ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຕາລີ ຊ່ອຍ ອົບພະຍົບທາງເຮືອ 4,200 ຄົນ ຈາກທະເລ ເມດີເຕຣານຽນ


ອົບພະຍົບທາງເຮືອ ກວ່າ 4,000 ຄົນ ໄດ້ຮັບການຊ່ວຍເຫລືອ
ຈາກໜ່ວຍຍາມຝັ່ງອີຕາລີ.
ອົບພະຍົບທາງເຮືອ ກວ່າ 4,000 ຄົນ ໄດ້ຮັບການຊ່ວຍເຫລືອ ຈາກໜ່ວຍຍາມຝັ່ງອີຕາລີ.

ໜ່ວຍຍາມ​ຝັ່ງ​ອີ​ຕາ​ລີ ​ໄດ້ກູ້ເອົາພວກອົບ​ພະ​ຍົບທາງ​ເຮືອຫລາຍ​
ກວ່າ 4,200 ຄົນ ຈາກທະເລ​ເມ​ດີ​ເຕຣານຽນ ​ໃນ​ວັນ​ສຸກ​ວານ​ນີ້.
ໜ່ວຍ​ຍາມ​ຝັ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫ​ລື​ອຈາກກອງ​ທັບ​ເຮືອອີ​ຕາ​ລີ
ພ້ອມ​ທັງກຳປັ່ນ ຂອງ​ເຢຍຣະມັນ ແລະໄອຣ໌ແລນ ທີ່​ພົວພັນ​ກັບ
ການ​ປະຕິບັດ​ງານ​ສາມ​ຝ່າຍ​ຂອງສະຫະພາບຢູ​ໂຣບ.

ໜ່ວຍ​ຍາມ​ຝັ່ງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຍັງ​ພົບ​ເຫັນ​ 17 ສົບ. ຍັງບໍ່​ເປັນ
​ທີ່​ແຈ້ງ​ຂາວໃນ ​ທັນ​ທີເທື່ອ ເຖິງ​ສາ​ເຫດ​ຂອງການ​ເສຍ​ຊີວິດ ​ແຕ່
​ບັນດາ​ເຈົ້າ​ໜ້າ​ທີ່ອີ​ຕາ​ລີ ມັກ​ອະ ທິບາຍ​ວ່າ ສະພາ​ບທີ່​ຮ້າຍ​ແຮງ
ເນື່ອງຈາກຄວາມອິດ​ເມື່ອຍ ຫິ​ວນ້ຳ ແລະປະ​ເຊີນ​ກັບ​ຄວາມ​ຮຸນ
​ແຮງ ທີ່​ມັກພົບ​ເຫັນເລື້ອຍໆ ຢູ່່ໃນເຮືອທີ່​ບໍ່​ແຂງແຮງ.

ຫວ່າງ​ມໍ່ໆມາ​ນີ້ ​ໄດ້​ມີພວກ​ອົບ​ພະຍົບຫລົບໜີເພີ້ມຂື້ນ. ບັນດາ​ຜູ້​ສັງ​ເກດ​ການ​ ໄດ້ຖິ້ມໂທດ
ໃສ່ ສະພາບ​ການ​ທີ່​ພວມຊຸດໂຊມລົງຢູ່ໃນປະ​ເທດລີເບຍທີ່​ໄຮ້​ກົດໝາຍ​ໃນເຂດອາ​ຟຣິກາ
​ເໜືອຊຶ່ງເປັນບ່ອນທີ່ພວກ​ອົບ​ພະຍົບຫລາຍໆ​ຄົນ​ພາກັນອອກ​ເດີ​ນທາງນັ້ນ. ພວກ​ອົບພະ
​ຍົບຫລາຍ​ຄົນ ​ພາກັນ​ມາ​ຈາກຊີ​ເຣຍ ​ໄນ​ຈີ​ເຣຍ ມາ​ລີ ​ແລະ ເອ​ຣິເທຣຍ ທີ່​ພາກັນຫລົບໜີ
ສົງຄາມ ການ​ປະ​ຫັດ​ປະຫານ​ດ້ານ​ການ​ເມືອງ ​ແລະ​ບັນຫາ​ດ້ານ​ເສດຖະກິດ.

ອີ​ຕາ​ລີ ​ໄດ້ຊອກ​ຫາ​ການຊ່ວຍບັນ​ເທົາ​ທຸກ ໃນດ້ານ​ພັກ​ພາ​ອາ​ໄສ ໃຫ້ແກ່​ຊາວອົບ​ພະຍົບ
ໂດຍຮ້ອງ ​ຂໍ​ບັນດາສະມາຊິກສະຫະພາບ​ຢູ​ໂຣບຊ່ວຍ​ເຫລືອ. ສະຫະພາບຢູ​ໂຣບໄດ້​ກົດ
​ດັນ​ໃຫ້​ສະ​ມາ​ຊິກແບ່ງປັນເອົາຄວາມ​ຮັບຜິດຊອບກ່ຽວກັບພວກອົບ​ພະ​ຍົບ ​ແຕ່​ບັນດາສະ
​ຊິກ​ຈຳນວນ​ນຶ່ງ ​ໄດ້​ຄັດຄ້ານ​ຕໍ່​ການ​ຮັບ​ເອົາ​ອົບ​ພະ​ຍົບ.

Italy Migrants
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG