ 60 ປີ ດ້ວຍ​ນັ້ນ ບັນດາ​ນັກ​ທຸລະ​ກິດ ​ຍີ່ປຸ່ນ ຍັງ​ໄດ້​ຢືນຢັນ​ດ້ວຍ​ວ່າ ລາວ ​ຄື​ຈຸດໝາຍ​ການ​ລົງທຶນ​ ທີ່​ສຳຄັນຂອງ​ບໍລິສັດ​ເອກະ​ຊົນ​ ຍີ່ປຸ່ນ.

ໂດຍ​ຂະ​ແໜງ​ການ ​ທີ່​ບັນດາ​ບໍລິສັດ​ເອກະ​ຊົນ ​ຍີ່ປຸ່ນ ​ໄດ້​ໃຫ້​ຄວາມ​ສົນ​ໃຈ ທີ່​ຈະ​ເຂົ້າໄປລົງ
ທຶນ​ໃນລາວຫຼາຍທີ່​ສຸດ​ນັ້ນ ກໍ​ຄື​ພາກ​ການ​ກະ​ເສດ ​ແລະອຸດສາຫະກຳ​ແປ​ຮູບ​ສິນຄ້າ​ກະເສດ
ຕິດຕາມ​ດ້ວຍ​ພາກ​ພະ​ລັງ​ງານ ການ​ສຶກສາ ສາ​ທາ​ລະນະ​ສຸກ ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ພາກ​ບໍລິການ ​ຕາມ​ລຳດັບ.

ສ່ວນ​ທາງ​ການ​ລາວ ກໍ​ເຊື່ອ​ໝັ້ນວ່າ ຈະ​ສາມາດ​ຮອງ​ຮັບ​ການ​ລົງທຶນ ຂອງ​ບັນດາບໍລິສັດ​ ​ ເອກະ​ຊົນ​ຍີ່ປຸ່ນໄດ້ ​ດ້ວຍການເລັ່ງພັດທະນາ​ເຂດເສດຖະກິດ​ພິ​ເສດ ​ແລະ​ເຂດ​ເສດຖະກິ​ດ
ສະ​ເພາະ ​ໂດຍ​ເຖິງ​ແມ່ນ​ວ່າ ​ໃນ​ປັດຈຸ​ບັນ ບັນດາ​ບໍລິສັດ​ຍີ່ປຸ່ນ ຈະ​ລົງທຶນ​ໃນລາວ​ ເປັນອັນ​ດັບທີ 7 ຄິດ​ເປັນ​ມູນ​ຄ່າ​ລວມ 428 ລ້ານ​ດອນ​ລາ ​ໃນ 104 ​ໂຄງການ ​ແລະ ຄິດ​ເປັນ 7 ​ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ ຂອງຈີນ ​ໃນ ​ລາວ​ ນັ້ນກໍ​ຕາມ ຫາກ​ແຕ່​ທາງ​ການ​ລາວ ກໍ​ເ​ຊື່​ອວ່າ ການ​ລົງທຶນ​ຂອງຍີ່ປຸ່ນ ໃນ​ລາວ ຈະ​ເພີ່​ມຂຶ້ນຢ່າງ​ວ່ອງ​ໄວ ​ແລະສາມາດ​ທີ່​ຈະກ້າວ
​ຂຶ້ນສູ່​ອັນ​ດັບ​ທີ 4 ​ໄດ້​ ພາຍ​ໃນ​ປີ 2016 ຢ່າງ​ແນ່ນອນ.

​ໂດຍ​ໃນ​ປັດຈຸບັນ ບັນດາ​ບໍລິສັດ​ເອກະ​ຊົນ​ ຍີ່ປຸ່ນ ​ໄດ້​ລົງທຶນ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ ​ໃນ​ແຂວງສະຫວັນ​ນະ​ເຂດ ຫຼາຍທີ່​ສຸດ ​ເຊັ່ນໂຮງງານ​ຜະລິດ​ເລັນ​ກ້ອງ
ຖ່າຍ​ຮູບ CANON ​ໂຮງງານ​ຜະລິດອຸປະ​ກອນ ​ແລະ​ຊິ້ນສ່ວນ​ສຳ​ຫລັບ​ປະກອບ​ລົດຍົນ TOYOTA ​ແລະ ​ໂຮງງານຜະລິດ​ຊິ້ນສ່ວນ​ປະກອບ​ ທີ່​ໃຊ້​ກັບ​ເຄື່ອງ​ໃຊ້​ໄຟຟ້າ ​ເປັນຕົ້ນ. ນອກຈາກ​ນີ້ ບັນດາ​ບໍລິສັດ​ເອກະ​ຊົນ ​ຍີ່​ປຸ່ນ ກໍ​ຍັງ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ທີ່​ຈະ​ຂະຫຍາຍ​ການ​ລົງທຶນ ​ໄປ​ໃນ​ເຂດ​ເສດຖະກິດ​ພິ​ເສດ ຢູ່​ແຂວງ​ ຈຳປາ​ສັກ​ ອີກ​ດ້ວຍ.

XS
SM
MD
LG