ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິ່ງທີ່ພົວພັນ ໃນການໂຈມຕີ ມື້ລາງ ນາຍໂອຊາມາ ບິນ ລາເດັນ ນຳມາສະແດງ ທີ່ພິພິດທະພັນ 9/11


ຮູບພາບເຄື່ອງເກົ່າແກ່ ຢູ່ໃນຫໍພິິດທະພັນ September 11
ທີ່ນະຄອນນີວຢອກ ວັນທີ 14 ພຶດສະພາ 2014.
ຮູບພາບເຄື່ອງເກົ່າແກ່ ຢູ່ໃນຫໍພິິດທະພັນ September 11 ທີ່ນະຄອນນີວຢອກ ວັນທີ 14 ພຶດສະພາ 2014.

ຫໍພິພິດທະພັນ Sptember 11 ທີ່​ນະຄອນ​ນີວຢອກ ​ໄດ້​ວາງ
ສະ​ແດງ​ສິ່ງ​ຂອງ​ບາງ​ຢ່າງ​ທີ່​ພົວພັນ​ກັບ​ການ​ບຸກ​ເຂົ້າ​ໂຈມ​ຕີ​ນາຍ
​ໂອຊາ​ມາ ບິນ​ລາ​ເດັນ ທີ່​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ປີ 2011 ທີ່​ເມືອງ
Abbottabad ຂອງ​ປາ​ກິ​ສຖານ​ນັ້ນ.

ການວາງສະ​ແດງ​ຄັ້ງ​ໃໝ່ ທີ່​ໄຂ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ຮວມທັງ​
ເສື້ອ​ໂຕ​ນຶ່ງ​ທີ່​ທະຫານ​ຄົນ​ນຶ່ງ​ໃນ​ໜ່ວຍ​ກ້າ​ຕາ​ຍ US Navy
SEALS ໃສ່​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ບຸກ​ເຂົ້າ​ກວດ
​ຄົ້ນ ພ້ອມ​ດ້ວຍ​ດິນ​ຈີ່​ກ້ອນ​ນຶ່ງ​ຈາກ​ບໍລິ​ເວນ​ເຮືອນ​ທີ່​ນາຍ​ໂອຊາ
​ມາ ບິນ​ລາ​ເດັນ​ຕາຍ​ຢູ່​ໃນ ​ແລະ​ເງິນ​ຫຼຽນ​ທີ່​ເປັນ​ສິ່ງ​ທີ່​ລະ​ລຶກ ທີ່​ພະ
ນັກງານ​ອົງການ​ສືບ​ລັບ CIA ຄົນນຶ່ງ​ທີ່​ໄດ້​ຕິດຕາມ​ຜູ້ນຳ​ເຄືອ​ຂ່າຍ
al-Qaida ມາ​ຕະຫຼອດມອບ​ໃຫ້​ນັ້ນ​ນຳ.

ກ້ອນດິນຈີ່ມາຈາກຕຶກອາຄານທີ່ນາຍໂອຊາມາບິນລາເດັນເສຍຊີວິດ
ກ້ອນດິນຈີ່ມາຈາກຕຶກອາຄານທີ່ນາຍໂອຊາມາບິນລາເດັນເສຍຊີວິດ

ບັນດາ​ເຈົ້າ​ໜ້າ​ທີ່​ປະຈຳ​ຫໍພິພິດທະພັນ​ກ່າວ​ວ່າ ​ເສື້ອ​ເຄື່ອງ​ແບບທີ່​ມີ​ຮູບ​ທຸງຊາດ​ສະຫະ
ລັດຕິດ​ທີ່​ບ່າ​ກ້ຳ​ຂວາ ​ເປັນ​ເສື້ອ​ຂອງ​ສະມາຊິກ​ຄົນ​ນຶ່ງ​ໃນ​ທີ​ມ SEAL TEAM Six ຊຶ່ງ​ປັດຈຸບັນ​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ.

​ ເງິນ​ຫຼຽນ​ທີ່​ວ່າ​ນີ້ ສລັກວັນ​ທີ​ມື້ບຸກເຂົ້າ​ໂຈມ​ຕີ​ໃນ​ຂ້າງ​ນຶ່ງ ​ແລະມີ​ຮູບ​ໂຕ “X” ຢູ່​ໃນ​ອີກ​ຂ້າງ​ນຶ່ງ. ​ເງິນ​ຫຼຽນ​ນີ້ ​ເປັນ​ຂອງ​ເຈົ້າ​ໜ້າ​ທີ່​ອົງການ​ສືບ​ລັບ CIA ທີ່​ມີ​ຊື່ວ່າ “Maya” ທີ່​ປະກອບ​ພື້ນຖານ​ສຳລັບລັກສະນະ ​ສຳຄັນ​ຂອງ​ຮູບ​ເງົາ​ເລື້ອງ Zero Dark Thirty ທີ່​ໄດ້​ຮັບ​ລາງວັນ Oscar ປະຈຳ​ປີ 2012ນັ້ນ. ​ຫຼຽນ​ເງິນຕາ​ດັ່ງກ່າວ​ແມ່ນ​ຖືກ​ສລັກຂຶ້ນ​ມາ​ເພື່ອ​
ເປັນ​ທີ່​ລະ​ລຶກຂອງ​ການ​ສິ້ນ​ສຸດ​ລົງ​ຂອງ​ການ​ລ່າ​ຫາ​ໂຕຜູ້​ກໍ່​ການ​ຮ້າຍ​ທີ່​ໂລກ​ຕ້ອງການ​ໂຕ​ທີ່​ສຸດ​ມາ​ດຳ​ເນີນ​ຄະດີ.

ຫໍພິພິດທະພັນ​ດັ່ງກ່າວ ​ໄດ້​ຮັກສາ​ຊື່ແທ້​ຂອງ​ພວກ​ບໍລິຈາກ​ສິ່ງ​ຂອງ​ເຫຼົ່າ​ນີ້​ໄວ້​ເປັນຄວາມ​ລັບ.

ຫໍພິພິດທະພັນ 9/11 ​ໄດ້​ດຶງ​ດູດ​ເອົາ​ພວກແຂກ​ຜູ້​ຊົມ​ມາເບິ່ງ​ປະມານ 9​ແສນ​ຄົນ​ແລ້ວ ນັບ​ແຕ່​ໄດ້​ເປີດໃຫ້ການ​ບໍລິການ​ມາ​ຕັ້ງ​ແຕ່​ເດືອນ​ພຶດສະພາ​ຜ່ານ​ມາ.

XS
SM
MD
LG